ທາງການຂາຍເຂົ້າໃຫ້ປະຊາຊົນ ໃນລາຄາຖືກ ເພື່ອຊ່ວຍແກ້ໄຂ ວິກິດຄ່າຄອງຊີບ

ຈຳປາທອງ
2023.09.15
ທາງການຂາຍເຂົ້າໃຫ້ປະຊາຊົນ ໃນລາຄາຖືກ ເພື່ອຊ່ວຍແກ້ໄຂ ວິກິດຄ່າຄອງຊີບ ການຂາຍເຂົ້າທີ່ຕລາດ 3 ແຍກ ບ້ານໃຫຍ່ ຂີ້ນາກ. ວັນທີ 31 ກໍຣະກະດາ 2023.
RFA

ຜແນກອຸດສາຫະກັມ ແລະການຄ້າ ແຂວງເຊກອງ ຮ່ວມກັບບໍຣິສັດການຄ້າ ຂາເຂົ້າ-ຂາອອກ ເມືອງລະມາມ ຈໍາກັດ ເປີດຂາຍເຂົ້າສານໜຽວ ໃນຕລາດສົດ ເມືອງລະມາມ ກິໂລລະ 12,000 ກີບ ຄືຖືກກວ່າຢູ່ຕລາດທົ່ວໄປ ທີ່ຂາຍ 17,000-18,000 ກີບຕໍ່ກິໂລ ຕັ້ງແຕ່ວັນທີ 13 ກັນຍາ ເປັນຕົ້ນໄປ ຈົນກວ່າວ່າເຂົ້າປະມານ 20 ຕັນນັ້ນຈະໝົດ ເພື່ອເຮັດໃຫ້ລາຄາເຂົ້າຢູ່ຕລາດ ຖືກລົງອັນເປັນການຊ່ອຍເຫລືອປະຊາຊົນ ໃນຂະນະເງິນກີບເຟີ້ຢູ່ນີ້. ທາງການກໍານົດການຂາຍເຂົ້າສານນີ້ໃຫ້ ຜູ້ນຶ່ງບໍ່ໃຫ້ເກີນ 20 ກິໂລ ແລະຜູ້ຊື້ ຕ້ອງໄດ້ລົງຊື່ໄວ້.

ດັ່ງເຈົ້າໜ້າທີ່ ຂແນງອຸດສາຫະກັມ ແລະການຄ້າ ເມືອງລະມາມ ແຂວງເຊກອງ ກ່າວໃນມື້ວັນທີ 15 ກັນຍານີ້ວ່າ:

ເປັນເຂົ້າແຊກແຊງ ລາຄາເພິ່ນຂາຍ 12 ພັນ ແຕ່ຢູ່ຕລາດ 17-18 ລາຄາສູງ ແລ້ວເພິ່ນເອົາເຂົ້າໂຕນີ້ ໄປຂາຍລາຄາຫລຸດກວ່າ ແກ້ໄຂປະຊາຊົນ ຂາຍໃຫ້ຫລຸດລາຄາແມ່ຄ້າ ທໍາການກິນໄດ້ໝົດຄືກັນກັບຕລາດ ຈໍາກັດເພາະວ່າໃຫ້ພຽງຄົນນຶ່ງ ກໍ 20 ໂລລົງມາ.”

ພາຍຫລັງທີ່ໄດ້ເປີດຂາຍເຂົ້າທີ່ວ່ານັ້ນ ມາໄດ້ 3 ມື້ ຊາວບ້ານ ທີ່ບໍ່ໄດ້ເຮັດນາ ຫລືເຮັດນາ ແຕ່ເຂົ້າບໍ່ກຸ້ມກິນ ສົນໃຈໄປຊື້ຫລາຍ ດັ່ງປະຊາຊົນຜູ້ນຶ່ງ ຢູ່ເມືອງລະມາມ ເວົ້າວ່າ ເຫັນທາງການເພີ່ນເອົາເຂົ້າສານມາຂາຍຢູ່ຕລາດ, ຊາວບ້ານພາກັນໄປຊື້ຫລາຍ ແຕ່ຕົນເອງ ຍັງບໍ່ທັນໄດ້ໄປຊື້ເທື່ອ ແຕ່ກໍຈະໄປຊື້ມາກິນຢູ່ ເພາະວ່າ ລາຄາມັນຖືກກວ່າຢູ່ຕລາດ ທີ່ສູງເຖິງ 17,000 ກີບຕໍ່ກິໂລ.

