ທາງການລາວ ຈະຈັດງານມະຫະກັມ ຄວາມພ້ອມ ສູ່ການເຮັດວຽກ

ພອນ ພູມີທອນ
2023.05.09
ທາງການລາວ ຈະຈັດງານມະຫະກັມ ຄວາມພ້ອມ ສູ່ການເຮັດວຽກ
ນັກຂ່າວ ພົລເມືອງ

ສະພາການຄ້າ ແລະ ອຸດສາຫະກັມ ແຫ່ງຊາຕ ແລະ ໜ່ວຍງານຣັຖບານ ປະກອບດ້ວຍ ກະຊວງສຶກສາທິການ ແລະ ກິລາ, ກະຊວງແຮງງານ ແລະ ສວັດດີການສັງຄົມ ແລະ ສູນກາງສະຫະພັນ ກັມບານລາວ ມີແຜນການຈັດງານ ມະຫະກັມ ກຽມຄວາມພ້ອມສູ່ການເຮັດວຽກ “Ready 4 work festival” ທີ່ມາເຖິງນີ້ ຢູ່ສູນການຄ້າວຽງຈັນ ເຊັນເຕີ.

ໂດຍການຈັດງານມະຫະກັມ ດັ່ງກ່າວ ມີເປົ້າໝາຍ ເພື່ອເປີດກ້ວາງ ໃຫ້ຜູ້ປະກອບການ ແລະ ແຮງງານໄດ້ມາພົບປະແລກປ່ຽນ ແລະ ເພື່ອໃຫ້ນັກຮຽນ ນັກສຶກສາ ທີ່ກໍາລັງຈະຈົບການສຶກສາ ມີຂໍ້ມູນ ກຽມເຂົ້າສູ່ຕລາດແຮງງານ ໃນອະນາຄົດ ແລະ ຮັບຮູ້ຂໍ້ມູນຂ່າວສານຕລາດແຮງງານ ແລະ ນະໂຍບາຍ ທີ່ ຕິດພັນການຈ້າງງານ ໃນຫຼາຍຂແນງການ ເປັນຕົ້ນ ຂແນງການອຸດສະຫະກັມ, ກະສິກັມ, ບໍຣິການ, ທ່ອງທ່ຽວ,ໂລຈິສຕິກ ແລະ ອື່ນໆ.

ຕາມຄວາມເວົ້າຂອງ ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາຕລາວ ທີ່ຖແລງຂ່າວ ຕໍ່ສື່ມວນຊົນລາວ ໃນວັນທີ 16 ມີນາ ທີ່ຜ່ານມາ ທີ່ສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາຕລາວ ວ່າ: 

“ຈຸດປະສົງຫລັກໆ ຂອງພວກເຮົາ ກໍແມ່ນວ່າ ເພື່ອເຮັດໃຫ້ວ່າ ນັກຮຽນທີ່ຈົບມາແລ້ວ ໃຫ້ໄດ້ມີວຽກເຮັດ ຫລືວ່າ ກ່ອນທີ່ຈະຈົບ ແມ່ນຮູ້ຈັກແລ້ວ ຊິໄປເຮັດວຽກຢູ່ໃສ ອັນນີ້ ແມ່ນສໍາຄັນຫຼາຍ ທີ່ວ່າ ຈະຕ້ອງໄດ້ປະສານກັນ ລະຫວ່າງ ທາງສະຖານຝືກອົບຮົມ ແລ້ວກໍຜູ້ທີ່ຮຽນຈົບເນາະ, ອີກອັນນຶ່ງ ງານໃນເທື່ອນີ້ ພວກເຮົາກໍມີຈຸດປະສົງຫລັກໆ ເພື່ອສ້າງກິຈກັມເຊື່ອມໂຍງ ລະຫວ່າງນັກຮຽນ ຜູ້ຊອກເຮັດວຽກ ແລະ ບັນດາຫົວໜ່ວຍທຸຣະກິຈ ສະມາຄົມ ວິທຍາລັຍ ເຕັກນິກ ວິຊາຊີບ ລວມທັງ ຜູ້ຊ່ຽວຊານໃນຂແນງການ ໄດ້ເຂົ້າແລກປ່ຽນຂໍ້ມູນ ຂ່າວສານ ກ່ຽວກັບການຈ້າງງານ ແລະ ຕລາດແຮງງານ ທັກສະທີ່ຈໍາເປັນສໍາລັບຜູ້ຊອກວຽກ ແລະການຕຽມພ້ອມ ກ່ອນສມັກວຽກ.”

