ທຸຣະກິຈ ຄັງແຮເຂົ້າສານ ຂາດທຶນ

ໄຊ​ຍາ
2021.07.08
ທຸຣະກິຈ ຄັງແຮເຂົ້າສານ ຂາດທຶນ ເຂົ້າສານ ທີ່​ພາກ​ສ່ວນ​ທຸ​ຣະ​ກິ​ຈ ຄັ​ງ​ແຮ​ເຂົ້າ ໄດ້​ຈັດ​ສັນ​ເອົາ​ໄວ້.
ນັກຂ່າວ ພົລເມືອງ

ໂຄງການ ຄັງແຮເຂົ້າສານ ດຳເນີນການ ມາໄດ້ 10 ປາຍປີແລ້ວ ໂດຍຣັຖ ໄດ້ສນອງທຶນ ໃຫ້ກັບ ວິສາຫະກິຈກູ້ຢືມ ໃນນີ້ ໄດ້ກຳນົດ ລະບຽບວ່າ ໃນຈຳນວນເຂົ້າ ທີ່ວິສາຫະກິຈ ຊື້ເຂົ້າມາ ໃນແຕ່ລະປີ ຈະຕ້ອງ ໄດ້ເກັບຮັກສາໄວ້ ໃນຄັງແຮເຂົ້າ ຂອງຕົນ 40% ແລະ ອີກ 60% ນຳໄປຂາຍ ຕາມກົນໄກ ລາຄາ ຂອງຕລາດ. ດັ່ງຜູ້ປະກອບການ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ ວິ​ທ​ຍຸເອເຊັຽເສຣີ ເມື່ອວັນທີ 28 ມິຖຸນາວ່າ. ພວກເຮົາ ຄືຕົ້ນທາງ ທີ່ສນອງເຂົ້າໃຫ້ ໂຮງສີເຂົ້າ ໂດຍໄດ້ເກັບຊື້ ກັບຊາວນາ ແລ້ວສົ່ງຕໍ່ໃຫ້ໂຮງສີ.

“ໄທເຮົາ ຜລິດ ແລ້ວກໍມີໂຮງສີ ມາຊື້ເອງ ເພາະເພິ່ນ ກໍຈະມີ ໂຄຕ້າສົ່ງອອກ ຕ່າງປະເທດເນາະ ໃຫ້ລາຄາເຂົ້າ ຂ້ອນຂ້າງ ໄດ້ດີເນາະ.”

ທ່ານກ່າວຕື່ມວ່າ ປັຈຈຸບັນ ໂຄວິດ-19 ເຮັດໃຫ້ ການສົ່ງອອກຍາກຫຼາຍ, ຫຼາຍໂຮງສີ ຕ່າງກໍຫັນມາ ເລັ່ງຂາຍພາຍໃນ ແຕ່ຍັງຕ້ອງຂາຍ ຕາມກົນໄກ ລາຄາຕລາດ ບໍ່ທັນໄດ້ນຳເຂົ້າ ໃນຄັງແຮ ໄປແຊກແຊງ.  ແຂວງສາຣະວັນ ກໍແມ່ນນຶ່ງ ໃນແຂວງ ທີ່ປະສົບ ບັນຫາ ກັບຜົລຜລິດເຂົ້າ ປີຜ່ານມາ ຜູ້ປະກອບການ ທີ່ຢູ່ໃນໂຄງການຄັງແຮເຂົ້າ ກໍໄດ້ນຳເອົາເຂົ້າສານ ອອກຈຳໜ່າຍ ເພື່ອແຊກແຊງລາຄາ ຕາມລະບຽບການ ທີ່ໄດ້ກຳນົດ ເອົາໄວ້. ໂດຍໃນຄັງແຮເຂົ້າ ຮວມກັນ ກໍປະມານ 500 ຕັນ ມາຂາຍ ໃນລາຄາ ທີ່ກຳນົດ ກໍຄື 5,500-6,500 ກີບ ຕໍ່ກິໂລກ​ຣາມ. ດັ່ງເຈົ້າໜ້າທີ່ ຮັບຜິດຊອບ ຄັງແຮເຂົ້າສານ ແຂວງໄດ້ກ່າວວ່າ.

