ໂຄວິດ-19 ຣະບາດ, ປິດດ່ານລາວ-ຈີນຊົ່ວຄາວ

ຈຳປາທອງ
2022.01.26
ໂຄວິດ-19 ຣະບາດ, ປິດດ່ານລາວ-ຈີນຊົ່ວຄາວ ເຂດດ່ານສາກົນ ບໍ່ເຕັນ ແຂວງຫຼວງນ້ຳທາ, ເດືອນທັນວາ 2021.
RFA

ຜແນກການ ຕ່າງປະເທດ ແຂວງຫລວງນໍ້າທາ ໄດ້ອອກແຈ້ງການ ປິດດ່ານ ຊາຍແດນ 2 ດ່ານຊົ່ວຄາວ ໃນມື້ວັນທີ 24 ມົກກະຣານີ້ ຄືດ່ານສາກົນ ບໍ່ເຕັນ-ບໍ່ຫານ ຢູ່ເມືອງຫລວງນໍ້າທາ ແລະດ່ານທ້ອງຖິ່ນ ປາງໄຮ-ຊາເຫີ ຢູ່ເມືອງສິງ ຍ້ອນໂຄວິດ-19 ຣະບາດ ຢູ່ຕາແສງເມືອງມ້າງ, ເມືອງຫລ້າ ແຂວງ ຢຸນນານ ປະເທດຈີນ. ຣົຖທີ່ຈະຂົນສົ່ງສິນຄ້າ ຜ່ານ 2 ດ່ານນີ້ ແມ່ນຕ້ອງໄດ້ໂຈະ ໄປຈົນກວ່າວ່າ ສະຖານະການ ການຣະບາດຂອງໂຄວິດ-19 ຈະຜ່ອນ ຄາຍລົງ.

ໃນແຈ້ງການນັ້ນ ລະບຸວ່າ ຄະນະສະເພາະກິດເມືອງຫລ້າ ແຂວງຢຸນນານຂອງຈີນ ໄດ້ແຈ້ງປິດດ່ານເຂົ້າເມືອງ-ອອກເມືອງຊົ່ວຄາວ ຮວມທັງການຂົນສົ່ງສິນຄ້າ ຂ້າມແດນ ນັບຕັ້ງແຕ່ມື້ວັນທີ 21 ມົກກະຣາ 2022 ເປັນຕົ້ນໄປ ຈົນກວ່າວ່າການຣະບາດ ຂອງໂຄວິດ-19 ຈະຜ່ອນຄາຍລົງ ຍ້ອນໄລຍະນີ້ມີການແພ່ຣະບາດຂອງເຊື້ອໂຄວິດ-19 ຢູ່ຕາແສງເມືອງມ້າງ ເມືອງຫລ້າ.

ແຕ່ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້າ ແຂວງຫລວງນໍ້າທາ ແລ້ວແມ່ນວ່າ ການປິດດ່ານຊາຍແດນນັ້ນ ແມ່ນປິດພຽງແຕ່ການເຂົ້າ-ອອກຂອງປະຊາຊົນເທົ່ານັ້ນ ບໍ່ໄດ້ສັ່ງຫ້າມຣົຖບັນທຸກສິນຄ້າຈາກລາວໄປຈີນ, ຍັງມີຣົຖບັນທຸກສິນຄ້າຈາກລາວຫລາຍຄັນ ລຽນແຖວກັນຢູ່ດ່ານສາກົນບໍ່ເຕັນ ເພື່ອລໍຖ້າຜ່ານຂັ້ນຕອນ ກວດກາຫາເຊື້ອ ໂຄວິດ-19 ກ່ອນຈະໄດ້ເຂົ້າໄປຈີນ ມື້ລະ 150 ຄັນ ຕາມປົກກະຕິຢູ່ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ມົກກະຣານີ້ວ່າ:

ມັນມີແຈ້ງການອອກມາແລ້ວ ດ່ານປາງໄຮກັບບໍ່ເຕັນ ເຂົາສັ່ງປິດເນາະ ເພາະຢູ່ທາງເມືອງຫລາ ຂອງເບື້ອງຈີນ ມັນມີການແຜ່ຣະບາດຂອງພະຍາດໂຄວິດ ເຣື່ອງການຂົນສົ່ງສິນຄ້ານີ້ ເຂົາຍັງເປີດປົກຕິ ຈຸໂຕເຂົາປິດສະເພາະແຂກຄົນເຂົ້າອອກ ຊື່ໆເນາະ.

