ປະຊາຊົນເຫັນວ່າ ບັນຫາຢາເສບຕິດ ໃນລາວ ແກ້ໄຂໄດ້ຍາກ

ພອນ ພູມມີທອນ
2023.04.26
ປະຊາຊົນເຫັນວ່າ ບັນຫາຢາເສບຕິດ ໃນລາວ ແກ້ໄຂໄດ້ຍາກ ຊາຍໝຸ່ມ 3 ຄົນຖືກຈັບ ພ້ອມກັບ ເຮໂຣອິນ 400 ແທ່ງ. ແຂວງບໍ່ແກ້ວ ວັນທີ 20 ເມສາ 2023.
ຮູບພາບຈາກ: ປກສ

ປັດຈຸບັນ ຊາວລາວ ຍັງບໍ່ເຊື່ອວ່າ ເຈົ້າໜ້າທີ່ລາວ ຈະປາບປາມ ຢາເສບຕິດ ໄດ້ຢ່າງຈິງຈັງ ຂະນະທີ່ພາຍໃນຊຸມຊົນ ຫລາຍແຫ່ງໃນ ຍັງມີຜູ້ເສບ ແລະ ຜູ້ຄ້າຂາຍ ຣາຍຍ່ອຍຢູ່ ໂດຍສະເພາະ ເຂດນອກຊົນນະບົດ ທີ່ເຈົ້າໜ້າທີ່ເຂົ້າໄປບໍ່ເຖິງ ເຊິ່ງເຈົ້າໜ້າທີ່ຕໍາຣວດ ບໍ່ໄດ້ເອົາໃຈໃສ່ສົນໃຈ ທີ່ຈະລົງກວດກາໃນຊຸມຊົນເທົ່າທີ່ຄວນ. ເຖິງແມ່ນວ່າ, ເຈົ້າໜ້າທີ່ຂັ້ນບ້ານຈະພົບເຫັນ ຫລື ມີລູກບ້ານມາຣາຍງານແລ້ວ ເຈົ້າໜ້າທີ່ຂັ້ນບ້ານ ຣາຍງານໄປຫາເຈົ້າໜ້າທີ່ຕໍາຣວດ ບໍ່ໄດ້ເຫັນວ່າຈະເຮັດແນວໃດ ປ່ອຍປະລະເລີຍ ບໍ່ສົນໃຈ ປາບປາມ ທີ່ຈະລົງມາກວດກາ ຈຶ່ງເປັນບັນຫານຶ່ງ ທີ່ແກ້ໄຂຍາກ. 

ດັ່ງ ຊາວລາວ ໃນແຂວງບໍ່ແກ້ວ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 26 ເມສາ ນີ້ວ່າ: 

“ມີຜູ້ກິນຢູ່ ກໍແມ່ນໄວຣຸ້ນ ໄວໜຸ່ມ ເປັນບັນຫາຍໍ້ທໍ້ ກັບບ້ານ ກັບປະຊາຊົນຫລາຍ ຍັງບໍ່ເຊື່ອວ່າຈະເຮັດໄດ້ 100%. ເຮັດບໍ່ໄດ້ດອກລາວຫັ້ນ ບໍ່ເອົາໃຈໃສ່ ເຖິງແມ່ນວ່າ ບ້ານເຮົາຈະຣາຍງານໄປ ແນວໃດກໍຢ່າ ແຕ່ຫາກເຈົ້າໜ້າທີ່ ເຂົາກໍບໍ່ວ່າຫຍັງຫັ້ນນ່າ.”

