ທາງຣົຖໄຟ ລາວ-ຈີນ ສ້າງໜີ້ກວ່າ 1.5 ຕື້ໂດລາ ໃຫ້ລາວ
2022.01.26
ໂຄງການທາງຣົຖໄຟລາວ-ຈີນ ມູນຄ່າ ເກືອບ 6 ຕື້ ໂດລາ ໂດຍມີ ຣັຖບານລາວຖືຮຸ້ນ 30 ເປີເຊັນ ສ່ວນວ່າຈີນ ຖືຮຸ້ນ 70 ເປີເຊັນ. ແຕ່ ເງິນທີ່ຣັຖບານລາວເອົາມາລົງທຶນ ໃສ່ໂຄງການທາງຣົຖໄຟ ລາວ-ຈີນ ໃນອັດ ຕຣາສ່ວນ 30 ເປີເຊັນ ສ່ວນຫຼາຍເປັນເງິນກູ້ຢືມ ຈາກຈີນ ຊຶ່ງຄິດເປັນມູນຄ່າ ປະມານ 1.5 ຕື້ໂດລາ ບວກໃສ່ກັບ ເງິນງົບປະມານຈຳປີ ຂອງຣັຖບານລາວ 250 ລ້ານໂດລາ. ເວບໄຊຂ່າວ ທີ່ຊື່ວ່າ www.thinkchina.sg ໄດ້ຣາຍງານວ່າ ລາວໄດ້ກູ້ຢືມເງິນ ມູນຄ່າປະມານ 1.5 ຕື້ໂດລາ ໃນອັດຕຣາດອກເບັ້ຽ 2.3 ເປີເຊັນ ຕໍ່ປີ ຊຶ່ງໄລຍະການພັກໜີ້ 5 ປີ. ຫຼັງຈາກ 5 ປີ ແລ້ວຣັຖບານລາວ ຈະຕ້ອງໄດ້ຈ່າຍໜີ້ຄືນໃຫ້ຈີນ ລວມທັງດອກເບັ້ຽ. ໃນເບື້ອງຕົ້ນ ຣັຖບານລາວ ຈະຕ້ອງຈ່າຍໜີ້ທີ່ຢືມມາເຮັດໂຄງການທາງຣົຖໄຟ ລາວ-ຈີນ ໃນມູນຄ່າ 80 ປາຍລ້ານໂດລາ ຊຶ່ງລວມທັງຕົ້ນທີ່ຢືມມາ ແລະ ດອກເບັ້ຽທີ່ຈະຕ້ອງຈ່າຍ ຖ້າວ່າໄລຍະການຈ່າຍໜີ້ 30 ປີ.
ນັກທຸຣກິຈທ່ານນຶ່ງ ລາວ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 26 ມົກກະຣາ 2022 ວ່າ:
“[ດອກເບັ້ຽ] 34.5 ລ້ານ ໂດລາ ຕ່ຳສຸດ ລະມັນກະລົດລົງໄປເລື້ອຍໆ ໜີ້ 1.5 ຕື້ໂດລາ ກະ 50 ລ້ານ ຕໍ່ປີ ງວດທຳອິດ ສົມມຸດວ່າ ງວດທຳອິດ 1,500 ລ້ານ ໂດລາ [1.5 ຕື້ໂດລາ] ມາຫານໃຫ້ 30 ປີ ມັນກະອອກ 50 ລ້ານໂດລາ.
ນັກທຸຣະກິຈ ທ່ານນີ້ ກ່າວຕຕື່ມອີກວ່າ:
“ສະເພາະດອກເບັ້ຽແຕ່ລະປີຈະຄ່ອຍຫຼຸດລົງ ໃນຂະນະ ຣັຖບານລາວ ຈະຕ້ອງຈ່າຍຕົ້ນທຶນທີ່ຢືມໄປນັ້ນຄືເກົ່າ.”
