ເຣື້ອງທີ່ເກັບບັນທຶກໄວ້
2022-01-27
ຜູ້ທີ່ໄດ້ຮັບຜົລກະທົບຈາກ ໂຮງໄຟຟ້າ ຫົງສາ ລິກໄນທ໌ ຈຳນວນ 114 ຄອບຄົວ, ບ້ານກິ່ວງິ້ວ ຢູ່ເມືອງເງິນ ແຂວງໄຊຍະບູຣີ ທີ່ສູນເສັຍທີ່ດິນ ແລະບ້ານເຮືອນ ຊຶ່ງຈະຖືກໂຍກຍ້າຍ ໄປຢູ່ບ້ານຈັດສັນ ແຕ່ຍັງຈະບໍ່ທັນໄດ້ທີ່ດິນ ທໍາກິນເທື່ອ.
2022-01-26
ຣັຖບານລາວ ເອົາເງິນມາລົງທຶນ ໃສ່ໂຄງການ ທາງຣົຖໄຟ ລາວ-ຈີນ ໃນອັດຕຣາສ່ວນ 30 ເປີເຊັນ, ສ່ວນຫຼາຍເປັນເງິນກູ້ຢືມ ຈາກຈີນ ຊຶ່ງຄິດເປັນມູນຄ່າ ປະມານ 1.5 ຕື້ໂດລາ ບວກໃສ່ກັບ ເງິນງົບປະມານຈຳປີ ຂອງຣັຖບານລາວ 250 ລ້ານໂດລາ.
2022-01-26
ຫ້ອງການ ຜແນກກະສິກັມ ແລະປ່າໄມ້ ນະຄອນຫຼວງວຽງຈັນ ຄາດວ່າໃນປີ 2022 ນີ້ ຢູ່ນະຄອນຫຼວງວຽງຈັນ ໝູຈະຂາດຕລາດ ຫຼືການສນອງ ບໍ່ພຽງພໍ ຕາມຄວາມຕ້ອງການ ຊຶ່ງມີແນວໂນ້ມວ່າ ລາຄາຊີ້ນໝູຈະແພງຂຶ້ນອີກ ກວ່າປັດຈຸບັນ.
2022-01-26
ປະຊາຊົນລາວ ຜູ້ທຸກຍາກ ຍາກທີ່ຈະໄດ້ຮັບ ການປິ່ນປົວ ເວລາເຈັບປ່ວຍ ແລະໄປກວດ ສຸຂພາບ ເປັນຕົ້ນ ຊາວຊົນເຜົ່າ ຢູ່ຕາມຊົນນະບົດ ແລະເຂດພູດອຍ ຍ້ອນບໍ່ມີເງິນ, ໂຮງໝໍຢູ່ໄກ, ຫົນທາງບໍ່ສະດວກ, ເຄີກຫາຢູ່ ຫາກິນລ້ຽງຊີບ.
2022-01-26
ແຂວງຫລວງນໍ້າທາ ໄດ້ອອກແຈ້ງການ ປິດດ່ານສາກົນ ບໍ່ເຕັນ-ບໍ່ຫານ ແລະດ່ານທ້ອງຖິ່ນ ປາງໄຮ-ຊາເຫີ ໃນມື້ວັນທີ 24 ມົກກະຣານີ້ ຍ້ອນໂຄວິດ-19 ຣະບາດຢູ່ ເມືອງຫລ້າ ຂອງຈີນ.
2022-01-26
ບໍຣິສັດ ຮ່ວມທຶນໄທຍ-ຈີນ ຈະດໍາເນີນ ການເຈຣະຈາ ຣາຍລະອຽດ ເງື່ອນໄຂ ແລະລົງນາມ ເຊັນສັນຍາ ໃນການຮັບຊື້ ໄຟຟ້າ ຈາກເຂື່ອນ ປາກລາຍ ຮ່ວມກັບ ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທຍ ພາຍໃນ ປີ 2022 ນີ້.
2022-01-26
ເງິນກີບອ່ອນຄ່າ ກະທົບ ພາກທຸຣະກິຈ ແລະ ຄ່າຄອງຊີບ, ໃນໄລຍະຍາວ ສປປລາວ ຍັງສ່ຽງຫຼາຍດ້ານ ທີ່ເຮັດໃຫ້ ເງິນກີບອ່ອນຄ່າ ແລະ ສົ່ງຜົລໃຫ້ອັຕຣາເງິນເຟີ້.
2022-01-25
ຫ້ອງການ ສົ່ງເສີມເຂດເສຖກິຈ ພິເສດ ຈະພຍາຍາມ ສ້າງວຽກເຮັດ ງານທໍາ ໃຫ້ຊາວໜຸ່ມລາວ ຫຼາຍພັນຕໍາແໜ່ງ, ຂະນະທີ່ ຊາວໜຸ່ມລາວ ກໍຢາກໃຫ້ມີ ການຕັ້ງຖານ ເງິນເດືອນ ທີ່ເໝາະສົມກັບ ຄ່າຄອງຊີບ.
