ຄົນງານລາວ ເຣີ່ມກັບຄືນ ໄປປະເທດໄທຍ ຫຼັງຈາກປີໃໝ່ລາວ

ໄຊຍາ
2023.04.18
ຄົນງານລາວ ເຣີ່ມກັບຄືນ ໄປປະເທດໄທຍ ຫຼັງຈາກປີໃໝ່ລາວ ຄົນງານລາວ ກຳລັງເດີນທາງໄປຕໍ່ ໃບອະນຸຍາດເຮັດວຽກ ຫຼື ເວີຣ໌ກເພີມິທ ທີ່ດ່ານ ຕມ ໜອງຄາຍ, ປະເທດໄທຍ. ວັນທີ 11 ເມສາ 2022.
RFA

ຫຼັງຈາກບຸນປີໃໝ່ລາວ, ຄົນງານລາວ ໄດ້ເຣີ່ມພາກັນເດີນທາງ ກັບຄືນໄປເຮັດວຽກ ຢູ່ປະເທດໄທຍ  ໂດຍຜ່ານດ່ານສາກົລຕ່າງໆ ເປັນຕົ້ນ ດ່ານຂົວມິຕພາບລາວ-ໄທຍ ແຫ່ງທີ 1 (ນະຄອນຫຼວງວຽງຈັນ-ໜອງຄາຍ), ດ່ານຂົວມິຕພາບລາວ-ໄທຍ ແຫ່ງທີ 2 (ສວັນນະເຂດ-ມຸກດາຫານ) ແລະ ດ່ານວັງເຕົ່າ-ຊ່ອງເມັກ (ຈຳປາສັກ-ອຸບົນຣາຊະທານີ).

ຄົນງານລາວ ຜູ້ນຶ່ງ ຢູ່ແຂວງສາຣະວັນ, ຜູ້ບໍ່ປະສົງອອກຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ເມສາ 2023 ນີ້ວ່າ ມື້ນີ້ ໂຕເຂົາເອງ ກຳລັງຈະຂ້າມໄປໄທຍ ພ້ອມກັບຄົນງານລາວອື່ນໆ ລວມທັງໝົດກວ່າ 60 ຄົນ ເຊິ່ງສ່ວນຫຼາຍ ມາຈາກ ບັນດາແຂວງໃນພາກໃຕ້ ຂອງລາວ.

“ມື້ນີ້ບໍ່ 60 ຄົນ ຫຼາຍແຂວງຢູ່. ເຮົາກໍ່ບໍ່ຮູ້ ມີຫຼາຍຄົນໄດ໋ ຫຼາຍແຂວງແນ. ຄຶກຄັກຢູ່ແຫຼະ ຫຼາຍຄົນຢູ່. ມື້ອື່ນບໍ່ມີແຫຼະ, ບໍ່ມີ ມີກະບໍ່ຫຼາຍເຈົ້າ. ສ່ວນຫຼາຍມີແຕ່ຂຶ້ນໄປໄທຍ.”

ໃນມື້ດຽວກັນນັ້ນ, ເຈົ້າໜ້າທີ່ ຕຳຣວດ ກວດຄົນເຂົ້າເມືອງ ທ່ານນຶ່ງ ຢູ່ດ່ານສາກົລ ຂົວມິຕພາບລາວ-ໄທຍ 2 ແຂວງມຸກດາຫານ ປະເທດໄທຍ ໄດ້ໃຫ້ ຂໍ້ມູນວ່າ ຄົນງານລາວ ກຳລັງເດີນທາງ ເຂົ້າມາປະເທດໄທຍແລ້ວ ພາຍຫຼັງສິ້ນສຸດ ວັນພັກບຸນປີໃໝ່ລາວ ແລະອາດຈະເຂົ້າມາຕື່ມອີກ ຈົນຮອດທ້າຍເດືອນເມສານີ້. ໂດຍທາງເຈົ້າໜ້າທີ່ ກໍ່ມີມາຕການກວດກາ ຄົນເຂົ້າເມືອງ ໂດຍສະເພາະ ເຣື່ອງການຄ້າມະນຸດ.

ດັງທີ່ທ່ານໄດ້ກ່າວອີກວ່າ:

“ຫຼາຍຂຶ້ນເຈົ້າ. ເຂົ້າມາເຮັດວຽກ. ສ່ວນຫຼາຍທີ່ເຂົ້າດ່ານນີ້ ມາຈາກແຂວງສວັນນະເຂດ. ເຮົາຄັດຕອງ ທັມມະດາ ກໍ່ແມ່ນເຣື່ອງ ຄ້າມະນຸດ. ແລ້ວແຕ່ຄົນ ອາດຈະເປັນ ພັກພວກກັນ ແນວນີ້. ຄົນຍັງເຂົ້າມາເຣື່ອຍໆ ໜ້າຈະຮອດທ້າຍເດືອນນີ້. ຄືເຂົາເຈົ້າທະຍອຍເຂົ້າມາ ຕາມຄວາມສະດວກ ຂອງແຕ່ລະຄົນ ແນວນັ້ນເຈົ້າ.”

