ເຣື້ອງທີ່ເກັບບັນທຶກໄວ້
2023-01-27
ລາຄາສິນຄ້າ ອຸປໂພກ-ບໍຣິໂພກ ຢູ່ລາວ ຍັງສູງຂຶ້ນຢ່າງຕໍ່ເນື່ອງ, ຂຶ້ນຕາມອັດຕຣາ ແລກປ່ຽນເງິນຕຣາ ເຊັ່ນຊີ້ນ, ຜັກ, ເຄື່ອງກໍ່ສ້າງ ແລະ ອື່ນໆກໍຂຶ້ນໄປຕາມໆກັນ ຂະນະທີ່ທາງການ ຍັງບໍ່ມີແຜນການແກ້ໄຂ ບັນຫາສິນຄ້າແພງ ຢ່າງເປັນຮູບປະທັມເທື່ອ, ສ່ວນປະຊາຊົນກໍຫວັງວ່າ ຣັຖບານຈະແກ້ໄຂ ໂດຍໄວ.
2023-01-26
ການສ້າງເຂື່ອນຕັນແມ່ນ້ຳຂອງ ນອກຈາກຈະເປັນບັນຫາ ລະຫວ່າງປະເທດ ໂດຍສະເພາະ ກຸ່ມປະເທດລຸ່ມແມ່ນ້ຳຂອງແລ້ວ ການເປີດ ຫຼື ປິດເຂື່ອນ ທີ່ຢູ່ຕອນເທີງ ຂອງແມ່ນ້ຳຂອງ ຍັງສ້າງບັນຫາໃຫ້ ຊາວບ້ານ ທີ່ອາໄສການເກັບໄຄຫິນ ໃນແມ່ນ້ຳຂອງ ເພື່ອແປຮູບ ເປັນສິນຄ້າສົ່ງຂາຍ ລ້ຽງຊີບມາດົນນານ ນຳດ້ວຍ.
2023-01-26
ຝຸ່ນລະອອງ ເຣີ່ມເພີ່ມປະຣິມານຂຶ້ນ ໃນຫຼາຍເມືອງ ໂດຍສະເພາະ ເຂດທີ່ມີໂຮງງານ ອຸດສາຫະກັມ ເຊິ່ງຈະກາຍເປັນ ບັນຫາຕໍ່ສຸຂພາບ ຂອງປະຊາຊົນໂດຍລວມ, ເຖິງແມ່ນວ່າ ຂະນະນີ້ ຍັງຢູ່ໃນລະດັບ ທີ່ບໍ່ເປັນອັນຕຣາຍຮ້າຍແຮງ ແຕ່ກໍສາມາດສົ່ງຜົນກະທົບ ຕໍ່ລະບົບຫາຍໃຈ ຂອງຜູ້ທີ່ໄດ້ຮັບ ຝຸ່ນລະອອງ PM 2.5.
2023-01-26
ທ້າວ ສົມໄຊ ສິຣິຈັນໂທ ອາຍຸ 35 ປີ ຊາວບ້ານ ບ້ານທ່າຊ້າງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ທີ່ໄປເຮັດວຽກປະມົງ ຢູ່ມາເລເຊັຽ ແລະຖືກຈັບຈົນຮອດ ວັນທີ 12 ມົກກະຣາ 2023, ຂະນະທີ່ ທາງສະຖານທູຕລາວ ປະຈຳປະເທດມາເລເຊັຽ ກໍເຕືອນຄົນງານລາວ ທີ່ຈະໄປເຮັດວຽກ ຂໍໃຫ້ໄປໃຫ້ຖືກຕ້ອງ ຕາມກົດໝາຍ.
2023-01-26
ລາວ ແລະ ສະຫະຣັຖ ອາເມຣິກາ ຮ່ວມມືກັນ ໃນໂຄງການ ຕ້ານ, ສະກັດກັ້ນ ປາບປາມ ການລັກຕັດໄມ້ ແລະການຄ້າຂາຍໄມ້ຜິດກົດໝາຍ ໂດຍເລັ່ງໃສ່ 3 ເມືອງ ຂອງແຂວງຈໍາປາສັກ ທີ່ຕິດກັບຊາຍແດນກັມພູຊາ ຊຶ່ງມີຊາວບ້ານ ລັກຕັດໄມ້ໃຊ້ເອງ ແລະຂາຍໃຫ້ພວກພໍ່ຄ້າໄມ້ຈຳນວນຫຼາຍ.
