ການກໍ່ສ້າງ ທາງຣົຖໄຟ ລາວ-ວຽດນາມ ຈະເຣີ່ມໃນທ້າຍປີນີ້

ຈຳປາທອງ
2023.04.25
ການກໍ່ສ້າງ ທາງຣົຖໄຟ ລາວ-ວຽດນາມ ຈະເຣີ່ມໃນທ້າຍປີນີ້ ທ່ານ ຫວໍ ວັນ ເຖືອງ, ປະທານ ປະເທດ ສສ ວຽດນາມ ຢ້ຽມຢາມ ສປປ ລາວ ຕາມຄຳເຊີນ ຂອງ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ.
ຮູບພາບຈາກ: ປກສ

ທາງການລາວ ແລະ ວຽດນາມ ກຽມກໍ່ສ້າງທາງຣັຖໄຟ ລາວ-ວຽດນາມ ໄລຍະທໍາອິດ ໃນທ້າຍປີ 2023  ຫລື ຕົ້ນປີ 2024 ໂດຍຈະເລິ່ມຈາກຊາຍແດນວຽດນາມຫາເມືອງທ່າແຂກ ແຂວງຄໍາມ່ວນ ໄລຍະທາງ 139.18 ກິໂລແມັດ. ໂຄງການນີ້ ໄດ້ມີການລົງນາມໃນສັນຍາ ກໍ່ສ້າງຣະຫວ່າງບໍຣິສັດ ປີໂຕຣລ້ຽມເທຣດດິງລາວ ມະຫາຊົນ ແລະກຸ່ມບໍຣິສັດຮຸ້ນສ່ວນ ເດດກ້າ ວຽດນາມ ໃນມື້ວັນທີ 27 ກຸມພາທີ່ຜ່ານມາ ແຕ່ກໍຍັງບໍ່ຮູ້ລາຍລະອຽດເທື່ອ ດັ່ງເຈົ້າໜ້າທີ່ກະຊວງໂຍທາທິການ ແລະຂົນສົ່ງທ່ານນຶ່ງເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 25 ເມສານີ້ວ່າ:

“ໂຕນີ້ຂ້ອຍກະຍັງບໍ່ລະອຽດເທື່ອ ແຕ່ວ່າຊ່ວງທີນຶ່ງ ນໍກະຄືແຕ່ທ່າແຂກ ຫ່າຊາຍແດນ ລາວ-ວຽດນາມ ຫັ້ນນໍ ເພິ່ນກະເອົາບໍຣິສັດ ປີໂຕຣລ້ຽມເທຣດດິງ ໃຫ້ສໍາຣວດ, (ບໍຣິສັດໃດຮັບເໝົາກໍ່ສ້າງ) ໂຕໂຄງການນີ້ ກະບໍ່ແນ່ໃຈເທື່ອ.”

ການກໍ່ສ້າງ ທາງຣົຖໄຟສາຍນີ້ ແມ່ນຢູ່ພາຍໃຕ້ຍຸທສາດ Laos Logistics Link (LLL) ຂອງຣັຖບານລາວ ເພື່ອໃຫ້ລາວມີທາງເຊື່ອມຍົງ ກັບຕ່າງປະເທດ ແລະ ທາງອອກສູ່ທະເລຕື່ມອີກ, ແຕ່ກໍຍັງບໍ່ທັນມີການເປີດເຜີຍ ເຖິງການສຶກສາຜົລກະທົບ ຕໍ່ສິ່ງແວດລ້ອມ ຫລື EIA ແລະເຖິງການປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ ຫລື ESIA ໃຫ້ສັງຄົມຮູ້, ແຕ່ປະຊາຊົນ ຢູ່ແຂວງຄໍາມ່ວນ ຄາດວ່າ ຈະໄດ້ເສັຍດິນ ແລະຖືກໃຫ້ໂຍກຍ້າຍ ໄປຢູ່ບ່ອນອື່ນ, ຢາກໃຫ້ທາງການລາວ ບອກໃຫ້ປະຊາຊົນຮູ້ ກ່ຽວກັບຂໍ້ມູນຂອງໂຄງ ການດັ່ງກ່າວ ແລະຮຽກຮ້ອງ ໃຫ້ມີການເກັບກໍາຂໍ້ມູນ ແລະປະເມີນຜົລກະ ທົບດ້ານສິ່ງແວດລ້ອມ ແລະສັງຄົມຢ່າງລະອຽດ.

