ຊາວເມືອງເຊໂປນຂໍໃຫ້ ທາງການ ຊ່ອຍເຫຼືອ

ສຸພັດຕາ
2020.10.13
F-Flood-seponh ເມືອງເຊໂປນ ເລີ້ມແຕ່ວັນທີ 8 ຕຸລາ 2020 ຝົນຕົກໜັກ ຖ້ວມໄຮ່ນາ ເຮືອນຊານ ຂອງຊາວບ້ານ 2 ມື້ ຜ່ານມານໍ້າຫຼຸດລົງແລ້ວ ຄວາມເສັຽຫາຍ ຂອງຊາວບ້ານ ກໍໜັກໜາສົມຄວນ
ນັກຂ່າວພົລເມືອງ

ປັດຈຸບັນ ນໍ້າທີ່ຖ້ວມຢູ່ເມືອງເຊໂປນ ແຂວງສວັນນະເຂດ ໃນຕອນກາງຄືນ ຂອງ ມື້ວັນທີ່ 8 ຕຸລາ ຜ່ານມານີ້ ໄດ້ຫຼຸດລົງແລ້ວ ຊຶ່ງເຫດການ ນໍ້າຖ້ວມນັ້ນ ໄດ້ເຮັດໃຫ້ປະຊາຊົນ ທີ່ຢູ່ແຄມນໍ້າເຊບັງຫຽງ ຫຼາຍບ້ານ ໄດ້ຮັບຜົລກະທົບ ເປັນຕົ້ນ ບ້ານເຟືອງ, ບ້ານດອນສວັນ, ບ້ານຫ້ວຍ ສານ ປະຊາຊົນໄດ້ພາກັນໄປອາສັຍ ຢູ່ໂຮງຮຽນ ພາຍຫຼັງທີ່ນໍ້າຫຼຸດລົງ ປະຊາຊົນ ກໍພາກັນກັບມາອານາມັຍ ບ້ານເຮືອນ ຂອງຕົນແລ້ວ.

ໃນເບື້ອງຕົ້ນພົບວ່າ ບ້ານແດນສວັນ ມີຊາວບ້ານປະມານ 100 ປາຍຄອບຄົວ ໄດ້ຮັບຜົລກະທົບ ໄຮ່ນາ, ຮົ້ວສວນເສັຍຫາຍຈໍານວນຫຼາຍ ແລະມີສັດລ້ຽງເປັນຕົ້ນ ໝູ ເປັດ, ໄກ່ ຂອງຊາວບ້ານຈໍານວນນຶ່ງຖືກນໍ້າ ພັດໄປ, ຈຶ່ງຢາກໃຫ້ທາງກງານຊົດເຊີຍເປັນເງິນ ຫຼື ເປັນສັດລ້ຽງ ໃຫ້ຊາວບ້ານ ພ້ອມທັງຢາກໃຫ້ເຈົ້າໜ້າທີ່ ຊ່ອຍແຈກຢາກເຂົ້າປາອາຫານແຫ້ງ ແລະ ນໍ້າດື່ມນໍາດ້ວຍ, ດັ່ງຊາວບ້ານ ທີ່ຢູ່ແຄມນໍ້າເຊບັງຫຽງ ເມືອງເຊໂປນ ແຂວງສວັນນະເຂດ ຜູ້ນຶ່ງ ທີ່ບໍ່ປະສົງບອກຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ຕຸລາ ນີ້ວ່າ:

“ປີນີ້ຫາກຖ້ວມໜັກກວ່າໜ້ອຍນຶ່ງ ເບື້ອງຕົ້ນ ກໍຢາກໃຫ້ເງິນຊົດເຊີຍ ໃຫ້ຕໍ່ຜູ້ເສັຍຫາຍນີ້ແຫຼ້ວເປັນສັດບໍ ອາຫານແຫ້ງ ເປັນມີ່ ເປັນປ໋ອງປາ ເປັນຫຍັງຫັ້ນລ່ະ ເຂົ້າປາອາຫານແຫ້ງຫັ່ນລະ ແລ້ວນໍ້າກິນ ເຂົ້າລະ ເທື່ອເຂົາກໍເອົານໍາບໍ່ທັນ.”

ຊາວບ້ານຜູ້ນີ້ກ່າວຕື່ມວ່າ ໃນມື້ວັນທີ 9 ຕຸລາ ຜ່ານມານີ້ ທາງການກໍໄດ້ນໍາເອົານໍ້າດື່ມ, ອາຫານແຫ້ງມາແຈກຈ່າຍໃຫ້ປະຊາຊົນຢູ່ ແຕ່ຊາວ ບ້ານກໍຍັງຢາກໃຫ້ທາງການ ຊ່ອຍເຫຼືອຕື່ມອີກ ເພາະຊາວບ້ານທີ່ໄດ້ ຮັບຜົລກະທົບຍັງຂາດເຂີນຢູ່.