2023-01-26
ທາງການແຂວງເຊກອງ ຮື້ຖອນປ້າຍ ຂອງບໍຣິສັດຈີນ ທີ່ບໍ່ຖືກຕ້ອງ ຕາມລະບຽບກົດໝາຍ ຂນະທີ່ ກະຊວງຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ກໍມີແຜນ ຈະເຂັ້ມງວດຂຶ້ນ ຕໍ່ບັນຫາປ້າຍບໍ່ຖືກຕ້ອງ ໂດຍປ້າຍເຫຼົ່ານັ້ນ ມີເນື້ອໃນ, ພື້ນສີ ໂຕໜັງສື ບໍ່ສອດຄ່ອງ ກັບກົດໝາຍ ແລະ ຍັງເປັນພາສາຈີນ ທັງໝົດ.
2023-01-25
ບຸນດອກງິ້ວບານ ຢູ່ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ປະຈໍາປີ 2023 ໄດ້ເຣີ່ມຂຶ້ນແລ້ວ ຂະນະທີ່ ນັກທ່ອງທ່ຽວສ່ວນຫລາຍ ຍັງເປັນກຸ່ມຜູ້ເຮັດວຽກພາຍໃນເຂດ ແລະ ຜູ້ທີ່ອາສັຍຢູ່ບໍຣິເວນອ້ອມຂ້າງ ສ່ວນຜູ້ທີ່ຢູ່ຫ່າງໄກ ໂດຍສະເພາະ ນັກທ່ອງທ່ຽວຈີນ ຍັງບໍ່ການເຄື່ອນໄຫວຫຼາຍ.
2023-01-25
ຜູ້ນໍາສູງສຸດ ຂອງພັກປະຊາຊົນ ປະຕິວັດລາວ ໄປຢ້ຽມຢາມຈີນ 3 ມື້, ພົບກັນຜູ້ນໍາສູງສຸດ ຂອງພັກຄອມມູນິສຕ໌ຈີນ, ໄດ້ເວົ້າກັນເຖິງຫລາຍບັນຫາໃນ ແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊະຕາກັມ ລາວ-ຈີນ ໃນຂະນະທີ່ລາວ ຍັງຕິດໜີ້ຈີນ ຢ່າງມະຫາສານ.
2023-01-25
ພະນັກງານ ຣັຖວິສາຫະກິຈ ນໍ້າປະປາ ຢູ່ນະຄອນປາກເຊ, ເມືອງໂຂງ ແລະ ເມືອງໂພນທອງ ບໍ່ໄດ້ຮັບເງິນເດືອນ ເປັນໄລຍະເວລາ 10 ເດືອນແລ້ວ ເຮັດໃຫ້ປະສົບບັນຫາ ໃນການໃຊ້ຊີວິດ ແລະ ບໍ່ມີເງິນໃຊ້ຈ່າຍໃນແຕ່ລະມື້ ຂະນະທີ່ພາກສ່ວນກ່ຽວຂ້ອງ ຍັງບໍ່ມີຄຳອະທິບາຍ ຫຼື ຄຳຊີ້ແຈງແນວໃດໆ.
2023-01-25
ອົງການ ສະຫະປະຊາຊາຕ ກຳນົດເອົາ ວັນທີ 24 ມົກກະຣາ ຂອງທຸກປີ ເປັນວັນ ການສຶກສາ ສາກົລ ຫຼື International Day of Education ເພື່ອລະລຶກເຖິງ ຄວາມສຳຄັນຂອງການສຶກສາ ແລະຄຳຂວັນໃນປີນີ້ ຄື “ໃຫ້ບູຣິມະສິດ ດ້ານການສຶກສາ ເພື່ອລົງທຶນ ໃສ່ການພັທນາ ຊັພຍາກອນມະນຸສ” ຂະນະທີ່ ການສຶກສາ ໃນ ສປປ ລາວ ອາດກ້າວຖອຍຫຼັງ ຫາກບັນຫາຂາດແຄນຄຣູ ບໍ່ໄດ້ຮັບການແກ້ໄຂຢ່າງຈິງຈັງ.
