ການກໍ່ສ້າງ ເຂດເສຖກິຈພິເສດ ບຶງທາດຫຼວງ ຊົບເຊົາລົງ ຫຼັງໂຄວິດຣະບາດ

ຈຳປາທອງ
2023.04.26
ການກໍ່ສ້າງ ເຂດເສຖກິຈພິເສດ ບຶງທາດຫຼວງ ຊົບເຊົາລົງ ຫຼັງໂຄວິດຣະບາດ ການກໍ່ສ້າງຕຶກ ໃນເຂດເສຖກິຈ ພິເສດ ບຶງທາດຫຼວງ, ນະຄອນຫຼວງວຽງຈັນ ເດືອນພຶສພາ 2022
ນັກຂ່າວ ພົລເມືອງ

ເຂດເສຖກິຈພິເສດ ບຶງທາດຫຼວງຂອງຈີນ ທີ່ນະຄອນຫຼວງວຽງຈັນ ຂ້ອນຂ້າງມິດງຽບ, ການກໍ່ສ້າງຕຶກ-ອາຄານລ່າຊ້າ, ຜູ້ລົງທຶນຕ່າງປະເທດ ບໍ່ຄ່ອຍເຂົ້າມາ ພາຍຫຼັງການຣະບາດ ຂອງໂຄວິດ-19 ແຕ່ປີ 2019 ມາ.

ດັ່ງເຈົ້າໜ້າທີ່ ກະຊວງແຜນການ ແລະການລົງທຶນ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 26 ເມສານີ້ວ່າ:

“ກະຢາກງຽບແດ່ ເພາະວ່າກໍ່ສ້າງກະຢາກໄປຊ້າແດ່ແຕ່ຊ່ວງໄລຍະ ໂຄວິດມານີ້ ແລ້ວບາດນີ້ທຶນມັນຈຶ້ງ ຊ່ວງໄລຍະ ກະທົບຈາກໂຄວິດແດ່ ແລ້ວກະຕໍ່ມາໄລຍະນີ້ນິ່ ເສຖກິຈ ມັນກະຜັນຜວນໄປທຸກມຸມໂລກ ມັນກະຢາກມີຜົລກະທົບຕໍ່ຜູ້ລົງທຶນ.

ທ່ານກ່າວຕື່ມວ່າ ການລົງທຶນດ້ານຕ່າງໆ ຢູ່ເຂດເສຖກິຈພິເສດ ບຶງທາດຫຼວງ ເມື່ອທຽບໃສ່ເຂດເສຖກິຈພິເສດອື່ນໆ ເປັນຕົ້ນເຂດເສຖກິຈພິເສດບໍ່ເຕັນ ແລະເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ຖືວ່າເຕີບໂຕຊັກຊ້າຫຼາຍ. ສ່ວນວ່າເປັນຫຍັງຈຶ່ງຊັກຊ້າຫລາຍນັ້ນ ກໍບໍ່ສາມາດເວົ້າໄດ້ຢ່າງຈະແຈ້ງເທື່ອ ແຕ່ກໍມີການຄາດຄະເນວ່າ ບໍຣິສັດຜູ້ລົງທຶນ ອາດປະເຊີນກັບບັນຫາຫຍຸ້ງຍາກ ທາງດ້ານການເງິນ ເນື່ອງຈາກໄດ້ຮັບຜົລກະທົບຈາກການຣະບາດ ຂອງໂຄວິດ-19 ໃນໄລຍະທີ່ຜ່ານມາ ແລະສະພາບເສຖກິຈ ຂອງໂລກ ມີການສະລໍໂຕຢູ່ໃນໄລຍະນີ້.

ປັດຈຸບັນ ຄອນໂດມິນຽມ ຢູ່ເຂດເສຖກິຈພິເສດ ບຶງທາດຫຼວງ ມີທັງໝົດ 11 ຕຶກ, ໃນຈໍານວນນັ້ນສ້າງແລ້ວ 8 ຕຶກ, ສາມາດຊື້-ຂາຍໄດ້ພຽງ 3-4 ຕຶກ ໃນລາຄາເຣີ່ມແຕ່ 100,000 ໂດລ້າຣ໌ສະຫະຣັຖ ຕໍ່ຫ້ອງ, ແຕ່ມີຄົນມາຊື້ໜ້ອຍ ຂະນະທີ່ຕຶກອື່ນໆຢູ່ໃນລະຫວ່າງ ການຕົບແຕ່ງພາຍໃນ.