ງານມະຫະກັມ ກຽມຄວາມພ້ອມສູ່ການເຮັດວຽກ ປີ 2023 ນີ້ ຖືວ່າ ເປັນງານໃຫຍ່ ເນື່ອງຈາກ ມີການເຊີນພາກຣັຖທີ່ກ່ຽວຂ້ອງ ເຂົ້າຮ່ວມງານ ຮວມເຖິງ ມີການເຊີນນັກຮຽນ ນັກສຶກສາ ຈາກມະຫາວິທຍາລັຍ ຈາກວິທຍາລັຍ ທັງພາຍໃນ ນະຄອນຫຼວງວຽງຈັນ ແລະຕ່າງແຂວງ ເຂົ້າມາຮ່ວມງານມະຫະກັມ ໃນເທື່ອນີ້.

 ດັ່ງເຈົ້າໜ້າທີ່ ສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາຕລາວ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນວັນທີ 22 ມີນາ ນີ້ວ່າ:

“ງານນີ້ ຖືເປັນງານໃຫຍ່ ເປົ້າໝາຍຫລັກ ເຮົາຊິເຊີນທ່ານນາຍົກພຸ້ນແຫຼະເຂົ້າຮ່ວມ ວັນເປິດງານ ເຮົາກໍເຊີນນັກຮຽນເຂົ້າຮ່ວມ ກໍຫຼາຍຢູ່ເດ້ (ມີ) ຫຼາຍພັນຕໍາແໜ່ງ (ງານ) ຢູ່ເຈົ້າ, ເຊີນວິທຍາລັຍຄູ່ຮ່ວມ ແຕ່ວ່າ ນັກຮຽນ ມຊ ເຮົາກໍຊິເຊີນ ເຂົ້າມາຟັງໂຕນີ້ຫຼາຍນະເຈົ້າ ວິທຍາລັຍຄູຣ ວິທຍາລັຍເຕັກນິກ ຕ່າງແຂວງກໍມາ ຕ່າງແຂວງ ກໍ ຫຼວງພຣະບາງ ແຂວງວຽງຈັນ ແລ້ວກໍ ຈໍາປາສັກ ກໍມີ.”

ທ່ານກ່າວຕື່ມວ່າ ງານມະຫະກັມ ກຽມຄວາມພ້ອມສູ່ການເຮັດວຽກ ກໍມີເປົ້າໝາຍດຽວກັນກັບ ງານຕລາດນັດແຮງງານ ທີ່ຜ່ານມາ ກໍຄື ໂຄສະນາ ໃຫ້ກັບນັກຮຽນ ນັກສຶກສາ ແລະ ຜູ້ຫວ່າງວຽກ ຫລັງຮຽນຈົບ ເຂົ້າມາຊອກວຽກເຮັດ ແລ້ວ ສມັກໃນຕໍາແໜ່ງຕ່າງໆ ພາຍໃນງານ, ສໍາລັບຂໍ້ມູນ ຫລ້າສຸດມີ 10 ປາຍ ບໍຣິສັດເຂົ້າມາຈອງບູທ ແລະ ຄາດວ່າ ນັກຮຽນ ນັກສຶກສາ ແລະ ຜູ້ຫວ່າງວຽກ ຫລັງຮຽນຈົບ ຈະມີຈໍານວນບໍ່ໜ້ອຍທີ່ໄດ້ເຂົ້າເຮັດວຽກ ຕາມບໍຣິສັດຕ່າງໆ ໃນງານມະຫະກັມເທື່ອນີ້ ເນື່ອງຈາກ ທາງສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາຕ ມີການຂຽນແບບຟອມຣ໌ ແລະ ເຊເວຍ໌ ເພື່ອຮີບໂຮມ ຜູ້ເຂົ້າມາຮ່ວມງານ ເຂົ້າມາສມັກຕໍາແໜ່ງງານຈັກຄົນ ເຊິ່ງປີທີ່ຜ່ານມາ ກໍມີນັກຮຽນ ນັກສຶກສາ ແລະຜູ້ຫວ່າງວຽກ ຫລັງຮຽນຈົບ ຫຼາຍຄົນໄດ້ງານຈາກງານຕລາດນັດ ແຮງງານແລ້ວ.

ດ້ານນັກສຶກສາ ຈາກວິທຍາລັຍເຕັກນິກວິຊາຊີບ ຫຼວງພຣະບາງ ສົນໃຈໄປຮ່ວມງານ ດັ່ງກ່າວ ເພື່ອຊອກເຮັດວຽກງານ ຕໍາແໜ່ງ ຊ່າງເຕັກນິກໄຟຟ້າ ເນື່ອງຈາກອີກ 3 ເດຶອນຂ້າງໜ້າ ກໍຈະຈົບການຮຽນ-ການສຶກສາແລ້ວ ແລະ ຫວັງວ່າຈະໄດ້ເຮັດວຽກງານ ຈາກງານມະຫະກັມເທື່ອນີ້. ຂະນະທີ່ຜ່ານມາ ຢູ່ ແຂວງຫຼວງພຣະບາງ ໂຕລາວເອງ ກໍເຄີຍໄປຮ່ວມງານຕລາດນັດ.

