ວາງແຜນ ການສ້າງອາຊີບ ໃຫ້ຊາວໜຸ່ມ ເພີ່ມຂຶ້ນ
2022.01.25

ໃນປີ 2021 ມີບໍຣິສັດເຂົ້າມາລົງທຶນ ໃນເຂດເສຖກິຈພິເສດທັງໝົດ 45 ບໍຣິສັດ ມອບພັນທະເຂົ້າງົບປະມານ ຂອງຣັຖ 47 ຕື້ປາຍກີບ ມູນຄ່າການນໍາເຂົ້າສິນຄ້າ 349 ລ້ານປາຍໂດລາຣ໌ສະຫະຣັຖ ສິນຄ້າສ່ວນໃຫຍ່ ແມ່ນເປັນປະເພດເຄື່ອງຈັກ ແລະວັດສະດຸກໍ່ສ້າງ ສ່ວນການສົ່ງອອກສິນຄ້າ ແມ່ນໄດ້ 376 ລ້ານປາຍໂດລາຣ໌ສະຫະຣັຖ ແຕ່ເນື່ອງຈາກມີການແຜ່ຣະບາດຂອງ ໂຄວິດ-19 ຈຶ່ງເຮັດໃຫ້ຄົນງານຕ່າງປະເທດ ແລະຄົນງານລາວ ທີ່ເຮັດວຽກໃນຂົງເຂດການຄ້າ ແລະການບໍຣິການ ເປັນຕົ້ນ ເຂດເສຖກິຈພິເສດສາມຫຼ່ຽມຄໍາ, ເຂດເສຖກິຈພິເສດບໍ່ເຕັນ-ແດນງາມ ແມ່ນໄດ້ຖອນກັບຄືນປະເທດ.
ໃນຂະນະທີ່ ຄົນງານ ທີ່ເຮັດວຽກຢູ່ໃນຂົງເຂດອຸດສາຫະກັມ ເຊັ່ນ: ເຂດເສຖກິຈພິເສດສວັນ-ເຊໂນ, ເຂດເສຖກິຈພິເສດກວມລວມໄຊເສດຖາ ແລະເຂດເສຖກິຈພິເສດປາກເຊ-ຍີ່ປຸ່ນ ແມ່ນຍັງສືບຕໍ່ເຮັດວຽກປົກກະຕິ ແລະມີທ່າອ່ຽງວ່າ ບໍຣິສັດດັ່ງກ່າວນີ້ ຕ້ອງການຄົນງານ ທີ່ມີຄວາມຮູ້ຄວາມສາມາດດ້ານການຕັດຫຍິບ ແລະການປະກອບຊິ້ນສ່ວນວັດສະດຸປະເພດຕ່າງໆ ເຂົ້າໄປເຮັດວຽກເພີ່ມຂຶ້ນ ພາຍຫຼັງທີ່ສະຖານະການ ການແຜ່ຣະບາດຂອງໂຄວິດ-19 ຫຼຸດຜ່ອນລົງ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 25 ມົກກະຣາ 2022 ນີ້ວ່າ:
“ຢູ່ໃນເຂດເສຖກິຈພິເສດ ຂອງພວກເຮົານີ້ແມ່ນມີແຮງງານທັງໝົດ 50,000 ຫາ 60,000 ຄົນເນາະ ຄວາມຕ້ອງການແຮງງານ ແມ່ນກໍອາຈເພີ່ມຂຶ້ນແຕ່ລະປີ ຢູ່ໃນໄລຍະ 10% ປີຕໍ່ໄປ ຖ້າແລ້ວໂຄວິດ-19 ອີ່ຫຍັງຫັ້ນ ມັນກໍຈະມີບໍຣິສັດຣາຍໃຫຍ່ໆ ຄື ອໍາມະຕະ ຄິດວ່າຈະມີການເພີ່ມຂຶ້ນສູງກວ່າ 10% ສ່ວນຫຼາຍຈະແມ່ນພາກອຸດສາຫະກັມຕັດຫຍິບ ປະກອບຊິ້ນສ່ວນ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ມີຄົນງານທີ່ເຮັດວຽກ ຢູ່ພາຍໃນເຂດເສຖກິຈພິເສດທັງໝົດເກືອບ 60,000 ຄົນ ໃນນັ້ນ ປະມານ 20,000 ປາຍຄົນ ເປັນຄົນງານທີ່ເຮັດວຽກ ຢູ່ໃນຂົງເຂດອຸດສະຫະກັມ ເປັນຕົ້ນ ເຂດເສຖກິຈພິເສດ ໃນນະຄອນຫຼວງວຽງຈັນ, ສວັນນະເຂດ ແລະຈໍາປາສັກ ສເລັ່ຽບ່ອນລະປະມານ 5,000 ຫາ 7,000 ຄົນ ໃນຈໍານວນນີ້ ແມ່ນເປັນຄົນງານລາວ ປະມານ 94% ສ່ວນທີ່ເຫຼືອ ອີກປະມານ 6% ຈະເປັນວິຊາການ ເຊິ່ງເປັນຄົນຍີ່ປຸ່ນ, ຈີນ, ວຽດນາມ ແລະໄທຍ.