ແຕ່ສິ່ງທີ່ຈະເກີດຂຶ້ນອີກກໍຄື ຖ້າຣັຖບານລາວ ຈ່າຍໜີ້ບໍ່ທັນຕາມກຳນົດເວລາ, ຣັຖບານລາວຈະຕ້ອງຖືກປັບໃໝ.
ນັກທຸຣະກິຈທ່ານນີ້ ກ່າວຕື່ມອີກວ່າ:
“ມັນຢູ່ທີ່ວ່າ ປັບໃໝໃດບາດນີ້ ບໍ່ຈ່າຍ ບໍ່ຈ່າຍ ຈ່າຍບໍ່ຕົງ ຫຼືວ່າ ເລື່ອນໄປນີ້ ທະນາຄານມັນຕ້ອງມີປັບໃໝໃດ ຕາມສັນຍາເຂົາ ເຂົາຊິປັບໃໝຈັ່ງໃດ ເຂົາຊິປັບໃໝດອກເບາະ ຫຼືຊິປັບໃໝທັງຕົ້ນທັງດອກ ເຮົາວ່າ ມັນເປັນຫຼັກສາກົນໃດ ຄັນບໍ່ປັບໃໝເຈົ້າ ເຈົ້າຊິຈ່າຍຍາມໃດກະໄດ້ຕົ່ວ ຂ້ອຍກະມີພາລະຄືກັນ.”
ເຈົ້າໜ້າທີ່ທາງການລາວ ມີແຜນການເອົາບໍ່ແຮ່ ຄ້ຳປະກັນ ໃນການຢືມເງິນມາເຮັດໂຄງການ ທາງຣົຖໄຟລາວ-ຈີນ.
ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດຮອງນາຍົກຣັຖຕຣີ ຂອງລາວ ເຄີຍກ່າວຢູ່ໃນກອງປະຊຸມ ສະພາແຫ່ງຊາດ ກ່ອນທີ່ຈະເຣີ່ມໂຄງການ ທາງຣົຖໄຟ ລາວ-ຈີນ ວ່າ:
“ຫຼັງຈາກຄິດໄລ່ແລ້ວ, ພວກເຮົາເຫັນວ່າ ພວກເຮົາຈະສາມາດຈ່າຍໜີ້ໄດ້ ຍ້ອນວ່າ ພວກເຮົາມີບໍ່ແຮ່ Potash 5 ແຫ່ງ ແລະ ຖ້າພວກເຮົາຂຸດຄົ້ນບໍ່ແຮ່ນັ້ນ ແລະ ເອົາລາຍຮັບຈາກມັນ ພວກເຮົາຈະບໍ່ມີບັນຫາໃນການໃຊ້ໜີ້ຄືນພາຍໃນ 5 ປີ ແທນທີ່ຈະໃຊ້ເວລາ 30 ປີ.”
ນອກຈາກນີ້, ທາງການລາວ ແລະ ຈີນ ກຳລັງປຶກສາຫາລືກັນ ເພື່ອທີ່ຈະສ້າງຕັ້ງກອງພັນຣົຖໄຟ ນັ້ນກໍຄື ການສ້າງຕັ້ງ ກອງທະຫານທີ່ຈະມາຮັກສາ ຄວາມປອດໄພທາງຣົຖໄຟ.
ບຸກຄົນທີ່ໃກ້ຊິດ ເຈົ້າໜ້າທີ່ທະຫານລະດັບສູງ ກະຊວງປ້ອງກັນປະເທດ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 25 ມົກກະຣາ 2022 ວ່າ:
“ເຈົ້າໜ້າທີ່ລາວ ແລະ ຈີນ ກຳລັງປຶກສາຫາລືກັນເຣື່ອງການສ້າງຕັ້ງກອງພັນທະຫານ ເພື່ອເອົາມາຮັກສາຄວາມປອດໄພຕາມທາງຣົຖໄຟ, ແຕ່ ກໍຍັງບໍ່ທັນມີຂໍ້ສລຸບອອກມາ ຍ້ອນວ່າ ຍັງມີບັນຫາຢູ່ທີ່ງົບປະມານທີ່ເອົາມາຈ່າຍເງິນເດືອນໃຫ້ພະນັກງານທະຫານ ທີ່ຈະມາເຮັດວຽກຮັກສາຄວາມປອດໄພຕາມທາງຣົຖໄຟ.”
