ຊາວນາໃນຫລາຍແຂວງ ຈົ່ມວ່າ ປີກາຍຜ່ານມາ ຖືວ່າ ເຮັດນາປີໄດ້ກຳໄລຫລຸດລົງ ຍ້ອນ ລາຄາເຂົ້າສານຕໍ່າ ແຕ່ຕົ້ນທຶນ ທັງຄ່າແຮງງານ ຄ່າບຸກເບີກເນື້ື້ອທີ່ທຳການຜລິຕ ແລະ ຄ່າປຸຍ ແພງຂຶ້ນກວ່າທຸກປີ ເປັນຕົ້ນ ຊາວບ້ານຢູ່ບ້ານດົງບູນ ເມືອງຊົນນະບູຣີ ແຂວງ ສວັນນະເຂດ ຈຳນວນ 171 ຄອບຄົວ ມີອາຊີບຫລັກ ປູກເຂົ້ານາປີ ແລະ ເຂົ້ານາແຊງ ເຊິ່ງປີກາຍທີ່ຜ່ານມາ ພວກເຂົາເຈົ້າໄດ້ປູກເຂົ້ານາປີແບບຫວ່ານ ທັງໝົດ 153 ເຮັກຕາຣ໌ ແຕ່ຕ້ອງຫລຸບທຶນ ຫລາຍກວ່າໄດ້ກຳໄລ ຍ້ອນວ່າ ປະສົບບັນຫາ ຝົນຕົກໜ້ອຍ ນໍ້າບໍ່ພຽງພໍ ເຮັດໃຫ້ໄດ້ຜົລຜລິດມີນໍ້າໜັກບໍ່ສົມບູນ ແລະເມັດເຂົ້າລີບ ເປັນຕົ້ນ ເຄີຍເຮັດເຂົ້ານາປີ 50 ເປົາຕໍ່ປີ ແຕ່ມາປີກາຍນີ້ໄດ້ເຂົ້ານາປີ 10 ເປົາຕໍ່ປີ (ເຂົ້ານຶ່ງເປົາມີ 33-35 ກິໂລກຼາມ) ຫລື ບາງຄອບຄົວ ບໍ່ໄດ້ເຂົ້ານາປີເລີຍ, ຂະນະ ທີ່ນໍ້ມັນ ໃນການໄຖ ແລະຄາດ ເພື່ອບຸກເບີກ ເນື້ອທີ່ທຳການຜລິດ ຕ້ອງໄດ້ເສັຽຄ່າໃຊ້ຈ່າຍ ເຮັກຕາຣ໌ລະ 4-6 ແສນກີບແລ້ວ.
ຕາມຄຳເວົ້າຂອງຊາວນາຢູ່ບ້ານດົງບູນ ເມືອງຊົນນະບູຣີ ແຂວງ ສວັນນະເຂດ ກ່າວຕໍ່ ວິທະຍຸ ເອເຊັຽເສຣີ ໃນ ວັນທີ 28 ມົກກະຣານີ້ວ່າ:
“ຄັນທຽບໃສ່ກິນ ກໍບໍ່ພໍກິນຊໍ້າ ມັນເຂົ້າສັ້ນໆ ເຕັ໊ຍໆ ກອດດອດ ກອດແດດ ມີຫຍ້າ ບໍ່ ແຕກກໍ ແຕກຫຍັງເລີຍ ມັນແຫ້ງ ມັນແລ້ງ ມັນໜັກແຕ່ກ່ອນພຸ້ນ. ຕັ້ງແຕ່ເຮົາຫວ່ານລົງທຳອິດ ແລ້ວມັນແລ້ງ ຕໍ່ມາດີແດ່ ແຕ່ທ້າຍນີ້ ມັນກໍເລີຍບໍ່ງາມເຂົ້ານ່າ. ຄ່ານໍ້າມັນ ໄຖ-ຄາດ ນີ້ແຫລະ ເສີຍເວລາ ໄປເຝົ້ານຳ ໄປຮັກສາ ຫັ້ນນາ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ຊາວບ້ານຢູ່ບ້ານດົງບູນ ກໍຫວັງໄດ້ກຳໄລ ຈາກການປູກເຂົ້ານາແຊງໃນປີນີ້ ເນື່ອງຈາກມີນໍ້າຈາກຊົນລະປະທານ ເພື່ອທົດແທນເຂົ້ານາປີ ທີ່ພວກເຂົາເຈົ້າຫລຸບທຶນໄປ ພ້ອມຕັ້ງໃຈວ່າ ຈະພາກັນປູກເຂົ້າ 2 ຣະດູແບບນີ້ຕໍ່ໄປ ເພື່ອຢ່າງ
ໜ້ອຍ ໃຫ້ມີເຂົ້າໄວ້ເພື່ອບໍຣິໂພກ ພາຍໃນຄົວເຮືອນ ແລະ ຂາຍໃຫ້ຜູ້ທຸກຜູ້ຍາກ ໃນລາຄາທີ່ຖືກກວ່າທ້ອງຕລາດ.
