ເງິນກີບ ອ່ອນຄ່າຕໍ່ເນື່ອງ ກະທົບ ຄ່າຄອງຊີບ

ໄມ​ຊູ​ລີ ແລະ ໄຊ​ຍາ
2022.01.26
ເງິນກີບ ອ່ອນຄ່າຕໍ່ເນື່ອງ ກະທົບ ຄ່າຄອງຊີບ ທະນາບັດ ເງິນກີບ ສປປລາວ
ຮູບພາບ: Public Domain

ເງິນກີບອ່ອນຄ່າ ຢ່າງຕໍ່ເນື່ອງ ສົ່ງຜົລກະທົບ ຕໍ່ພາກທຸຣະກິຈ ແລະ ຄ່າຄອງຊີບ ທີ່ເພີ່ມສູງຂຶ້ນ. ໃນໄລຍະຍາວ ປະເທດລາວ ຍັງມີປັດຈັຍ ສ່ຽງຫຼາຍ ດ້ານທີ່ຈະເຮັດໃຫ້ ເງິນກີບອ່ອນຄ່າ ຕື່ມອີກ ແລະ ສົ່ງຜົລໃຫ້ອັຕຣາເງິນເຟີ້ ເພີ່ມຂຶ້.

ໄມຊູລີ: ສະບາຍດີ ທ່ານຜູ້ຟັງ ທີ່​ເຄົາ​ຣົບ… ຍີນດີຕ້ອນຮັບ ເຂົ້າສູ່ ຣາຍການ “ມາຟັງນຳກັນ” ຊຶ່ງເປັນຣາຍການນຶ່ງ ທີ່ທ່ານຜູ້ຟັງ ໄດ້ມີສ່ວນຮ່ວມ ນຳສເນີ ກັບພວກເຮົາ. ສຳລັບຫົວຂໍ້ ໃນມື້ນີ້ ມາເວົ້າເຖິງ “ເງິນກີບອ່ອນຄ່າ ຕໍ່ເນື່ອງ ກະທົບຄ່າຄອງຊີບສູງ.” ໂດຍຫຼາຍພາກສ່ວນ ກໍໄດ້ອອກຄຳເຫັນ ຕໍ່ບັນຫາດັ່ງກ່າວ ຜ່ານຣາຍການ ພວກເຮົາ. ກໍຂໍໃຫ້ ທ່ານຜູ້ຟັງ ມີຄຳເຫັນຕື່ມ ໂດຍສົ່ງ ຂໍ້ຄວາມໃສ່ ໃນຊ່ອງຄອມເມັ້ນ ທີ່ກຳລັງອອກຣາຍການ ຢູ່ໃນຂະນະນີ້ ຫຼື ທ່ານໃດ ຕ້ອງການເຂົ້າຮ່ວມ ສະແດງຄຳຄິດເຫັນ ໃນຣາຍການ ຂອງພວກເຮົາ ໃນຮູບແບບ ສັມພາດ ກະຣຸນາ ສົ່ງເບີໂທຣະ​ສັບ ຂອງທ່ານ ລົງໃສ່ຊ່ອງຄອມເມັ້ນ ທີ່ອອກຣາຍການ ໃນຂະນະນີ້ແລ້ວ ພວກເຮົາ ຈະໂທຫາ. ດຳເນີນຣາຍຣາຍ ໂດຍ ໄມຊູລີ ແລະ ໄຊຍາ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງ ບັນຫາ ຄ່າຄອງຊີບສູງ ໃນລາວນີ້ ມັນກໍມີ ຫຼາຍປັດຈັຫຼັກ ທີ່ກະທົບ ຕໍ່ແຜນພັທນາ ເສຖກິຈ-ສັງຄົມ ແຫ່ງຊາດ ຂອງລາວ. ຜ່ານມາ ຣັຖບານລາວ ເຖິງແມ່ນວ່າ ຈະເປີດປະເທດ ໃຫ້ມີການລົງທຶນ ແຕ່ກໍຍັງ ບໍ່ສາມາດ ທີ່ຈະນຳເອົາທຶນ ຈາກການລົງທຶນ ທີ່ໄດ້ມາແກ້ໄຂ ບັນຫາຄ່າຄອງຊີບສູງ, ເວົ້າງ່າຍໆ ກໍຄື ລາຍຮັບ ບໍ່ເທົ່າລາຍຈ່າຍ ລາຍຮັບຕໍ່າ ແຕ່ລາຍຈ່າຍ ພັດສູງ. ບັນຫານີ້ ກໍມີຫຼາຍພາກສ່ວນ ທີ່ໄດ້ສເນີຮ່ວມກັບ ຣາຍການ ຂອງພວກເຮົາ ແລະ ທ່ານຜູ້ຟັງ ກໍເຊັ່ນກັນ ຊ່ອຍສົ່ງ ຄຳເຫັນຊ່ອຍພວກເຮົາ ເພື່ອໃຫ້ປະເດັນ ມັນຄວບຄຸມ ໃນຫຼາຍດ້ານ ເທົ່າທີ່ ເປັນໄປໄດ້.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.