ບຸກຄົນທີ່ໃກ້ຊິດເຈົ້າໜ້າ ທີ່ທະຫານລະດັບສູງ ໄດ້ກ່າວຕື່ມອີກວ່າ ວ່າ:
“ຈຳນວນເຈົ້າໜ້າທີ່ທະຫານທີ່ຈະມາຮັກສາຄວາມປອດໄພຕາມທາງຣົຖໄຟ ຈະຕ້ອງມີຢ່າງໜ້ອຍ 1,000 ຄົນຂຶ້ນໄປ ໃນຂະນະທີ່ຣັຖບານບໍ່ມີງົບປະມານທີ່ຈະມາຈ່າຍສິ່ງເຫຼົ່ານີ້.”
ໃນເດືອນທັນວາ 2021 ທີ່ຜ່ານມາ, ວິທະຍຸກະຈ່າຍສຽງແຫ່ງຊາດ ໄດ້ສະເໜີຂ່າວ ໄດ້ອ້າງ ຄຳເວົ້າ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ທີ່ໄດ້ກ່າວວ່າ ທາງຣົຖໄຟລາວ-ຈີນ ເປັນຄວາມມຸ້ງມາດປາຖນາຂອງຄົນລາວ.
ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ກ່າວ ໃນເດືອນທັນວາ 2021 ຕອນນຶ່ງ ວ່າ:
“ກະຂ້ອຍມີລະມັນຜິດອີ່ຫຍັງ ທາງຣົຖໄຟ ກໍທາງຣົຖໄຟ ແມ່ນຮັບໃຊ້ມະນຸດ ຮັບໃຊ້ການຂົນສົ່ງສິນຄ້າ ຮັບໃຊ້ການຄ້າ ການທ່ອງທ່ຽວ ຂັ້ນມີຜູ່ມາໂຈມຕີ. ຂັ້ນມີຜູ່ມາໂຈມຕີ ເວົ້າລະວ່າ ລາວເຮົາເປັນໜີ້ສິນຂອງຈີນຫຼາຍ ຍ້ອນທາງຣົຖໄຟ ມັນບໍ່ແມ່ນ ຜູ້ທີ່ຕິດໜີ້ລະແມ່ນ ບໍຣິສັດ ທາງຣົຖໄຟລາວ-ຈີນ ກະໝາຍຄວາມວ່າ ແມ່ນບໍຣິສັດ ເປັນຜູ່ຕິດໜີ້ ບໍຣິສັດ ຈະເປັນຜູ່ຫາເງິນມາເພື່ອໃຊ້ໜີ້ ໂດຍການອູ້ມຊູ ຍູ້ໜູນຂອງຣັຖບານລາວ-ຈີນ.”
ນອກຈາກນີ້ ປະຊາຊົນຜູ້ທີ່ເສັຽທີ່ດິນໃຫ້ໂຄງການທາງຣົຖໄຟລາວ-ຈີນ ບໍ່ສາມາດໄປຊື້ທີ່ດິນຢູ່ບ່ອນໃໝ່ໄດ້.
ປະຊາຊົນຊາວນະຄອນຫລວງວຽງຈັນ ທ່ານ ນຶ່ງ ຜູ້ທີ່ເສັຽທີ່ດິນໃຫ້ໂຄງການທາງຣົຖໄຟລາວ-ຈີນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 26 ມົກກະຣາ 2022 ວ່າ:
“ໂຄງການກວມເອົາທີ່ດິນ 1,000 ປາຍ ຕາລາງແມັດ ແລະ ໄດ້ຮັບຄ່າຊົດເຊີຍ 100,000 ປາຍ ກີບຕໍ່ຕາລາງແມັດ ແຕ່ ບໍ່ສາມາດໄປຊື້ທີ່ດິນບ່ອນໃໝ່ໄດ້ ຍ້ອນວ່າ ລາຄາທີ່ດິນດຽວນີ້ແພງກວ່າຄ່າຊົດເຊີຍ.”