ໃນຂນະດຽວກັນ ຊາວບ້ານທີ່ໄດ້ຮັບຜົລກະທົບ ຈາກນໍ້າຖ້ວມອີກຄົນນຶ່ງ ເວົ້າວ່າ ຕົນເອງກໍເຮັດນາ ແລະ ກໍາລັງຈະເກັບກ່ຽວເຂົ້າ ແຕ່ກໍຮູ້ສຶກ ເສັຍໃຈຫຼາຍທີ່ນໍ້າມາຖ້ວມເຂົ້ານາ ເຮັດໃຫ້ບໍ່ສາມາດເກັບກ່ຽວໄດ້ ແລະຊາວບ້ານຄົນອື່ນໆ ກໍໄດ້ຮັບຜົລເສັຍຫາຍບໍ່ຕ່າງກັນ:

“ເສັຍໃຈແຫຼ້ວ ໃກ້ຈະໄດ້ກິນເຂົ້າກິນນໍ້າ ພັດນໍ້າມາຖ້ວມໝົດ ກະບໍ່ໄດ້ກິນ ເຣື່ອງຂາດເຂີນນີ້ ກະເຂົ້າກິນກະນໍ້ານີ້ແລ້ວ ທົ່ງໄຮ່ ທົ່ງນາ ກໍເສັຍຫາຍ ໝົດແຫຼ້ວ ນໍ້າຖ້ວມໝົດ ຈົນຮອດມື້ນີ້ ວັນທີ 13 ນໍ້າມັນກໍຫາລົງ ມື້ນີ້ ເຂົ້າມັນກະເປື່ອຍໝົດແຫຼ້ວ.”

ຊາວບ້ານຜູ້ນີ້ ເວົ້າອີກວ່າ ນອກຈາກພື້ນທີ່ໄຮ່ນາ ທີ່ໄດ້ຮັບຜົລກະທົບ ຈາກນໍ້າຖ້ວມແລ້ວນັ້ນ ກໍຍັງມີສວນກ້ວຍ ຂອງຊາວບ້ານຈໍານວນນຶ່ງ ເສັຍຫາຍເພາະຊາວບ້ານເຂດໃນນີ້ ຈະປູກກ້ວຍສົ່ງໄປຂາຍຢູ່ ຊາຍແດນລາວ-ວຽດນາມ ແຕ່ນໍ້າພັດມາຖ້ວມ ກໍເລີຍບໍ່ໄດ້ຂາຍ:

“ກໍມີສວນກ້ວຍແຫຼ້ວ ເສັຍຫາຍ ມີອັດຂີ້ຕົມໝົດແຫຼ້ວ ແຕ່ລະມີື ແຕ່ລະມື້ນີ້ ເຂົາເຈົ້າມາຊື້ກ້ວຍຊາຍແດນ 4-5 ຄົນຣົດສິບລໍ້ ພັດນີ້ບໍ່ໄດ້ຫຍັງ ບໍ່ໄດ້ ຂາຍຫຍັງນ່າ.”

ໃນຂນະທີ່ ເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ ແຂວງສວັນນະເຂດ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກ່າວວ່າປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ກໍາລັງເກັບກໍາຂໍ້ມູນ ຄວາມເສັຍຫາຍຂອງຊາວບ້ານຢູ່ ເຊິ່ງຍັງບໍ່ ສາມາດຣະບຸໄດ້ ວ່າເສັຍຫາຍເທົ່າໃດ ດັ່ງທ່ານກ່າວວ່າ:

“ທາງຜແນກເພິ່ນກໍລົງໄປ ແຕ່ຂໍ້ມູນຊັດເຈນ ຍັງບໍ່ທັນໄດ້ເທື່ອ ກະມີການຊ່ວຍເຫຼືອຢູ່ ມັນມີຢູ່ ແຕ່ຣາຍຣະອຽດ ບົດຣາຍງານ ຍັງບໍ່ທັນເຫັນ ເທື່ອຍັງບໍ່ທັນຊັດເຈນເທື່ອ.”

