ໂຄວິດ-19 ຣະບາດ, ປິດດ່ານລາວ-ຈີນຊົ່ວຄາວ

ເຂດດ່ານສາກົນ ບໍ່ເຕັນ ແຂວງຫຼວງນ້ຳທາ, ເດືອນທັນວາ 2021.
ເຂດດ່ານສາກົນ ບໍ່ເຕັນ ແຂວງຫຼວງນ້ຳທາ, ເດືອນທັນວາ 2021. (RFA)

0:00 / 0:00

ຜແນກການ ຕ່າງປະເທດ ແຂວງຫລວງນໍ້າທາ ໄດ້ອອກແຈ້ງການ ປິດດ່ານ ຊາຍແດນ 2 ດ່ານຊົ່ວຄາວ ໃນມື້ວັນທີ 24 ມົກກະຣານີ້ ຄືດ່ານສາກົນ ບໍ່ເຕັນ-ບໍ່ຫານ ຢູ່ເມືອງຫລວງນໍ້າທາ ແລະດ່ານທ້ອງຖິ່ນ ປາງໄຮ-ຊາເຫີ ຢູ່ເມືອງສິງ ຍ້ອນໂຄວິດ-19 ຣະບາດ ຢູ່ຕາແສງເມືອງມ້າງ, ເມືອງຫລ້າ ແຂວງ ຢຸນນານ ປະເທດຈີນ. ຣົຖທີ່ຈະຂົນສົ່ງສິນຄ້າ ຜ່ານ 2 ດ່ານນີ້ ແມ່ນຕ້ອງໄດ້ໂຈະ ໄປຈົນກວ່າວ່າ ສະຖານະການ ການຣະບາດຂອງໂຄວິດ-19 ຈະຜ່ອນ ຄາຍລົງ.

ໃນແຈ້ງການນັ້ນ ລະບຸວ່າ ຄະນະສະເພາະກິດເມືອງຫລ້າ ແຂວງຢຸນນານຂອງຈີນ ໄດ້ແຈ້ງປິດດ່ານເຂົ້າເມືອງ-ອອກເມືອງຊົ່ວຄາວ ຮວມທັງການຂົນສົ່ງສິນຄ້າ ຂ້າມແດນ ນັບຕັ້ງແຕ່ມື້ວັນທີ 21 ມົກກະຣາ 2022 ເປັນຕົ້ນໄປ ຈົນກວ່າວ່າການຣະບາດ ຂອງໂຄວິດ-19 ຈະຜ່ອນຄາຍລົງ ຍ້ອນໄລຍະນີ້ມີການແພ່ຣະບາດຂອງເຊື້ອໂຄວິດ-19 ຢູ່ຕາແສງເມືອງມ້າງ ເມືອງຫລ້າ.

ແຕ່ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້າ ແຂວງຫລວງນໍ້າທາ ແລ້ວແມ່ນວ່າ ການປິດດ່ານຊາຍແດນນັ້ນ ແມ່ນປິດພຽງແຕ່ການເຂົ້າ-ອອກຂອງປະຊາຊົນເທົ່ານັ້ນ ບໍ່ໄດ້ສັ່ງຫ້າມຣົຖບັນທຸກສິນຄ້າຈາກລາວໄປຈີນ, ຍັງມີຣົຖບັນທຸກສິນຄ້າຈາກລາວຫລາຍຄັນ ລຽນແຖວກັນຢູ່ດ່ານສາກົນບໍ່ເຕັນ ເພື່ອລໍຖ້າຜ່ານຂັ້ນຕອນ ກວດກາຫາເຊື້ອ ໂຄວິດ-19 ກ່ອນຈະໄດ້ເຂົ້າໄປຈີນ ມື້ລະ 150 ຄັນ ຕາມປົກກະຕິຢູ່ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ມົກກະຣານີ້ວ່າ:

"ມັນມີແຈ້ງການອອກມາແລ້ວ ດ່ານປາງໄຮກັບບໍ່ເຕັນ ເຂົາສັ່ງປິດເນາະ ເພາະຢູ່ທາງເມືອງຫລາ ຂອງເບື້ອງຈີນ ມັນມີການແຜ່ຣະບາດຂອງພະຍາດໂຄວິດ ເຣື່ອງການຂົນສົ່ງສິນຄ້ານີ້ ເຂົາຍັງເປີດປົກຕິ ຈຸໂຕເຂົາປິດສະເພາະແຂກຄົນເຂົ້າອອກ ຊື່ໆເນາະ. "