“ລະດົມ ຜູ້ປະກອບການ ໂຕແທນ ຂອງບໍຣິສັດ ສິນຄ້າໂດຍເໜັນໜັກ ປະເພດເຂົ້າສານນີ້ ໄປບໍຣິການຊື້-ຂາຍ ສາມາດຕອບສນອງໄດ້ແລ້ວ. ໃນໄລຍະ ທີ່ພວກ ເຮົາມີ ການແກ້ໄຂຫັ້ນ ປະຊາຊົນ ກາສາມາດ ຄົງໂຕໄດ້ເນາະ ກ່ຽວກັບການແກ້ໄຂ ດ້ານສະບຽງອາຫານ.”

ວິສາຫະກິຈ ສະບຽງອາຫານ ນະຄອນຫຼວງວຽງຈັນ ເຊິ່ງເປັນນຶ່ງ ໃນຫົວໜ່ວຍ ທີ່ຖືກຟ້ອງໃຫ້ ລົ້ມລະລາຍ. ອາດີດ ພະນັກງານ ກໍໄດ້ກ່າວວ່າ ເຂົ້າກໍແມ່ນນຶ່ງ ໃນ 8 ປັດຈັຍ ທີ່ປະເທດລາວ ຕ້ອງກຸ້ມຕົນເອງ ໃຫ້ໄດ້. ທັງຂາຍພາຍໃນ ແລະ ສົ່ງອອກ. ພ້ອມນີ້ ຍັງຕ້ອງໄດ້ ຊ່ອຍເຫຼືອປະ ຊາຊົນ ໃນຍາມເກີດ ວິກິຈ ເຊັ່ນ ລາຄາເຂົ້າ ຂຶ້ນເກີນ 20% ແລະ ພັຍພິບັດ ເປັນຕົ້ນ.

“ໃນກໍຣະນີ ວ່າ ເຂົ້າມີການເໜັງຕີງ ສະເພາະເຂົ້າ ແມ່ນນຶ່ງ ໃນແປດປັດຈັຍ ທີ່ຣັຖບານ ຄວບຄຸມ ໃນກໍຣະນີ ການເພີ່ມຂຶ້ນ ປົກກະຕິ ເກີນ 20% ຣັຖບານ ຕ້ອງເຂົ້າໄປ ຊ່ອຍເຫຼືອ.

ຄືດັ່ງ ທີ່ພວກເຮົາ ໄດ້ນໍາເອົາ ຄຳເຫັນ ຂອງການດຳເນີນ ທີ່ແຕກຕ່າງກັນ ມາສເນີນັ້ນ. ຖ້າສຣຸບລວມ ການດຳເນີນ ຂອງໂຄງການຄັງແຮເຂົ້າສານ ແມ່ນດຳເນີນ ເພື່ອໃຫ້ເກີດຜົລກຳໄລ ແຕ່ໃນໄລຍະ ຜ່ານມາ 10 ປາຍປີ ກັບມີ ບັນດາວິສາຫະກິຈ ພໍໄດ້ ເງິນກູ້ຢືມໄປແລ້ວ ກັບບໍ່ປະຕິບັດ ຕາມສັນຍາເຊັ່ນ. ບໍ່ມີເຂົ້າ ໃນຄັງແຮ, ບໍ່ໄດ້ນໍາເຂົ້າ ແຊກແຊງລາຄາ, ນຳເອົາ ເງິນກູ້ຢຶມ ໄປລົງທຶນ ໃສ່ດ້ານອື່ນ.  ໂດຍເຈົ້າໜ້າທີ່ ຂອງກະຊວງອຸດສາຫະກັມ ແລະ ການຄ້າ ໄດ້ມີການກວດກາ ແລະ ປະເມີນ ແຕ່ລະຜູ້ເຂົ້າຮ່ວມ ໂຄງການ ປະກົດວ່າ ມີ 9 ບໍຣິສັດ ທີ່ມີ ຜົລປະກອບ ການຂາດທຶນ ບໍ່ສາມາດ ສຳລະ ທັງຕົ້ນທືນ ແລະ ດອກເບັ້ຽ ໄດ້.

ຕໍ່ກໍຣະນີ ດັ່ງກ່າວ ເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະ ການຄ້າ ໄດ້ແຈ້ງໃຫ້ຮູ້ວ່າ ມີບາງບໍຣິສັດ ທີ່ເຂົ້າຮ່ວມ ໂຄງການຄັງແຮເຂົ້າ ຣັຖບານ ໄດ້ອາຍັດຊັບສິນ ແລະ ດຳເນີນຄະດີ ຕາມກົດໝາຽ ໂດຍກຸ່ມບໍຣິສັດ ດັ່ງກ່າວ ບໍ່ສາມາດ ຈ່າຍເງິນຕົ້ນ ແລະ ດອກເບັ້ຽ ທີ່ກູ້ຢືມຄືນ ທະນາຄານໄດ້.