ຂະນະ ທີ່ຊາວບ້ານຢູ່ບ້ານນາກະເຈີນ ເມືອງຕຸ້ມລານ ແຂວງ ສາຣະວັນ ກໍພາກັນປູກເຂົ້າດອກຄຳ ເຂົ້າມະລິ ໃນໄລຍະ ນາປີ ແລະ ກໍພົບວ່າ ປູກເຂົ້ານາປີ ປີກາຍນັ້ນ ບໍ່ໄດ້ກຳໄລຫລວງຫລາຍ ແຕ່ເປັນກຳໄລ ທີ່ພໍແກ້ໄຂ ຊີວິດປະຈຳວັນໄປ ເນື່ອງຈາກ ລາຄາເຂົ້າສານທີ່ຂາຍອອກໄປນັ້ນໄດ້ແຕ່ເປົາລະ 2 ແສນ 50ພັນ ຂະນະທີ່ແຕ່ກ່ອນ ໄດ້ເປົາລະ 3-4 ແສນກີບ ແຕ່ກໍຈຳເປັນຕ້ອງໄດ້ຂາຍອອກ.
ດັ່ງຊາວບ້ານ ຢູ່ບ້ານນາກະເຈີນ ເມືອງຕຸ້ມລານ ແຂວງສາຣະວັນ ກວ່າໃນມື້ດຽວກັນນີ້ວ່າ:
"ກໍຫລຸດຢູ່ ເພາະວ່າ ແຕ່ກ່ອນນີ້ ເຮົາຂາຍແພງເດ້ ເຮົາກໍໄດ້ກຳໄລ ແຕ່ດຽວນີ້ຫັ້ນ ເຮົາບໍ່ໄດ້ກຳໄລຫລາຍ ແຕ່ວ່າ ເຮົາອາສັຍວ່າ ຂາຍທຸກໆປີ ພໍໄດ້ຂາຍ ແກ້ໄຂຫັ້ນແຫລະ ."
ທ່ານກ່າວຕື່ມວ່າ ຊາວບ້ານ ຢູ່ບ້ານນາກະເຈີນ ເມືອງຕຸ້ມລານ ແຂວງສາຣະວັນ ຈະປູກນາປີແບບໃຊ້ປຸຍຄອກ ທີ່ໂຕເອງຜລິດ ຕາມພູມປັນຍາ ເພື່ອຫລຸດຕົ້ນທຶນການຊື້ປຸຍເຄມີ ທີ່ມີລາຄາແພງ. ອີກ ທັງເຣຶ່ອງແຮງງານຄົນ ທີ່ຈະມາດຳນາ ແມ່ນໄດ້ເປັນແຮງງານ ແບບແລກປ່ຽນກັນພາຍໃນບ້ານ ເພື່ອຫລຸດຕົ້ນທຶນການຈ້າງຄົນດຳນາ ເພື່ອເຮັດນາປີ. ນອກຈາກນີ້ ແນວພັນເຂົ້າ ທີ່ຊາວບ້ານພາກັນປູກ ກໍເປັນແນວພັນຂອງຕົວເອງ ເຊິ່ງຊາວນາ ຢູ່ບ້ານນາກະເຈີນ ໄດ້ປັບໂຕ ເພື່ອຫລຸດຄ່າໃຊ້ຈ່າຍຕ່າງໆແລ້ວ ແຕ່ກໍບໍ່ສາມາດເຮັດນາປີ ແລ້ວ ໄດ້ກຳໄລ ແບບງົດງາມໄດ້ເທຶ່ອ ຍ້ອນລາຄາເຂົ້າສານ ທີ່ຂາຍໄປນັ້ນແມ່ນໄດ້ລາຄາຕໍ່າ.
