ຄວາມເຫັນ ກ່ຽວກັບ ເຈົ້າໜ້າທີ່ຣັຖ ນັ່ງສູງກວ່າ ພຣະສົງຄ໌
2022.11.27

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ໂຮງຮຽນບ້ານ ຫ້ວຍຊາຍນ້ອຍ ຍັງຂາດແຄນຄຣູ, ເຈົ້າໜ້າທີ່ໄທ ຈັບຄົນທີ່ລັກລອບນໍາເຂົ້າ ລູກເສືອໂຄ່ງ 4 ໂຕ ຈາກລາວ, ມີສຽງວິພາກ-ວິຈານ ກໍຣະນີ ເຈົ້າໜ້າທີ່ຣັຖ ນັ່ງສູງກວ່າ ພຣະສົງຄ໌, ນະຄອນຫຼວງ ແຈ້ງເກັບເງິນ ສນັບສນຸນ ຂະບວນນັກກິລາ ແລະ ຂ່າວອື່ນໆ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບ ຂ່າວ “ມີສຽງວິພາກ-ວິຈານ ກໍຣະນີ ເຈົ້າໜ້າທີ່ຣັຖ ນັ່ງສູງກວ່າ ພຣະສົງຄ໌”
“ແນວຄຶດຂອງຜູ້ນຳ ທີ່ເຫັນແກ່ໂຕ ແລະ ເຮັດໃນສີ່ງ ທີ່ບໍ່ສົມຄວນ ເພີ່ນຄຶຊິຄິດວ່າ ໂຕເອງມີອຳນາດເໜືອກວ່າ ທຸກສີ່ງທຸກຢ່າງ ໃນປະເທດລາວ ຕິບໍ!”
“ຢູ່ວັດທາດຫລວງ ແຂກນັ່ງຕັ່ງໝົດ ແຕ່ຍາຄູ ເພີ່ນນັ່ງແຖ່ນ ສະເໝີ ຕັ່ງສູງເທົ້າກັນ ໃນກໍຣະນີ ຢູ່ທີ່ນີ້ ກໍສາມາດນັ່ງໄດ້ ເພາະມັນໄກ ຈາກຍາຄູຢູ່ ຕີນພໍ່ອອກ, ບໍ່ໄດ້ຖືກຍາຄູດອກ ແຕ່ເວລາຖ່າຍຮູບອອກມາ ມັນສັບກັນ ເປັນຄືວ່າ ບໍ່ໂສພາ, ສົງໃສ ເຂົາເຈົ້າ ບໍ່ໄດ້ເບີ່ງຂ່າວໄທຕິ, ເຫັນເຈົ້າຊີວິດໄທ ຍັງໄດ້ນົບພຣະສົງ?”
“ຢ່າງໃດກໍຕາມ ໃນບົດສຳພາດ!! ຄູບາວ່າ ໃຫ້ອະພັຍໄດ້ ແຕ່ຊາວພຸດ ເຂົາຮັບບໍ່ໄດ້ ຕໍ່ພຶດຕິກັມ ອວດອົ່ງ ທະນົງຕົວ ຂອງອຳນາດ ປົກຄອງແຂວງໄຊສົມບູນ!!”
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!