ກະຊວງອຸດສາຫະກັມ ແລະ ການຄ້າ ໄດ້ຢັ້ງຢືນວ່າ ມີທັງໝົດ 9 ບໍຣິສັດ ເຊັ່ນ ຣັຖວິສາຫະກິຈ ສະບຽງອາຫານ ນະຄອນຫຼວງວຽງຈັນ, ບໍຣິສັດ ລາວກະເສດ 2000 ຈຳກັດຜູ້ດຽວ, ບໍຣິສັດ ການຄ້າ ຂາອອກ-ຂາເຂົ້າ ເມືອງລະມາມ ແຂວງເຊກອງ, ສະມາຄົມ ໂຮງສີ ແລະ ເກັບຊື້ເຂົ້າ ແຂວງສາຣະວັນ, ກຸ່ມໂຮງສີເຂົ້າ ຮ່ວມພັທນາ, ຣັຖວິສາຫະກິຈ ການຄ້າ ພັທນາ ຂາອອກ-ຂາເຂົ້າ ແຂວງຊຽງຂວາງ, ຣັຖວິສາຫະກິຈ ທັນຍາຫານ ແຂວງອຸດົມໄຊ ແລະ ບໍຣິສັດ ພັທນາ ພືດຜົລ ການກະເສດ ຂາອອກ-ຂາເຂົ້າ ແຂວງຫຼວງພຣະບາງ. ທີ່ບໍ່ສາມາດ ປະຕິບັດ ກົນໄກ ການແຊກແຊງ ເຂົ້າຄັງແຮ ດ້ວຍການແຊກແຊງ ລາຄາຕາມຕລາດ ເຊັ່ນຕ້ອງມີເຂົ້າ 40% ຮັກສາໄວ້ ໃນສາງ ແລະ 60% ແມ່ນໃຫ້ຂາຍອອກ ເພື່ອເປັນທຶນໝູນວຽນ.

ຜ່ານມາທັງ 9 ບໍຣິສັດນີ້ ບໍ່ສາມາດສຳລະ ຕົ້ນທຶນ ແລະ ດອກເບັ້ຽງ ໃຫ້ຣັຖ ແລະ ປ້ອງກັນການ ເສື່ອມຄຸນນະພາບ ຂອງເຂົ້າ. ໃນກໍຣະນີ ຣາຄາເຂົ້າ ມີການເໜັງຕີງ ຜິດປົກກະຕິ ຢູ່ຕລາດ ຕ້ອງນໍາເຂົ້າ ອອກມາແຊກແຊງ 100% ຂອງເຂົ້າ ໃນໂຄງການ.

ອີງຕາມ ການຣາຍງານ ຂອງທາງການ ຕໍ່ການແຊກແຊງ ລາຄາເຂົ້າ ໃນລາວປີ 2010 ຢູ່ນະຄອນຫຼວງ ວຽງຈັນ ໄດ້ເຂົ້າແຊກແຊງ 1 ຄັ້ງ ຂາຍອອກ ໃນລາຄາ 5,500 ກີີບ ຕໍ່ກິໂລກ​ຣາມ ແລະ ນັບແຕ່ ປີ 2010 ຈົນຮອດ ປີ 2018 ບໍ່ໄດ້ມີ ການແຊກແຊງ ຍ້ອນເຂົ້າ ລາຄາປົກກະຕິ. ສ່ວນການແຊກແຊງ ລາຄາເຂົ້າ ຄັ້ງຫຼ້າສຸດ ໃນປີ 2019 ກໍມີຢູ່ ນະຄອນຫຼວງວຽງຈັນ, ຄຳມ່ວນ ແລະ ແຂວງເຊກອງ.

ສຳລັບ ໂຄງການຄັງແຮເຂົ້າສານ ໄດ້ອະນຸມັດທຶນ ໃຫ້ບັນດາ ບໍຣິສັດ ຮວມມູນຄ່າ ທັງໝົດ 113 ຕື້ກີບ. ປີ 2018 ຜ່ານມາ ເກັບກູ້ທຶນ ໄດ້ພຽງ 1.1 ຕື້ປາຍກີບ ແລະ ດອກເບັ້ຽ 1.6 ຕື້ປາຍກີບ. ຕົ້ນທຶນ ຍັງຄ້າງ 96.32 ຕື້ປາຍກີບ ແລະ ດອກເບັ້ຽ ຮວມທັງໝົດ 22.63 ຕື້ກກີບ.

