ຍັງບໍ່ມີວີ້ແວວ ນັກທ່ອງທ່ຽວຈີນ ໃນງານດອກງິ້ວບານ ເຂດພິເສດ ສາມຫຼ່ຽມຄຳ
2023.01.25

ສະພາບໍຣິຫານງານ ເຂດເສຖກິຈພິເສດສາມຫລ່ຽມຄໍາ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ດໍາເນີນການຈັດງານດອກງີ້ວບານ ຢູ່ເຂດເສຖກິຈພິເສດສາມຫລ່ຽມຄໍາ ທີ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຄັ້ງທີ 20 ປະຈໍາປີ 2023 ຢ່າງຍິ່ງໃຫຍ່ ເຊິ່ງເຣີ່ມແຕ່ມື້ວັນທີ 25-29 ມົກຣາ 2023 ພາຍຫລັງທີ່ບໍ່ໄດ້ຈັດບຸນມາ ເປັນໄລຍະເວລາ 3 ປີ ເນຶ່ອງຈາກມີການແຜ່ຣະບາດຂອງ ໂຄວິດ-19 ຂະນະທີ່ ນັກທ່ອງທ່ຽວ ສ່ວນຫລາຍ ຍັງເປັນກຸ່ມ ຜູ້ເຮັດວຽກພາຍໃນ ເຂດເສຖກິຈພິເສດສາມຫລ່ຽມຄໍາ ແລະ ຜູ້ທີ່ອາສັຍ ຢູ່ບໍຣິເວນອ້ອມຂ້າງ.
ດັ່ງແມ່ຄ້າຂາຍເຄື່ອງ ຢູ່ບໍຣິເວນດອນຊາວ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ນາງນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 25 ມົກຣາ 2023 ນີ້ວ່າ:
“ເຮີ່ມເປິດມື້ນີ້ ມີເຄື່ອງຂາຍຫລາຍ ແລ້ວຂະເຈົ້າກໍມີກິຈກັມ ຂະເຈົ້າກໍມີຊ່ວງເຮືອ ມີຂາຍເຄື່ອງ ມີປະກວດນາງສາວດອກງິ້ວ ອີ່ຫຍັງປະມານນີ້ຫັ້ນນ່າ (ສ່ວນຈໍານວນນັກທ່ອງທ່ຽວ) ກໍ່ຍັງເທື່ອ ກໍ່ຍັງບໍ່ຫລາຍປານໃດ ແຕ່ວ່າລູກຄ້າຫັ້ນມາຫລາຍ ຂະເຈົ້າວ່າ ກໍເອີ້ນວ່າຈະມີ ນັກທ່ອງທ່ຽວຈີນແດ່ ແລ້ວກໍ ພະມ້າ ສ່ວນໃຫຍ່ ກໍມີຄົນເຮັດວຽກຢູ່ແຖວນີ້ແດ່.”
ເຖິງແມ່ນວ່າ ໃນມື້ທໍາອິດ ຂອງບຸນດອກງິ້ວບານນີ້ ຈະຍັງບໍ່ທັນມີນັກທ່ອງທ່ຽວ ທັງພາຍໃນແລະ ເຂດເສຖກິຈພິເສດສາມຫລ່ຽມຄໍາ, ເມືອງອ້ອມຂ້າງ, ປະຊາຊົນຈາກຕ່າງແຂວງ ແລະ ນັກທ່ອງທ່ຽວ ຈາກຕ່າງປະເທດ ເດີນທາງມາພໍເທົ່າໃດ, ແຕ່ຢ່າງໃດກໍຕາມ ຄາດວ່າໃນມື້ວັນທີ 27-29 ມົກຣາ ທີ່ກໍາລັງຈະຮອດນີ້ ຈະມີນັກທ່ອງທ່ຽວ ເດີນທາງມາຫລາຍຂຶ້ນ ຍ້ອນມີການ ເສັງນາງສາວທ່ອງທ່ຽວ ແລະ ນາງສາວດອກງິ້ວບານ ທີ່ຈັດຂຶ້ນຢ່າງຍິ່ງໃຫຍ່.