ດ້ານເຈົ້າໜ້າທີ່ ເມືອງເຊໂປນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວວ່າ ສໍາລັບການຊ່ອຍເຫຼືອໃນເບື້ອງຕົ້ນ ແມ່ນຊ່ອຍເຫຼືອປັດຈຸບັນ ທັນດ່ວນກ່ອນ ຊ່ອຍເຫຼືອເຣື່ອງອາຫານການກິນ ແລະນໍ້າດື່ມ ແຕ່ການຊ່ອຍເຫຼືອ ຣະອຽດນັ້ນ ແມ່ນຫຼັງຈາກຮິບໂຮມຂໍ້ມູນ ມາໝົດກ່ອນ ຈາກນັ້ນ ຄະນະກັມມະການ ຕ້ານພັຍພິບັດນໍ້າຖ້ວມ ຈະປະຊຸມກັນຕື່ມ

“ບ້ານແຄມເຊນິ່ ກະວ່າຢາກໜັກທຸກບ້ານຫັ້ນແຫຼະ ຈໍານວນທັງໝົດ 88 ບ້ານ ກະກວມຢູ່ຮອດ 60-70 ເປີເຊັນພຸ້ນລະ ການເສັຍສ່ວນໃຫຍ່ ກະມີແຕ່ ເນື້ອທີ່ທໍາການຜລິດຫັ້ນລະ ພວກເຮົາຍັງບໍ່ທັນ ໄດ້ມີການວາງແຜນກັນເທື່ອ ມີແຕ່ວ່າ ຊ່ອຍໃນຊ່ວງ ປັດຈຸບັນ ທັນດ່ວນນັ້ນກ່ອນ ເອົາເຄື່ອງຊ່ວຍເຫຼືອຕ່າງໆ ລົງໄປຊ່ວຍເຫຼືອເຂົາເຈົ້າ ຫຼັງຈາກມີຂໍ້ມູນຣະອຽດ ເຮົາຈຶ່ງຈະມີການວາງແຜນ ຈັດສັນກັນຄືນ ວ່າຈະເຮັດຈັ່ງໃດ.”

ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມວ່າ ເຖິງແມ່ນວ່າ ປັດຈຸບັນ ນໍ້າຈະເຣີ່ມຫຼຸດລົງແລ້ວ ແຕ່ທາງເມືອງ ກໍຍັງແຈ້ງໃຫ້ອໍານາດການປົກຄອງບ້ານ ແລະ ຊາວບ້ານຕຽມຮັບມື ກັບນໍ້າຖ້ວມ ໂດຍການເກັບມ້ຽນເຄື່ອງຂອງ ໄວ້ບ່ອນສູງ ສັດລ້ຽງທີ່ຍັງມີຢູ່ ກໍໃຫ້ຍ້າຍໄປຢູ່ ໃນພື້ນທີ່ ທີ່ສູງເຊັ່ນກັນ.

ສ່ວນຢູ່ເມືອງວິລະບູລີ ກໍຖືກນໍ້າຖ້ວມຄືກັນ ແລະມີບ້ານ ທີ່ໄດ້ຮັບຜົລກະທົບໜັກ ຫຼາຍບ້ານ ເປັນຕົ້ນບ້ານ ປ່າປາກເນົາ, ບ້ານນາສະເລາະ, ບ້ານຄາດ, ບ້ານນາເຕີຍ ແລະບ້ານວັງໝູ ເຊິ່ງປັດຈຸບັນ ນໍ້າກໍຫຼຸດໝົດ ແລ້ວຍົກເວັ້ນແຕ່ບ້ານວັງໝູ ຊຶ່ງນໍ້າຢູ່ໃນຫ້ວຍຍັງບໍ່ຫຼຸດ ຊາວບ້ານຕ້ອງ ເດີນທາງໄປມາດ້ວຍການຂີ່ເຮືອ, ດັ່ງເຈົ້າໜ້າທີ່ ເມືອງວິລະບູລີ ທ່ານນຶ່ງທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າ:

“ຜົລກະທົບ ມັນກະຫຼາຍບ້ານຢູ່ ກ່ຽວກັບເຂົ້າໄຮ່ເຂົ້ານານີ່ ກະຫຼາຍຫັ້ນແຫຼະ ປັດຈຸບັນນີ້ ຍັງຈຸດນຶ່ງ ຍັງໄປບໍ່ທັນໄດ້ ວັງໝູ ທະຫານ ຕໍາຣວດ ທາງເມືອງ ທາງຫຍັງ ເພິ່ນກະລົງໄປຊ່ວຍ ໄປເບິ່ງເອົາຂໍ້ມູນ ເພິ່ນກໍາລັງກະກຽມ ຢຽວຢາ ຟື້ນຟູພັຍພິບັດນີ້ແຫຼະຢູ່.”

ທ່ານກ່າວຕື່ມອີກວ່າ ສ່ວນການຮັບມື ຂອງຊາວບ້ານ ຕາມເຂດຊົນນະບົດນັ້ນ ຫາກຝົນຕົກໜັກເກີດນໍ້າຖ້ວມ ກໍບໍ່ສາມາດຮັບມືໄດ້ກໍຕ້ອງ ປ່ອຍໃຫ້ຖ້ວມ ເບື້ອງຕົ້ນຊາວບ້ານ ກໍມີແຕ່ເກັບມ້ຽນເຄື່ອງຂອງໄປໄວ້ ບ່ອນທີ່ສູງເທົ່ານັ້ນ.