ດັ່ງ ນັກສຶກສາ ຈາກວິທຍາລັຍເຕັກນິກ ວິຊາຊີບ ຫຼວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:

“ກໍຍ້ອນຢາກຊອກວຽກເຮັດ ງານທໍາຫັ້ນນ່າ ເຮົາກໍຄິດວ່າ ໄດ້ແດ່ ບໍ່ໄດ້ແດ່ຫັ້ນແຫຼະ ເພາະວ່າເຮົາຕ້ອງໄປເບິ່ງໂຕຈິງ ວຽກເຮົາເຮັດໄດ້ ຫລື ສົມກັບທີ່ເຮົາເຮັດໄດ້ບໍ່ ມີຫຍັງຫັ້ນນ່າ ເພາະວ່າ ຢູ່ພີ້ ມັນສ່ວນຫຼາຍ ເຂົາເຈົ້າ ລະບົບຄົນຮູ້ຈັກບໍ່ ຄົນລູກພີ່ ລູກນ້ອງບໍ່ ກໍຄືແບບບໍ່ເອົາຄວາມສາມາດ.”

ສ່ວນນັກສຶກສາ ຈາກຄນະວິສະວະກັມສາດ ມະຫາວິທຍາລັຍຈໍາປາສັກ ກໍສົນໃຈ ຈະເຂົ້າຮ່ວມງານມະຫະກັມ ດັ່ງກ່າວ ຫາກຄະນະ ຫລື ມະຫາວິທຍາລັຍ ພາໄປ ເນື່ອງຈາກ ບໍ່ມີຄ່າໃຊ້ຈ່າຍດ້ານການເດີນທາງ ອີກທັງ ແຂວງພາກໃຕ້ ໂຕລາວເອງ ບໍ່ຄ່ອຍເຫັນມີການເຊີນຈາກ ທາງນະຄອນຫຼວງວຽງຈັນ ໃຫ້ໄປຮ່ວມງານຈັກເທື່ອ ແລະ ຖ້າໂຕເອງ ໄປງານມະຫະກັມດັ່ງກ່າວ ກໍຈະລອງສມັກວຽກ ໃນຕໍາແໜ່ງທີ່ຄາດວ່າ ໂຕເອງຈະຮັບໂອກາດເຂົ້າເຮັດວຽກ ໂດຍຈະບໍ່ເລືອກວຽກ ຈະເຮັດວຽກທຸກຢ່າງ ເພື່ອໃຫ້ໄດ້ເງິນ.

ດັ່ງ ນັກສຶກສາລາວ ຈາກຄະນະ ວິສະວະກັມສາດ ມະຫາວິທຍາລັຍ ຈໍາປາສັກ ກ່າວໃນມື້ດຽວກັນນີ້ວ່າ:

“ກໍມີຄວາມສົນໃຈ ຕອນນີ້ ນ້ອງກໍເປັນນັກສຶກສາປີ 4 ເນາະ ໃນຊ່ວງເວລາທີ່ວ່າ 25-35 ປີ ຫັ້ນນ່າ ນ້ອງຊິເຮັດວຽກທຸກຢ່າງ ເພື່ອໃຫ້ໄດ້ເງິນ ແລະ ເມື່ອເວລາ 40-50-60 ປີ ອາຍຸເຮົາ ຊິແກ່ໄປແລ້ວ ເຮົາຊິເຮັດວຽກສຸຂສະບາຍ ອີ່ຫຍັງ ປະມານນີ້ ເພາະວ່າ ຢູ່ແຖວພວກໃຕ້ ມັນບໍ່ຄອຍມີກິຈກັມ ເຊີນຊວນໃຫ້ໄປ ຫລື ອິຫຍັງ”

ວິທຍຸ ເອເຊັຽ ເສຣີ ຍັງໄດ້ຕິດຕໍ່ຫາ ນັກສຶກສາ ຈາກວິທຍາລັຍ ວິທຍາສາດສຸຂພາບ ແລະ ນັກສຶກສາ ຈາກ ຄນະ ສຶກສາສາດ ມະຫາວິທຍາລັຍ ແຫ່ງຊາຕລາວ ໂດຍທັງ 2 ຍານາງ ກ່າວຕົງກັນວ່າ ບໍ່ສົນໃຈຈະໄປຮ່ວມງານ ມະຫະກັມເທື່ອນີ້ ເນື່ອງຈາກ ຮຽນໃກ້ຈົບແລ້ວ ຈະຕ້ອງທຸ່ມເທກັບການຝຶກງານ ແລະ ຂຽນບົດ ເພື່ອຈົບການສຶກສາ ແຕ່ຖ້າມີເວລາຫວ່າງ ກໍຈະໄປງານມະຫະກັມ ດັ່ງກ່າວເບິ່ງ.

