ຄ່າເງິນໂດລ້າຣ໌, ເງິນບາທ ຫຍັບສູງຂຶ້ນ ກະທົບຄ່າຄອງຊີບ ປະຊາຊົນ

ສຸພັດຕາ
2023.04.24
ຄ່າເງິນໂດລ້າຣ໌, ເງິນບາທ ຫຍັບສູງຂຶ້ນ ກະທົບຄ່າຄອງຊີບ ປະຊາຊົນ ຣົຖຈຳໂປ້ ຈອດລໍຖ້າຮັບຜູ້ໂດຍສານ ທີ່ຖນົນສາຍນຶ່ງ ໃນນະຄອນຫຼວງວຽງຈັນ, ວັນທີ 12 ທັນວາ 2022.
RFA

ອີງຕາມອັດຕຣາແລກປ່ຽນ ເງິນຕຣາຕ່າງປະເທດ ຂອງກົມບໍຣິການ ທະນາຄານແຫ່ງ  ສປປ ລາວ ລະບຸວ່າ ໃນຮອບເດືອນເມສາ 2023 ນີ້ ຄ່າເງິນໂດລ້າຣ໌ສະຫະຣັຖ ຍັບຂຶ້ນຈາກ 17,162 ກີບ ເປັນ 17,218 ກີບ, ຄ່າເງິນບາທ ຍັບຂຶ້ນຈາກ 501.42 ເປັນ 505.97 ກີບ ຂະນະທີ່ ອັດຕຣາແລກປ່ຽນ ເງິນຕຣາຕ່າງປະເທດໃນຕລາດນອກ ພັດສູງກວ່າອັດຕຣາທີ່ທະນາຄານແຫ່ງ ສປປ ລາວ ກໍານົດ ເປັນ 1 ໂດລ້າຣ໌ ແລກປ່ຽນເງິນກີບ ໄດ້ 17,500 ຫາ 17,800 ກີບ ແລະ 1 ບາທ ສາມາດແລກເງິນກີບ ໄດ້ 505 ຫາ 520 ກີບ ສ່ວນລາຄາຄໍາ ປັດຈຸບັນ ຂຶ້ນເປັນ 16,300,000 ກີບ ຈາກ 16,100,000 ກີບ ໃນສັບປະດາທີ່ຜ່ານມາ (ຄໍາ 1 ບາທ=15 ກຣາມ).

ມາຮອດປັດຈຸບັນ ສະຖານທີ່ທ່ຽວທ່ອງ ພາຍໃນເມືອງ ແລະແຂວງຕ່າງໆ ຂອງປະເທດລາວ ຜູ້ປະກອບການ ແລະ ພໍ່ຄ້າ-ແມ່ຄ້າ ມັກນິຍົມໃຊ້ເງິນຕຣາຕ່າງປະເທດ ເປັນຕົ້ນ ເງິນບາທ, ເງິນຢວນ ແລະໂດລ້າຣ໌ສະຫະຣັຖ ໂດຍສະເພາະສິນຄ້າທີ່ມີລາຄາສູງ.

ດັ່ງພະນັກງານ ຮ້ານຂາຍເຄື່ອງຍ່ອຍ-ເຄື່ອງຍົກ ຜູ້ນຶ່ງ ຢູ່ນະຄອນຫຼວງພຣະບາງ ກ່າວວ່າ:

“ບາທເອົາກີບ ກໍ 505 ນຶ່ງໝື່ນບາທ ກໍໃຫ້ 510 ບໍ່ຄືກັນ ຖ້າຂາຍລາຄານຶ່ງ ເຂົ້າລາຄານຶ່ງຫັ້ນນ່າ ຖ້າທະນາຄານ ມັນຈະຖືກກ່ອນນີ້ຫັ້ນນ່າ ໂຕນີ້ ຖ້າເງິນບາທ ເຂົາຈະເອົາໄປຊື້ສິນຄ້າສ່ວນຫຼາຍ ເງິນບາທກໍຄືແບບ ຖ້າເອົາໄປຊື້ແບບສິນຄ້າແບບ ເປັນເຄື່ອງໃຫຍ່ໆຊີ້ນ່າ ເປັນພວກອຸປະກອນກໍ່ສ້າງອີ່ຫຍັງປະມານນີ້ ຖ້າໃຊ້ຈ່າຍ ທົ່ວໄປກໍໃຊ້ກີບ.”