ຫລ້າສຸດ ໃນວັນທີ 20 ເມສາ 2023 ທີ່ຜ່ານມາ ເຈົ້າໜ້າທີ່ຕໍາຣວດ ແຂວງບໍ່ແກ້ວ ໄດ້ຈັບຜູ້ລັກລອບຂົນຢາ ເສບຕິດ ປະເພດ ເຮໂຣອິນ ໄດ້ 3 ຄົນ ຈໍານວນ 160 ກິໂລກຣາມ ຢູ່ຈຸດດ່ານນ້ໍາເກິງ ທີ່ເຈົ້າໜ້າທີ່ ຈະຕ້ອງກວດກາຣົຖ ແລ່ນເຂົ້າ-ອອກ ປົກຕິຢູ່ແລ້ວ ເຊິ່ງປ້າຍທະບຽນຣົຖ ມາຈາກແຂວງຫລວງພຣະບາງ ແລ້ວ ແລ່ນມາຈາກເມືອງຕົ້ນເຜິ້ງ ຈະມຸ້ງໜ້າໄປເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ເຊິ່ງການຈັບຄັ້ງນີ້ ເປັນການກວດກາ ພາຫະນະເຂົ້າ-ອອກເທົ່ານັ້ນ ແຕ່ການລົງກວດກາ ໃນຊຸມຊົນ ເຈົ້າໜ້າທີ່ ກັບບໍ່ປະຕິບັດ ທັງທີ່ພາຍໃນຊຸມຊົນ ກໍມີຄົນເສບ ແລະ ຄົນຄ້າເຊັ່ນກັນ ຂະນະທີ່ຊາວລາວ ໃນນະຄອນຫລວງວຽງຈັນ ອີກທ່ານນຶ່ງ ກ່າວວ່າ ບັນຫາຢາເສບຕິດນີ້ ກໍບໍ່ໄດ້ໝົດໄປເທື່ອ ກໍຍັງມີຢູ່ຕໍ່ເນື່ອງ ທີ່ຜ່ານເຈົ້າໜ້າທີ່ຕໍາຣວດ ກໍອາສັຍໃຫ້ຊາວບ້ານ ເປັນຫູເປັນຕາຊ່ວຍ ແຕ່ໃນໂຕເມືອງກໍຖືວ່າ ບໍ່ຮ້າຍແຮງ ຄື ໃນເຂດຊົນບົດ ທີ່ເຈົ້າໜ້າທີ່ ເຂົ້າເຖິງຍາກ ແລະປະຕິເສດບໍ່ໄດ້ ຕ້ອງມີການລັກລອບເສບ ຫລື ຄ້າ-ຂາຍ ກັນຢູ່ແລ້ວ ໃນໄລຍະທີ່ເຈົ້າໜ້າທີ່ ລົງໄປແກ້ໄຂ ຜູ້ເສບຢາເສບຕິດນັ້ນ ບາງກໍຣະນີ ບໍ່ໄດ້ໜັກ ເຮັດພຽງສຶກສາອົບຮົມ ແລະ ປ່ອຍໄປ. 

“ມັນກໍມີຢູ່ດອກອັນນີ້ນ່າ ກໍບໍ່ປະຕິເສດໄດ້ ຢູ່ໃນໂຕເມືອງ ກໍບໍ່ໄດ້ຮ້າຍແຮງ ຄືບ້ານນອກເຮົາ ມັນຢູ່ບ່ອນສອກຫລີກ ຊົນບົດ ມັນກະເຂົ້າມາຫາເຖິງຍາກຊີ້ນ່າ ອັນນັ້ນມັນກະມີ ພະນັກງານຂັ້ນບ້ານແກ້ໄຂ ກວດຄືນ ແລ້ວ ກະສຶກສາອົບຮົມປ່ອຍໄປ.” 

ຂະນະ ທີ່ຊາວບ້ານ ໃນແຂວງຫລວງນ້ໍາທາ ທ່ານນຶ່ງ ກ່າວວ່າ ສໍາລັບຢາເສບຕິດ ພາຍໃນຊຸມຊົນນີ້ ມີຢູ່ແລ້ວ ພວກລັກລອບເສບ ແລະ ຄ້າ-ຂາຍ ຣາຍຍ່ອຍ ບໍ່ໝົດໄປເທື່ອ ສ່ວນການປາບປາມ ຂອງເຈົ້າໜ້າທີ່ຕໍາຣວດ ໃນການມາເລາະໃນຊຸມຊົນ ບໍ່ເຫັນມີ ແລະ ບໍ່ຮູ້ວ່າມີ. 