2022-01-25
ກະຊວງກະສິກັມ ແລະປ່າໄມ້ ອອກແຈ້ງການ ໃຫ້ຢຸດຕິ ອະນຸຍາດ ເຄື່ອນຍ້າຍຖ່ານດຳ ເພື່ອສົ່ງອອກໄປຕ່າງປະເທດ ເພາະທີ່ຜ່ານມາ ມີປະກົດການ ສົ່ງຖ່ານດຳ ທີ່ລັກລອບຜລິດ ຈາກໄມ້ ທັມມະຊາດ ຊຶ່ງກໍ່ໃຫ້ເກີດ ຄວາມເສັຽຫາຍ ແກ່ປ່າໄມ້ ຢ່າງຫຼວງຫຼາຍ.
2022-01-25
ເມັດເງິນ ລົງທຶນຈາກຈີນ ຄອງອັນດັບ 1 ໃນລາວ, ແຕ່ການເຂົ້າມາ ຂອງທຶນຈີນ ຈະເຮັດໃຫ້ປະຊາຊົນທຸກຍາກຕື່ມ ເພາະມີຜົລກະທົບ ເຊັ່ນ ປະຊາຊົນ ຖືກຢຶດທີ່ດິນ, ການຖືກບັງຄັບ ໃຫ້ໂຍກຍ້າຍ ແລະການຂາດທີຢູ່ອາສັຍ ຈາກໂຄງການຕ່າງໆ ຂອງຈີນ.
2022-01-25
ສະຫະຣັຖ ອາເມຣິກາ ມອບວັກຊິນ ປ້ອງກັນ ໂຄວິດ-19 ຍີ່ຫໍ້ໄຟເຊີຣ໌ (Pfizer) 9 ແສນໂດສ ໃຫ້ລາວຕື່ມອີກ ໃນມື້ວັນທີ 24 ມົກກະຣານີ້, ວັກຊິນທັງໝົດ ທີ່ຊ່ອຍ 4 ຄັ້ງ ຮວມກັນເປັນ 2,807,460 ໂດສ.
2022-01-25
ບໍຣິສັດ ພະລັງງານ ບໍຣິສຸດ ຈໍາກັດ ປະເທດໄທຍ ສົ່ງໜັງສື ໄປຫາທາງການ ແຂວງອຸບົນ ແລະເລີຍຂອງໄທຍ ເພື່ອຂໍໄປເກັບຂໍ້ມູນ ແລະສຶກສາ ຄວາມເປັນໄປໄດ້ ໃນໂຄງການ ສ້າງເຂື່ອນ ໃສ່ແມ່ນໍ້າຂອງ 2 ແຫ່ງ ຄື ເຂື່ອນຜາມອງ ແລະເຂື່ອນ ສາຣະວັນ.
2022-01-24
ຄົນລາວທົ່ວໄປ ຍັງບໍ່ນິຍົມໃຊ້ຜລິຕພັນ ທີ່ຄົນລາວເປັນຜູ້ຜລິດຢູ່ໃນປະເທດ ຍ້ອນຄຸນນະພາບບໍ່ເທົ່າ ກັບຂອງໄທຍ ຈີນ ວຽດນາມ ທີ່ເຄີຍຊິນໃຊ້ມາ, ສິນຄ້າລາວບາງຢ່າງ ກໍແພງກວ່າຂອງຕ່າງປະເທດ, ເຮັດໃຫ້ລາວຂາດດູນ ການຄ້າ ກັບຕ່າງປະເທດ.
2022-01-24
ລາຄາຊີ້ນໝູ ແພງຂຶ້ນຫຼາຍ ເຮັດໃຫ້ ປະຊາຊົນທົ່ວໄປ ໄດ້ຮັບຜົລກະທົບ ຢ່າງໜັກ ແລະ ຕ້ອງໄດ້ປະຢັດຄ່າຄອງຊີບ ທີ່ແພງຢູ່ແລ້ວ ຫຼາຍຂຶ້ນກວ່າເກົ່າ.
2022-01-24
ເຈົ້າໜ້າທີ່ ດ່ານກັກກັນສັດ ແຂວງມຸກດາຫານ ໄດ້ຍຶດຊີ້ນໝູ ແຊ່ແຂງ ຈຳນວນ 24 ຕັນ, ຊຶ່ງມີມູນຄ່າ 5 ລ້ານບາດ, ຈາກຣົຖບັນທຸກ ຂົນສົ່ງ ສິນຄ້າທີ່ຈອດຢູ່ ບໍຣິເວນ ໜ້າສະພານ ມິຕພາບ ໄທຍ-ລາວ ແຫ່ງທີ 2.