2023-01-25
ຣັຖບານ ຈະສືບຕໍ່ແກ້ໄຂບັນຫາ ໜີ້ສາທາຣະນະ ແລະ ຈະຊອກຫາ ແຫລ່ງທຶນ ໃນການແກ້ໄຂໜີ້ສິນ ການລົງທຶນຂອງຣັຖ ເພື່ອຊ່ອຍຜູ້ຮັບເໝົາໂຄງການ ໃຫ້ສາມາດສືບຕໍ່ ທຸຣະກິຈເຫລົ່ານັ້ນໄດ້ ໂດຍຣັຖບານມີແຜນ ຈະຢຸດຕິການຈັດສັນເງິນທຶນໃສ່ໂຄງການໃໝ່.
2023-01-24
ປະຊາຊົນທີ່ຕ້ອງການ ເຮັດບັດປະຈຳໂຕປະຊາຊົນ ສາມາດເຮັດໄດ້ແລ້ວ ຫຼັງຈາກທີ່ ມີແຈ້ງການລະງັບການເຮັດບັດປະຈຳໂຕ ປະຊາຊົນ ຕັ້ງແຕ່ ປີ 2022 ເນື່ອງຈາກ ລະບົບເຮັດບັດ ແລະ ລະບົບໄຟສຳຮອງ ເປ່ເພ, ຂະນະທີ່ຊາວບ້ານຫຼາຍຄົນ ຕ້ອງໃຊ້ປື້ມສັມມະໂນຄົວແທນ ຊຶ່ງກໍມີຄວາມຫຍຸ້ງຍາກຫຼາຍ.
2023-01-24
ສັງວຽນໄກ່ຕີ ຢູ່ແຂວງສາຣະວັນ ຖືກທາງການສັ່ງປິດ ຫຼື ຫ້າມເປີດເດັດຂາດ ເນຶື່ອງຈາກວ່າ ສັງວຽນຕີໄກ່ ຖືວ່າມີການພະນັນ ປະປົນຢູ່ນຳ ຫຼືແມ່ນແຕ່ເກີດເຫດຄົນຕີກັນ ໃນເວລາຕີໄກ່ ສ່ວນຜູ້ປະກອບການ ສັງວຽນໄກ່ຕີ ເຫັນວ່າບໍ່ສົມຄວນປິດ ເນື່ອງຈາກ ເປັນບ່ອນທຳມາຫາກິນ ສ້າງລາຍໄດ້ໃຫ້ຫຼາຍຄອບຄົວ.
2023-01-24
ແຜນການກໍ່ສ້າງ ທາງດ່ວນຈຳນວນ 5 ເສັ້ນ ໃນທົ່ວປະເທດ ເພື່ອສ້າງຄວາມສະດວກ ໃນການເດີນທາງໄປ-ມາ ຂອງ ປະຊາຊົນ ແລະ ການຂົນສົ່ງສິນຄ້າ ຂະນະທີ່ພາກປະຊາຊົນ ຢາກໃຫ້ມີການກວດກາ ຢ່າງດີ ກ່ອນລົງມືກໍ່ສ້າງ ແລະ ເອົາໃຈໃສ່ເບິ່ງແຍງ ຜູ້ທີ່ໄດ້ຮັບຜົນກະທົບ ຢ່າງຈິງຈັງກວ່າທີ່ຜ່ານມາ.
2023-01-24
ສລຸບຂ່າວເດັ່ນ ປະຈຳປີ 2022 ຂອງ ວິທຍຸ ເອເຊັຽ ເສຣີ ທີ່ໄດ້ນຳສເນີໃນປີທີ່ຜ່ານມາ ມີດັ່ງນີ້ ລາວເປີດປະເທດໃນເດືອນພຶສພາ, ຣັຖບານຕ່າງປະເທດ ຊ່ວຍພົລເມືອງຂອງຕົນ ອອກຈາກສາມຫຼ່ຽມຄຳ, ນ້ຳຖ້ວມແຂວງອຸດົມໄຊ ຄັ້ງໃຫຍ່ທີ່ສຸດໃນຮອບຫຼາຍ 10 ປີ, ນາຍົກຣັຖຕຣີ ຖືກກົດດັນໃຫ້ລາອອກ ແລະ ບັນຫາການຂາດແຄນນ້ຳມັນເຊື້ອເພີງໃນລາວ ເມື່ອຕົ້ນປີ 2022 ທີ່ຜ່ານມາ.