“ອັນຄົນກິນມັນກໍມີຢູ່ ກໍເໜືອນເກົ່າ ເໜືອນເດີມຫັ້ນແຫລະເນາະ ຄົນຄ້າ ຄົນຂາຍ ກໍຮູ້ອັນເຣື່ອງປາບປາມບໍ່ໄດ້ອີກເນາະ ມາເລາະກວດກາຫັ້ນ ບໍ່ຮູ້ນ່າ.” 

ດ້ານເຈົ້າໜ້າທີ່ຕໍາຣວດ ໃນແຂວງບໍ່ແກ້ວ ທ່ານນຶ່ງ ກ່າວວ່າ ທີ່ຜ່ານມາ ພວກຣັຖກໍມີການປາບປາມ ເຂັ້ມງວດ ມາໂດຍຕລອດ ໂດຍສະເພາະ ແຂວງທີ່ຕິດກັບຊາຍແດນ ບໍ່ໄດ້ປ່ອຍປະລະເລີຍ ເຊິ່ງເຈົ້າໜ້າທີ່ ກໍມີການກວດກາ ຕາມແຕ່ລະຈຸດ ແລະ ຕາມດ່ານຕ່າງໆ ແລະ ຕາມຊາຍແດນ ກໍມີເຈົ້າໜ້າທີ່ກວດກາ ລາດຕະເວນ ເຊັ່ນກັນ ສ່ວນຕາມເຂດບ້ານ ກໍຕ້ອງອາສັຍ ເຈົ້າໜ້າທີ່ຂັ້ນບ້ານເບິ່ງແຍງ ຣາຍງານຄວາມເຄື່ອນໄຫວບັນຫາ ເປັນຕົ້ນ ໃນເວລາພົບຜູ້ເສບຕິດ ສາມາດແຈ້ງຕໍາຣວດໄດ້ ແຕ່ກົດໝາຍໃນລາວ ຄົນເສບ ຢາເສບຕິດ ຈໍານວນໜ້ອຍ 0.2 ກຣາມ ລົງມາ ເຈົ້າໜ້າທີ່ ນໍາໄປບໍາບັດເທົ່ານັ້ນ ພໍເຊົາຕິດຢາເສບຕິດ ປ່ອຍໃຫ້ກັບໄປໃຊ້ຊີວິດປົກຕິ ແລ້ວ 3 ເດືອນ ກໍຈະມາກວດກາ ວ່າ ເສບຕິດອີກ ຫລື ບໍ່ເທົ່ານັ້ນ ຖ້າຕິດຢູ່ ຕ້ອງໄປບໍາບັດໃໝ່.

ສ່ວນຜູ້ຄ້າ-ຂາຍ ຢາເສບຕິດ ແນ່ນອນ ພວກນີ້ຕ້ອງຂາຍເກີນ 0.2 ກຣາມ ເຈົ້າໜ້າທີ່ຈັບໄດ້ ກໍດໍາເນີນຕາມກົດໝາຍ ຕັດອິສຣະພາບ ຖ້າຫາກ ຈໍານວນຢາເສບຕິດຫລາຍ ກໍຕັດອິສຣະພາບ ຕລອດຊີວິດ ບໍ່ໄດ້ມີປະຫານ ເຖິງແມ່ນວ່າ ໃນກົດໝາຍ ຈະເວົ້າເຖິງການປະຫານຊີວິດ ກໍຕາມ.

ດັ່ງ ທ່ານກ່າວວ່າ: 

“ຈັບໄດ້ ແລ້ວ ມັນມີຈໍານວນໜ້ອຍເນາະ ທີ່ວ່າເຂົາເສບ ເຮົາກໍນໍາໂຕມາບໍາບັດ ປິ່ນປົວ ເຮົາບໍ່ດໍາເນີນຄະດີ ພວກອັນນ່າ ຣາຍຍ່ອຍ ກາຍ 0.2 ກຣັມ ດໍາເນີນຄະດີ ຕາມກົດໝາຍ ແຕ່ວ່າຢູ່ລາວເຮົານີ້ ກົດໝາຍວ່າປະຫານຊີວິຕ ຖືວ່າຖືກຄຸກຕລອດຊີວິຕ ຫັ້ນແຫລະ ຫລືວ່າບໍ່ໄດ້ອອກເລີຍ.”

