ເຣື້ອງທີ່ເກັບບັນທຶກໄວ້
2022-11-29
ຊາວລາວ ເບິ່ງເຕະບານໂລກປີ 2022 ຜ່ານຊ່ອງທາງອື່ນ ເນື່ອງຈາກໂທຣທັສ ຂອງທາງການລາວ ບໍ່ໄດ້ຮັບ ລິຂສິດ ໃນການຖ່າຍທອດສົດ ຊຶ່ງຄົນລາວ ສາມາດຕິດຕາມຜ່ານ ສື່ຂອງທາງການຈີນ ແຕ່ເນື່ອງຈາກ ບໍ່ເຂົ້າໃຈພາສາຈີນ ຈຶ່ງບໍ່ເປັນທີ່ນິຍົມ.
2022-11-29
ທາງການລາວ ໃຫ້ບໍຣິສັດ ຈີນເຂົ້າມາສັມປະທານ ເຂດນ້ຳຕົກຕາດ ຄອນພະເພັງ ສົ່ງຜົລກະທົບຕໍ່ ຜູ້ຕັ້ງຮ້ານ ຂາຍເຄື່ອງ ຍ້ອນວ່າ ເຂົາເຈົ້າຕ້ອງໄດ້ຈ່າຍຄ່າເຊົ່າແພງຂຶ້ນ.
2022-11-29
ອຸປກອນ ທາງການແພດ 20 ປາຍຣາຍການ ຈະມອບໃຫ້ ໂຮງໝໍແຂວງຄໍາມ່ວນ ໃນໂຄງການ ນຶ່ງຄົນ ນໍາພາລອຍ ຫລາຍຄົນເປັນຜູ້ໃຫ້ ຂະນະທີ່ ທ່ານ ພາຄິດ ຄຳວິໄລສັກ ໄດ້ເດີນທາງໄປພົບ ຮອງເຈົ້າແຂວງ ແຂວງຄຳມ່ວນ ແລະ ຜູ້ອຳນວຍການ ໂຮງໝໍແຂວງຄຳມ່ວນ.
2022-11-29
ມວນຊົນລາວ ຢາກໃຫ້ຣັຖບານ ແກ້ໄຂຫລາຍບັນຫາ ໃນກອງປະຊຸມ ສມັຍສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕຊຸດທີ 9 ທີ່ຈະມາເຖິງນີ້ ໂດຍສະເພາະ ບັນຫາເສຖກິຈ, ການສໍ້ຣາສ ບັງຫລວງ, ເງິນກີບເຟີ້, ທີ່ດິນທໍາກິນ, ຄ່າຄອງຊີພຝືດເຄືອງ, ໜີ້ສິນສາທາຣະນຸມະຫາສານ ແລະບັນຫາ ຢາເສບຕິດ ທີ່ແພ່ຫລາຍ.
2022-11-29
ເພື່ອຄວາມສງົບ ແລະປອດພັຍ, ແຂວງຄໍາມ່ວນ ຂອງລາວ ແລະແຂວງກວາງບິ່ງ ຂອງວຽດນາມ ປຶກສາຫາລືກັນ ເພື່ອແກ້ໄຂ ບັນຫາ ການເຂົ້າປະເທດ, ການປະກອບທຸຣະກິຈ ຜິດກົດໝາຍ, ການແຕ່ງດອງ ບໍ່ໄດ້ຮັບອະນຸຍາດ ຢູ່ຕາມຊາຍແດນ.
2022-11-28
ນະຄອນຫລວງພຣະບາງ ປະກາດຢຸດຕິ ການຖ່າຍສະຊາຍ 100%, ພາຍຫລັງຊາວບ້ານ 115 ບ້ານ ພາກັນສ້າງວິດຖ່າຍ ແລະລະບົບນໍ້າລິນ ຕາມທິດຊີ້ນຳ ຂອງວຽກງານຊຸມຊົນ ເປັນເຈົ້າການ ດ້ານສຸຂອະນາໄມ ນັບແຕ່ປີ 2019-2022 ສ່ວນອີກຫຼາຍເມືອງ ຍັງບໍ່ສາມາດ ສ້າງວິດຖ່າຍໄດ້.
2022-11-28
ຊາວລາວຫຼາຍຄົນ ຮຽກຮ້ອງໃຫ້ທາງການ ແກ້ໄຂບັນຫາ ການອອກບັດປະຈຳໂຕ ໃຫ້ໄວ ເພາະພວກເຂົາຕ້ອງການບັດ ເພື່ອເຮັດທຸຣະຫຼາຍຢ່າງ ຂະນະທີ່ ພາກສ່ວນກ່ຽວຂ້ອງ ຍັງບໍ່ຮູ້ວ່າ ຈະແກ້ໄຂ ລະບົບເຮັດບັດປະຈຳໂຕ ໄດ້ມື້ໃດ.