“ມື້ເຊົ້າໄປກະມີຄົນຫຸ້ມຫລາຍຢູ່ ເພິ່ນຢາກຊ່ວຍຫັ້ນນ່າ 12 ບໍ່ ຄືເພິ່ນຂາຍນ່າ ບໍ່ຮູ້ວ່າເຂົາຈະເປັນແນວໃດ ຂ້ອຍກະຍັງບໍ່ໄດ້ຊື້ມາກິນ ປົກກະຕິກໍປະມານ 15 ພັນແລ້ວແຕ່ເກຣດເຂົ້າ ຄືໂຕແຊບນັ້ນກໍ 17 ພັນ.”

ຊາວບ້ານຢູ່ເມືອງນີ້ ອີກຜູ້ນຶ່ງ ກໍເວົ້າວ່າ ຕົນກໍເຫັນທາງການ ເພິ່ນເອົາເຂົ້າສານມາຂາຍຢູ່ຕລາດ, ແຕ່ຍັງບໍ່ທັນໄດ້ໄປຊື້ ເພາະມັນມີແຕ່ເຂົ້າໜຽວ ຊຶ່ງຕົນເອງກໍພໍມີຢູ່, ບໍ່ມີແຕ່ເຂົ້າຈ້າວ ຊຶ່ງໄດ້ຊື້ໃນຕລາດ ກິໂລນຶ່ງ 19,000 ກີບ ທີ່ຖືວ່າແພງຫລາຍ.

ເຫັນແຕ່ເຂົາເຈົ້ານັ່ງຂາຍຢູ່ຕລາດ ຈັກໂລເທົ່າໃດບໍ່ໄດ້ເບິ່ງ ເຂົ້າໜຽວເອົາກໍບໍ່ໄດ້ຊື້ ເພາະມີແຕ່ທາງບ້ານ ຝາກມາໃຫ້ກິນນ່າ ເຮົາຊື້ແຕ່ເຂົ້າຈ້າວ ຢູ່ຖົງນຶ່ງ ກໍມີແມ່ຄ້າອິຫຍັງເຂົາກະລົງ ເຂົ້າຈ້າວແພງ 19 ພັນ ເຂົ້າຖົງພັນໄຖຫັ້ນນ່າ ພາຍໃນເດືອນທີ 8 ນີ້ແຫລະຂຶ້ນບາດດຽວໂລດ.”

ຊາວບ້ານອີກຜູ້ນຶ່ງ ກໍເວົ້າວ່າ ຖືເປັນເຣື່ອງດີ ທີ່ທາງການເອົາເຂົ້າສານມາຂາຍໃນລາຄາຖືກກວ່າຕລາດ ເພື່ຊ່ອຍຊາວບ້ານ ຊຶ່ງບາງຄອບຄົວບໍ່ໄດ້ເຮັດນາ, ບາງຄອບຄອບເຮັດນາ ແຕ່ເຂົ້າບໍ່ກຸ້ມກິນ ຍ້ອນຖືກຜົລກະທົບ ຈາກໄພທັມມະຊາຕ ເປັນຕົ້ນນໍ້າຖ້ວມ.

ບາງຄົນກໍຄ້າຂາຍເຂົາເຈົ້າກໍບໍ່ໄດ້ເຮັດໄຮ່ ເຮັດນາອິຫຍັງຫັ້ນນ່າ ເຮັດຣາຊການແດ່ຄ້າຂາຍແດ່ ບາງເທື່ອເຂົາກະຊື້ເຂົ້າກິນ ກໍມີຫັ້ນນ່າ ບາງຄອບຄົວກໍຊື້ບໍ່ພໍກິນເນາະ ບາງຄັ້ງກໍເກີດຈາກໄພທັມມະຊາຕຫັ້ນແຫລະສ່ວນໃຫຍ່ ຝົນຕົກໜັກນີ້ແຫລະ ພາຍຸ ຖ້ວມບາງບ້ານເມືອງລະມາມນີ້ ກໍຕາຍ ເມືອງອື່ນກໍຄືກັນ.”