ທ່ານກ່າວຕື່ມອີກວ່າ ໃນໄລຍະນີ້ ຣົຖບັນທຸກສິນຄ້າຈາກລາວ ທີ່ລໍຖ້າຜ່ານດ່ານສາກົນບໍ່ເຕັນເຂົ້າໄປຈີນ ສ່ວນໃຫຍ່ເປັນຣົຖຂົນສິນຄ້າການກະເສດ ເປັນຕົ້ນແມ່ນກ້ວຍ ທີ່ເກັບໄວ້ໄດ້ດົນ, ຍັງບໍ່ທັນມີບັນຫາເຣື່ອງສິນຄ້າບູດເນົ່າ ໃນຂະນະທີ່ຣົຖລໍຖ້າຂ້າມດ່ານໄປຈີນປະມານ 10 ມື້.

ຢູ່ດ່ານປາງໄຮ ຊຶ່ງເປັນພຽງດ່ານທ້ອງຖິ່ນ ກໍບໍ່ມີບັນຫາເຣື່ອງຣົຖບັນທຸກສິນຄ້າເຂົ້າໄປຈີນ.

ແລະເຈົ້າໜ້າທີ່ ທີ່ປະຕິບັດງານຢູ່ດ່ານສາກົນ ບໍ່ເຕັນ ກໍຢືນຢັນວ່າ ປັດຈຸບັນ ຍັງມີຣົດບັນທຸກສິນຄ້າເຂົ້າມາໃນດ່ານນີ້ຢູ່ເລື້ອຍໆ ແລະກໍໄດ້ຮັບອະນຸຍາດໃຫ້ຜ່ານອອກໄປຈີນ ຕາມປົກກະ ຕິຢູ່.

ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:

"ຮູ້ແຫລະຄືວ່າມີແຈ້ງການອອກ ແຕ່ວ່າເຫັນຣົຖໄປໆມາໆຢູ່ນ່າ ບໍ່ໄດ້ຖາມເຂົາ ຈັກແມ່ນແບບໃດແທ້ ເພາະວ່າມາອຸດົມໄຊດຽວນີ້ນ່າ ເປັນຈັ່ງໃດສິຖາມເຂົາເບິ່ງກ່ອນ. "

ພາຍຫລັງທີ່ມີແຈ້ງການປິດດ່ານ ຊາຍແດນຊົ່ວຄາວຂອງຜແນກ ການຕ່າງປະເທດແຂວງຫລວງນໍ້າທາ ຄືທີ່ວ່ານັ້ນອອກມາ, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ປະຈໍາດ່ານປາງໄຮ ເພື່ອຂໍຮູ້ລາຍລະອຽດກ່ຽວກັບເຣື່ອງທີ່ວ່ານີ້ ແຕ່ເຈົ້າໜ້າທີ່ທີ່ກ່ຽວ ຂ້ອງຍັງບໍ່ສະດວກທີ່ຈະໃຫ້ຄໍາເຫັນ.

ໃນຂະນະດຽວກັນ ຄົນຂັບຣົຖບັນທຸກສິນຄ້າ ເວົ້າວ່າ ເຣື່ອງການປິດດ່ານ, ປິດກໍບໍ່ປິດແທ້, ຍັງເຫັນຣົຖຂົນສົ່ງສິນຄ້າເຂົ້າ-ອອກຢູ່ ແຕ່ຍັງມີບັນຫາຣົຖຕິດຢູ່ດ່ານສາກົນບໍ່ເຕັນເພິ່ມຂຶ້ນ.