ບາງຄົນກໍມີຊີວິດການເປັນຢູ່ປ່ຽນແປງໄປຫຼັງຈາກທີ່ເຂົາເຈົ້າເສັຽທີ່ດິນໃຫ້ໂຄງການທາງຣົຖໄຟລາວ-ຈີນ.ບາງຄົນ ຈາກທີ່ເຄີຍເຮັດນາໄດ້ເຂົ້າກິນປີລະ 90 ເປົ໋າປ່ານ ຄິດເປັນມູນຄ່າ ເກືອບ 30 ລ້ານ ກີບ ຕໍ່ປີ, ແຕ່ ຫຼັງຈາກເສັຽທີ່ດິນໄປແລ້ວ ເຂົາເຈົ້າກໍບໍ່ສາມາດຫາລາຍຮັບຫຍັງໄດ້ເລີຍ.
ຊາວນະຄອນຫລວງວຽງຈັນ ອີກທ່ານນຶ່ງທີ່ເສັຽດິນໃຫ້ທາງຣົຖໄຟລາວ-ຈີນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 26 ມົກກະຣາ 2022 ວ່າ:
“ແຕ່ກີ້ດິນເຮົາກະລ້ຽງປູລ້ຽງປາ ເຮັດໄຮ່ເຮັດນາກິນ ດຳໄຮ່ດຳນາກິນ ຄືວ່າເຮັດນາສອງຣະດູ ນາປີນາແຊງຈັ່ງຊີ້ນ່າ ນາປີ ນາແຊງ ເຮົາໄດ້ຂາຍເຂົ້າຂາຍນ້ຳ ເສຖກິຈ ພໍພຽງເຮົາກະມີພໍຢູ່ ພໍກິນເນາະ ນາແຊງເຮົາກະເຮັດ ນາປີ ເຮົາກະເຮັດ ດິນດຳນ້ຳຊຸ່ມ ດິນທີ່ວ່າ ໂຕເຮົາຖືກໂຄງການຫັ້ນນ່າ ນາປີເຮົາກະໄດ້ 50 ເປົ໋າປ່ານ ນາແຊງເຮົາກະໄດ້ຢູ່ 40 ເປົ໋າປ່ານ ເຮົາກະໄດ້ພໍຢູ່ພໍກິນ ເຮົາບໍ່ໄດ້ເຮັດນາກິນ ເຮົາກະໄປຊື້ເຂົ້າກະໂລມາກິນດຽວນີ້.”
ຊາວນະຄອນຫລວງວຽງຈັນ ທ່ານນີ້ ໄດ້ກ່າວຕໍ່ເອເຊັຽເສຣີ ອີກວ່າ:
“ຍ້ອນຫຍັງຫວະຕິ ທີ່ເຮົາໄປຖືກໂຄງການ ເຮົາກໍເລີຍເປັນທຸກດຽວນີ້ ເຮົາຢືມເງິນນອກລະບົບມາຊື້ຢູ່ຊື້ດິນດຽວນີ້ນະ ລະປະຊາຊົນກະເປັນທຸກ ແຕ່ກີ້ນີ້ບໍ່ຖືກໂຄງການປະຊາຊົນກະເກັບຜັກເກັບມື່ ຂາຍປູຂາຍປາ ເກັບໝາກບວບຂາຍເຮົາກະມີກິນ ເສຖກິຈພໍພຽງ ແຕ່ວ່າ ດິນຖືກໂຄງການປະຊາຊົນນີ້ທຸກເພາະວ່າ ເພິ່ນວ່າ ຊິຈ່າຍເງິນແຕ່ວັນຊາດທີ 2 ທັນວາ ເພິ່ນກະຍັງບໍ່ຈ່າຍເງິນໃຫ້ປະຊາຊົນ.”