ດັ່ງທີ່ປະຊາຊົນ ຢູ່ເມືອງທ່າແຂກຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຄືໂຄງການ ມາກະຕ້ອງເກັບກໍາ ດ້ານຜົລກະທົບໃຫ້ມັນລະອຽດ. ຕ້ອງເບິ່ງຫລາຍຂອດ ຫລາຍແງ່ ບໍ່ແມ່ນວ່າຂໍ້ມູນບໍ່ມີ ບໍ່ໄດ້ ແລ້ວການເກັບກໍາແຕ່ລະຈຸດ ແຕ່ລະບ່ອນ ແຕ່ລະບ້ານຫັ້ນມັນຕ້ອງໄດ້ເກັບກໍລະອຽດ. ເພື່ອຫຍັງກະເພື່ອບໍ່ມັນມີຜົລກະທົບ ນໍາຫລັງ ບໍ່ມີບັນຫານໍາຫລັງຫັ້ນ.

ປະຊາຊົນຜູ້ນຶ່ງ ຢູ່ເມືອງຍົມມະລາດ ເວົ້າໃນມື້ດຽວກັນນີ້ວ່າ ຫາກທາງການລາວ ຈະສ້າງທາງຣົຖໄຟ ລາວ-ວຽດນາມ ກໍເຫັນດີນໍາ, ແຕ່ຖ້າຫາກຊາວບ້ານ ໄດ້ຮັບຜົລກະທົບ, ເສັຍດິນທໍາການກະເສດ ຫລືດິນປຸກສ້າງ ໃຫ້ໂຄງການດັ່ງກ່າວ ກໍຕ້ອງໄດ້ຮັບເງິນຄ່າຊົດເຊີຍ ຢ່າງເໝາະສົມ ແລະພຽງພໍສໍາລັບ ທີ່ຈະໂຍກຍ້າຍ ໄປຢູ່ບ່ອນໃໝ່.

“ເອົາ (ທີ່ດິນ) ໝົດກະບໍ່ວ່າດອກ ຄັນຈ່າຍເງິນສະດວກ ພໍໃຊ້ໜີ້ ພໍໄດ້ໄປຊື້ບ່ອນໃໝ່ຢູ່ ເຮົາກະໄປຢູ່ບ້ານນອກ ບ້ານນາ ເຮົາກະໄປ ຂໍແຕ່ມິເງິນໄປ ມີເງິນໄປຢູ່ບ່ອນໃດ ມັນກະຢູ່ໄດ້ ທາງເມືອງກະບໍ່ເຫັນວ່າເປີດປະຊຸມ.” 

ປະຊາຊົນຜູ້ນຶ່ງ ຢູ່ເມືອງຍົມມະລາດອີກຜູ້ນຶ່ງເວົ້າວ່າ ຍັງບໍ່ຮູ້ວ່າ ຈະມີການກໍ່ສ້າງທາງຣົຖໄຟ ລາວ-ວຽດນາມ ແລະທາງນັ້ນຈະຕັດຜ່ານໜ້າບ້ານ, ບໍ່ມີພາກສ່ວນໃດມາບອກໃຫ້ຮູ້ ເຣື່ອງຄ່າຊົດເຊີຍ ແລະເຣື່ອງໃຫ້ໂຍກຍ້າຍເທື່ອ.

ດັ່ງທີ່ນາງກ່າວວ່າ:

ບໍ່ຮູ້ນ່າ ບໍ່ເຫັນມາແຈ້ງຫຍັງນະ ເພາະວ່າບ້ານເພິ່ນຍັງບໍ່ໄດ້ແຈ້ງຫຍັງມາ ບໍ່ຮູ້ວ່າມັນມາເບື້ອງໃດ ເບື້ອງເທິງບໍ ເບື້ອງລຸ່ມ ນ້ອງກະບໍ່ຮູ້ນະ ເພາະວ່າບໍ່ເຫັນເພິ່ນແຈ້ງແນວໃດ.

ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນລາວຈໍານວນນຶ່ງ ຢູ່ແຂວງຄໍາມ່ວນ ໄດ້ສະແດງຄວາມຄິດເຫັນຜ່ານສື່ສັງຄົມອອນລາຍນ໌ ເປັນຕົ້ນເຣື່ອງການຊົດເຊີຍ ໃຫ້ຄອບຄົວທີ່ໄດ້ຮັບຜົລກະທົບ ກໍຂໍໃຫ້ສົມມາພາຄວນ ບໍ່ແມ່ນວ່າຈະເອົາປຽບ ປະຊາຊົນ.

ປະຊາຊົນລາວ ຜູ້ນຶ່ງຕັ້ງຂໍ້ສັງເກດວ່າ ຕັ້ງແຕ່ມີຣົຖໄຟ ລາວ-ຈີມມາ ກໍດີໃຈ ເພາະມັນເຮັດໃຫ້ເສຖກິຈ ດີຂຶ້ນ, ແຕ່ໃນຂະນະດຽວກັນ ກໍເວົ້າວ່າ ທາງຣົຖໄຟນັ້ນ ຈະຊ່ອຍໃຫ້ປະຊາຊົນລາວ ມີຢູ່ມີກິນຂຶ້ນບໍ່ ເພາະຫົວໜ່ວຍທຸຣະກິຈຫລັກໆ ແມ່ນຂອງຄົນຕ່າງປະເທດ, ເອື້ອອໍານວຍຜົລປໂຍດ ໃຫ້ຕ່າງປະເທດ ຂະນະທີ່ປະຊາຊົນລາວ ສູນເສັຍຊັບສິນ, ສູນເສັຍອາຊີບ, ຂາຍຊັບສິນໜີອອກໄປຢູ່ບ່ອນອື່ນ ແລ້ວອະນາຄົດຂອງທາງຣົຖໄຟ ລາວ-ວຽດນາມ ນີ້ ຈະເປັນແນວໃດ ກໍຂ້ອນຂ້າງເປັນກັງວົນໃຈຫຍາຍຢູ່.

ຊາວລາວຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນ ກໍເວົ້າວ່າ ການພັທນາໂຄງການ ຂນາດໃຫຍ່ ແລະມີມູນຄ່າສູງແບບນີ້ ທາງການລາວຕ້ອງສຶກສາ ຄວາມເປັນໄປໄດ້ຢ່າງລະອຽດ ຮອບດ້ານ ແລະທີ່ສໍາຄັນ ແມ່ນຕ້ອງບໍ່ເຮັດໃຫ້ປະເທດຊາຕ ແລະປະຊາຊົນລາວ ເສັຍຜົລປໂຍດ.

“ຄັນເວົ້າມາເຣື່ອງສິດຜົລປໂຍດ ລະແມ່ນ ໂອຍ...ໄດ້ຮັບໜ້ອຍ ຢາກວ່າເສັຍປຽບຫັ້ນແຫລະ ຄັນເວົ້າມາ ໄດ້ແຕ່ວ່າ ເຣື່ອງການຄົມມະນາຄົມຫັ້ນແຫລະ. ຄັນວ່າຜົລປໂຍດ ທີ່ເຮົາຈະໄດ້ຮັບນີ້ ແມ່ນໜ້ອຍຫລາຍເຣື່ອງນີ້.

ໂຄງການທາງຣົຖໄຟ ລາວ-ວຽດນາມ ມີມູນຄ່າປະມານ 5 ຕື້ໂດລ້າຣ໌ ສະຫະຣັຖ, ໄດ້ຮັບທຶນກໍ່ສ້າງ ໂດຍການກູ້ຢືມ ຈາກສະຖາບັນການເງິນ ສາກົລ ຫລື IFC ຊຶ່ງເປັນສະມາຊິກ ຂອງທະນາຄານໂລກ.

ທາງຣົຖໄຟສາຍນີ້ ຍາວທັງໝົດ 544 ກິໂລແມັດ; ຈະເປັນຣົຖໄຟຫົວຈັກໄຟຟ້າ. ການກໍ່ສ້າງທາງຢູ່ລາວ ແບ່ງອອກເປັນ 2 ໄລຍະ ຄືໄລຍະທີ 1 ຈາກຊາຍແດນວຽດນາມ ຫາ ເມືອງທ່າແຂກ ແຂວງຄໍາມ່ວນ ຍາວ 139.18 ກິໂລແມັດ ແລະໄລຍະທີ 2 ຈາກນະຄອນຫລວງວຽງຈັນ ຫາເມືອງທ່າແຂກ ຍາວ 312.81 ກິໂລແມັດ.

ສ່ວນການກໍ່ສ້າງທາງຣົຖໄຟ ຈາກຊາຍແດນວຽດນາມ ຫາທ່າເຮືອວຸ້ງອາງ ຍາວປະມານ 100 ກິໂລແມັດ ແມ່ນຝ່າຍວຽດນາມ ເປັນຜູ້ຮັບຜິດຊອບ.

ທ່ານ ຈັນທອນ ສິດທິໄຊ ປະທານບໍຣິສັດ ປີໂຕຣລ້ຽມເທຣດດິງລາວ ມະຫາຊົນ ໄດ້ຣາຍງານວ່າ ການພັທນາ ໂຄງການທາງຣົຖໄຟ ລາວ-ວຽດນາມ ແມ່ນນຶ່ງໃນການຈັດຕັ້ງຜັນຂຍາຍ ແນວທາງນະໂຍບາຍຂອງພັກ-ຣັຖ ໃນການບັນລຸວິໄສທັດ ຂອງຣັຖບານ ແລະຍຸທສາດ ການພັທນາປະເທດຊາຕ ວ່າດ້ວຍການຫັນປ່ຽນ ປະເທດລາວ ຈາກການເປັນປະເທດ ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍມາເປັນປະເທດເຊື່ອມໂຍງ ແລະເຊື່ອມຈອດ ທາງບົກ ແນໃສ່ສ້າງຜົລປໂຍດ ສູງສຸດ ທາງດ້ານເສຖກິຈ-ສັງຄົມ ໃຫ້ 2 ປະເທດ ລາວ-ວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.