ອີງຕາມການຣາຍງານ ຂອງ ທ່ານ ດາວວີ ສວຍທະລັງສີ ຫົວໜ້າຜແນກອຸດສາຫະກັມ ແລະການຄ້າ ແຂວງເຊກອງ ຕໍ່ສື່ມວນຊົນທາງການລາວ, ນັບຕັ້ງແຕ່ປີ 2017 ເປັນຕົ້ນມາ ທາງຜແນກຂອງພວກທ່ານ ຮ່ວມກັບບໍຣິສັດການຄ້າ ຂາອອກ-ຂາເຂົ້າ ເມືອງລະມາມ ຈໍາກັດ ນໍາເອົາເຂົ້າສານມາຈໍາໜ່າຍ ທັງໝົດ 3 ຄັ້ງ ເພື່ອແຊກແຊງລາຄາ ແລະດັດສົມຕລາດ ຫລືເຮັດໃຫ້ລາຄາເຂົ້າ ໃນຕລາດຖືກລົງ ຄືຄັ້ງທີ 1 ປີ 2017 ຈໍານວນ 20 ຕັນ, ຄັ້ງທີ 2 ປີ 2019 ຈໍານວນ 20 ຕັນ ແລະຄັ້ງທີ 3 ຄືເທື່ອນີ້ ຄາດວ່າ ຈະມີປະມານ 50 ຕັນ. ຈຸດປະສົງທີ່ຂາຍໃນລາຄາ ຖືກກວ່າຢູ່ທ້ອງຕລາດນີ້ ກໍເພື່ອຫລຸດຜ່ອນຄ່າໃຊ້ຈ່າຍ ຂອງແຕ່ລະຄອບຄົວ ໃນໄລຍະເສຖກິຈຝືດເຄືອງ, ເງິນເຟີ້, ລາຄາສິນຄ້າແພງ. ຕາມແຜນ ໃນປີນີ້ ທາງການຈະເປີດຂາຍເຂົ້າ ໃຫ້ຄົບທຸກເມືອງ ເພື່ອໃຫ້ປະຊາຊົນໄດ້ຊື້ເຂົ້າ ໃນລາຄາຖືກ ແລະມີຄຸນນະພາບ.

ຢູ່ນະຄອນຫລວງວຽງຈັນ ທາງການກໍໄດ້ເປີດຂາຍ ເຂົ້າສານຢູ່ຕລາດ ແຈ້ງສະຫວ່າງເກົ່າ ທີ່ບ້ານນາສ້ຽວ ເມືອງນາຊາຍທອງ ໃນລາຄາ 12,000 ກີບຕໍ່ກິໂລ, ຂາຍໃຫ້ຜູ້ນຶ່ງ ບໍ່ເກີນ 50 ກິໂລ, ຂາຍແຕ່ມື້ວັນທີ 11 ໄປເຖິງວັນທີ 29 ກັນຍານີ້.

ປະຊາຊົນຜູ້ນຶ່ງ ຢູ່ເມືອງນາຊາຍທອງ ເວົ້າວ່າ ການທີ່ທາງການຂາຍເຂົ້າໃນລາຄາຖືກ ໃຫ້ນັ້ນ ເປັນເຣື່ອງດີ ສໍາລັບຜູ້ທີ່ບໍ່ໄດ້ເຮັດນາ ທີ່ຕ້ອງໄດ້ຊື້ເຂົ້າກິນ ເພາະສິນຄ້າທຸກຢ່າງ ຮວມທັງເຂົ້າສານ ກໍແພງຂື້ນ, ລາຄາໃນທ້ອງຕລາດ ປັດຈຸບັນ ເຂົ້າງານ ເຂົ້າອ່ອນ, ໝື່ນນຶ່ງ ຫລື 12 ກິໂລ ປະມານ 180,000 ກີບ, ເຂົ້າທັມມະດາ 170,000 ກີບ ເພາະເງິນບາທຂຶ້ນ.

ກະດີພວກທີ່ເພິ່ນຄ້າຂາຍ ບໍ່ເຮັດຮົ້ວເຮັດສວນ ພວກບໍ່ມີໄຮ່ມີນາຫັ້ນ ເພິ່ນໄປຊື້ກິນອັນນັ້ນນ່າ ຕລາດສູງໆ 12 ກິໂລ ເມັດອ່ອນໆ ເມັດງາມນັ້ນ 180 ພັນບໍ່ງາມ ທັມມະດາກໍ 170 ພັນເພາະວ່າເງິນບາທມັນຂຶ້ນອັນນັ້ນເດ໋.”

ອີງຕາມແຈ້ງການ ຂອງຜແນກອຸດສາຫະກັມ ແລະການຄ້າ ນະຄອນຫລວງວຽງຈັນ ໃນມື້ວັນທີ 11 ກັນຍານີ້, ໃຫ້ບໍຣິສັດ ກໍາແພງເພັດ ແຈ້ງສະ ຫວ່າງ ສົ່ງເສີມການກະເສດ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ເອົາເຂົ້າສານໜຽວ ປະເພດ 2 ອອກຈໍາໜ່າຍໃຫ້ປະຊາຊົນ ເພື່ອແຊກແຊງລາຄາ ແລະດັດສົມຕລາດ ຫລືເຮັດໃຫ້ລາຄາເຂົ້າ ໃນຕລາດຖືກລົງ ຄືໃຫ້ຂາຍໃນລາຄາ 12,000 ກີບຕໍ່ກິໂລ ຢູ່ຕລາດແຈ້ງສະຫວ່າງເກົ່າ ໂດຍໃຫ້ເຣີ່ມຂາຍ ຕັ້ງແຕ່ ມື້ວັນທີ 11-19 ກັນຍານີ້, ຂາຍໃຫ້ບໍ່ເກີນ ຄົນລະ 50 ກິໂລ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.