ຄົນລາວບໍ່ນິຍົມໃຊ້ ສິນຄ້າລາວ ເພາະຄຸນນະພາບ
2022.01.24

ມາເຖິງປັດຈຸບັນ ຄົນລາວທົ່ວໄປ ກໍຍັງບໍ່ນິຍົມໃຊ້ຜລິຕພັນ ທີ່ຄົນລາວເປັນຜູ້ປລິດຢູ່ພາຍໃນປະເທດ ຊຶ່ງຫລາຍຄົນເວົ້າວ່າ ມີສາເຫດມາຈາກຫລາຍປັດຈັຍ ໂດຍສະເພາະແລ້ວກໍແມ່ນເຣື່ອງລາຄາສິນຄ້າ ທີ່ເຫັນວ່າຍັງບໍ່ເໝາະສົມກັບຄຸນນະພາບ ເຊັ່ນຢາຖູແຂ້ວ ຄົນລາວກໍຍັງມັກໃຊ້ຢາຖູແຂ້ວ ທີ່ຜລິດຢູ່ໄທຍ ຊຶ່ງມີລາຄາເທົ່າກັນກັບຢາຖູແຂ້ວລາວ, ແຕ່ຂອງໄທຍຄຸນນະພາບດີກວ່າ.
ດັ່ງປະຊາຊົນລາວຢູ່ນະຄອນຫລວງວຽງຈັນຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 24 ມົກກະຣານີ້ວ່າ:
“ລາຄາຊ່າໆກັນຫັ້ນແຫລະ ແຕ່ວ່າເຣື່ອງ ຄວາມເຮົາຊີນນ່າ ເຮົາຄຸ້ນເຄີຍນ່າ ເຮົາກໍໃຊ້ແຕ່ຂອງໄທຍແຫລະ ກຸ້ມດົນແລະກໍໃຊ້ດີ.”
ນາງເວົ້າຕື່ມວ່າ ຈົນມາຮອດມື້ນີ້ ສິນຄ້າທີ່ຄົນລາວເປັນຜູ້ຜລິດຢູ່ໃນປະເທດ ທີ່ຄົນລາວນິຍົມກັນໃຊ້ ກໍຈະມີພຽງເບັຍລາວ, ນໍ້າດື່ມກາຫົວເສືອລາວ ແລະເກືອກາໄຊລາວເທົ່ານັ້ນ ເນື່ອງຈາກເປັນສິນຄ້າ ທີ່ມີຄຸນນະພາບແທ້.
ນໍ້າຢາລ້າງຖ້ວຍລ້າງຊາມ ທັງຂອງລາວ ແລະຂອງໄທ ລາຄາກໍບໍ່ແຕກຕ່າງກັນປານໃດ ແຕ່ຄົນລາວກໍຍັງເລືອກໃຊ້ຂອງໄທຍ ຍ້ອນຄຸນນະພາບດີກວ່າຂອງລາວ ເມື່ອໃຊ້ລ້າງແລ້ວກໍກ້ຽງກວ່າ ບໍ່ມີຄາບມັນເຫລືອຢູ່. ໂຍເກີດກໍຄືກັນ ຂນາດດຽວກັນ ຂອງໄທຍແກ້ວລະ 6.000 ກີບ, ສ່ວນຂອງລາວແກ້ວລະ 10,000 ກີບ, ຄົນລາວກໍນິຍົມຊື້ຂອງໄທຍກິນ ເນື່ອງຈາກ ຣົດຊາດດີ ແລະທັງຖືກວ່າ. ແລະຢູ່ຕາມຮ້ານຄ້າ ເວົ້າລວມແລ້ວກໍມີແຕ່ສິນຄ້າຈີນ, ສິນຄ້າໄທຍ.
ດັ່ງຊາວລາວ ຢູ່ນະຄອນຫລວງວຽງຈັນອີກຜູ້ນຶ່ງ ເວົ້າໃນມືດຽວກັນນີ້ວ່າ:
“ພວກແບບໂເກີດຄືກັນ ຂນາດເທົ່າກັນ ແຕ່ລາຄາຂອງລາວຫັ້ນ 10 ພັນ ໂຍເກີດຂອງໄທຍຫັ້ນ 6 ພັນ ແຕ່ຣົດຊາດແຊບແລະກໍຫອມກວ່າ. ສ່ວນຂອງລາວ ຈືດ ບໍ່ຫອມ ບໍ່ມີກິ່ນຫັ້ນນ່າ ຂນາດເຮົາໄປເລາະຊຸບເປີມາກແກັດ ຈະບໍ່ມີຂອງລາວເລີຍ ມີແຕ່ຂອງຈີນຂອງໄທຍ ເຮົາຂາຍເຄື່ອງຈັ່ງຊີ້ນ່າ ຄັນໄປບອກວ່າຂອງລາວນີ້ ບໍ່ໄດ້ຂາຍເລີຍ ອັນນີ້ເປັນຂອງລາວເດີ ຂອງລາວດັ່ງເດີມ ບໍ່ໄດ້ຂາຍ. ຫາກບອກວ່າເປັນເຄື່ອງນໍາເຂົ້າ ຈາກໄທ ງານປ້າຍ ເຂົາເຈົ້າຈະສົນໃຈຈະຂາຍດີ.”