ດັ່ງນາຍໜ້າຂາຍຄອນໂດມິນຽມ ຢູ່ເຂດເສຖກິຈພິເສດ ບຶງທາດຫຼວງ ຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:

“ມັນຕຶກຫລາຍ ມັນຍັງບໍ່ແລ້ວ ເພາະມັນບໍ່ມີແຂກ ມັນເລີຍເຮັດໂຕນີ້ກ່ອນ ມັນໄປຕາມເສຖກິຈເດ ຕຶກກະວ່າຍັງຮ້າງໆຢູ່ ມັນມີຫລາຍຕຶກ ທັມມະດາຫັ້ນ.

ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ປະຈໍາເຂດເສຖກິຈພິເສດ ບຶງທາດຫຼວງ ກໍເວົ້າວ່າ ຕັ້ງແຕ່ເກີດການຣະບາດຂອງ ໂຄວິດ-19 ເປັນຕົ້ນມາ ຈົນຮອດປັດຈຸບັນ ວຽກງານດ້ານການພັທນາ ແລະການລົງທຶນ ຢູ່ໃນເຂດນີ້ ເຕີບໂຕຊັກຊ້າຫລາຍ ເນື່ອງຈາກບໍຣິສັດຜູ້ພັທນາ ໂຄງການ ກໍໄດ້ຮັບຜົລກະທົບ ຈາກການຣະບາດຂອງ ໂຄວິດ-19 ໜັກພໍສົມຄວນ. ສ່ວນນັກທຸຣະກິຈ ທີ່ເຂົ້າມາລົງທຶນໃນເຂດນີ້ ປັດຈຸບັນ ມີທັງນັກລົງທຶນພາຍໃນ ແລະຕ່າງປະເທດ, ແຕ່ຈະເປັນປະເພດທຸຣະກິຈ ຂນາດນ້ອຍເທົ່ານັ້ນ ເປັນຕົ້ນຮ້ານອາຫານ, ຮ້ານກິນດື່ມ ແລະຮ້ານກາເຟ. ສ່ວນທຸຣິກິຈຂນາດໃຫຍ່ ກໍມີບາງບໍຣິສັດເຂົ້າມາເບິ່ງພື້ນທີ່ ແຕ່ຍັງບໍ່ມີສັນຍາເຂົ້າມາລົງທຶນເທື່ອ.

ດັ່ງທີ່ທ່ານກ່າວໃນມື້ວັນທີ 26 ເມສານີ້ວ່າ:

“ຊ່ວງໂຄວິດນີ້ ມັນກະໄດ້ຮັບຜົລກະທົບໂດຍກົງ ການລົງທຶນຍັງບໍ່ທັນມີສູງ ມັນກະເລີຍວ່າມີຜົລກະທົບ ເຮັດໃຫ້ອະສັງຫາ ໃນສ່ວນຂອງການລົງທຶນນີ້ ຍັງບໍ່ໄດ້ເຕີບໂຕຫລາຍວ່າຊັ້ນສະ ບໍ່ມີການລົງທຶນຕື່ມວ່າຊັ້ນສະ.

ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນຢູ່ນະຄອນຫຼວງວຽງຈັນ ຜູ້ນຶ່ງເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ບັນຍາກາດໂດຍລວມ ຢູ່ໃນເຂດເສຖກິຈພິເສດ ບຶງທາດຫຼວງ ຫຼັງຈາກມີການເປີດປະເທດ ເປັນປົກກະຕິແລ້ວ ກໍບໍ່ຄ່ອຍຄຶກຄັກປານໃດ ໂດຍສະເພາະວຽກງານ ກໍ່ສ້າງຕຶກ-ອາຄານ ຄ້ອນຂ້າງມິດງຽບຫລາຍ.

“ຊ່ວງໄລຍະນີ້ມັນວິກິຈ ກະບໍ່ຄຶກຄື້ນຄືຕັ້ງແຕ່ເກົ່ານໍ ຄົນເຂົ້່ ຄົນອອກກະຍັງບໍ່ຫລາຍເດ ໂດຍລວມເລີຍກະແມ່ນຕ່າງປະເທດ ຫລາຍກວ່າຄົນລາວ ແຕ່ຄົນລາວກະມີຄືກັນ.

ເຈົ້າຂອງຮ້ານອາຫານ ຢູ່ເຂດເສຖກິຈພິເສດບຶງທາດຫຼວງ ຜູ້ນຶ່ງກໍເວົ້າວ່າ ປັດຈຸບັນ ເຫັນມີພວກຄົນງານບໍ່ຫລາຍ ທີ່ກໍາລັງກໍ່ສ້າງຕຶກ-ອາຄານ ແລະຕົບແຕ່ງພາຍໃນກັນຢູ່ ແລະກໍຄາດວ່າ ຜູ້ພັທນາໂຄງການນີ້ ຄົງເຮັດໄປເລື້ອຍໆ. ສ່ວນຄົນທີ່ເຂົ້າມາຢູ່ອາສັຍ ໃນຄອນໂດມິນຽມ ແມ່ນຄົນຈີນ ທີ່ມາເຊົ່າ ແລະຊື້ແບບຖາວອນ, ບໍ່ຄ່ອຍເຫັນຄົນລາວມາເຊົ່າ ຫລື ຊື້ພໍເທົ່າໃດ.