ຜົລເສັຽຫາຍ ເທື່ອນີ້ ກະຊວງອຸດສາຫະກັມ ແລະ ການຄ້າ ກໍໄດ້ແກ້ໄຂ ບັນຫາໂດຍອອກ ແຈ້ງການ ໄປຍັງບໍຣິສັດ ດັ່ງກ່າວ ສ້າງແຜນສຳລະໜີ້ ຕາມສັນຍາ ທີ່ໄດ້ກຳນົດ ເອົາໄວ້ ແລະ ບາງບໍຣິສັດ ກໍໄດ້ດຳເນີນ ມາຕການ ດ້ານກົດໝາຽ ເຊັ່ນກຸ່ມໂຮງສີ ເຂົ້າຄຳມ່ວນ ພັທນາ ແມ່ນ ໄດ້ເຮັດ ບົດບັນທຶກ ແຍກອອກໄປ ລາຍບຸກຄົນ ຮັບຜິດຊອບ ສຳລະ ທັງຕົ້ນທຶນ ແລະ ດອກເບັ້ຽ. ສ່ວນ ບໍຣິສັດ ພັທນາ ພືດຜົລ ການກະເສດຂາອອກ-ຂາເຂົ້າ ແຂວງຫຼວງພຣະບາງ ແມ່ນໄດ້ ດຳເນີນຄະດີ ໄປແລ້ວ ສານໄດ້ອາຍັດຊັບສິນ ທີ່ຄໍ້າປະກັນ ກັບຜແນກອຸດສາຫະກັມ ແລະ ການຄ້າແຂວງ ພ້ອມທັງສານ ປະກາດ ໃຫ້ບໍຣິສັດ ດັ່ງກ່າວລົ້ມລະລາຍ. ສ່ວນບໍຣິສັດ ຣັຖວິສາຫະກິດ ທັນຍາຫານ ແຂວງອຸດົມໄຊ ຄນະກວດກາ ພັກ-ຣັຖແຂວງ ໄດ້ແກ້ໄຂ ບັນຫາໄປແລ້ວ ໂດຍມອບໃຫ້ ອຳນວຍການ ແລະ ຮອງອຳນວຍການ ເປັນຜູ້ຮັບຜິດຊອບ ໃຊ້ໜີ້ ແລະ ອີກ 3 ບໍຣິສັດ ຢູ່ນະຄອນຫຼວງ ວຽງຈັນ ແລະ ແຂວງສາຣະວັນ. ອົງການ ກວດກາ ຣັຖບານ ນໍາເຂົ້າສູ່ ຂະບວນການຍຸຕິທັມ ໂດຍສານ ໄດ້ຕັດສິນວ່າ ບໍຣິສັດ ດັ່ງກ່າວຕ້ອງ ເຂົ້າແຜນສຳລະໜີ້ ຕາມຂະບວນການ ຂອງກະຊວງວາງອອກ.

ໂຄງການ ຄັງແຮເຂົ້າ ມີຫຼາຍພາກສ່ວນ ກ່ຽວຂ້ອງ ໂດຍໄດ້ສ້າງຕັ້ງຂຶ້ນ ຕາມຂໍ້ຕົກລົງຂອງ ນາຍົກ ຣັຖມົນຕຣີ ໃນປີ 2009, ຣັຖບານ ໄດ້ມອບໃຫ້ ກະຊວງອຸດສາຫະກັມ ແລະ ການຄ້າ ເປັນຜູ້ຄຸມຄອງ ກອງທຶນ ແລະ ຄົ້ນຄ້ວາ ສ້າງລະບຽບ ຫຼັກການຄຸ້ມຄອງ. ກະຊວງການເງິນ ຮັບຜິດຊອບ ອອກໜັງສື ຄໍ້າປະກັນ ແລະ ທະນາຄານ ແຫ່ງສປປລາວ ຮັບຜິດຊອບ ປ່ອຍກູ້.

ຕໍ່ກັບ ກໍຣະນີ ທີ່ເກີດຂຶ້ນ ເຈົ້າໜ້າທີ່ ຂອງກະຊວງກະສິກັມ ແລະ ປ່າໄມ້ ທີ່ຂໍສງວນຊື່ ແລະ ສຽງ ໄດ້ຊີ້ແຈງວ່າ ເຖິງຈະມີ ບໍຣິສັດ ດຳເນີນການ ຕໍ່ບໍ່ໄດ້. ແຕ່ໂດຍຮວມ ບໍ່ສົ່ງ ຜົລກະທົບ ຕໍ່ຄັງແຮເຂົ້າ ຫຼາຍປານໃດ. ເພາະປັຈຈຸບັນ ມີຕ່າງປະເທດ ເຂົ້າມາລົງທຶນ ໃນຂ​ແນງ ກະສິກັມ ເປັນຈຳນວນຫຼາຍ ໃນນີ້ ກວມເອົາ ທັງການລົງທຶນ ຜລິດເຂົ້ານຳ.