ໃນໄລຍະ 1 ປີ ທີ່ຜ່ານມາ ອັດຕຣາເງິນກີບອ່ອນຄ່າ ທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ສິນຄ້າອຸປະໂພກ-ບໍຣິໂພກຫຼາຍປະເພດ ແລະຄ່ານໍ້າມັນເຊື້ອເພີງ ພັດປັບລາຄາຂຶ້ນຈົນຮອດ 50% ຂອງລາຄາສິນຄ້າ ໃນປີ 2019-2020.

ດັ່ງພະນັກງານຮັບຈ້າງຂົນສົ່ງອາຫານ ຢູ່ນະຄອນຫຼວງວຽງຈັນ ຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ກໍ ນໍ້າມັນຫັ້ນແຫຼະ ຂຶ້ນແຕ່ໃດມາແລ້ວ ຂຶ້ນມາດົນແລ້ວ (ສິນຄ້າອຸປະໂພກ-ບໍຣິໂພກຕ່າງໆ) ຄູນ 2 ທົບເຄິ່ງ ທຸກຢ່າງ ຄູນ 2 ຕັ້ງແຕ່ເງິນບາທຂຶ້ນເດ້ ເງິນລາວເຟີ້.”

ອີງຕາມຣາຍງານ ຂອງສູນສະຖິຕິແຫ່ງຊາຕ ກະຊວງແຜນການ ແລະການລົງທຶນ ລະບຸວ່າ ເງິນເຟີ້ ໃນເດືອນມິນາ 2023 ມີອັດຕຣາຢູ່ທີ່ 40.97% ຫຼຸດລົງຈາກເດືອນກຸມພາ ປີ 2023 ປະມານ 0.29% ແຕ່ຢ່າງໃດກໍຕາມ ໃນໄລຍະ 3 ເດືອນທໍາອິດ ຂອງປີ 2023 ໝວດສິນຄ້າ ແລະບໍຣິການທີ່ສໍາຄັນ ເປັນຕົ້ນ: ອາຫານ ແລະເຄື່ອງດື່ມທີ່ບໍ່ມີທາດເຫຼົ້າ ມີອັດຕຣາເງິນເຟີ້ ຮອດ 49.16% ສ່ວນຄົມມະນາຄົມ ແລະການຂົນສົ່ງ ມີອັດຕຣາເງິນເຟີ້ ຮອດ 46.28%.

ເມື່ອເງິນກີບລາວ ມີທ່າອຽງອ່ອນຄ່າລົງເລື້ອຍໆ ເຮັດໃຫ້ປະຊາຊົນ ໃນຂອບເຂດທົ່ວປະເທດ ຈໍາຕ້ອງປະສົບບັນຫາດ້ານຣາຍຈ່າຍ ແລະຄ່າຄອງຊີບທີ່ສູງຂຶ້ນ.

ດັ່ງເຈົ້າຂອງຮ້ານຂາຍເຄື່ອງໃຊ້ໄຟຟ້າ ນໍາເຂົ້າຈາກປະເທດໄທຍ ນາງນຶ່ງ ກ່າວຕໍ່ວິຍຸເອເຊັຽເສຣີ ໃນມື້ວັນທີ 24 ເມສາ 2023 ນີ້ວ່າ:

“ທົບເຄິ່ງພຸ້ນແຫຼະເຈົ້າ ຖ້າເປັນເດືອນ 6 ເດືອນ 7 ນີ້ກໍຈະໄດ້ຮອດປີນຶ່ງແລ້ວ ຖ້າວ່າສິນຄ້າຂຶ້ນລາຄາ ເຮົາກຂາຍບວກກໍາໄຣປົກກະຕິ ພຽງແຕ່ວ່າລາຄາສິນຄ້າມັນຂຶ້ນເນາະ ເຖິງແມ່ນວ່າ ລາຄາຕົ້ນທຶນຈະຂຶ້ນ ເຮົາກໍຈະຂຶ້ນຕາມນັ້ນ ແລ້ວເຮົາກໍບວກກໍາໄຣສໍ່າເກົ່າ ແມ່ນແຫຼະເຈົ້າ ໄດ້ເພີ່ມຕາມນັ້ນເລີຍ ມັນຂຶ້ນ ເຮົາກໍຄ່າຄອງຊີບມັນກໍໄດ້ເພີ່ມຂຶ້ນ ເຮົາກໍຈໍາເປັນໄດ້ຈ່າຍ.”

