ການສຶກສາໃນລາວ ຍັງພົບຄວາມຫຍຸ້ງຍາກ ຢ່າງໜ້າເປັນຫ່ວງ

ພອນ ພູມມີທອນ
2023.01.25
ການສຶກສາໃນລາວ ຍັງພົບຄວາມຫຍຸ້ງຍາກ ຢ່າງໜ້າເປັນຫ່ວງ ຄຣູ ແລະ ນັກຮຽນ ໃນເຂດໂຮງຮຽນແຫ່ງນຶ່ງ ທີ່ຫ່າງໄກສອກຫຼີກ.
ນັກຂ່າວ ພົລເມືອງ

ວັນທີ 24 ມົກກະຣາ ຖືກກໍານົດໃຫ້ເປັນວັນການສຶກສາສາກົລ ຕາມມະຕິຂອງ ອົງການ ສະຫະປະຊາຊາຕ ແລະ ໃນຫົວຂໍ້ປີນີ້ແມ່ນ “ໃຫ້ບູຣິມະສິດ ດ້ານການສຶກສາ ເພື່ອລົງທຶນ ໃສ່ການພັທນາ ຊັພຍາກອນ ມະນຸສ.” ຂະນະທີ່ ໃນປະເທດລາວ ການຮໍ່າຮຽນ ແລະ ການສຶກສາ ໃນຊັ້ນປະຖົມ ຈົນເຖິງລະດັບມັທຍົມ ຍັງພົບຄວາມຫຍຸ້ງຍາກ ແລະ ສິ່ງທີ່ໜ້າເປັນຫ່ວງຢູ່ ແລະ ທັງຈະເປັນບັນຫາ ແກ່ຍາວໄປອີກຫລາຍປີ ຈົນມີຜົລກະທົບຕໍ່ການພັທນາກອນມະນຸສ ຂອງປະເທດ ອັນເນື່ອງມາຈາກການຂາດແຄນຄຣູສອນ ແລະ ງົບປະມານ ດ້ານການສຶກສາໜ້ອຍ.

ສະເພາະ ຢູ່ແຂວງຫົວພັນ ພໍ່ແມ່ ຜູ້ປົກຄອງນັກຮຽນ ຊັ້ນປະຖົມ ໃນເຂດຫ່າງໄກ ສອກຫລີກ ທີ່ມີຄວາມຫຍຸ້ງຍາກ ຍັງມີຄວາມບໍ່ເຂົ້າໃຈວ່າ ຫາກສົ່ງລູກ-ຫລານ ຮຽນຈົບສູງແລ້ວ ຈະບໍ່ມີວຽກເຮັດງານທໍາ ບໍ່ໄດ້ເຂົ້າຣັຖກອນ ຈຶ່ງໃຫ້ລູກ-ຫລານ ປະລະການຮຽນ ແຕ່ຍັງນ້ອຍ ແລ້ວອອກໄປເຮັດວຽກ ຫາເງິນ ຢູ່ຕ່າງແຂວງ ຍ້ອນແຂວງຫົວພັນ ບໍ່ມີໂຮງງານອຸຕສາຫະກັມ ເພື່ອຮອງຮັບປະຊາຊົນ ທີ່ຫວ່າງງານ. 

ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫົວພັນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນ ວັນທີ 25 ມົກຣາ ນີ້ວ່າ:

“ກໍມີບາງສ່ວນ ກໍເລີຍວ່າ ປະລະການຮຽນ ບາງສ່ວນ ພໍ່ແມ່ນັກຮຽນຫັ້ນ ພາໄປປູກກ້ວຍ ປູກອ້ອຍ ໄປກີດຍາງ ໄປປູກກາເຟບໍ່ ຢູ່ຕ່າງແຂວງພຸ້ນ ແຂວງຫົວພັນຂອງພວກເຮົາ ກໍຍັງບໍ່ມີໂຮງຈັກໂຮງງານໃດ ທີ່ຮັບຮອງ ພວກອາຊີບຂອງປະຊາຊົນ ຢູ່ໃນເຂດນີ້ເນາະ ເວລານັ້ນ ໄປຢູ່ສວນກາເຟບໍ່ ຫລື ອີ່ຫຍັງ ຫລື ໄປຢູ່ສວນຢາງບໍ່ ສວນໝາກກ້ວຍບໍ່ ບໍ່ມີໂຮງຮຽນ ຄັນຊິເຂົ້າ ໂຮງຮຽນກະໄດ້ ແຕ່ກໍບໍ່ເຂົ້າ.”