ສໍາລັບຢູ່ແຂວງສາຣະວັນ ປີນີ້ຍັງບໍ່ມີເຫດການນໍ້າຖ້ວມເທື່ອ ແຕ່ທາງການ ກໍໄດ້ແຈ້ງໃຫ້ຊາວບ້ານໝົດທຸກຄົນ ຕຽມຮັບມືກັບພະຍຸ ຫຼືຝົນ ຕົກໜັກ ທີ່ອາຈເກີດນໍ້າຖ້ວມ ກະທັນຫັນ, ນໍ້າໄຫຼຊຸ ໂດຍໃຫ້ຊາວບ້ານ ເກັບມ້ຽນເຄື່ອງຂອງໄວ້ບ່ອນສູງ, ດັ່ງເຈົ້າໜ້າ ທີ່ກ່ຽວຂ້ອງ ໃນ ແຂວງສາຣະວັນ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ທ່ານນຶ່ງກ່າວວ່າ:

“ປີ້ນີ້ ບໍ່ໄດ້ຖ້ວມ ຖ້ວມແຕ່ປີກາຍນີ້ ເມືອງເຮົາໄດ້ແຕ່ງຕັ້ງ ຄະນະສະເພາະກິຈ ເຝົ້າຣະວັງ ເຮົາກະມອບໃຫ້ບ້ານຫັ້ນ ເປັນຜູ້ແຈ້ງຕໍ່ປະຊາຊົນ ໃນການມ້ຽນເຄື່ອງມ້ຽນຂອງສ່ວນຫຼາຍ ເຂົາກະຣະວັງຫັ້ນແຫຼະ ເອົາຂຶ້ນທີ່ສູງໝົດກະຕິດຕາມນໍ້າ ປົກກະຕິເພາະວ່າປີນີ້ໃຜກະມີສະຕິໝົດ.”

ອີງຕາມ ກົມອຸຕຸນິຍົມວິທຍາ ວັນທີ 11 - 13 ຕຸລາ ນີ້ຈະມີພະຍຸລິນຟ່າ ພັດເຂົ້າລາວ ຈະມີຝົນຕົກໜັກຢູ່ເຂດພາກໃຕ້ຂອງລາວເປັນຕົ້ນ ແຂວງ ຄໍາມ່ວນ, ສວັນນະເຂດ, ສາຣະວັນ, ຈໍາປາສັກ ແລະ ອັດຕະປື ໃຫ້ຊາວບ້ານຕຽມຮັບມື ແລະຣະມັດຣະວັງ ໃນການເດີນທາງ ອາຈມີລົມພັດແຮງ ເຮັດມີຕົ້ນໄມ້ຫັກ ເສົາໄຟຟ້າກລົ້ມ, ເຮືອນເປ່ເພ, ນໍ້າຖ້ວມ ດິນເຈື່ອນ.

ອີງຕາມການຣາຍງານ ຂອງສື່ທ້ອງຖິ່ນໃນລາວ ນໍ້າຖ້ວມຢູ່ເມືອງເຊໂປນປີນີ້ ມີຫຼາຍກວ່າ 30 ບ້ານ ໄດ້ຮັບຜົລກະທົບໜັກ ບ້ານເຮືອນຂອງ ປະຊາຊົນ ຖືກນໍ້າຖ້ວມ ປະມານ 800 ປາຍຫຼັງຄາເຮືອນ ເນື້ອທີ່ ທໍາການຜລິດ ເສັຍຫາຍຫຼາຍກວ່າ 2 ພັນເຮັກຕ່າຣ.

ແລະໃນວັນທີ 13 ຕຸລານີ້ ສື່ທ້ອງຖິ່ນຣາຍງານວ່າແຈ້ງເຕືອນ ສະບັບທີ 3 ຈາກກົມອຸຕຸນິຍົມ ແລະອຸທົກກະສາດ ກ່ຽວກັບພັຍພະຍຸໜຸນ ເຂດຮ້ອນ ນັງກາ ຈະເຮັດໃຫ້ຝົນຕົກໜັກ ຫາ ໜັກຫຼາຍ ພ້ອມທັງມີລົມພັດແຮງ ຢູ່ບັນດາແຂວງພາກເໜືອ ແລະ ພາກກາງຂອງລາວ ໃນໄລຍະວັນທີ 14 ຫາ 16 ຕຸລາ 2020 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.