ສ່ວນອີກປະມານ 30,000 ປາຍຄົນ ເປັນຄົນງານທີ່ເຮັດວຽກໃນຂົງເຂດການຄ້າ ແລະການບໍຣິການ ສ່ວນຫຼາຍແມ່ນເຂດເສຖກິຈພິເສດ ທີ່ຕັ້ງຢູ່ທາງພາກເໜືອຂອງລາວ ເປັນຕົ້ນ ເຂດເສຖກິຈພິເສດສາມຫຼ່ຽມຄໍາ ແລະເຂດເສຖກິຈພິເສດບໍ່ເຕັນ-ແດນງາມ ເຊິ່ງມີຊາຍແດນຕິດຈອດກັບປະເທດຈີນ ແລະເຂດເສຖກິຈພິເສດເມືອງໂຂງ ທາງພາກໃຕ້ຂອງລາວ ໃນຈໍານວນນີ້ ເປັນຄົນງານຕ່າງປະເທດ ປະມານ 70% ເຊິ່ງເຂົ້າມາເຮັດວຽກ ກ່ຽວກັບການພັທນາພື້ນຖານໂຄງຮ່າງ ເປັນຕົ້ນ ຄົນຈີນ, ໄທຍ ແລະພະມ້າ ສ່ວນທີ່ເຫຼືອອີກປະມານ 30% ແມ່ນເປັນຄົນງານລາວ.
ສໍາລັບຄ່າແຮງງານ ຢູ່ພາຍໃນເຂດເສຖກິຈພິເສດດັ່ງກ່າວນີ້ ແມ່ນອີງຕາມຄ່າແຮງງານຂັ້ນຕໍ່າ ຢູ່ທີ່ 1,100,000 ກີບ ຕໍ່ຄົນຕໍ່ເດືອນ ເຊັ່ນດຽວກັນກັບຢູ່ພື້ນທີ່ພາຍນອກ ທັ້ງໆທີ່ພາຍໃນເຂດດັ່ງກ່າວ ມີຄ່າຄອງຊີບສູງກວ່າ ແຕ່ຢ່າງໃດກໍຕາມ ຕາມສະພາບໂຕຈິງແລ້ວນັ້ນ ຄົນງງານລາວກໍມັກຈະບໍ່ໄດ້ຮັບເງິນເດືອນ ຕາມຄ່າແຮງງານຂັ້ນຕໍ່າ ຍ້ອນຂຶ້ນຢູ່ກັບການພິຈາຣະນາຂອງນາຍຈ້າງ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບກົດໝາຍແຮງງານ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງນາງນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ກໍຈະມີເງິນເດືອນພື້ນຖານ ແລ້ວກໍເງິນ OT ຫັ້ນນ່າເນາະ ທາງເຂດຈະເປັນຄົນເບິ່ງນໍາ ວ່າວຽກຂອງຂະເຈົ້າ ຕ້ອງເງິນເດືອນປະມານເທົ່າໃດ ເພາະວ່າບາງວຽກທີ່ຕິດພັນກັບການໃຊ້ແຮງງານ ຂ້ອງຂ້າງມີຄວາມສ່ຽງ ກໍຈະມີເງິນເດືອນສູງຂຶ້ນ ແຕ່ຖ້າໂຕໃດເປັນວຽກທົ່ວໆໄປ ອີງຕາມກົດໝາຍພື້ນຖານ ຂອງກົດໝາຍແຮງງານຂອງລາວ.”
