ປີນີ້ຣັຖບານ ຈະຢຸດຕິ ການຈັດສັນທຶນ ໃສ່ໂຄງການໃໝ່
2023.01.25

ໃນປີ 2023 ນີ້, ຣັຖບານ ຈະສືບຕໍ່ແກ້ໄຂບັນຫາ ໜີ້ສາທາຣະນະ ແລະ ຈະພະຍາຍາມຊອກຫາ ແຫລ່ງທຶນເພື່ອແກ້ໄຂໜີ້ສິນ ການລົງທຶນຂອງຣັຖ ເພື່ອຊ່ອຍຜູ້ຮັບເໝົາໂຄງການ ໃຫ້ສາມາດສືບຕໍ່ ດຳເນີນທຸຣະກິຈເຫລົ່ານັ້ນໄດ້ ໂດຍຣັຖບານລາວມີແຜນ ຈະຢຸດຕິການຈັດສັນ ເງິນທຶນໃສ່ໂຄງການໃໝ່ ທີ່ບໍ່ມີປະສິດທິຜົນ ແລະເລັ່ງກວດກາ ບັນດາໂຄງການນອກແຜນ ໃນທົ່ວປະເທດເພື່ອ ຫລຸດຜ່ອນງົບປະມານ ຂອງຣັຖ ແລະປ້ອງກັນບໍ່ໃຫ້ງົບປະມານ ຂອງຣັຖເກີດການຮົ່ວໄຫລ. ອີງຕາມຜົນກອງປະຊຸມ ຣັຖບານເປີດກ້ວາງຄັ້ງທີ 2 ໃນວັນທີ 20 ມົກກະຣາ 2023 ທີ່ຜ່ານມາ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ທີ່ຮູ້ຈັກກ່ຽວກັບວຽກງານ ແຜນການ ແລະການລົງທຶນ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 25 ມົກກະຣານີ້ວ່າ ການຂາດແຄນງົບປະມານ ເປັນປັດໄຈຫລັກ ທີ່ເຮັດໃຫ້ຣັຖບານລາວ ຕ້ອງໄດ້ຫາທາງຫລຸດຜ່ອນ ການໃຊ້ຈ່າຍທີ່ບໍ່ຈຳເປັນ ອອກໄປ.
“ມັນກາງົບປະມານ ມາຈັດຕັ້ງປະຕິບັດ ມັນບໍ່ມີແຕ່ລະແຂວງ ທົ່ວປະເທດ ຜູ້ໃດກາຜູ້ໄປຂໍບໍ່ຢາກໃຫ້ເກີດໜີ້ໂຄງການ ນອກແຜນ, ການກໍ່ສ້າງເຣື່ອງໄຟຟ້າ, ຫລຸດຜ່ອນການໃຊ້ຈ່າຍ ງົບປະມານບໍຣິຫານເບາະ ຫລືວ່າອື່ນໆ ກາແລ້ວແຕ່ຄວາມເໝາະສົມ.”
ທ່ານກ່າວຕື່ມວ່າ ສຳລັບໂຄງການໃໝ່ ທີ່ບໍ່ມີປະສິດທິຜົນ ຫລື ຍັງບໍ່ທັນຮີບດ່ວນປານໃດ ສ່ວນໃຫຍ່ກໍຈະເປັນໂຄງານ ກໍ່ສ້າງເສັ້ນທາງຍຸດທະສາຕ ທະຫານ, ໂຄງການກໍ່ສ້າງ ແລະ ປັບປຸງຊົນລະປະທານບາງຂົງເຂດ ທີ່ຍັງບໍ່ທັນມີີຄວາມຈຳເປັນ, ໂຄງການກັນເຈື່ອນ ຕາມລຳນໍ້າສາຂາ, ໂຄງການທັດສະນະສຶກສາ-ອົບຮົມ ພະນັກງານພັກ-ຣັຖ ໃນບາງຂແນງການ ທີ່ບໍ່ຈຳເປັນ.
ສະເພາະໂຄງການ ນອກແຜນ ທີ່ບັນດາແຂວງ ແລະ ສູນກາງເປັນຜູ້ອະນຸຍາດ ແລະດຳເນີນການ ຈັດຕັ້ງປະຕິບັດໄປແລ້ວນັ້ນ ປັດຈຸບັນມີບໍ່ຕໍ່າກ່ວາ 300 ໂຄງການ ໃນທົ່ວປະເທດ ຊຶ່ງຣັຖບານ ພະຍາຍາມເລັ່ງແກ້ໄຂ ບັນຫານີ້ຢ່າງຈິງຈັງ ແລະ ເປັນຮູບປະທັມ.