ດັ່ງ ຊາວລາວຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ທີ່ສົນໃຈເດີນທາງໄປຮ່ວມບຸນດອກງິ້ວບານ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ສ່ວນຫລາຍເຂົາກະໄປຢູ່ນ່າ ໄປຫລິ້ນ ສ່ວນຫລາຍເຂົາກະໄປຢູ່ນ່າ ກໍຫາກໍເຄີຍໄປຢູ່ ເຄີຍໄປເຮັດວຽກຢູ່ສາມຫລ່ຽມຢູ່ ແມ່ນ ຄົນບັກຫລາຍໆ ໄປເຮັດວຽກຢູ່ໃນຫັ້ນ ຄືຊິແມ່ນໄປທ່ຽວເບິ່ງ ສິລປະ (ເຄື່ອງຂອງພາຍໃນຫັ້ນ) ກໍແພງຢູ່ ແມ່ນແຫລະ ເງິນຢວນ ແລ້ວແຕ່ ເຈົ້າຂອງຮ້ານ ບາງຄົນກໍເງິນຢວນ ບາງຄົນກໍເງິນບາທ ປີນີ້ຄືຊິມ່ວນຢູ່ແຫລະ 2-3 ປີທີ່ເຂົາບໍ່ໄດ້ເຮັດຕິ ໂຄວິດ-19 ນີ້ ໂຄວິດ-19 ຕິ.”
ທ່ານກ່າວຕື່ມວ່າ ເນື່ອງຈາກງານດັ່ງກ່າວນີ້ ໄດ້ຖືກປະຊາສັມພັນ ຢ່າງຫລວງຫລາຍ ພາຍໃນປະເທດລາວ ເຮັດໃຫ້ມີຄົນລາວ ແລະ ຄົນຈີນທີ່ອາສັຍຢູ່ພາຍໃນເມືອງ ແລະແຂວງຕ່າງໆ ຂອງປະເທດລາວ ໃຫ້ຄວາມສົນໃຈ ເປັນຈໍານວນຫລາຍ ແຕ່ໂຕຈິງແລ້ວ ຄົນກຸ່ມດັ່ງກ່າວນີ້ ພັດບໍ່ສາມາດເດີນທາງ ເຂົ້າຮ່ວມງານດັ່ງກ່າວນີ້ໄດ້ ເນື່ອງຈາກການເດີນທາງ ຂ້ອນຂ້າງລໍາບາກ, ໄກ ແລະ ໃຊ້ໄລຍະເວລາ ໃນການເດີນທາງດົນ.

ການຈັດບຸນດອກງິ້ວບານ ໃນປີນີ້ ຈະຈັດຢ່າງຍິ່ງໃຫຍ່ ພາຍຫລັງບໍ່ທັນໄດ້ຈັດມາຫລາຍປີ ແລະ ເຖິງແມ່ນວ່າ ຈະມີນັກທ່ອງທ່ຽວເດີນທາງມາຫລາຍຂຶ້ນ ແຕ່ຢ່າງໃດກໍຕາມ ກໍບໍ່ນ່າຈະຫລາຍພໍເທົ່າໃດ ເມື່ອທຽບໃສ່ໄລຍະກ່ອນການແຜ່ຣະບາດ ໂຄວິດ-19 ທີ່ຜ່ານມາ.
ດັ່ງ ເຈົ້າຂອງເຮືອນພັກຂະນາດນ້ອຍ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທ່ານນຶ່ງກ່າວວ່າ
“ກໍສ່ວນຫລາຍ ກໍຕ່າງແຂວງ ກໍກໍາລັງທະຍອຍມາ (ສໍາລັບນັກທ່ອງທ່ຽວຊາວຈີນ) ຍັງບໍ່ຫລາຍເທື່ອ ບໍ່ຮູ້ນໍາຂະເຈົ້າ ຍັງບໍ່ທັນມາເທື່ອນ່າ ເຣື່ອງທີ່ເຮືອນພັກ-ຮ້ານອາຫານ) ພຽງພໍຢູ່ ກ່ອນໂຄວິດ-19 ຫລາຍກວ່າ ກໍສ່ວນຫລາຍກໍຄົນຈີນ.”