ຍານາງກ່າວຕື່ມວ່າ ຜູ້ອອກແຮງງານ ຈະຕ້ອງເຮັດວຽກ 26 ມື້ຕໍ່ເດືອນ, 6 ມື້ຕໍ່ສັປດາ ແລະ 8 ຊົ່ວໂມງຕໍ່ມື້ ຖ້າຫາກເຮັດວຽກກາຍເວລາດັ່ງກ່າວນີ້ ນາຍຈ້າງ ຈະຕ້ອງຈ່າຍຄ່າແຮງງານເພີ່ມ ຕາມໂມງເຮັດວຽກເພີ່ມໃຫ້ກັບຄົນງານ ໃນຂະນະດຽວກັນ ຖ້າຄົນງານຈໍາເປັນຕ້ອງເຮັດວຽກ ທີ່ເປັນອັນຕລາຍຕໍ່ສຸຂພາບ ແລະມີຄວາມຫຍຸ້ງຍາກ ຕໍ່ການດໍາລົງຊີວິດ ເຊັ່ນ: ເຮັດວຽກກັບທາດເບື່ອ, ທາດເຄມີ, ຢູ່ຂຸມ, ອຸໂມງໃຕ້ດິນ, ພື້ນນໍ້າ ຫຼືເຮັດວຽກ ກ່ຽວກັບເຄື່ອງມືສັ່ນສະເທືອນເປັນປະຈໍານັ້ນ ນາຍຈ້າງ ຈະຕ້ອງເພີ່ມຄ່າແຮງງານໃຫ້ອີກ 15% ຂອງຄ່າແຮງງານຂັ້ນຕໍ່າ.
ທີ່ຜ່ານມາ ໃນເຂດເສຖກິຈພິເສດ ທີ່ຕ້ອງການຊາວໜຸ່ມລາວ ເຂົ້າໄປເຮັດວຽກເປັນຈໍານວນຫຼາຍນັ້ນ ໃນໄລຍະນີ້ ແມ່ນເປັນວຽກໃນຂົງເຂດການຄ້າ ແລະການບໍຣິການ ເປັນຕົ້ນ ວຽກຕອບແຊັດລູກຄ້າ, ເຮັດວຽກໃນຮ້ານອາຫານ, ຂັບຣົຖ ແລະການບໍຣິການ ເພື່ອຄວາມບັນເທີງອີື່ນໆ ໂດຍຜູ້ທີ່ຕ້ອງການເຂົ້າໄປເຮັດວຽກດັ່ງກ່າວນີ້ ຈະຕ້ອງມີຄວາມຮູ້ທາງພາສາ ໂດຍສະເພາະ ພາສາຈີນ, ໄທຍ ແລະອັງກິຈ.
ດັ່ງພະນັກງານຝ່າຍບຸກຄະລາກອນ ທີ່ເຮັດວຽກນໍາບໍຣິສັດຈີນ ຢູ່ພາຍໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ທ່ານນຶ່ງ ກ່າວວ່າ:
“ຫຼັກໆກໍທາງດ້ານພາສານີ້ແຫຼະ ຈີນ ໄທຍ ອັງກິຈ ເອົາໄປຕອບແຊັດລູກຄ້າ ແບບອີ່ຫຍັງຫັ້ນນ່າ ເພາະວ່າທາງນາຍທຶນຕ່າງປະເທດ ມາລົງທຶນໃນລາວ ກໍຈະເປັນຄົນຕ່າງປະເທດ ສ່ວນຫຼາຍຫັ້ນນ່າ ຕ້ອງການຫຼັກໆ ກໍຄືທາງດ້ານພາສາ ຕ້ອງໄດ້ພາສາ ແລ້ວກໍເຣື່ອງວຽກງານ ກ່ຽວກັບຫ້ອງລ້າຫ້ອງການ ມາ 1 ເດືອນ 2 ເດືອນ ແມ່ນທາງບໍຣິສັດ ກໍຈະສອນໃຫ້.”