ບໍ່ພຽງແຕ່ເທົ່ານັ້ນ ຄົນລາວຍັງນິຍົມນໍາໃຊ້ສິນຄ້າ ທີ່ນໍາເຂົ້າມາຈາກຈີນ ເຊັ່ນໂທຣະສັບມືຖື, ຣົຖ ແລະສິນຄ້າ ຈາກວຽດນາມ ເປັນເສື້ອຜ້າ ຄົນລາວກໍນິຍົມຊື້ໃສ່ ເນື່ອງຈາກລາຄາຖືກ, ຄຸນນະພາບດີກວ່າ ຫາກທຽບໃສ່ສິນຄ້າໄທຍ.
ຢູ່ປະເທດລາວ ໂດຍທົ່ວໄປແລ້ວ ສິນຄ້າທີ່ພວກພໍ່ຄ້າແມ່ຄ້ານໍາເຂົ້າມາຂາຍຫຍ່ອຍ ແມ່ນແຕ່ມາຈາກປະເທດຈີນ, ໄທຍ, ວຽດນາມ ແລະຄົນລາວມັກຊື້ ຍ້ອນເຊື່ອໝັ້ນນໍາຄຸນນະພາບ. ສ່ວນສິນຄ້າທີ່ຜລິດຢູ່ລາວ ຊຶ່ງຖືກວາງຂາຍຢູ່ຕາມຮ້ານຄ້າຫຍ່ອຍກໍມີ ແຕ່ຄົນລາວບໍ່ນິຍົມຊື້, ເຊັ່ນສະບູຊັກເຄື່ອງຂອງໄທຍ ຂາຍຊອງລະ 5,000 ກີບ ແລະຂອງລາວຊອງລະ 3,000 ກີບ, ເຖິງຂອງໄທຍຈະແພງກວ່າ ແຕ່ຄົນລາວກໍເລືອກຊື້ ຍ້ອນຄຸນນະ ພາບມັນບໍ່ດີກວ່າ.
ດັ່ງຊາວລາວຢູ່ແຂວງສາລະວັນ ຜູ້ນຶ່ງເວົ້າວ່າ:
“ສ່ວນຫລາຍນີ້ ເຂົາມັກໃຊ້ສິນຄ້າຈາກປະເທດໄທຍ ເຮົາ ຄວາມເຊື່ອໝັ້ນເດ້ ຂອງໄທຍ ເຮົາທຽບກັບສະບູ ທາງໄທຍຄັກກວ່າ ມັນມີຟອງຫລາຍກວ່າ ຫອມກໍຫລາຍກວ່າ ເຮົານໍາໃຊ້ສິ່ງທີ່ມີ ໃນການຂາຍໃນເມືອງໃນແຂວງ.”
ນາງເວົ້າຕື່ມວ່າ ຖ້າເປັນສິນຄ້າທົ່ວໄປ ທີ່ນໍາເຂົ້າມາຈາກຕ່າງປະເທດ, ຈາກໄທຍ ຈະເປັນທີ່ນິຍົມກັນຫລາຍທີ່ສຸດໃນລາວ ໂດຍສະເພາະສິນຄ້າໃຊ້ສອຍໃນຊີວິດປະຈໍາວັນ ເປັນຕົ້ນ ເຂົ້າໜົມກິນຫລີ້ນສໍາລັບເດັກນ້ອຍ, ເຄື່ອງດື່ມປະເພດນໍ້າຫວານຂອງເດັກນ້ອຍ, ແຟັບຊັກເຄື່ອງ, ຢາຖູແຂ້ວ, ນໍ້າຢາປັບຜ້ານຸ້ມ, ຢາສະຫົວ, ແປ້ງນົວ ຮວມໄປເຖິງເຄື່ອງສໍາອາງ ຄີມບໍາຣຸງຜິວ ເນື່ອງຈາກປະເທດລາວ ບໍ່ມີໂຮງງານຜະລິດສິນຄ້າເຫລົ່ານັ້ນ ໃຫ້ມີຄຸນນະ ພາບເທົ່າທຽມກັນໄດ້.