ຂະນະທີ່ຊາວບ້ານຢູ່ບ້ານຫ້ວຍໄຮ່ ເມືອງໂຂງ ແຂວງຈຳປາສັກ ກໍບໍ່ສາມາດສ້າງກຳໄລ ຈາກການປູກເຂົ້ານາປີ ຂອງປີກາຍທີ່ຜ່ານມາໄດ້ເລີຍ ເນື່ອງຈາກລາຄາເຂົ້າເປືອກຂາຍສົ່ງໃຫ້ໂຮງສີເຂົ້າ ຍັງລາຄາສໍ່າເກົ່າ ຄື ໂລລະ 2000 ກີບ. ອີກທັງເຂົ້ານາປີ ທີ່ໄດ້ຜົລຜລິດໃນປີກາຍ ຖືວ່າຫລຸດລົງຫລາຍ ເນື່ອງຈາກວ່າ ໄດ້ຮັບຜົລກະທົບຈາກພັຍທັມມະຊາດ ຝົນຕົກຕອນກ່ຽວເຂົ້າ ເຮັດໃຫ້ເຂົ້າເນົ່າ ຈຶ່ງມີເຂົ້າເປືອກຂາຍອອກໃຫ້ໂຮງສີ ໝົດບ້ານ ມີແຕ່ 3-4ຕັ່ນເທົ່ານັ້ນ ສ່ວນໃຫຍ່ ຊາວບ້ານຈະຈົ່ງເຂົ້າໄວ້ກີນໃນຄອບຄົວຫລາຍກວ່າ.
ດັ່ງ ຊາວບ້ານ ຢູ່ບ້ານຫ້ວຍໄຮ່ ເມືອງໂຂງ ແຂວງຈຳປາສັກ ກ່າວໃນມື້ດຽວກັນນນີ້ວ່່າ:
“ເຂົາກໍຖືວ່າ ມັນເປັນປະເພນີແຫລະ ການເຮັດນາ ແລ້ວເຂົາກໍເຮັດໄປ ກໍບໍ່ຈັກຊິໄປຫາເງີນຫາທອງ ກໍເຮັດໄປເພື່ອກີນເນາະ ໄດ້ແດ່ ກໍຂາຍເຫລັກໆນ້ອຍໆໄປ. ເຂົ້າເປືອກກໍໂລລະ 2000 ກໍຈັ່ງວ່າ ຫລາຍປີແລ້ວເດ້ ກໍມີແຕ່ສໍ່ານັ້ນ ປົກກະຕິກໍ 2000 ນັ້ນແຫລະ ປີກາຍກໍ2000. ຝົນມາ ເລັ່ງເອົາ ຕອນເຮົາກ່ຽວ ອັນນຶ່ງມາ ກໍເຮັດໃຫ້ເຂົ້າລີບ ອັນສອງມາ ກໍເຮັດໃຫ້ເຂົ້າເນົ່າ.”
ທ່ານ ກ່າວຕື່ມວ່າ ຊາວບ້ານຢູ່ບ້ານຫ້ວຍໄຮ່ ກໍພາກັນປູກເຂົ້ານາແຊງຫລຸດລົງ ເນື່ອງຈາກວ່າ ຕ້ອງໄດ້ຄືນແນວພັນ ໃຫ້ພໍ່ຄ້າຂາຍແນວພັນ 2 ເທົ່າ ເປັນຕົ້ນ ເອົາແນງພັນເຂົ້າມາປູກ 50 ກິໂລ ຕ້ອງຄືນ 100 ກິໂລ ພາຍຫລັງເກັບກ່ຽວເຂົ້າເເລ້ວ ອີກທັງລາຄາປຸຍເຄມີ ກໍແພງຂຶ້ນເທົ່າໂຕ ຈາກເດີມເປົາລະ 2 ແສນກີບ, ມາປີນີ້ ເປົາລະ 4-5ແສນກີບ ຈຶ່ງໄດ້ພາກັນຫັນໄປເອົາໃຈໃສ່ ໃນການປູກມັນ ແລະ ໝາກມ່ວງຫີມມະພານ ຫລາຍກວ່າແລ້ວ.
