0:00 / 0:00
ທ່ານ ວິຣະບູນ ໂສກັນທອງ, ອະດີດ ນັກບິນ ເຕ້ 28 ຂອງກອງທັບແຫ່ງພຣະຣາຊອານາຈັກລາວ, ຖືກໄປສັມມະນາ ຢູ່ແຂວງຊຽງຂວາງ ແລະ ໄດ້ລັກໂຕນໜີ 2 ຄັ້ງ ຈຶ່ງຫວິດ ມາຢູ່ສະຫະຣັຖ ອາເມຣິກາ ເມື່ອປີ 1983. ຂະນະນີ້ ທ່ານກໍາລັງ ຂຽນປື້ມຕາມປະສົບການຕົວຈິງ ຂອງຕົນ ທີ່ໃຫ້ຊື່ວ່າ “ທະຫານຄົນສຸດທ້າຍ ບົນສາຍທາງມໍຣະນະເລຂ 7”. ຈໍາປາທອງ ມີບົດສັມພາດ ມາສເນີທ່ານ ພາກ 4 ໃນຣາຍການ “ຊີວິຕ ຊາວລາວ ໃນຕ່າງແດນ” ປະຈໍາສັປດານີ້ ເຊີນຮັບຟັງໄດ້.