"ປິດກະບໍ່ປິດແທ້ນ່າ ກະຄືວ່າເຫັນຣົຖສິນຄ້າເຂົ້າອອກຢູ່ ກັບມາຂັບແລ່ນ 22 ລໍ້ທາງບໍ່ເຕັນ ເພີ່ມຂຶ້ນເພາະວ່າມັນຊ້ານໍາດ່ານຈີນແດ່ເນາະ ຣົຖຕິດເພີ່ມຂຶ້ນໆແຫລະ ປະມານ 20 ກິໂລແລ້ວ ປະມານ 10 ມື້. "ແລະຄົນຂັບຣົຖບັນທຸກສິນຄ້າອີກຜູ້ນຶ່ງ ທີ່ກໍາລັງໄດ້ຄິວອອກໄປຈີນໃນມື້ວັນທີ 26 ມົກກະ ຣານີ້ ເວົ້າວ່າ ຕົນໄດ້ຕິດຄາຢູ່ດ່ານສາກົນບໍ່ເຕັນນີ້ປະມານ 10 ມື້ ຈຶ່ງໄດ້ຣົຖຂັບຜ່ານເຂົ້າໄປດ່ານບໍ່ຫານ, ແຕ່ສິນຄ້າທີ່ຂົນໄປຈີນ ເປັນຕົ້ນແມ່ນກ້ວຍ, ສາລີ ຍັງບໍ່ທັນບູດເນົ່າ, ຣົຖເຂົ້າ-ອອກຍັງໄດ້ຢູ່ ແຕ່ຍັງຄ້າງຢູ່ຫລາຍ.

“ຣົຖເຂົ້າອອກຢູ່ນີ້ ບໍ່ເປັນຫຍັງ ກະພໍໄປມາໄດ້ຢູ່ ຄ້າງແຕ່ນາເຕີຍມານີ້ກະປະມານ 10 ມື້ ເຂົ້າໄປຈີນແລ້ວ ຣົຖສິອອກມາມື້ນີ້ ກະລຽນແຖວກັນຫລາຍ ຍາວປະມານ 20-30 ກິໂລ.”

ການຂົນສົ່ງສິນຄ້າຂ້າມດ່ານບໍ່ເຕັນ ໄປດ່ານບໍ່ຫານ ມີຄວາມຫຍູ້ງຍາກ, ຕ້ອງໄດ້ໃຊ້ເວລາດົນເຕີບໃນການກວດກາຫາໂຄວິດ-19 ກ່ອນຈະໄດ້ຂ້າມໄປ, ເຮັດໃຫ້ຜູ້ປະກອບການຂັບ ຣົຖບັນທຸກສິນຄ້າຈໍານວນບໍ່ໜ້ອຍ ຕ້ອງໄດ້ຢຸດເຊົາໄປແບບບໍ່ມີກໍານົດ, ພັກຜ່ອນ ແລະໄປຫາວຽກອື່ນເຮັດແທນ, ຍ້ອນບໍ່ກຸ້ມຄ່າກັບການເສັຍເວລາ ດັ່ງຄົນຂັບຣົດບັນທຸກສິນຄ້າຜູ້ນຶ່ງເວົ້າວ່າ:

"ບໍ່ໄດ້ອັນນັ້ນແລ້ວ ຕອນນີ້ນ້ອງພັກຜ່ອນຢູ່ບ້ານເດ້ ເພາະວ່າຣົຖຕິດຫລາຍ 8-9 ມື້ື້້ພຸ້ນນ່າ ມັນຫຍູ້ງຍາກຫລາຍຢ່າງ ໜ້າຈະປ່ຽນແລ້ວ ເພາະວ່າມັນບໍ່ອັນນັ້ນປານໃດແລ້ວ. "

ມາເຖິງປັດຈຸບັນ ກໍຍັງບໍ່ຮູ້ວ່າ ການແຈ້ງການປິດດ່ານຊາຍແດນ ລາວ-ຈີນ 2 ແຫ່ງຊົ່ວ ຄາວດັ່ງກ່າວນັ້ນ ທາງຜແນກການຕ່າງປະເທດ ແຂວງຫລວງນໍ້າທາ ຈະສັ່ງໃຫ້ປິດໄປຮອດມື້ໃດ ຈຶ່ງຈະເປີດເປັນປົກກະຕິຄືນ ເນື່ອງຈາກຕ້ອງໄດ້ລໍຖ້າຕິດຕາມເບິ່ງ ສະພາບການແຜ່ຣະບາດ ຂອງໂຄວິດ-19 ຢູ່ເມືອງຫລ້າ ແຂວງຢຸນນານຂອງຈີນກ່ອນ. ຫາກມີຄວາມຄືບໜ້າແນວໃດ ທາງຜແນກຈະອອກແຈ້ງການເພີ່ມຕື່ມ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ຜແນກການຕ່າງປະເທດ ແຂວງຫລວງນໍ້າທາ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 26 ມົກກະຣານີ້.