ຍານາງກ່າວຕື່ມວ່າ ໃນຖານະເຈົ້າຂອງຮ້ານຂາຍເຄື່ອງ ຍັງບໍ່ທັນໄດ້ຮັບຜົລກະທົບຫຼາຍເທົ່າຜູ້ຊື້ເຄື່ອງ ຍ້ອນຜູ້ຂາຍຍັງໄດ້ກໍາໄຣໃນສັດສ່ວນເທົ່າເດີມ ເພື່ອໃຫ້ສອດຄ່ອງກັບສະພາບເງິນເຟີ້ໄດ້ ເປັນຕົ້ນ: ສິນຄ້າມີຕົ້ນທຶນ 25,000 ກີບ ຜູ້ຂາຍບວກກໍາໄຣເພີ່ມ 10,000 ກີບ ແລະຂາຍໃນລາຄາ 35,000 ກີບ ແຕ່ເມື່ອສິນຄ້າມີຕົ້ນທຶນເພີ່ມຂຶ້ນ ເປັນ 50,000 ກີບ ຜູ້ຂາຍກໍຍັງຄົງໄດ້ກໍາໄຣ 10,000 ເທົ່າເດີມ ຍ້ອນຂາຍໃນລາຄາ 60,000 ກີບ.

ໃນໄລຍະ 1-2 ເດືອນມານີ້ ນັບແຕ່ນັກທ່ອງທ່ຽວຈີນ ເຣີ່ມທະຍອຍເດີນທາງມາທ່ຽວຍັງປະເທດລາວ ເຮັດໃຫ້ຄວາມນິຍົມໃນການໃຊ້ ແລະແລກປ່ຽນເງິນຢວນ ເປັນເງິນກີບເພີ່ມສູງຂຶ້ນ ແລະຖ້າຫາກຕ້ອງການນໍາເງິນກີບໄປແລກເງິນຢວນ ກໍຈໍາເປັນຕ້ອງໃຊ້ເງິນກີບເປັນຈໍານວນທີ່ຫຼາຍຂຶ້ນ ເພື່ອແລກປ່ຽນເປັນເງິນຢວນ.

ດັ່ງຜູ້ຮັບແລກປ່ຽນເງິນຕຣາ ຜູ້ນຶ່ງ ກ່່າວວ່າ:

“ໂດຍ ໜ້າຈະເປັນຢວນນ່າ ຕອນນີ້ຂຶ້ນຮອດ 1,000 ຈະເປັນແສນຢວນ ເປັນ 2 ແສນ ຮອດແລ້ວ ຫາກໍຂຶ້ນເດືອນນີ້ ກັບເດືອນແລ້ວ ຢູ່ໃນກາສິໂນ ເຂົາກໍໃຊ້ ຢູ່ໃນກາສິໂນ ຢູ່ໃນສາມຫຼ່ຽມທອງຄໍາ ຊື້ເຄື່ອງກໍໄດ້ ຢູ່ໃນເຂດເສຖກິຈພິເສດ ຖ້າເອົາແສນຢວນຂຶ້ນ ແລ້ວຈະໄດ້ 100 ນຶ່ງຕໍ່ 2.6 ແສນຢວນ ເປັນກີບ.”

ອີງຕາມອັດຕຣາແລກປ່ຽນເງິນຕຣາຕ່າງປະເທດ ຂອງກົມບໍຣິການ ທະນາຄານແຫ່ງ ສປປ ລາວ ໃນມື້ວັນທີ 24 ເມສາ 2023 ລະບຸວ່າ 1 ບາທໄທຍ ແລກໄດ້ 505 ກີບ, 1 ໂດລ້າຣ໌ສະຫະຣັຖ ແລກໄດ້ 17,218 ກີບ ແລະ 1 ຢວນ ແລກໄດ້ 2,500 ກີບ ທັງນີ້ ອັດຕຣາແລກປ່ຽນເງິນບາທ ແລະເງິນໂດລ້າຣ໌ສະຫະຣັຖ ເປັນເງິນກີບ ຈາກທະນາຄານໃນການຄຸ້ມຄອງຂອງຣັຖ ສອດຄ່ອງກັບຕລາດແລກປ່ຽນເງິນຕຣາຂອງເອກກະຊົນ ຂະນະທີ່ ອັດຕຣາແລກປ່ຽນເງິນຕຣາ ແລກປ່ຽນເງິນຢວນເປັນເງິນກີບ ຂອງທະນາຄານໃນການຄຸ້ມຄອງຂອງຣັຖ ຕໍ່າກວ່າຕລາດແລກປ່ຽນ ເງິນຕຣາຂອງເອກກະຊົນ.

