ຊາວໜຸ່ມໃນວັຍເຮັດວຽກ ທັງຊາຍແລະຍີງ ຢູ່ເມືອງໂຂງ ແຂວງຈຳປາສັກ ຍັງພາກັນຂ້າມໄປເຮັດວຽກ ຢູ່ປະເທດໄທ ເນື່ອງຈາກພາຍໃນ ເມືອງໂຂງ ບໍ່ສາມາດຊອກວຽກເຮັດງານທຳໄດ້ ສ່ວນໂຮງງານ ທີ່ມີ 2 ແຫ່ງ ຊໍ້າພັດຈ່າຍຄ່າແຮງງານຕໍ່າ ແລະຕັ້ງ ຢູ່ໄກຫຼາຍ ບໍ່ສະດວກ ໃນການໄປ-ມາ; ດັ່ງນາຍບ້ານແຫ່ງນຶ່ງ ຢູ່ເມືອງໂຂງ ແຂວງຈຳປາສັກ ໄດ້ກ່າວຕໍ່ RFA ໃນວັນທີ 09 ສິງຫາ ວ່າ:
"ຍ້ອນວ່າ ຄືຢູ່ບ້ານເຮົາມັນ ມັນກໍບໍ່ມີວຽກເຮັດງານທຳເນາະ ກໍຕ້ອງໄປ ໄປບ້ານເຂົາມັນຈັງຊັ້ນ ມັນບໍ່ອຶດວຽກເຮັດ ຢູ່ເມືອງໂຂງ ມີໂຮງງານຢູ່ 2 ໂຮງງານ ແຕ່ວ່າມັນຢູ່ໄກ ຄືເກາະດອນເຂົາ ກໍ່ສິບໍ່ສະດວກໄປ ຢູ່ແລ້ວ ຂ້າມນໍ້າຕັ້ງເທົ່າໃດເນາະໄກແນ່ ເງີນກາບໍ່ສະດວກ ບໍ່ສະດວກ ຫຼາຍຢ່າງ ຫັ້ນແຫຼະອ້າຍ."
ນາຍບ້ານໄດ້ໃຫ້ເຫດຜົລຕື່ມວ່າ ໂຮງງານທັງ 2 ແຫ່ງ ທີ່ວ່ານັ້ນ ຄືໂຮງງານໝາກມ່ວງ ຫີນມະພານ ຕັ້ງຢູ່ນະຄອນປາກເຊຫ່າງຈາກ ເຂດ ເທສບານເມືອງ ເກືອບ 60 ຫຼັກ ແລະ ໂຮງງານຕັດຫຍິບເກືອບ 40 ຫຼັກ. ສ່ວນຄ່າແຮງງານ ທັງ 2 ໂຮງງານ ຈ່າຍມື້ລະ 40 ພັນກີບ ນອກຈາກນີ້ ໂຮງງານໝາກມ່ວງຫີນມະພານ ຍັງເປີດທຳການຜລິດ ເປັນຣະດູການປີລະ 6 ເດືອນ.
ສ່ວນອາຊີບຫາປາ ເຊິ່ງເປັນອາຊີບດັ້ງເດີມ ຂອງຄົນເຂດນີ້ ນາຍບ້ານໄດ້ບອກວ່າ ປະຊາຊົນຫາປາບໍ່ໄດ້ ຫຼາຍຄືແຕ່ກ່ອນເພາະ ຈຳນວນປາ ຫຼຸດລົງ ຕໍ່ປັດໃຈເລົ່ານີ້ຈຶ່ງເຮັດໃຫ້ ຊາວໜຸ່ມເມືອງໂຂງ ຫັນໄປເຮັດ ວຽກຢູ່ໄທ ນັບມື້ນັບເພີ່ມຂຶ້ນ.
ຕໍ່ກັບບັນຫາດັ່ງກ່າວ ເຈົ້າໜ້າທີ່ດ້ານແຮງງານເມືອງໂຂງ ໄດ້ກ່າວຕໍ່ RFA ວ່າ ປັດຈຸບັນມີຊາວໜຸ່ມວັຍແຮງງານ ຫຼັ່ງໄຫຼໄປເຮັດວຽກຢູ່ໄທ ປະມານ 7,000 ຄົນ ແລະ ເພີ່ມຂື້ນທຸກປີ.
"ຊໍ່າ 25 ຫາ 35 ຫາ 40 ນີ້ແຫຼະ ມ້ອງນີ້ແຫຼະ ສ່ວນຫຼາຍເຂົາກໍ່ໄປເຮັດວຽກໄທ ອີ່ຫຍັງຫັ້ນແລ້ວ ບ້ານເຮົາມັນກໍ່ບໍ່ມີວຽກເຮັດເນາະ ກໍ່ ຫຼາຍເຕີບເພາະວ່າໂຕເລກ ຊຸດກ່ອນຫັ້ນກໍ່ 2-3 ພັນແຫຼະ ແຕ່ວ່າມັນກໍ່ຫຼາຍປີ ແລ້ວ ສະຖິຕິຕັ້ງແຕ່ 2 ປີ ຫຼັງແລ້ວ 3.000 ປາຍຄົນ ແຕ່ວ່ານີ້ກໍ່ຫຼາຍ ປີຜ່ານມາແລ້ວ ມັນກໍ່ເພີ່ມແນ່ ຢ່າງນອ້ຍມີແລ້ວ 7 ພັນຄົນ."
ຕາມການເປີດເຜີຍ ຂອງກະຊວງແຮງງານຂອງໄທ ໄດ້ເກັບກຳໂຕເລກ ມາຮອດເດືອນ ເມສາ 2019 ຕໍ່ກອງປະຊຸມຣະດັບ ວິຊາການດ້ານ ແຮງງານ ລາວ-ໄທ ຣະວ່າງ 4-6 ມິຖຸນາ 2019 ທີ່ ປະເທດໄທ. ແຮງງານລາວ ເຂົ້າໄປເຄື່ອນໄຫວ ຢູ່ປະເທດໄທທັງໝົດ 2.78 ແສນຄົນ (ສອງແສນເຈັດໝື່ນ ແປດພັນຄົນ) ໃນນັ້ນໄດ້ແບ່ງອອກເປັນ ກຸ່ມແຮງງານ ຕາມຣະບົບ MOU ຈຳນວນ 164,000 ຄົນ( ນຶ່ງແສນ ຫົກໝື່ນ ສີ່ພັນຄົນ) ກຸ່ມແຮງງານຕາມມະຕິ ຂອງຄນະຣັຖມົນຕຣີ ຄັ້ງວັນທີ 13 ມົກຣາ ຫາ ວັນທີ 27 ມີນາ 2018- 59,704 ພັນຄົນ (ຫ້າໝື່ນ ເກົ້າພັນເຈັດຮ້ອຍສີ່ຄົນ)
ກຸ່ມແຮງງານທີ່ຜ່ານການປັບສະຖານະພາບ 53,602 ພັນຄົນ (ຫ້າໝື່ນສາມພັນ ຫົກຮ້ອຍສອງຄົນ) ແລະ ກຸ່ມແຮງງານຂື້ນທະບຽນ ຕາມ ກົດໝາຍວ່າດ້ວຍການປະມົງ 285 ຄົນ (ສອງຮ້ອຍແປດສິບຫ້າຄົນ) .