ການຜລິດເຂົ້າ ແມ່ນໄດ້ແບ່ງອອກ ເປັນ 3 ສວ່ນ, ໃນນີ້ ຜລິດສນອງ ບໍຣິໂພກພາຍໃນ, ປຸງແຕ່ງ ແລະ ສົ່ງອອກ. ໂດຍປະເມີນ ຈາກຜົລຮວມ ທັງໝົດແລ້ວ ແບ່ງເຂົ້າໄປ ຄັງແຮເຂົ້າ ໃຫ້ໄດ້ ປີລະ 4 ແສນຕັນ. ໂດຍຈະແບ່ງ ຄັງເຂົ້າອອກ ເປັນນະຄອນຫຼວງ ວຽງຈັນ, ພາກກາງ, ພາກໃຕ້ ແລະ ພາກເໜືອ.

ຕາມຄວາມເປັນຈິງ ຂແນງການ ກະສິກັມ ແລະ ປ່າໄມ້ ແມ່ນເປັນຜູ້ວາງ ຍຸທສາດ ໃນການຜລິດເຊັ່ນ ການໄລ່ລຽງວ່າ ຄວາມອາດສາມາດ ໃນການຜລິດບໍຣິໂພກ ພາຍໃນ, ສົ່ງອອກ ແລະ ເກັບເຂົ້າຄັງແຮໄວ້ ບໍ່ມີໜ້າທີ່ ຈະເຂົ້າໄປ ກ່ຽວຂ້ອງ ກັບການລາຄາ ການຊື້-ຂາຍ ໜ້າທີ່ ກໍຄືວ່າ ຈະຜລິດເຂົ້າ ໃຫ້ພຽງພໍ ຕາມແຜນການ ທີ່ວາງເອົາໄວ້ ແລະ ແກ້ໄຂບັນຫາ ຖ້າການຜລິດ ບໍ່ໄດ້ຕາມຄາດໝາຽ.

ສະເພາະ ປີ 2021 ນີ້ ຄາດວ່າ ທົ່ວປະເທດ ຜົລຜລິດ ເຂົ້າປະມານ 3.5 ລ້ານປາຍຕັນ.  ໃນນີ້ ຄວາມຕ້ອງການ ພາຍໃນ 2.5 ລ້ານປາຍຕັນ ແລະ ຄັງແຮເຂົ້າ 4 ແສນຕັນ ແລະ ຈະສົ່ງອອກ ບໍ່ໃຫ້ຫຼຸດ 1 ລ້ານຕັນ.

ເຈົ້າໜ້າທີ່ ຂແນງກະສິກັມ ຍັງໃຫ້ຂໍ້​ມູນຕື່ມວ່າ ການຜລິດ ສະບຽງອາຫານ ກໍເພື່ອຮັບປະກັນ ດ້ານສະບຽງອາຫານ ແລະ ໂພສະນາການ ໃນແຕ່ລະປະເພດ ໃຫ້ພຽງພໍ. ໂດຍການຜລິດເຂົ້າ ທີ່ຣັຖບານ ໄດ້ສຸມໃສ່ ກໍມີແຂວງຫຼວງນໍ້າທາ, ບໍ່ແກ້ວ, ໄຊຍະບູ​ຣີ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍຣິຄຳໄຊ, ຄຳມ່ວນ, ສວັນນະເຂດ, ສາຣະວັນ ແລະ ຈຳປາສັກ. ໃນແຕ່ລະປີ ຢ່າງໜ້ອຍ ໃຫ້ໄດ້ 2.5 ລ້ານຕັນ ແລະ ມອບເຂົ້າ ຄັງແຮ 4 ແສນຕັນ. ນອກຈາກນີ້, ຍັງຕ້ອງຜລິດເຂົ້າ ເປັນສີນຄ້າພາຍໃນ ແລະ ສົ່ງອອກ ໃຫ້ໄດ້ 1-1.5 ລ້ານຕັນ ເຂົ້າເປືອກ, ໃນນັ້ນ ສຳລັບ ປຸງແຕ່ງພາຍໃນ ໃຫ້ໄດ້ 5-6 ແສນຕັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.