ແຂວງຫົວພັນ ຍັງມີຂໍ້ເປັນຫ່ວງ ເຣື່ອງຄຸນນະພາບ ຂອງເດັກນ້ອຍນັກຮຽນ ຊັ້ນ ປ.1 ແລະ ປ.2 ບໍ່ໄດ້ຄຸນນະພາບ, ນັກຮຽນອ່ານບໍ່ອອກ, ຂຽນບໍ່ໄດ້ ສືບເນື່ອງຈາກ ພວກເຂົາບໍ່ໄດ້ຮຽນ ຊັ້ນ ປ. ກຽມ (ອະນຸບານ 1-3), ຍ້ອນ ເຂດບ້ານນອກ ບໍ່ມີຄຣູສອນຊັ້ນ ປ. ກຽມ ເຮັດໃຫ້ ເມື່ອເດັກນ້ອຍ ອາຍຸ ປະມານ 6-7 ປີ ກໍຂ້າມຊັ້ນ ມາຮຽນ ປ.1 ນໍາໝູ່ຜູ້ອື່ນ, ສະນັ້ນ ຫາກໂກຕ້າຣັຖກອນຄຣູ ເລັ່ງໃສ່ ຄຣູອນຸບານ ແຂວງຫົວພັນ ກໍຈະເຮັດໃຫ້ຄຸນນະພາບ ການຮຽນ-ການສອນ ຂອງເດັກນ້ອຍນັກຮຽນຊັ້ນ ປ.1 - ປ.2 ດີຂຶ້ນ.

ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫົວພັນ ຜູ້ດຽວກັບຂ້າງເທິງ ກ່າວຕື່ມວ່າ:

“ບາງໂຮງຮຽນເນາະ ບາງເມືອງ ບາງເຂດຫັ້ນ ຍັງຂາດຄຣູ ຈໍານວນນຶ່ງເນາະ ອັນນີ້ກໍໂດຍສະເພາະ ແມ່ນ ຄຣູອະນຸບານທີ່ໄປສອນຢູ່ເຂດຫ່າງໄກ ສອກຫລີກ ເພາະວ່າ ນັກຮຽນທີ່ບໍ່ໄດ້ກຽມ ບໍ່ໄດ້ເຂົ້າອະນຸບານນີ້ ກໍໄປຮຽນ ປ.1 ກໍເຣີ່ມຕົ້ນໃໝ່ນີ້ ກໍຢາກຮຽນຊ້າກວ່າ ຈໍາພວກບໍ່ໄດ້ເຂົ້າອະນຸບານຫັ້ນນ່າ.”

ຢູ່ແຂວງສວັນນະເຂດ ກໍຖືວ່າ ມີຄວາມໜ້າເປັນຫ່ວງຫລາຍ ທີ່ສົກຮຽນ 2022-2023 ນີ້ ທົ່ວແຂວງ ມີ

ຫ້ອງຄວບຊັ້ນ ປ.1-ມ.5 ເພີ່ມຂຶ້ນ ເປັນ 1,773 ແຫ່ງແລ້ວ ເນື່ອງຈາກ ໂຮງຮຽນຫລາຍແຫ່ງຂາດຄຣູ ໂດຍສະເພາະ ຄຣູອະນຸບານ ເຮັດໃຫ້ຄຣູ ອະນຸບານ 1 ຄົນ ຕ້ອງສອນຄວບ 3 ຫ້ອງ (ອະນຸບານ 1-3) ແລ້ວເຮັດໃຫ້ການຮຽນ-ການສອນ ຂອງເດັກນ້ອຍນັກຮຽນ ຊັ້ນ ປ.ກຽມ ບໍ່ໄດ້ຄຸນນະພາບ.

ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງສວັນນະເຂດ ກ່າວໃນມື້ດຽວກັນນີ້ວ່າ:

“ມັນເວລາທີ່ຈະສອນຈັບຕີນ ຈັບມືນັກຮຽນ ຊັ້ນ ປ. 1 ຮຽນ ແລ້ວມັນເປັນບໍ່ໄດ້ ການຮຽນ ກໍຄຸນນະພາບມັນກໍຕົກ ເພາະວ່າ ຮັບຜິດຊອບ 3 ຫ້ອງ ພາຍໃນ 1 ມື້ ແບ່ງເວລາສອນຫັ້ນນ່າ, ຫ້ອງຄວບເພີ່ມຂຶ້ນຫລາຍ ແລ້ວນາຍຄຣູອາສາກໍອອກ ເຂົ້າບໍານານ ບໍາເຫນັດ ເສັຍຊີວິຕຫລາຍ ຄັນຫ້ອງຄວບເພິ້ມ ແນ່ນອນ ການສຶກສາ ຢູ່ໃນຄຸນນະພາບທີ່ຕ່ໍາລົງ.”