ດັ່ງທີ່ນາງກ່າວໃນມື້ວັນທີ 26 ເມສານີ້ວ່າ:

ຍັງເຮັດຢູ່ ຍັງກໍ່ສ້າງ ໄດ້ຫລາຍຕຶກຢູ່ເດ ທີ່ວ່າກໍາລັງກຽມກະໃກ້ຊິສໍາເຣັດແຫລະ ແຕ່ວ່າສ່ວນໃຫຍ່ກະຈະເປັນປະເພດຜູ້ພັທນາເອງ ເປັນຜູ້ລົງທຶນຫັ້ນນະ ກະເປັນຄົນຈີນ ຈະມາອາສັຍຢູ່ນີ້ນໍ.

ທ່ານ ສອນປະເສີດ ດາລາວົງ ວ່າການຫົວໜ້າຫ້ອງການ ສົ່ງເສີມ ແລະຄຸ້ມຄອງ ເຂດເສຖກິຈພິເສດ ກະຊວງແຜນການ ແລະການລົງທຶນ ໄດ້ຣາຍງານວ່າ ໄລ ຍະປີ 2006-2020 ທາງການລາວໄດ້ປະເມີນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ ສັນຍາຂອງບັນດາ ເຂດເສຖກິຈພິເສດ 19 ແຫ່ງ. ເຂດທີ່ມີຄວາມຄືບໜ້າ ຫລາຍກວ່າໝູ່ ກໍແມ່ນເຂດເສຖກິຈພິເສດ ສວັນ-ເຊໂນ, ເຂດເສຖກິຈພິເສດ ບໍ່ເຕັນ, ເຂດເສຖກິຈພິເສດ ສາມຫລ່ຽມຄໍາ, ເຂດເສຖກິຈພິເສດ ກວມລວມ ໄຊເສດຖາ ແລະເຂດເສຖກິຈພິເສດ ປາກເຊ-ຍີ່ປຸ່ນ.

ເຂດທີ່ມີຄວາມຄືບໜ້າໜ້ອຍ ຫາປານກາງ ແມ່ນເຂດເສຖກິຈພິເສດ ບຶງທາດຫຼວງ, ເຂດເສຖກິຈພິເສດລ່ອງແທ່ງ-ວຽງຈັນ, ເຂດເສຖກິຈພິເສດ ວັງເຕົ່າ-ໂນນທອງ, ເຂດເສຖກິຈພິເສດ ທ່າແຂກ-ພູຂຽວ ແລະເຂດເສຖກິຈພິເສດ ໃໝ່ ສີທັນດອນ.

ສໍາລັບເຂດເສຖກິຈພິເສດ ບຶງທາດຫຼວງ ເປັນ 1 ໃນ 5 ເຂດເສຖກິຈພິເສດ ທີ່ຕັ້ງຢູ່ນະຄອນຫຼວງວຽງຈັນ ແລະຢູ່ພາຍໃຕ້ ການຄຸ້ມຄອງ ຂອງຄະນະຄຸ້ມຄອງ ເຂດເສຖກິຈພິເສດ ນະຄອນຫຼວງວຽງຈັນ. ເຂດເສຖກິຈພິເສດນີ້ ແມ່ນບໍຣິສັດລາວ ທາດຫຼວງ ລົງທຶນພັທນາ ຈໍາກັດ ຂອງຈີນ ໄດ້ຮັບສັມປະທານຈາກຣັຖບານລາວ ເຖິງ 99 ປີ ເມື່ອວັນທີ 28 ທັນວາ 2011.

ເຂດເສຖກິຈພິເສດ ບຶງທາດຫຼວງ ມີເນື້ອທີ່ 365 ເຮັກຕ້າຣ໌, ເງິນລົງທຶນທັງໝົດ 1.6 ຕື້ໂດລ້າຣ໌ສະຫະຣັຖ. ນັບຕັ້ງແຕ່ສ້າງເຂດນີ້ ມາເຖິງປັດຈຸບັນ ດຶງດູດນັກລົງທຶນ ໄດ້ຫລາຍກວ່າ 40 ບໍຣິສັດ ຊຶ່ງສ່ວນໃຫຍ່ເປັນບໍຣິສັດຈີນ ແລະເກົາຫລີໃຕ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.