ເຖິງວ່າ ທາງການລາວ ແລະ ຈີນ ໄດ້ເປີດນຳໃຊ້ ໂຄງການທາງຣົຖໄຟລາວ-ຈີນຄວາມຍາວ 400 ປາຍ ກິໂລແມັດ ຢ່າງເປັນທາງການແລ້ວກໍຕາມ, ແຕ່ ກຳຍັງມີປະຊາຊົນອີກຫຼາຍຄອບຄົວ ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ທີ່ເຂົາເຈົ້າໄດ້ເສັຽທີ່ດິນໃຫ້ໂຄງການ ຫຼື ບໍ່ໄດ້ຮັບຄ່າເວນຄືນທີ່ດິນ. ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ທາງການລາວ ກໍບໍ່ໄດ້ອອກມາເປີດເຜີຍເຖິງສາເຫດຄວາມຊັກຊ້າການຈ່າຍຄ່າຊົດເຊີຍທີ່ດິນໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົລກະທົບຈາກໂຄງການທາງຣົຖໄຟລາວ-ຈີນ ແຕ່ຢ່າງໃດ. ແຕ່ ມີຄົນປຽບທຽບໂຄງການຣົຖໄຟລາວ-ຈີນ ໃນປັດຈຸບັນ ຄ້າຍຄືກັບ ການແຂ່ງຂັນກິລາ ຊີເກມສ ໃນປີ 2009 ທີ່ປະເທດລາວເປັນເຈົ້າພາບ. ມັນເປັນຄັ້ງທຳອິດທີ່ລາວ ສາມາດເປັນເຈົ້າພາບໃນການຈັດການແຂ່ງຂັນມະຫະກັມກິລາໃນເຂດເອເຊັຽຕາເວັນອອກສ່ຽງໃຕ້.
ການຈັດງານດັ່ງກ່າວ, ຣັຖບານລາວ ຕ້ອງໄດ້ຢືມເງິນຈີນປະມານ 100 ລ້ານ ໂດລາ ມາສ້າງສະໜາມກິລາແຫ່ງຊາດ ຢູ່ ຫຼັກ 16 ເມືອງໄຊທານີ ນະຄອນຫລວງວຽງຈັນ ເພື່ອຮອງຮັບພິທີເປີດການແຂ່ງຂັນກະລາຊິເກມສ, ແຕ່ ຣັຖບານລາວ ຕ້ອງເອົາທີ່ດິນເຂດບຶງທາດຫລວງປະມານ 300 ເຮັກຕາ ໃຫ້ຈີນມາສຳປະທານເຮັດເຂດເສຖກິຈພິເສດ. ຈົນໃນເວລານັ້ນ ບາງສຳນັກຂ່າວຂອງລາວ ໄດ້ລາຍງານຂ່າວ ໂດຍສເນີຫົວຂໍ້ວ່າ: “ລາວໃຫ້ດິນ ຈີນໃຫ້ເດີ່ນ [ເດີ່ນໝາຍເຖິງສນາມກິລາແຫ່ງຊາດ].”
ນອກຈາກນີ້ ບໍຣິສັດ ຮ່ວງແອ່ງຍາລາຍຂອງວຽດນາມ ກໍຮັບສ້າງບ້ານພັກນັກກິລາ ຢູ່ໃນມະຫາວິທະຍາໄລແຫງຊາດ ເຂດດົງໂດກ ມູນຄ່າປະມານ 19 ລ້ານໂດລາ, ແຕ່ ລາວຕ້ອງໃຫ້ ບໍຣິສັດ ດັ່ງກ່າວສຳປະຕັດໄມ້ ແລະ ທານທີ່ດິນຫຼາຍກວ່າ 10,000 ເຮັກຕາ ຢູ່ເມືອງພູວົງແຂວງອັດຕະປື ເປັນເວລາບໍ່ຕໍ່າກວ່າ 50 ປີ ອີງຕາມຂໍ້ມູນຈາກນັກທຸຣະກິຈຢູ່ແຂວງອັດຕະປື.