ທ່ານກ່າວຕຶື່ມວ່າ ພາຍໃນແຂວງສວັນນະເຂດ ຍັງມີຊັ້ນ ປ.ກຽມ ຖືກຍຸບ ຍ້ອນບໍ່ມີຄຣູນໍາດ້ວຍ, ນອກຈາກນີ້ ສໍາລັບ ແຂວງສວັນນະເຂດ ມີຄວາມກ້າວໜ້າ ດ້ານຄວາມກະຕືລືລົ້ນ ຂອງພໍ່ແມ່ ຜູ້ປົກຄອງນັກຮຽນຊັ້ນ ປ.ກຽມ ສົ່ງລູກຫລານເຂົ້າຮຽນ ຢ່າງຕໍ່ເນື່ອງ ໃນສົກຮຽນ 2022-2023 ນີ້, ແລະ ໃນໂຮງຮຽນ ເຂດເທສບານ ມີຄຣູພຽງພໍ ຕໍ່ຈໍານວນນັກຮຽນ.

ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ກໍາລັງປັບປຸງ ຫລັກສູຕຊັ້ນ ປ.1-ມ.7 ເພື່ອໃຫ້ເນື້ອຫາ ຄວາມຮູ້ ມີຄວາມທັນສມັຍ ຈຶ່ງເຮັດໃຫ້ ເມືອງໄຊທານີ ນະຄອນຫລວງວຽງຈັນ ພົບຄວາມຫຍຸ້ງຍາກ ດ້ານຄຣູ ຍ້ອນຂາດປະສົບການຄວາມຮູ້ ບໍ່ມີເນື້ອຫາໃໝ່ໆນັ້ນ ຈຶ່ງຕ້ອງໄດ້ຝືກອົບຣົມນາຍຄຣູທົ່ວເມືອງ, ແລະ ເຖິງແມ່ນວ່າ ເມືອງໄຊທານີ ຈະມີຄວາມເປັນເມືອງ ໃນນະຄອນຫລວງວຽງຈັນ ແຕ່ກໍຍັງມີ ໂຮງຮຽນບາງແຫ່ງ ອາຈຕ້ອງໄດ້ຍຸບໂຮງຮຽນ ໃນອະນາຄົດ ຍ້ອນນັກຮຽນເຂົ້າໂຮງຮຽນໜ້ອຍ ອີກທັງ ຍັງພົບພໍ້ ສິ່ງທີ່ໜ້າເປັນຫ່ວງ ຄືແຂວງອື່ນ ຄືຄຣູບໍ່ພໍຕໍ່ນັກຮຽນ ຍ້ອນໄດ້ໂກຕ້າຣັຖກອນຄຣູໜ້ອຍນໍາອີກ.

ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງໄຊທານີ ນະຄອນຫລວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:

“ຄຣູອາຈານຫັ້ນເນາະ ບາງເທື່ອກໍຍັງຂາດປະສົບການ ພວກເຮົາກໍໄດ້ຝືກ (ອົບຮົມ) ຫັ້ນແຫລະ ເພາະດຽວນີ້ ຫລັກສູດປະຖົມ ແລະ ມັທຍົມ ກໍາລັງປັບປຸງ ຫລັກສູດໃໝ່ເດ້ ຄຣູອາຈານ ຍັງບໍ່ທັນຊໍານານ ກໍຍັງຝືກກັນຢູ່ ດຽວນີ້ ກໍບັນດາໂຮງຮຽນ ໂຕເລກນັກຮຽນ ໝ້ອຍຫັ້ນແຫລະ ຕ້ອງໄດ້ຍຸບຫັ້ນແຫລະ ອັນນຶ່ງລະແມ່ນ ຄຣູບໍ່ພໍຕໍ່ນັກຮຽນ ຂໍ້ເປັນຫວ່ງ ໃນການສອບຫັ້ນນ່າ ໂກຕ້າມັນໝ້ອຍ.”