ທ່ານກ່າວຕື່ມອີກວ່າ ໃນໄລຍະນີ້ ຣົຖບັນທຸກສິນຄ້າຈາກລາວ ທີ່ລໍຖ້າຜ່ານດ່ານສາກົນບໍ່ເຕັນເຂົ້າໄປຈີນ ສ່ວນໃຫຍ່ເປັນຣົຖຂົນສິນຄ້າການກະເສດ ເປັນຕົ້ນແມ່ນກ້ວຍ ທີ່ເກັບໄວ້ໄດ້ດົນ, ຍັງບໍ່ທັນມີບັນຫາເຣື່ອງສິນຄ້າບູດເນົ່າ ໃນຂະນະທີ່ຣົຖລໍຖ້າຂ້າມດ່ານໄປຈີນປະມານ 10 ມື້.

ຢູ່ດ່ານປາງໄຮ ຊຶ່ງເປັນພຽງດ່ານທ້ອງຖິ່ນ ກໍບໍ່ມີບັນຫາເຣື່ອງຣົຖບັນທຸກສິນຄ້າເຂົ້າໄປຈີນ.

ແລະເຈົ້າໜ້າທີ່ ທີ່ປະຕິບັດງານຢູ່ດ່ານສາກົນ ບໍ່ເຕັນ ກໍຢືນຢັນວ່າ ປັດຈຸບັນ ຍັງມີຣົດບັນທຸກສິນຄ້າເຂົ້າມາໃນດ່ານນີ້ຢູ່ເລື້ອຍໆ ແລະກໍໄດ້ຮັບອະນຸຍາດໃຫ້ຜ່ານອອກໄປຈີນ ຕາມປົກກະ ຕິຢູ່.

ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:

ຮູ້ແຫລະຄືວ່າມີແຈ້ງການອອກ ແຕ່ວ່າເຫັນຣົຖໄປໆມາໆຢູ່ນ່າ ບໍ່ໄດ້ຖາມເຂົາ ຈັກແມ່ນແບບໃດແທ້ ເພາະວ່າມາອຸດົມໄຊດຽວນີ້ນ່າ ເປັນຈັ່ງໃດສິຖາມເຂົາເບິ່ງກ່ອນ.

ພາຍຫລັງທີ່ມີແຈ້ງການປິດດ່ານ ຊາຍແດນຊົ່ວຄາວຂອງຜແນກ ການຕ່າງປະເທດແຂວງຫລວງນໍ້າທາ ຄືທີ່ວ່ານັ້ນອອກມາ, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ປະຈໍາດ່ານປາງໄຮ ເພື່ອຂໍຮູ້ລາຍລະອຽດກ່ຽວກັບເຣື່ອງທີ່ວ່ານີ້ ແຕ່ເຈົ້າໜ້າທີ່ທີ່ກ່ຽວ ຂ້ອງຍັງບໍ່ສະດວກທີ່ຈະໃຫ້ຄໍາເຫັນ.

ໃນຂະນະດຽວກັນ ຄົນຂັບຣົຖບັນທຸກສິນຄ້າ ເວົ້າວ່າ ເຣື່ອງການປິດດ່ານ, ປິດກໍບໍ່ປິດແທ້, ຍັງເຫັນຣົຖຂົນສົ່ງສິນຄ້າເຂົ້າ-ອອກຢູ່ ແຕ່ຍັງມີບັນຫາຣົຖຕິດຢູ່ດ່ານສາກົນບໍ່ເຕັນເພິ່ມຂຶ້ນ.