ປັດຈຸບັນ ເຖິງແມ່ນວ່າ ຈະມີຊາວໜຸ່ມຈໍານວນນຶ່ງ ທີ່ເຂົ້າໄປເຮັດວຽກດ້ານການຄ້າ ແລະການບໍຣິການ ຢູ່ພາຍໃນເຂດເສຖກິຈພິເສດຈໍານວນຫຼາຍ ຖືກນາຍໜ້າຕົວະເອົາເງິນ ແລະບໍ່ມີວຽກໃຫ້ເຮັດ ຕາມທີ່ໄດ້ຕົກລົງກັນໄວ້ ແຕ່ຢ່າງໃດກໍຕາມ ພັດຍັງມີຊາວໜຸ່ມລາວອີກຈໍານວນຫຼາຍ ມີຄວາມຫວັງວ່າ ຈະໄປສມັກເຮັດວຽກຢູ່ພາຍໃນເຂດເສຖກິຈພິເສດ ພາຍຫຼັງທີ່ຮຽນຈົບ ຍ້ອນຕ້ອງການຄ່າແຮງງານສູງ.
ດັ່ງຊາວໜຸ່ມລາວ ອາຍຸ 20 ປີ ຢູ່ເມືອງພິນ ແຂວງສວັນນະເຂດ ຜູ້ນຶ່ງ ກ່າວວ່າ:
“ເງິນເດືອນສູງເຂົາໃຫ້ ນຶ່ງວຽກກໍໜ້າຈະສະບາຍກ່ອນ ແລ້ວແຕ່ໜ້າວຽກຂອງແຕ່ລະຄົນ ຖ້າເປັນວຽກກັມມະກອນ ກໍຈະເປັນ 2 ທົບເນາະ ຖ້າເປັນວຽກທົ່ວໄປ 3 (ທົບ) ຄ່າກິນຢູ່ແພງ ຄ່າຄອງຊີບສູງ.”
ທາງດ້ານຊາວໜຸ່ມລາວ ອີກຈໍານວນນຶ່ງ ກໍຍັງຕ້ອງການທີ່ຈະເດີນທາງໄປເຮັດວຽກ ຢູ່ປະເທດໄທຍ ເນື່ອງຈາກໝັ້ນໃຈວ່າ ຄ່າແຮງງນຢູ່ໄທຍສູງກວ່າຢູ່ລາວ ໃນຂະນະທີ່ ຄ່າຄອງຊີບຕໍ່າກວ່າ ເມື່ອທຽບໃສ່ປະເທດລາວ.
ດັ່ງແມ່ຍິງຜູ້ນຶ່ງ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ທີ່ລູກຂອງລາວ ເຄີຍເດີນທາງມາເຮັດວຽກຢູ່ປະເທດໄທຍ ກ່າວວ່າ:
“ຄັນເວົ້າເຣື່ອງດ້ານການທຸຣະກິຈ ຫຼືເງິນເດືອນເນາະ ອາຈສູງກວ່າບ່ອນຂະເຈົ້າຢູ່ ລາຽຮັບ-ລາຽຈ່າຍຫັ້ນນ່າ ຂະເຈົ້າຕ້ອງດິ້ນຮົນໄປ ເພາະວ່າຢູ່ບ້ານນີ້ ຄ່າຄອງຊີບຂະເຈົ້າອາຈບໍ່ພຽງພໍເດ້ ຢູ່ທາງພຸ້ນອາຈຄ່າຄອງຊີບ ໃຫ້ກັບຂະເຈົ້າຫຼາຍ.”
ຫ້ອງການສົ່ງເສີມ ແລະຄຸ້ມຄອງເຂດເສຖກິຈພິເສດ ກະຊວງແຜນການແລະການລົງທຶນ ແລະ ກົມພັທນາວິຊາຊີບຊາວໜຸ່ມ ສູນກາງຊາວໜຸ່ມລາວ ໄດ້ຮ່ວມກັນເຊັນບົດບັນທຶກຄວາມຮ່ວມມື ກ່ຽວກັບການແກ້ໄຂບັນຫາ ຄວາມຫຍຸ້ງຍາກດ້ານເສຖກິຈ-ການເງິນ ການສະກັດກັ້ນ ແລະແກ້ໄຂບັນຫາຢາເສບຕິດ ເມື່ອວັນທີ່ 5 ເດືອນຕຸລາ ປີ 2021 ໂດຍມີຈຸດປະສົງ ເພື່ອສົ່ງເສີມໃຫ້ຊາວໜຸ່ມຮັບຮູ້ແລະເຂົ້າໃຈ ກ່ຽວກັບບົດບາດຄວາມສໍາຄັນ ຂອງວຽກງານພັທນາວິຊາຊີບ ມີໂອກາດພັທນາໂຕເອງ ໃຫ້ມີຄວາມຮູ້ຄວາມສາມາດ ແລະມີວິຊາຊີບ ອັນເປັນໄປຕາມຄວາມຕ້ອງການຂອງຕລາດແຮງງານ ໂດຍສະເພາະ ເຂດເສຖກິຈພິເສດຕ່າງໆໃນຂົງເຂດທົ່ວປະເທດ ທີ່ຕ້ອງການຄົນງານຊາວໜຸ່ມ ເຂົ້າໄປເຮັດວຽກເປັນຈໍານວນຫຼາຍ.