ໃນຂະນະທີ່ໂຄງການ ນອກແຜນເກືອບທັງໝົດ ມັກຈະເກີດບັນຫາ ເຣື່ອງງົບປະມານ ເນື່ອງຈາກມີການເບີກ-ຈ່າຍ ທີ່ຊັບຊ້ອນ ບໍ່ມີຫລັກຖານຢັ້ງຢືນ ແລະ ຣາຍລະອຽດໂຄງການ ທີ່ຈະແຈ້ງ, ຕ້ອງໃຊ້ໄລຍະເວລາ ໃນການຕິດຕາມ-ກວດສອບ ຢ່າງລະອຽດກ່ອນຈະໄດ້ຈັດສັນເງິນທຶນ ເພື່ອສຳຣະໜີ້ສິນ ໃຫ້ກັບບໍຣິສັດ ຜູ້ຮັບເໝົາໄດ້.
ດັ່ງເຈົ້າໜ້າທີ່ ກະຊວງການເງິນ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ຄ້າງສຳຣະໜີ້ ໝາຽຄວາມວ່າ ກໍຣັຖບານເຮົາ ກໍຍັງບໍ່ທັນສຳຣະໜີ້ ໃຫ້ຂະເຈົ້າ (ເອກະຊົນ) ໝົດຫັ້ນແຫລະ ມັນກໍຍັງຫລາຍເນາະ ຫລາຍໂຄງການເນາະ ມັນຂຶ້ນກັບງົບປະມານ ເປັນແຕ່ລະປີເດ້ເນາະໂຄງການ 100 ລ້ານບາທນີ້ ປີນີ້ໄດ້ແຕ່ 20 ລ້ານ ຫລືວ່າ 10 ລ້ານຈັ່ງຊິນ່າ ແລ້ວເຫລືອນັ້ນ ເຂົາເອີ້ນວ່າຄ້າງສຳຣະ.”
ກ່ຽວກັບບັນຫາ ໜີ້ສາທາຣະນະ ແລະ ມາຕການແກ້ໄຂ ບັນຫາຂອງຣັຖບານນີ້ ຊາວລາວ ຈຳນວນນຶ່ງເຫັນວ່າ ຫາກຣັຖບານ ບໍ່ມີການບັງຄັບໃຊ້ກົດໝາຽ ຢ່າງຈິງຈັງ ແລະ ບົດລົງໂທດ ຕໍ່ພະນັກງານພັກ-ຣັຖ ທີ່ກະທຳຄວາມຜິດ ຫລື ສໍ້ຣາສບັງຫຼວງນັ້ນ ການແກ້ໄຂບັນຫາ ເຣື່ອງໜີ້ສິນສາທາຣະນະ ແລະ ການຈັດເກັບງົບປະມານ ເຂົ້າຣັຖຈະບໍ່ມີປະສິດທິຜົນ ແລະ ສັງຄົມກໍຈະບໍ່ເຊື່ອໝັ້ນ ຕໍ່ມາຕການແກ້ໄຂບັນຫາຂອງຣັຖບານ.
ດັ່ງຊາວລາວທ່ານນຶ່ງ ໃນແຂວງຈຳປາສັກ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ໂອ້ຍເຂົາບໍ່ເປີດເຜີຍດອກ ເຣື່ອງບັນຫາໂຕນີ້ ອັນນີ້ມີແຕ່ພວກສໍ້ໂກງ ພະນັກງານໂຕສໍ້ໂກງນີ້ ມັນຫລາຍຫັ້ນແລ້ວ ຄັນຊິເວົ້າເອົາຕາມລະບຽບ ກົດໝາຽຫັ້ນແລ້ວເຮັດ.”
ຊາວລາວ ອີກຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ກ່າວວ່າຢາກໃຫ້ຣັຖບານ ເຂັ້ມງວດຂຶ້ນຕື່ມ ໃນການອະນຸມັດໂຄງການ ລົງທຶນ ທີ່ເປັນງົບປະມານ ຂອງຣັຖ ໂດຍທຸກໂຄງການລົງທຶນ ຂອງຣັຖ ຕ້ອງຜ່ານ ການເຫັນດີ ແລະຖືກຮັບຮອງ ຈາກສະພາປະຊາຊົນແຂວງ ແລະສະພາແຫ່ງຊາຕກ່ອນ ຈຶ່ງຈະເຣີ່ມຈັດຕັ້ງປະຕິບັດ.