ຜູ້ຂາຍສິນຄ້າປະເພດ ສິ້ນ ຢູ່ນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 24 ມົກກະຣານີ້ວ່າ ເມື່ອເວົ້າເຖິງເຣື່ອງຄົນລາວ ນິຍົມສິນຄ້າລາວເອງ ກໍຕ້ອງເວົ້າເຖິງ ສິ້ນໄໝ ທີ່ຄົນລາວຕໍ່າເອງ ຊຶ່ງໃຊ້ນຸ່ງໃນບາງໂອກາດສໍາຄັນ ແຕ່ມີລາຄາສູງ ເຮັດໃຫ້ມີລູກຄ້າໜ້ອຍ, ສ່ວນໃຫຍ່ກໍເປັນຜູ້ມີເງິນສົມຄວນຊື້.
“ຖ້າວ່າເປັນຄົນມີ ຢູ່ກາງໆຂຶ້ນໄປ ຈຶ່ງໃຊ້ທາງຂອງລາວຫລາຍ ເພາະວ່າຂອງລາວ ພື້ນຖານການເຮັດມັນແຕກຕ່າງ ການເຮັດມັນຕ້ອງໃຊ້ເວລາ ແນ່ນອນເວລາໄລ່ອອກມາ ຈັ່ງສູງແດ່.”
ແຕ່ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້າແຂວງສາຣະວັນ ກ່າວໃນມື້ດຽວກັນນີ້ວ່າ ຜົລຜລິດສິນຄ້າພາຍໃນລາວ ບໍ່ພຽງພໍກັບຄວາມຕ້ອງການຂອງຄົນລາວ ທີ່ຕ້ອງການເຄື່ອງອຸປໂພກ-ບໍຣິໂພກ ສໍາລັບຊີວິດປະຈໍາວັນ ແລະທຶນສນັບສນູນຈາກຣັຖບານໃຫ້ຜູ້ປະກອບການພາຍໃນບໍ່ມີພຽງພໍ.
ດັ່ງນັ້ນຈຶ່ງເຮັດໃຫ້ປະເທດລາວ ຈໍາເປັນຕ້ອງເພິ່ງພາສິນຄ້າຈາກຕ່າງປະເທດ.
“ພວກເຮົາກໍ ການຜະລິດພາຍໃນພວກເຮົາ ກໍຍັງບໍ່ທັນພຽງພໍເທື່ອ ກັບຄວາມຕ້ອງການຂອງສັງຄົມຫັ້ນນ່າ. ສະນັ້ນ ສ່ວນນຶ່ງກໍຈໍາເປັນຕ້ອງໄດ້ນໍາໃຊ້ຈາກຕ່າງບ້ານມາ ແຕ່ບັນຫາຂອງມັນກໍຄື ທາງພວກເຮົານີ້ ເຮັດໃຫ້ຜູ້ປະກອບການ ຫລືຜູ້ຜະລິດບໍ່ສາມາດເຂົ້າເຖິງ ແຫລ່ງທຶນແຕ່ວ່າທຶນເຮົາກໍມີຈໍາກັດ.”
ນາງກ່າວຕື່ມວ່າ ທີ່ຜ່ານມາ ຢູ່ແຂວງນີ້ ຂັ້ນເທິງໄດ້ພະຍາຍາມສົ່ງເສີມ ຜູ້ປະກອບການ ຜລິດສິນຄ້າພາຍໃນ ແຕ່ເປັນສິນຄ້າພູມປັນຍາທ້ອງຖິ່ນ ເປັນຕົ້ນການຈັກສານ, ຕໍ່າຫູກ. ສໍາລັບສິນຄ້າໃຊ້ສອຍໃນຊີວິດປະຈໍາວັນ ຍັງບໍ່ມີການສນັບສນູນຈາກທາງຂັ້ນເທິງເທື່ອ.
ການທີ່ຄົນລາວ ນິຍົມໃຊ້ສິນຄ້າຈາກຕ່າງປະເທດ ແລະການຜລິດສິນຄ້າຢູ່ພາຍໃນປະເທດ ຍັງບໍ່ພຽງພໍ ເຮັດໃຫ້ປະເທດລາວ ຂາດດູນການຄ້າກັບປະເທດໄທຍຢູ່ຕລອດ. ອີງຕາມການຣາຍງານຂອງສໍານັກຂ່າວໄທຍ, ການສອງຝ່າຍຄ້າລາວ-ໄທຍ ສ່ວນໃຫຍ່ເປັນການຄ້າຊາຍແດນ 96.15%. ໃນໄລຍະ 5 ເດືອນທໍາອິດຂອງປີ 2021 ການຄ້າ 2 ຝ່າຍ ມີມູລຄ່າ 93,605 ລ້ານບາດ ເພີ່ມຂຶ້ນ 23.6% ຈາກໄລຍະດຽວກັນຂອງ 2020. ລາວຂາດດຸນການຄ້າ 11,940 ລ້ານບາດ. ໃນນັ້ນ ໄທຍໄດ້ສົ່ງສິນຄ້າໄປລາວ ມູນຄ່າ 53,773 ລ້ານບາດ ແລະລາວສົ່ງໄປໄທຍ ມູນຄ່າ 40,832 ລ້ານບາດ.