ໃນພິທີເຊັນບົດບັນທຶກ ຄວາມຮ່ວມມືດັ່ງກ່າວນີ້ ທ່ານ ສອນປະເສີດ ດາລາວົງ ຫົວໜ້າຫ້ອງການສົ່ງເສີມ ແລະຄຸ້ມຄອງເຂດເສຖກິຈພິເສດ ກ່າວວ່າ ການພັທນາເຂດເສຖກິຈພິເສດ ຢູ່ພາຍໃນປະເທດລາວ ເປັນການປະກອບສ່ວນສໍາຄັນໃນການພັທນາເສຖກິຈ-ສັງຄົມແຫ່ງຊາດ ໂດຍສະເພາະ ການດືງດູດການລົງທຶນ ແລະການສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວ ໂດຍສະເພາະກໍາລັງແຮງງານຂອງຊາວໜຸ່ມລາວ ທີ່ກວມເອົາ 60% ຂອງພົລເມືອງທັງໝົດພາຍໃນປະເທດ ໃນການພັທນາປະເທດຊາດ ແຕ່ຢ່າງໃດກໍຕາມ ໃນສະພາບໂຕຈິງແລ້ວ ເຫັນວ່າ ຄົນງານລາວ ທີ່ເຮັດວຽກຢູ່ພາຍໃນເຂດເສຖກິຈະພິເສດ ຍັງບໍ່ພຽງພໍກັບຄວາມຕ້ອງການໂຕຈິງ ເມື່ອທຽບໃສ່ກັບການລົງທຶນ ທີ່ນັບມື້ນັບເພີ່ມຂຶ້ນ.
ນັບແຕ່ປີ 2003 ມາຮອດປັດຈຸບັນ ມີເຂດເສຖກິຈພິເສດ ຈໍານວນ 21 ຈຸດ ຢູ່ພາຍໃນ 7 ແຂວງຂອງປະເທດລາວ, ກວມເອົາເນື້ອທີ່ 15,000 ເຮັກຕ້າຣ໌ ສ່ວນໃຫຍ່ເນັ້ນການກໍ່ສ້າງພື້ນຖານໂຄງຮ່າງ, ການສ້າງໂຕເມືອງໃໝ່, ເຂດນິຄົມອຸດສາຫະກັມ, ເຂດການທ່ອງທ່ຽວ ທີ່ຕິດພັນກັບທັມມະຊາດ ແລະວັທນະທັມ ໂດຍສະເພາະແມ່ນ ການກໍ່ສ້າງອາຄານ, ເສັ້ນທາງ, ລະບົບໄຟຟ້າ, ນໍ້າປະປາ, ກັນຕາຝັ່ງເຈື່ອນ, ເສັ້ນທາງຄົມມານາຄົມເຊື່ອມຕໍ່ ເຂົ້າຫາເຂດໃຫ້ມີຄວາມສະດວກ ແລະ ອື່ນໆ, ມີບໍຣິສັດເຂົ້າມາລົງທຶນທັງໝົດ 1,075 ບໍຣິສັດ ສ່ວນໃຫຍ່ເປັນຂອງນັກລົງທຶນຊາວຈີນ, ຍີ່ປຸ່ນ, ເດັນໝາກ, ຝຣັ່ງ ແລະໄທຍ, ໂດຍບໍຣິສັດຕ່າງຊາດດັ່ງກ່າວນີ້ ໄດ້ມອບພັທະເຂົ້າງົບປະມານຂອງຣັຖ 481 ຕື້ປາຍກີບ, ສົ່ງອອກສິນຄ້າ 2.3 ຕື້ປາຍໂດລາຣ໌ສະຫະຣັຖ, ສ້າງວຽກເຮັດງານທໍາ 52,319 ຄົນ ໃນນັ້ນ ເປັນຄົນງານລາວ 23,158 ຄົນ.