ຊາວນາລາວ ທີ່ປູກເຂົ້ານາປີຢູ່ໃນເຂດເມືອງອາດສະພອນ ແຂວງສວັນນະເຂດ ກໍປະສົບບັນຫາ ຕົ້ນທຶນຕໍ່ປຸຍເຄມີ ເພື່ອເຮັດໃຫ້ເຂົ້ານາປີອອກຜົລຜລິດງາມ ເຕັມເມັດເຕັມໜ່ວຍ ມີລາຄາສູງເຊັ່ນກັນ ຊຶ່ງປຸຍເຄມີ 1ເປົາ ກໍສເລັຽຢູ່ທີ່ ເປົາລະ 3-4 ແສນກີບແລ້ວ. ຂະນະ ທີ່ການ ໃຊ້ປຸຍເຄມີ ໃນນານັ້ນ ຖ້າເປັນນາຜືນກ້ວາງໃຫຍ່ ກໍຕ້ອງໃຊ້ປຸຍເຄມີ 5 ເປົາແລ້ວ. ຂະນະ ທີ່ລາຄາເຂົ້າ ເມື່ອໄປສີຢູ່ໂຮງງານ ກໍໄດ້ພຽງແຕ່ ກິໂລລະ 2,600-2700 ກີບ ກໍຖືວ່າຊາວນາບໍ່ໄດ້ກຳໄລຫລາຍປານໃດ.
ດັ່ງ ເຈົ້າໜ້າທີ່ ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງ ອາດສະພອນ ແຂວງສວັນນະເຂດ ກ່າວໃນມື້ດຽວກັນນີ້ວ່າ:
“ມັນບໍ່ແມ່ນ ໃຊ້ແບບ ນາທົ່ງນຶ່ງ ພັດໃຊ້ປຸຍດ້າມສອບ ບາງເທຶ່ອແບບນາກວ້າງ ກໍລະດັບ
5 ສອບຂຶ້ນເມື່ອພຸ້ນນ່າ ຈັ່ງຊີພໍ. ແບບວ່ານາເຂົາບໍ່ງາມແດ່ ເຂົາກໍໄດ້ເລັ່ງຫນັກແດ່ຫັ້ນນ່າ ມັນອີງຕາມນາ. ມັນບໍ່ແມ່ນ ເຮັດແບບເຮັກຕາຣ໌ນຶ່ງ ໃຫ້ໃຊ້ເທົ່ານັ້ນ ເທົ່ານີ້ ມັນບໍ່ກຳນົດໄດ້ ຈັ່ງຊີ້ນ່າ. ບາດລາຄາເຂົ້າ ພັດດຽວນີ້ ມີແຕ່ 2,600-2,700.”
ຍານາງກ່າວຕື່ມວ່າ ປັດຈຸບັນ ທາງພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ປືກສາຫາລື ເພື່ອໃຫ້ຊາວບ້ານຫັນໄປປູກພືດ ຫລື ໝາກໄມ້ ເພື່ອໃຫ້ມີມູນຄ່າສູງກວ່າ ການປູກເຂົ້າແລ້ວ.
ໃນໄລຍະ 3-4 ຣະດູ ທີ່ເຮັດນາປີມານີ້ ເຫັນວ່າ ຊາວນາລາວ ພາຍໃນແຂວງອັດຕະປື ກໍປະສົບບັນຫາ ໄດ້ກຳໄລຈາກການເຮັດນາ ຕໍ່າລົງແທ້ ເນື່ອງຈາກຕົ້ນທຶນໃນການເຮັດນາ ສູງຂຶ້ນ ໂດຍສະເພາະ ດ້ານການຈ້າງບຸກເບີກເນື້ອທີ່ເພື່ອປູກເຂົ້ານາປີ ເຮັກຕາຣ໌ລະ 3-4 ລ້ານກີບແລ້ວ, ອີກທັງ ຄ່າຈ້າງແຮງງານ ເພື່ອດຳນາ ກ່ຽວເຂົ້າ ແລະ ອື່ນໆ ກໍຕົກມື້້ນຶ່ງ 50 ພັນກີບແລ້ວ.