ທີ່ຜ່ານມາ ຜູ້ທີ່ມັກເດີນທາງທ່ອງທ່ຽວ ບຸນດອກງິ້ວບານ ມັກເປັນກຸ່ມຄົນງານລາວ ແລະ ຊາວຕ່າງປະເທດ ໂດຍສະເພາະນັກທຸຣກິຈ ແລະ ຄົນງານຊາວຈີນ ທີ່ເຮັດວຽກຢູ່ພາຍໃນເຂດເສຖກິຈ ພິເສດສາມຫລ່ຽມຄໍາ ແລະ ຄົນຈີນ ທີ່ອາສັຍຢູ່ບໍຣິເວນອອ້ມຂ້າງ ສ່ວນຄົນຈີນຈາກປະເທດຈີນ ຍັງບໍ່ທັນເດີນທາງເຂົ້າໄປຫລາຍພໍເທົ່າໃດ ເຖິງແມ່ນວ່າ ປະເທດຈີນຈະມີ ນະໂຍບາຍ ໃຫ້ພົລເມືອງ ເດີນທາງອອກມາຈາກປະເທດໄດ້ແລ້ວ ນັບແຕ່ວັນທີ 8 ມົກກະຣາ 2023 ທີ່ຜ່ານມາ.
ດັ່ງ ເຈົ້າຂອງຮ້ານອາຫານ ຢູ່ພາຍໃນເຂດເສຖກິຈພິເສດ ສາມຫລ່ຽມຄໍາ ນາງນຶ່ງກ່າວວ່າ:
“ເຣີ່ມໃຫ້ທ່ອງທ່ຽວ ເຣີ່ມແຕ່ວັນທີ 25 ແລ້ວ ແຕ່ວ່າ ມື້ງານແທ້ໆ ແມ່ນ 27 ຫາ 29 ສ່ວນຫລາຍຕອນນີ້ມັນຢູ່ໃນປະເທດ ຈະມີຄົນໄທຍບາງສ່ວນແນ່ມາ ນັກທ່ອງທ່ຽວຈີນນີ້ຫລາຍຢູ່ແລ້ວ ອາດເປັນຄົນພາຍໃນ ສ່ວນຫລາຍຈະເປັນຄົນພາຍໃນ (ການຕຽມການ ເຮືອນພັກ-ໂຮງແຮມ ແລະສິ່ງອໍານວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ) ມີໆ ແມ່ນ ເພິ່ນກໍຕຽມການໂດຍສະເພາະຢູ່ແລ້ວແຫລະ ເພິ່ນຈະຮູ້ນັກທ່ອງທ່ຽວເຮົາມາຫລາຍເນາະ ເຣີ່ມ clear ເຣິ່ມ renovated ໂຮງແຮມອີ່ຫຍັງຕ່າງໆນາໆ ຫລາຍກ່ວາ.”
ພາຍໃນງານດອກງິ້ວບານ ປະຈໍາປີ 2023 ນີ້ ທາງຄະນະຜູ້ຈັດງານ ໄດ້ເປິດໃຫ້ພໍ່ຄ້າ-ແມ່ຄ້າຊາວລາວ ທາງພາຍໃນ ແລະ ຕ່າງແຂວງ ສາມາດນໍາເຄື່ອງ ອຸປໂພກ-ບໍຣິໂພກ ມາເປິດຮ້ານຂາຍໄດ້ ທັງນີ້ ພໍ່ຄ້າ-ແມ່ຄ້າ ສ່ວນຫລາຍ ມັກນິຍົມຂາຍເຄື່ອງ ດ້ວຍການໄລ່ລາຄາເປັນເງິນບາທ ແລະ ເງິນຢວນ ສ່ວນເງິນກີບນັ້ນ ກໍສາມາດ ໃຊ້ຊື້ສິນຄ້າໄດ້ ແຕ່ບໍ່ໄດ້ຮັບຄວາມນິຍົມ ຍ້ອນມີຄ່າເງິນໜ້ອຍ.
