ເຣື້ອງທີ່ເກັບບັນທຶກໄວ້
2023-04-26
ບາງແຂວງຂອງລາວ ຍັງປະສົບກັບລົມພະຍຸ ເຂດຮ້ອນຢູ່ ໂດຍທີ່ບ້ານເຮືອນ ຖືກລົມພັດ ເສັຍຫາຍຫລາຍພໍສົມຄວນ, ປະຊາຊົນຍັງລໍຖ້າການຊ່ອຍເຫລືອ ຈາກທາງການຢູ່.
2023-04-26
ການກໍ່ສ້າງເຂດເສຖກິຈ ພິເສດ ບຶງທາດຫຼວງ ຂອງຈີນງຽບເຫງົາລົງ, ນັກລົງທຶນ ບໍ່ຄ່ອຍເຂົ້າມາ ພາຍຫລັງການຣະບາດຂອງ ໂຄວິດ-19, ຈີນໄດ້ສັມປະທານ ເຂດນີ້ຈາກຣັຖບານລາວ ເປັນໄລຍະເວລາ ເຖິງ 99 ປີ ຂະນະທີ່ເຂດເສຖກິຈພິເສດບາງແຫ່ງໃນ ສປປ ລາວ ກໍໄດ້ຮັບຜົລກະທົບລັກສະນະດຽວກັນ.
2023-04-26
ຊາວລາວ ບໍ່ເຊື່ອວ່າ ເຈົ້າໜ້າທີ່ລາວ ຈະປາບປາມ ຍາເສບຕິດໄດ້ ເພາະໃນຊຸມຊົນ, ເຈົ້າໜ້າທີ່ ຍັງບໍ່ເອົາໃຈໃສ່ ກວດກາ ແລະ ຫລ້າສຸດ ແຂວງບໍ່ແກ້ວ ຍັງມີຜູ້ລັກລອບຂົນ ເຮໂຣອິນ 160 ກິໂລກຣາມ ຜ່ານດ່ານນໍ້າເກິງ.
2023-04-25
ຊາວນາ ໃນເຂດເມືອງຈຳພອນ ແຂວງສວັນນະເຂດ ຫຼາຍຄອບຄົວ ຂາດນ້ຳເຮັດນາແຊງ ໃນປີນີ້ ຈົນຜົລປູກເສັຽຫາຍ, ເຊິ່ງສາເຫດທີ່ຂາດນ້ຳຍ້ອນວ່າ ມີຊາວນາ ພາກັນເຮັດນາແຊງ ຫຼາຍຂຶ້ນ ແລະ ພັຍແຫ້ງແລ້ງ ລວມທັງລຳນ້ຳເຊ ຈຳພອນ ເຫືອດແຫ້ງໄວກວ່າ ປົກກະຕິ.
2023-04-25
ທາງຣົຖໄຟ ລາວ-ວຽດນາມ ທັງໝົດຍາວ 544 ກິໂລແມັດ; ເຊິ່ງມີ 2 ໄລຍະ ແລະ ຈະເຣີ່ມການກໍ່ສ້າງ ໃນທ້າຍປີ 2023 ຫລື ຕົ້ນປີ 2024 ຂະນະທີ່ ປະຊາຊົນ ຕັ້ງຂໍ້ສັງເກດ ເຣື່ອງຜົລປໂຍດ ທີ່ປະຊາຊົນຈະໄດ້ຮັບ ຈາກເສັ້ນທາງ ສາຍດັ່ງກ່າວ.
2023-04-25
ອາກາດຮ້ອນ ສົ່ງຜົລກະທົບຕໍ່ການດຳເນີນຊີວິດ ຂອງ ປະຊາຊົນລາວ ໂດຍປະເທດລາວ ເປັນນຶ່ງໃນປະເທດ ທີ່ໄດ້ຮັບຜົລກະທົບ ຈາກຄື້ນຄວາມຮ້ອນ ເຮັດໃຫ້ອາກາດຮ້ອນ ຜິດປົກກະຕິ.
2023-04-25
ປັດຈຸບັນ ຊາວລາວຫລາຍຄົນ ທີ່ສັ່ງຊື້ສິນຄ້າ ທາງອອນລາຍນ໌ຫຼາຍຂຶ້ນ ແຕ່ຈຳນວນບໍ່ໜ້ອຍ ຖືກຜູ້ຂາຍສໍ້ໂກງ ຂະນະທີ່ຢູ່ ສປປ ລາວ ຍັງບໍ່ມີກົດໝາຍ ແລະການລົງໂທດ ຜູ້ກະທຳຜິດຜ່ານການຂາຍສິນຄ້າ ອອນລາຍນ໌ ໂດຍຕຣົງ ນີ້ຖືເປັນເຣື່ອງຍາກ ອີກບັນຫານຶ່.
2023-04-25
ຊາຍຈີນຄົນນຶ່ງ ໄດ້ລັກຣົຖໃຫຍ່ ທີ່ເຊົ່າຕົນເອງເຊົ່າ ຈາກແຂວງຫຼວງພຣະບາງ ແຕ່ຖືກຈັບໄດ້ ຢູ່ແຂວງອຸດົມໄຊ ພາຍຫຼັງທີ່ໜີໄດ້ 5 ມື້ ເຊິ່ງຂໍ້ມູນຈາກ ກອງບັນຊາການ ແຂວງອຸດົມໄຊ ລະບຸວ່າ ຍັງບໍ່ທັນມີການລົງໂທດບຸກຄົນດັ່ງກ່າວເທື່ອ.