ດັ່ງ ເຈົ້າໜ້າທີ່ ຢູ່ອົງການຈັດຕັ້ງ ພາກປະຊາສັງຄົມ ທີ່ເຮັດວຽກກ່ຽວກັບການກະເສຕ ຢູ່ແຂວງ ອັດຕະປື ກ່າວໃນມື້ດຽວກັນນີ້ວ່າ:
“ຄັນບຸກເບີກນີ້ ທຶນມັນສູງເນາະ ບຸກເບີກນີ້ ຄື ຢູາທາງເຮົາ ອັດຕະປຶເຮົາ ກໍແມ່ນ ຕໍ່ເຮັກຕາຣ໌ນຶ່ງ ຄັນຖ້າເປັນດິນ 7-8 ລ້ານ ຕໍ່ເຮັກຕາຣ໌. ເທິງໄຖ ເທິງປ້ານເປັນຄັນນາ ອີຫຍັງ ຫັ້ນນ່າເນາະ. ຄ່າແຮງງານເນາະ ກະຄືເຮົານີ້ ຂ້ອຍມີເນື້ອທີ່ 3ເຮັກຕາຣ໌ ແຮງງານຂ້ອຍພັດໜ້ອຍ ກໍຕ້ອງໄດ້ຈ້າງ 50,000 ກີບ ຕໍ່ຄົນຕໍ່ມື້ ໄປດຳນາ ໃຫ້ຂ້ອຍເດ່ຈັ່ງຊັ້ນ ເຂົາຈ້າງກັນນ່າ.”
ໃນປີ 2021 ທີ່ ຜ່ານມານອກຈາກຊາວນາລາວ ຈະປະສົບບັນຫາການເຮັດນາປີ ທີ່ມີຕົ້ນທຶນສູງແລ້ວ ການສົ່ງເຂົ້າສານອອກໄປຕ່າງປະເທດ ກໍຍັງຫລຸດລົງນຳອີກ ເນຶ່ອງຈາກຄວາມຫຍຸ້ງຍາກ ດ້ານຊາຍແດນ ທີ່ເກີດຈາກມາຕການ ປ້ອງກັນໂຄວິດ ເຮັດໃຫ້ການສົ່ງເຂົ້າສານອອກຕ່າງປະເທດ ມີມູນຄ່າພຽງ 35 ລ້ານໂດລາຣ໌ສະຫະຣັຖ ຫລື ຫລຸດລົງເກືອບເຄິ່ງນຶ່ງ ເມື່ອທຽບໃສ່ປີ 2020 ຢູ່ທີ່ ທີ່ມີມູນຄ່າ 52.7 ລ້ານໂດລາຣ໌ສະຫະຣັຖ ອີງຕາມຣາຍງານຈາກໜັງສືພິມວຽງຈັນໃໝ່ ໃນວັນທີ 27 ເດືອນ ມົກກະຣາ 2022.
ອີງຕາມການຣາຍງານ ຂອງສູນສະຖິຕິແຫ່ງຊາດລາວ, ກະຊວງແຜນການ ແລະ ການລົງທຶນ ໃນ ປີ 2019 ໄດ້ລະບຸວ່າ ໃນທົ່ວປະເທດລາວ ມີຜົລຜລິຕຈາກການປູກເຂົ້າ ໃນປີ 2019 ຢູ່ທີ່ 2,910,700 ຕັ່ນ ຈາກເນື້ອທີ່ນາທັງໝົດ 778,000 ເຮັກຕ້າຣ.
ເຖິງຢ່າງໃດກໍຕາມ, ການເຮັດນາ ປູກເຂົ້າໃນລາວ ແມ່ນຕ້ອງອີງໃສ່ສະພາບດິນຟ້າອາກາດເປັນຫຼັກ, ໂດຍຂຶ້ນກັບສະພາບເງື່ອນໄຂ ຂອງດິນຟ້າອາກາດ ໃນແຕ່ລະປີນຳດ້ວຍ, ເຊິ່ງຖ້າປີໃດ ຟ້າຝົນອຳນວຍ ກໍຈະເຮັດໃຫ້ຜົລຜລິຕໄດ້ດີ, ແຕ່ຖ້າປີໃດ ເກີດພັຍແລ້ງ ຫຼືພັຍນ້ຳຖ້ວມຮຸນແຮງ ຜົລຜລິຕ ກໍຈະໄດ້ຕ່ຳລົງ, ອີງຕາມການຣາຍງານ ຂອງກະຊວງກະເສດ ແຫ່ງປະເທດສະຫະຣັຖອາເມຣິກາ ໃນເດືອນມິຖຸນາ ປີ 2020