ດັ່ງ ຄົນງານລາວ ທີ່ເຮັດວຽກຢູ່ພາຍໃນເຂດເສຖກິຈ ສາມຫລ່ຽມຄໍາ ທ່ານນຶ່ງກ່າວວ່າ:
“ຈີນເຂົາຈັດເດ້ ຈີນກາສິໂນ ຕົ້ນເຜິ້ງ ເຂົາຈັດເດ້ ຕອນນີ້ຢູ່ເຂດຕົ້ນເຜິ້ງນີ້ ສ່ວນຫລາຍເຂົາຈະໃຊ້ເງິນບາທ ກັບ ເງິນຈີນ ເນາະ ເງິນກີບນີ້ເຂົາບໍ່ຄ່ອຍໃຊ້. ຕອນນີ້ ອັນນ່າ 100 ຢວນ ຈະຕົກຢູ່ 400 ປາຍບາທນີ້ຕິ ເຈົ້າຈະຊື້ອາຫານຈີນ ຈະຕ້ອງໄດ້ໃຊ້ເງິນຢວນເນາະ ເຂົ້າຮ້ານອາຫານລາວ ຈະໄດ້ໃຊ້ເງິນບາທ.”
ກ່ອນໜ້ານີ້ ເມື່ອວັນທີ 23 ມົກກະຣາ 2023 ທີ່ຜ່ານມາ ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງ ແຂວງບໍ່ແກ້ວ ຫົວໜ້າຄນະຈັດງານ ຕາງໜ້າໃຫ້ອົງການປົກຄອງແຂວງ ແລະ ສະພາບໍຣິຫານງານ ເຂດເສຖກິຈພິເສດສາມຫລ່ຽມຄໍາ ໄດ້ຖແລງຂ່າວຕໍ່ສື່ມວນຊົນວ່າ ການຈັດງານດອກງິ້ວບານ ເປັນປາງບຸນໃຫຍ່ ປະເພນີຂອງຊາວບໍ່ແກ້ວ ໄດ້ເຣີ່ມຂຶ້ນເທື່ອທໍາອິດ ໃນປີ 2000 ແລະມີຜົລສໍາເຣັຈ ໃນການຈັດງານມາແລ້ວ 19 ຄັ້ງ ໂດຍຈັດຂຶ້ນໃນໄລຍະຣະດູທີ່ ດອກງິ້ວກໍາລັງເບັ່ງບານ ໃນທ້າຍເດືອນ ມົກກະຣາ ຫາ ເດືອນ ກຸມພາ ຂອງທຸກປີ ແຕ່ມາຮອດປີ 2020-2022 ມີການແຜ່ຣະບາດ ຂອງໂຄວິດ-19 ຈຶ່ງໄດ້ໂຈະການຈັດງານໄວ້ ເປັນເວລາ 3 ປີ.
ສໍາລັບຈຸດປະສົງ ໃນການຈັດບຸນດັ່ງກ່າວ ແມ່ນເປັນການອນຸຮັກ ແລະ ເສີມຂຍາຍສິລປະ, ວັທນະທັມ, ການນຸ່ງຖື ແລະ ແບບແຜນວິຖີຊີວິຕ ຂອງປະຊາຊົນບັນດາເຜົ່າ ພາຍໃນແຂວງບໍ່ແກ້ວ ລວມ ທັງການເຊື່ອມໂຍງ ເຂົ້າກັບ ວັທນະທັມ ອັນດີງາມຂອງປະເທດລາວ ແລະ ຕ່າງປະເທດ ເປັນຕົ້ນ ການເສັງນາງສາວດອກງິ້ວບານ, ການເສັງນາງສາວທ່ອງທ່ຽວລາວ, ການສະແດງສິລປະ ແລະ ການແຂ່ງຂັນຊ່ວງເຮືອ 4 ປະເທດ ຄື ລາວ, ໄທຍ, ພະມ້າ, ແລະ ຈີນ. ກິຈກັມ ປ່ອຍໂຄມໄຟ 1,000 ໜ່ວຍ, ກິຈກັມລອຍກະທົງ, ບຸນແຂ່ງຂັນຕີມວຍ ແລະ ບຸນ ເທສການດົນຕຣີ ດອກງິ້ວສີຄໍາ.