2023-04-24
ບັນຫາຫມອກຄວັນ ຫລື ຝຸ່ນ PM 2.5 ໃນປະເທດລາວ ໄລຍະເດືອນ ມີນາ ຫາ ເດືອນ ເມສາ ຍັງເປັນເຣື່ອງຫຍຸ້ງຍາກ ທີ່ຣັຖບານລາວ ຈະແກ້ໄຂໄລຍະຍາວ ແລະທີ່ສຳຄັນແມ່ນບັນຫາ ໄຟໄໝ້ປ່າ ໃນແຕ່ລະປີ ໂດຍສະເພາະ ຣະດູການເຮັດໄຮ່.
2023-04-24
ເມື່ອເວລາປະມານ 5-6 ໂມງແລງ ຂອງວັນທີ 23 ເມສາ 2023 ທີ່ຜ່ານມາໄດ້ເກີດມີ ພະຍຸລົມແຮງ ພັດຜ່ານ ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ຈົນເຮັດໃຫ້ເຮືອນຊານ ແລະ ຮ້ານອາຫານຂອງປະຊາຊົນ ຈຳນວນນຶ່ງໄດ້ຮັບຄວາມເສັຍຫາຍ.
2023-04-24
ປະເທດລາວ ມີປະຊາກອນສ່ວນຫຼາຍ ຢູ່ໃນໄວອອກແຮງງານ ແຕ່ຫຼາຍຄົນ ບໍ່ມັກເຮັດວຽກຢູ່ພາຍໃນປະເທດ ເພາະເງິນເດືອນຕ່ຳຫຼາຍ ເມື່ອທຽບໃສ່ຄ່າແຮງງານ ທີ່ຕ່າງປະເທດ ດ້ວຍເຫດນີ້ ພາຍໃນປະເທດລາວ ຈິ່ງຂາດແຄນ ແຮງງານ.
2023-04-24
ຜູ້ປະກອບການຮ້ານຄ້າ, ຮ້ານອາຫານ ແລະ ທຸຣະກິຈຕ່າງໆ ທີ່ດຳເນີນທຸຣະກິຈຢູ່ເຂດ ສນາມບິນເກົ່າ ເມືອງວັງວຽງ ແຂວງວຽງຈັນ ຕ້ອງໄດ້ມ້າງຮ້ານ ແລະ ຍ້າຍອອກຈາກເຂດດັ່ງກ່າວພາຍໃນວັນທີ 30 ເມສາ ນີ້ ເພື່ອເຣີ່ມລົງມືພັທນາ ເປັນແຫຼ່ງທ່ອງທ່ຽວ.
2023-04-24
ຄ່າຄອງຊີບທີ່ສູງຂຶ້ນ ຍ້ອນຄ່າເງິນໂດລ້າຣ໌ ສະຫະຣັຖ, ເງິນບາທ ແລະລາຄາຄໍາ ຍັບສູງຂຶ້ນ ຂະນະທີ່ຄ່າເງິນກີບຕົກຕໍ່າ ເຮັດໃຫ້ປະຊາຊົນ ທົ່ວປະເທດ ຕ້ອງປະສົບບັນຫາ ດ້ານລາຍຈ່າຍ ເຊິ່ງທາງການເອງ ຍັງບໍ່ມີມາຕການ ກະຕຸ້ນເສຖກິຈໄດ້ເທື່ອ.
2023-04-23
ສາເຫດ ເບື້ອງຫລັງ ທີ່ເຮັດໃຫ້ມີໝອກຄວັນ ປົກຫຸ້ມຢ່າງໜາແໜ້ນ ໃນເຂດພາກ ເໜືອຂອງໄທຍ ລາວ, ແລະພະມ້າ ເປັນຍ້ອນ ການຈູດປ່າເຮັດໄຮ່ ແລະຈູດສິ່ງເສດເຫລືອ ຈາກສວນເຂົ້າໂພດ ຂອງຊາວບ້ານຫລັງຈາກເກັບກ່ຽວ ແລ້ວລາມໄປເປັນໄຟໄໝ້ປ່າ ທີ່ບໍ່ສາມາດຄວບຄຸມໄດ້.
2023-04-22
ທະຫານພະມ້າ ໄດ້ບຸກໂຈມຕີເຂດສະກາງອີກຄັ້ງ ແລະ ເຮັດໃຫ້ມີປະຊາຊົນ ປະມານ 20,000 ຄົນ ອົບພະຍົບ ຈາກບ້ານເຮືອນຂອງຕົນເອງ ແລະບ້ານເຮືອນຖືກທຳລາຍ ລວມທັງທີ່ຜ່ານມາ ກໍມີຊາວບ້ານຫຼາຍຄົນຖືກຈັບ ໃນຂໍ້ຫາຕໍ່ຕ້ານ ຣັຖບານທະຫານພະມ້າ.