ທາງດ້ານປະຊາຊົນ ຢູ່ແຂວງຫົວພັນ ກໍໄດ້ພົບເຫັນປະກົດການ ພາຍໃນແຂວງ ທີ່ຍັງມີເດັກນ້ອຍ ນັກຮຽນຊົນເຜົ່າ ຊັ້ນ ປ. 5 ບໍ່ສາມາດ ອ່ານ-ຂຽນ ພາສາລາວ ແລະ ຄໍານວນເລຂ ບວກ, ລົບ, ຄູນ, ຫານ ຂັ້ນພື້ນຖານໄດ້ ຈຶ່ງເປັນຫວ່ງວ່າ ເດັກນ້ອຍນັກຮຽນ ຈໍານວນນີ້ ຈະຈົບຊັ້ນ ປ. 5 ແບບມີຄຸນນະພາບ.

ດັ່ງ ປະຊາຊົນ ແຂວງຫົວພັນ ກ່າວໃນມື້ດຽວກັນນີ້ວ່າ:

“ການເປັນຫວ່ງນີ້ກໍ ເຣື່ອງຄຸນນະພາບນີ້ເນາະ ເຈົ້າ ຍັງມີຈໍານວນນຶ່ງ ທີ່ເຂົາເຈົ້າ ອ່ານບໍ່ໄດ້ ຂຽນບໍ່ເປັນຫັ້ນນ່າ ໂດຍສະເພາະ ແມ່ນຊົນເຜົ່າເນາະ ໂຕຢ່າງມີບາງຄັ້ງ ຈົບ ປ.5 ກໍຍັງອຶດຢູ່ຫັ້ນນ່າ ວິຊາພາສາລາວເນາະ ແລ້ວກໍອ່ານບໍ່ໄດ້ ຂຽນບໍ່ເປັນ ແລ້ວ ກໍຄິດໄລ່ເລຂ ກໍຍັງຫັ້ນນ່າ ຈໍານວນນຶ່ງເນາະ.”

ສໍາລັບວັນການສຶກສາ ສາກົລ ໃນປີນີ້ ແຂວງຫົວພັນ ແຂວງສວັນນະເຂດ ແລະ ເມືອງໄຊທານີ ນະຄອນຫລວງວຽງຈັນ ບໍ່ໄດ້ຈັດການສເລີມສລອງ ວັນດັ່ງກ່າວແຕ່ຢ່າງໃດ ເນື່ອງຈາກ ຄາກອງປະຊຸມ, ຄາຝືກອົບຣົມ ແລະ ການປະສານ ເພື່ອຈັດການສເລີມສລອງ ວັນດັ່ງກ່າວ ບໍ່ທວງທັນເວລາ, ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫົວພັນ, ແຂວງສວັນນະເຂດ ແລະເມືອງໄຊທານີ ນະຄອນຫລວງວຽງຈັນ.

ຂະນະທີ່ ດ້ານອົງການຈັດຕັ້ງສາກົລ ໃນລາວ ກໍໄດ້ສເລີມສລອງວັນດັ່ງກ່າວ ຜ່ານພາບ ຂໍ້ຄວາມ ເລົ່າເຣື່ອງກິຈກັມ ແລະ ໂຄງການຕ່າງໆ ເຊິ່ງເປັນໂຄງການສົ່ງເສີມ ການສຶກສາທທີ່ມີຄຸນນະພາບ ໃນເຟສບຸກຄ໌ ເປັນຕົ້ນ ອົງການຊ່ວຍເຫລືອເດັກສາກົລ ປະຈໍາລາວ (Save the Children in Laos) ສົ່ງເສີມງົບປະມານ ໃນໂຄງການ ການຮຽນອ່ານ ແລະໂຄງການສົ່ງເສີມ ໃຫ້ເດັກນ້ອຍທຸກຄົນ ໄດ້ເຂົ້າຮຽນໃນຊັ້ນປະຖົມສຶກສາ ໄລຍະທີ 2, ຣັຖບານ ອອສເຕເຣັຍ ສນັບສນູນ ໂດຍໃຫ້ງົປະມານ ແຜນງານ BQUAL ໄລຍະທີ່ 2, ຈັດຕັ້ງປະຕິບັດຫລັກສູຕ ຊັ້ນປະຖົມ ປີທີ 5 ສະບັບປັບປຸງ ໃຫ້ສໍາເຣັດ ໃນສົກຮຽນ 2023-2024, ໂຄງການ ການຝືກເວົ້າພາສາລາວ ໃນເຂດຫ່າງໄກສອກຫລີກ ແລະ ການຝືກອົບຮົມຄຣູ ແລະ ພັທນາ ວິຊາຊີພຄຣູ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.