ຂະນະດຽວກັນ ວັນທີ 24 ເມສາ 2023 ທີ່ຜ່ານມາ ທາງການໄທຍ ໄດ້ຮັບເຣື່ອງຈາກທາງການປະເທດຮ່ອງກົງ ວ່າ ໄດ້ກວດຍຶດ ເຮໂຣອິນ ຈໍານວນ 53 ກິໂລກຣາມ ຊຸກຢູ່ໃນຖົງກາເຟ ສໍາເຣັດຮູບ ຢູ່ໃນສະນາມບິນສາກົລ ຮ່ອງກົງ ແລະ ສາມາດຈັບ ຜູ້ລັກລອບຂົນສົ່ງໄດ້ 3 ຄົນ ເປັນຊາວຈີນ ຮ່ອງກົງ ໂດຍຖືກຈັບສົ່ງເຂົ້າມາ ຮ່ອງກົງ ໂດຍບໍຣິສັດຂົນສົ່ງແຫ່ງນຶ່ງ ຢູ່ນະຄອນຫລວງບາງກອກ ປະເທດໄທຍ.

ເບື້ອງຕົ້ນ ທາງການໄທຍ ກໍໄດ້ກວດກາພົບວ່າ ມີເຄືອຂ່າຍການຄ້າຂາຍ ເຮໂຣອິນ ຢູ່ໃນປະເທດລາວນໍາດ້ວຍ ເບື້ອງຕົນພົບຫລັກຖານ ການເຊື່ອມໂຍງ ອອກໝາຍຈັບຄົນໄທຍ 1 ຄົນ ແລະ ຄົນລາວ 2 ຄົນ ໂດຍທາງການໄທຍ ຈະຮ່ວມກັບທາງການຮ່ອງກົງ ປະສານງານຂໍ້ມູນທາງຄະດີ ເພື່ອປະກອບພະຍານຫລັກຖານຈັບ ແລະ ຈະປະສານຂໍ້ມູນໄປຍັງສໍານັກງານ ຄະນະກັມການແຫ່ງຊາຕ ເພື່ອກວດກາ ແລະ ຄອບຄຸມ ຢາເສບຕິດ ໃນລາວ ເພື່ອສືບສວນ ຂຍາຍຜົລ ກຸ່ມຂບວນການ ໃນລາວຕໍ່ໄປ.

ອີງຕາມ ປະມວນໝາຍອາຍາ ມາດຕຣາ 320 ການເສບ ຫລື ການມີຢາເສບຕິດ ໄວ້ໃນຄອບຄອງເພື່ອເສບ ເຮໂຣອິນ, ມອກຝິ່ນ ຫລື ໂຄເຄນ ທີ່ມີນ້ໍາໜັກ ແຕ່ 0.2 ກຣາມລົງມາ ຫລື ຢາອີ, ຢາບ້າ, ຢາໄອ້ ທີ່ມີນ້ໍາໜັກ 0.3 ລົງມາ ຫລື ຝິ່ນ ມີນ້ໍາໜັກ 0.5 ລົງມາ ຫລື ກັນຊາແຫ້ງ ມີນ້ໍາໜັກ 0.5 ກຣາມ ລົງມາ ຫລື ສານລະເຫີຍອື່ນ ທີ່ມີສານເສບຕິດ ທີ່ມີນ້ໍາໜັກ 0.5 ກຣາມ ລົງມາ ຈະໄດ້ຮັບການປິ່ນປົວ ຕາມແຕ່ກໍຣະນີ.

ສ່ວນບຸກຄົນໃດ ທີ່ມີໄວ້ໃນຄອບຄອງ ເຮໂຣອິນ, ມອກຟິນ ຫລື ໂຄເຄນ 0.2 ກຣາມ ຫາ 2 ກຣາມ ຈະຖືກລົງໂທດ ຕັດອິສະຣະພາບ ແຕ່ 3 ປີ ຫາ 7 ປີ ແລະ ຈະຖືກປັບໃໝ 5,000,000 ກີບ ຫາ 20,000,000 ກີບ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.