ໃນໄລຍະທີ່ຜ່ານມາ ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການ ຍຸຕິການອະນຸຍາດ ດໍາເນີນທຸຣະກິຈ ແລກປ່ຽນເງິນຕຣາ ຂອງຮ້ານແລກປ່ຽນເງິນຕຣາ ໃນຂອບເຂດທົ່ວປະເທດ ທັງໝົດ 419 ຮ້ານ ແລະອະນຸຍາດ ໃຫ້ມີການແລກປ່ຽນເງິນຕຣາ ນໍາທະນາຄານທຸຣະກິຈ ທີ່ໄດ້ຮັບການຄຸ້ມຄອງຈາກທາງການລາວເທົ່ານັ້ນ ເພື່ອແກ້ໄຂບັນຫາອັດຕຣາເງິນກີບ ອ່ອນຄ່າພາຍໃນປະເທດ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ນາງນຶ່ງ ກ່າວວ່າ:

“ແຕ່ລະມື້ ມັນກໍຈະປັບຂຶ້ນຫຼາຍເທື່ອຫັ້ນນ່າ ບາງມື້ກໍປັບ 2-3 ເທື່ອກໍມີ ເພິ່ນປິດດຽວຫັ້ນນ່າ ຮ້ານແລກປ່ຽນ ສັ່ງຄົນສັ່ງປິດຢູ່ຫັ້ນນ່າ ສໍາຄັນກໍແມ່ນ ຖ້າວ່່າ ຢາກໃຫ້ຖືກກົດລະບຽບ ກໍຕ້ອງຜ່ານທະນາຄານ ຢູ່ດ່ານເພິ່ນກໍມີໃຫ້ຢູ່ ຈະມີແບບທະນາຄານ ໄປເປີດເປັນໜ່ວຍບໍຣິການ ໃຫ້ເປັນຫຍັງໄປຊີ້ນ່າ.”

ໃນປີ 2023 ນີ້ ທະນາຄານແຫ່ງ ສປປ ລາວ ຈະເພີ່ມການສນອງເງິນຕຣາ ຕ່າງປະເທດ ໃຫ້ເຂົ້າສູ່ລະບົບເສຖກິຈໃຫ້ຫຼາຍຂຶ້ນ ຄຽງຄູ່ກັບການຄຸ້ມຄອງ ການແລກປ່ຽນເງິນຕຣາ ຕ່າງປະເທດແບບຊະຊາຍ ແລະມາຕການຄວບຄຸມລາຄາສິນຄ້າ ເຊິ່ງໃນປັດຈຸບັນ ຣັຖບານ ໄດ້ມີການແຕ່ງຕັ້ງຄະນະເຮັດວຽກ ໂດຍມີກະຊວງອຸດສາຫະກັມ ແລະການຄ້າ ເປັນໃຈກາງ ແລະພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ ທະນາຄານແຫ່ງ ສປປ ລາວ ເປັນຜູ້ດໍາເນີນການຄົ້ນຄວ້າ ໃນການນໍານົດໂຄງສ້າງລາຄາສິນຄ້າ ໃນກຸ່ມສິນຄ້າ ແລະບໍຣິການ ທີ່ປະຊາຊົນຊື້ບໍຣິໂພກ ເປັນປະຈໍາ ແລະສິນຄ້ານໍາເຂົ້າປະເພດສະບຽງອາຫານ ແລະສິນຄ້າກະສິກັມ.

ນອກຈາກນີ້, ທະນາຄານແຫ່ງ ສປປ ລາວ ຍັງໄດ້ສົບທົບກັບຂແນງການທີ່ກ່ຽວຂ້ອງ ເພື່ອແກ້ໄຂການໂຄສະນາ ລາຄາສິນຄ້າ ແລະບໍຣິການຕ່າງໆ ໃຫ້ເປັນເງິນກີບ, ການຄຸ້ມຄອງຣາຍຮັບຈາກການສົ່ງອອກ ເພື່ອໃຫ້ກະແສເງິນຕຣາ ເຂົ້າສູ່ລະບົບ ສົມຄູ່ກັບໂຕເລຂການສົ່ງອອກໂຕຈິງ ແລະການຈໍາກັດ ການນໍາເຂົ້າສິນຄ້າຟຸມເຟືອຍ ໂດຍບໍ່ຂັດກັບຫຼັກການ ການຄ້າສາກົລ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.