ເຊັ່ນດຽວກັນ, ຜູ້ໃຫ້ບໍຣິການ ຂົນສົ່ງເຄື່ອງຂອງ ສຳລັບຄົນງານລາວ ຜູ້ນຶ່ງ ຜູ້ບໍ່ປະສົງອອກຊື່ ຢູ່ດ່ານຊ່ອງເມັກ ແຂວງອຸບົນຣາຊະທານີ ປະເທດໄທຍ ກົງຂ້າມກັບດ່ານວັງເຕົ່າ ແຂວງຈຳປາສັກ ກ່າວວ່າ ຕອນນີ້ ຢູ່ດ່ານວັງເຕົ່າ-ຊ່ອງເມັກ ເຣີ່ມມີຄົນງານລາວ ກັບເຂົ້າມາໄທຍແລ້ວ.

“ຄົນງານ ກະເຣີ່ມທະຍອຍ ກັບມາຫຼາຍແລ້ວ ຕອນນີ້ເຂົ້າ.”

ຄົນລາວຫຼາຍຄົນ ກໍ່ຢາກໄປເຮັດວຽກຢູ່ໄທຍ ເພາະຄ່າຄອງຊີບຢູ່ລາວແພງຫຼາຍ ແຕ່ຄ່າຈ້າງຖືກເກີນໄປ. ໂຕຢ່າງ ຄົນລາວ ນາງນຶ່ງ ຢູ່ແຂວງຄຳມ່ວນ ຜູ້ບໍ່ປະສົງອອກຊື່ ເວົ້າວ່າ ຄົນລາວຫຼາຍຄົນ ກໍຢາກໄປເຮັດວຽກຢູ່ໄທຍ ລວມເຖິງ ໂຕນາງເອງ ທີ່ກຳລັງຊອກວຽກຢູ່ໄທຍ ຜ່ານທາງສື່ສັງຄົມອ໋ອນລາຍນ໌ ຢູ່.

“ໜ້າຊິຫຼາຍໄດ໋, ເຮົາກະຍັງບໍ່ໄດ້ໄປດົນລະ ໜ້າຈະຫຼາຍຢູ່ເຮົາວ່າ. ຕະກີ້ເຮົາເຄີຍເຮັດວຽກຢູ່ໄທຍ ມາແລ້ວ ແຕ່ວ່າກັບມາ ເຮັດວຽກຢູ່ລາວບຶດນຶ່ງ. ຄ່າແຮງມັນໜ້ອຍຫັ້ນນ່າ ເຮົາຢາກກັບໄປອີກຈັງຊີ້ນ່າ. ດົນແລ້ວອ້າຍ ກ່ອນ (ໂຄວິດ-19 ແຜ່ ຣະບາດ) ແລ້ວ ກໍ່ແລ້ວຄືບໍ່ໄດ້ກັບໄປເລີຍວ່າຊີ້ນ່າ. ກະຫາງານຢູ່ ຖ້າມັນເໝາະ ກະວ່າຊິໄປເລີຍ ວ່າຊີ້ນ່າ.”

ນາງກ່າວຕື່ມວ່າ ກ່ອນໂຄວິດນີ້, ນາງເຄີຍໄປເຮັດວຽກ ຢູ່ໄທຍ ແລ້ວ ທີ່ຮ້ານອາຫານແຫ່ງນຶ່ງ ຢູ່ບາງກອກ ໄດ້ຄ່າແຮງມື້ລະ 300 ບາທ ເຊິ່ງເທົ່າກັບລະດັບ ຄ່າແຮງຂັ້ນຕ່ຳ ຂອງໄທຍ ໃນເວລານັ້ນ. ເຊິ່ງດຽວນີ້ ໄດ້ຂຶ້ນເປັນ 350 ບາທຕໍ່ມື້ແລ້ວ.

ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ ຫາເຈົ້າໜ້າທີ່ ຕຳຣວດກວດຄົນເຂົ້າເມືອງ ຂອງລາວ ຫຼາຍດ່ານ ແຕ່ບໍ່ສາມາດຕິດຕໍ່ໄດ້.

ກ່ຽວກັບການໄປເຮັດວຽກ ຂອງຄົນລາວຢູ່ຕ່າງປະເທດນີ້, ທ່ານ ພົງໄຊສັກ ອິນຖາລາດ ຮອງຣັຖມົນຕຣີ ກະຊວງແຮງງານ ແລະສວັດດິການສັງຄົມ ຂອງລາວ ເຄີຍກ່າວຍອມຮັບວ່າ ຢູ່ປະເທດລາວ ຍັງບໍ່ທັນມີວຽກເຮັດງານທຳ ຫຼາຍເທົ່າທີ່ຄວນ ແລະຄ່າແຮງງານຂັ້ນຕ່ຳຢູ່ລາວ ກໍຍັງຕ່ຳຫຼາຍ ເມື່ອທຽບໃສ່ຄ່າແຮງງານ ໃນປະເທດອື່ນໆ.

ທາງກະຊວງແຮງງານ ແລະສວັດດິການສັງຄົມ ຢາກຂໍຮຽກຮ້ອງໃຫ້ ຊາວລາວ ເລືອກເຮັດວຽກ ຢູ່ພາຍໃນປະເທດກ່ອນ, ແຕ່ຖ້າຢາກໄປເຮັດວຽກ ຢູ່ຕ່າງປະເທດ ກໍຂໍໃຫ້ດຳເນີນການ ຕາມຂັ້ນຕອນທີ່ຖືກຕ້ອງຕາມກົດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.