ປິດກະບໍ່ປິດແທ້ນ່າ ກະຄືວ່າເຫັນຣົຖສິນຄ້າເຂົ້າອອກຢູ່ ກັບມາຂັບແລ່ນ 22 ລໍ້ທາງບໍ່ເຕັນ ເພີ່ມຂຶ້ນເພາະວ່າມັນຊ້ານໍາດ່ານຈີນແດ່ເນາະ ຣົຖຕິດເພີ່ມຂຶ້ນໆແຫລະ ປະມານ 20 ກິໂລແລ້ວ ປະມານ 10 ມື້.
ແລະຄົນຂັບຣົຖບັນທຸກສິນຄ້າອີກຜູ້ນຶ່ງ ທີ່ກໍາລັງໄດ້ຄິວອອກໄປຈີນໃນມື້ວັນທີ 26 ມົກກະ ຣານີ້ ເວົ້າວ່າ ຕົນໄດ້ຕິດຄາຢູ່ດ່ານສາກົນບໍ່ເຕັນນີ້ປະມານ 10 ມື້ ຈຶ່ງໄດ້ຣົຖຂັບຜ່ານເຂົ້າໄປດ່ານບໍ່ຫານ, ແຕ່ສິນຄ້າທີ່ຂົນໄປຈີນ ເປັນຕົ້ນແມ່ນກ້ວຍ, ສາລີ ຍັງບໍ່ທັນບູດເນົ່າ, ຣົຖເຂົ້າ-ອອກຍັງໄດ້ຢູ່ ແຕ່ຍັງຄ້າງຢູ່ຫລາຍ.

ຣົຖເຂົ້າອອກຢູ່ນີ້ ບໍ່ເປັນຫຍັງ ກະພໍໄປມາໄດ້ຢູ່ ຄ້າງແຕ່ນາເຕີຍມານີ້ກະປະມານ 10 ມື້ ເຂົ້າໄປຈີນແລ້ວ ຣົຖສິອອກມາມື້ນີ້ ກະລຽນແຖວກັນຫລາຍ ຍາວປະມານ 20-30 ກິໂລ.

ການຂົນສົ່ງສິນຄ້າຂ້າມດ່ານບໍ່ເຕັນ ໄປດ່ານບໍ່ຫານ ມີຄວາມຫຍູ້ງຍາກ, ຕ້ອງໄດ້ໃຊ້ເວລາດົນເຕີບໃນການກວດກາຫາໂຄວິດ-19 ກ່ອນຈະໄດ້ຂ້າມໄປ, ເຮັດໃຫ້ຜູ້ປະກອບການຂັບ ຣົຖບັນທຸກສິນຄ້າຈໍານວນບໍ່ໜ້ອຍ ຕ້ອງໄດ້ຢຸດເຊົາໄປແບບບໍ່ມີກໍານົດ, ພັກຜ່ອນ ແລະໄປຫາວຽກອື່ນເຮັດແທນ, ຍ້ອນບໍ່ກຸ້ມຄ່າກັບການເສັຍເວລາ ດັ່ງຄົນຂັບຣົດບັນທຸກສິນຄ້າຜູ້ນຶ່ງເວົ້າວ່າ:

ບໍ່ໄດ້ອັນນັ້ນແລ້ວ ຕອນນີ້ນ້ອງພັກຜ່ອນຢູ່ບ້ານເດ້ ເພາະວ່າຣົຖຕິດຫລາຍ 8-9 ມື້ື້້ພຸ້ນນ່າ ມັນຫຍູ້ງຍາກຫລາຍຢ່າງ ໜ້າຈະປ່ຽນແລ້ວ ເພາະວ່າມັນບໍ່ອັນນັ້ນປານໃດແລ້ວ.

ມາເຖິງປັດຈຸບັນ ກໍຍັງບໍ່ຮູ້ວ່າ ການແຈ້ງການປິດດ່ານຊາຍແດນ ລາວ-ຈີນ 2 ແຫ່ງຊົ່ວ ຄາວດັ່ງກ່າວນັ້ນ ທາງຜແນກການຕ່າງປະເທດ ແຂວງຫລວງນໍ້າທາ ຈະສັ່ງໃຫ້ປິດໄປຮອດມື້ໃດ ຈຶ່ງຈະເປີດເປັນປົກກະຕິຄືນ ເນື່ອງຈາກຕ້ອງໄດ້ລໍຖ້າຕິດຕາມເບິ່ງ ສະພາບການແຜ່ຣະບາດ ຂອງໂຄວິດ-19 ຢູ່ເມືອງຫລ້າ ແຂວງຢຸນນານຂອງຈີນກ່ອນ. ຫາກມີຄວາມຄືບໜ້າແນວໃດ ທາງຜແນກຈະອອກແຈ້ງການເພີ່ມຕື່ມ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ຜແນກການຕ່າງປະເທດ ແຂວງຫລວງນໍ້າທາ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 26 ມົກກະຣານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.