ສ່ວນ ເຈົ້າໜ້າທີ່ ທີ່ເຮັດວຽກ ກ່ຽວກັບ ການພັທນາຊັບພະຍາກອນມະນຸສ ກ່າວວ່າ ການສ້າງວຽກເຮັດງານທໍາ ເພື່ອຮອງຮັບ-ນັກສຶກສາ ທີ່ຈົບໃໝ່ ບໍ່ພຽງພໍ ດັ່ງເຫັນໄດ້ຈາກ ປີ 2022 ທີ່ຜ່ານມາ ແຂວງສວັນນະເຂດ ໄດ້ຈັດງານຕລາດນັດແຮງງານຂຶ້ນ ແລະມີນັກຮຽນ ນັກສຶກສາ ເຂົ້າຮ່ວມງານຈໍານວນຫລັກຫຼາຍຮ້ອຍຄົນ ແຕ່ນັກສຶກສາ ທີ່ກັບຈາກ ມະຫາວິທຍາລັຍ ສວັນນະເຂດ ຍັງຫວ່າງງານ.

ດັ່ງ ເຈົ້າໜ້າທີ່ ເຮັດວຽກ ກ່ຽວກັບການພັທນາຊັບພະຍາກອນມະນຸສ ທີ່ເຮັດວຽກຢູ່ ອົງການຈັດຕັ້ງ ພາກປະຊາສັງຄົມ ແຂວງສວັນນະເຂດ ກ່າວໃນມື່ດຽວກັນນີ້ວ່າ:

“ສ່ວນໃຫຍ່ ວຽກເຮັດງານທໍາ ກໍມີໜ້ອຍຫັ້ນແຫຼະທີ່ເຂົາຈົບກັນ ບາງສ່ວນ ກໍມີວຽກເຮັດງານທໍາເນາະ ນໍາບໍຣິສັດຕ່າໆ ຖ້າວ່າ ນໍາພາກຣັຖ ກໍມີໜ້ອຍ ສ່ວນໃຫຍ່ ວຽກເຮັດງານທໍາ ນີ້ກໍ ສ່ວນໃຫຍ່ ນັກສຶກສາທີ່ຈົບໄປ ຢາກຫວ່າງງານແຫຼະ.”

ນອກຈາກນີ້ ອີງຕາມຂໍ້ມູນການຣາຍງານຂອງ ILO Stats ໃຫ້ຮູ້ວ່າ ອັດຕຣາການຫວ່າງງານ ຂອງອາຊ້ຽນ ສເລັ່ຽຈາກ 2.5% ເພີ່ມຂຶ້ນເປັນ 3.1% ໃນໄລຍະປີ 2019 ເຖິງຕົ້ນປີ 2022 ເນື່ອງຈາກການຣະບາດ ຂອງໂຄວິດ-19 ເຮັດໃຫ້ການເລີກຈ້າງງານ, ການກັບຖິ່ນຖານ ພູມລໍາເນົາ ຂອງແຮງງານ ແລະ ອື່ນໆ.

ຍານາງ ຄໍາໃບ ຂັດທິຍະ ຣັຖມົນຕຣີ ກະຊວງແຮງງານ ແລະ ສວັດີການສັງຄົມ ໄດ້ຣາຍງານ ຕໍ່ກອງປະຊຸມ ສະພາແຫ່ງຊາຕ ໃນມື້ວັນທີ 9 ທັນວາ 2022 ວ່າ ປັດຈຸບັນ ປະເທດລາວ ມີ ພົລເມືອງທັງໝົດ 7.4 ລ້ານຄົນ, ມີຄົນອາຍຸ 15 ປີຂຶ້ນໄປ 5.3 ລ້ານຄົນ, ມີກໍາລັງແຮງງານ 2.5 ລ້ານຄົນ, ມີວຽກເຮັດ 2.4 ລ້ານຄົນ ຫລື ຄິດເປັນ 97.6%. ໃນນັ້ນ ເຮັດວຽກໃນຂແນງກະສິກັມ 1.4 ລ້ານຄົນ, ຂແນງບໍຣິການ 814,300 ຄົນ ແລະ ຂແນງອຸດສາຫະກັມ 252,400 ຄົນ ແລະວ່າ ໃນປີ 2021 ປະເທດລາວມີຄົນຫວ່າງງານ 496,918 ຄົນ ຫລື ຄິດເປັນ 21.8% ຂອງຈໍານວນຄົນງານທັງໝົດ ແລະ ປີ 2022 ນີ້ ຫວ່າງງານ 423,427 ຄົນ ຫລື ຄິດເປັນ 18.5%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.