2022-11-28
ວາງສີລາຣຶກ ເຣີ່ມກໍ່ສ້າງເຂດ ໂລຈິສຕິກ ພາຣ໌ກ ຢູ່ບ້ານດົງໂພສີ ນະຄອນຫຼວງວຽງຈັນ; ຂະນະທີ່ ປະຊາຊົນ ຜູ້ທີ່ຖືກຜົລກະທົບ ດ້ານທີ່ດິນ ກັງວົນໃຈ ຢ້ານບໍ່ໄດ້ ຄ່າຊົດເຊີຍ ຫຼື ໄດ້ຄ່າຊົດເຊີຍ ທີ່ບໍ່ເໝາະສົມ.
2022-11-28
ເວລາຜ່ານມາໄດ້ 67 ປີແລ້ວທີ່ພັກປະຊາຊົນ ປະຕິວັດລາວ ໄດ້ປະກາດ ເຖິງການປະຕິບັດ ສິດເສຣີພາບລະຫວ່າງ ຍິງ-ຊາຍ ແຕ່ຈົນມາເຖິງປີນີ້ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງລາວ ຮວມທັງຢູ່ໃນຄອບຄົວ ກໍຍັງມີຫລາຍຢູ່.
2022-11-28
ກອງບັນຫາຊາການ ທະຫານນະຄອນຫລວງວຽງຈັນ ຮ່ວມກັບ ກອງກຳລັງສຸຣະສັກ ມົນຕຣີ ພາກຕາເວັນອອກສຽງເໜືອ (ພາກອີສານ) ຂອງປະເທດໄທຍ ໄດ້ອອກລາດຕະເວນຮ່ວມກັນ ຕາມແລວແມ່ນໍ້າຂອງ ຄັ້ງທີ 2 ໃນວັນທີ 25 ພຶສຈິກາ 2022 ຜ່ານມາເພື່ອປ້ອງກັນ ການລັກລອບຂົນສົ່ງ ສິ່ງຜິດກົດໝາຽ.
2022-11-28
ຊີວິຕ ຂອງທ່ານ ວິຣະບູນ ໂສກັນທອງ ໃນໄລຍະກ່ອນ ແລະ ເບື້ອງຕົ້ນ ຂອງການຖືກເອົາໄປ ສັມມະນາ ຢູ່ແຂວງຊຽງຂວາງ ຊຶ່ງຂະນະນີ້ ກໍາລັງຂຽນປື້ມ “ທະຫານຄົນສຸດທ້າຍ ບົນສາຍທາງ ມໍຣະນະ ເລຂ 7”.
2022-11-27
ໂຮງຮຽນ ບ້ານຫ້ວຍຊາຍນ້ອຍ ຍັງຂາດແຄນຄຣູ, ນະຄອນຫຼວງ ແຈ້ງເກັບເງິນ ສນັບສນຸນ ຂະບວນນັກກິລາ, ເຈົ້າໜ້າທີ່ໄທ ຈັບຄົນທີ່ລັກລອບນໍາເຂົ້າ ລູກເສືອໂຄ່ງ 4 ໂຕ ຈາກລາວ, ມີສຽງວິພາກ-ວິຈານ ກໍຣະນີ ເຈົ້າໜ້າທີ່ຣັຖ ນັ່ງສູງກວ່າ ພຣະສົງຄ໌.
2022-11-26
ເມື່ອທ້າຍປີ 2021 ທີ່ຜ່ານມາ ສະຫະປະຊາຊາດ ຫລື ສປຊ ເຫັນດີ ໃຫ້ຂຍາຍເວລາ ຂ້າມຜ່ານ ຈາກການຫລຸດພົ້ນ ຄວາມທຸກຍາກ ຂອງປະເທດລາວ ຈົນເຖິງ ປີ 2026 ທ່າມກາງ ທີ່ປະເທດລາວ ພົບວິກິດ.
2022-11-26
ມີເຫຕການວຸ້ນວາຍ ຫລາຍຢ່າງເກີດຂຶ້ນ ຫລັງຈາກ ກອງກໍາລັງ ຂອງຝ່າຍແນວລາວຮັກຊາຕ ເຂົ້າມາຕັ້ງ ຢູ່ໃນນະຄອນຫຼວງວຽງຈັນ ແລະ ຫຼວງພຣະບາງ ຕາມສັນຍາຕົກລົງ ສອງຝ່າຍ ລະຫວ່າງ ຝ່າຍຣັຖບານ ແລະ ຝ່າຍແນວລາວຮັກຊາຕ.
2022-11-25
ຮຽກຮ້ອງ ຍົກເລີກເກັບຄ່າຄຸ້ມຄອງ ກັບຄົນລາວ ຍ້າຍທີ່ຢູ່ອາສັຍ, ກະສິກອນ ຍັງປະເຊີນກັບ ຄວາມທຸກຍາກ, ຊາວລາວ ໂດຍສະເພາະ ກຸ່ມຊົນເຜົ່າ ມີຖານະທຸກຍາກ ມີຄວາມສ່ຽງສູງ ທີ່ຈະຕິດເຊື້ອ ພະຍາດຫລາຍຊະນິດ ຈາກການລ່າສັດປ່າ ມາເປັນອາຫານ.