ດັ່ງຊາວລາວທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ເຈົ້າຊິເອົາເງິນຢູ່ໃນງົບປະມານ ມັນຕ້ອງຜ່ານທາງສະພາໄດ໋ ໃນການໃຊ້ຈ່າຍ ໂຄງການແນວໃດ ທີ່ບໍ່ຜ່ານສະພານີ້ ມັນບໍ່ຖືກຕ້ອງອັນນີ້ ມັນເປັນການສວຍໂອກາດ ອັນນີ້.”
ທາງດ້ານເຈົ້າໜ້າທີ່ ທະນາຄານ ພັທນາ ເອເຊັຽ ຫລື ADB ປະຈຳລາວ ກ່າວວ່າ ເຣື່ອງຣັຖບານລາວຈຳເປັນ ແລະ ຕ້ອງໃຫ້ຄວາມສຳຄັນຂຶ້ນຕື່ມ ແມ່ນເຣື່ອງການຄຸ້ມຄອງ ງົບປະມານ ທັງງົບປະມານໃນໂຄງການ ຂອງຣັຖລົງທຶນ, ການຈັດເກັບງົບປະມານ ແຫ່ງຣັຖ ຕ້ອງມີຄວາມໂປ່ງໃສ ສາມາດຕິດຕາມ-ກວດສອບໄດ້ ແລະຕ້ອງບໍ່ມີການຮົ່ວໄຫລ ຂອງງົບປະມານ ຈົນກາຍເປັນບັນຫາ ແລະ ມີໜີ້ສິນ.
ດ້ວຍສະພາບ ເສຖກິຈ ຂອງປະເທດລາວ ໃນປັດຈຸບັນ ກໍເຫັນດີກັບມາຕການ ຂອງຣັຖບານລາວ ໃນການຢຸດຕິໂຄງການໃໝ່ ທີ່ບໍ່ມີປະສິດທິຜົນ, ຢຸດຕິໂຄງການໃໝ່ ທີ່ຣັຖບານ ຈະເຂົ້າໄປຮ່ວມລົງທຶນ ແລະ ສາມາດຕິດຕາມ-ກວດສອບ ບັນດາໂຄງການນອກແຜນ ເພື່ອສຳຣະໜີ້ສິນ ໃຫ້ກັບບໍຣິສັດ ຜູ້ຮັບເໝົາໂດຍໄວ ເພື່ອຫລຸດຜ່ອນໜີ້ສາທາຣະນະ.
ນອກຈາກນີ້ທ່ານຍັງສເນີ ໃຫ້ຣັຖບານລາວ ໂຈະການກູ້ຢືມເງິນ ຈາກທະນາຄານພາຍໃນ ແລະຕ່າງປະເທດ ໃນໄລຍະນີ້ ເນື່ອງຈາກເປັນໄລຍະເວລາ ທີ່ຫລາຍໆ ປະເທດຂຶ້ນດອກເບັ້ຽ ຊຶ່ງຖ້າຫາກຣັຖບານລາວ ຍັງແກ້ໄຂສະພາບ ບັນຫາພາຍໃນບໍ່ໄດ້ປະສິດທິພາບ ແລະ ເປັນຮູບປະທັມ ຈະຍິ່ງສົ່ງຜົນໃຫ້ໜີ້ສາທາຣະນະ ຂອງລາວເພີ່ມສູງຂຶ້ນຕື່ມ.
ດັ່ງທ່ານໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ສະພາບຄ່ອງ ຂອງຣັຖບານ ກ່ຽວກັບການສຳຣະໜີ້ສິນ ການໃຊ້ຈ່າຍລົງທຶນ ໃໝ່ບໍ່ການລົງທຶນ ມີແຕ່ 10% ຫລື 20% ສູງສຸດເພາະວ່າ ປັດໄຈ ທີ່ວ່າປັດຈຸບັນນີ້ ຄືການສຳຣະໂຕເກົ່າເນາະ ແລ້ວໂຕໃໝ່ໆ ກາຕັດອອກກ່ອນ ມັນບໍ່ໄດ້ເປັນສິ່ງຮີບຮ້ອນ, ການລົງທຶນຈາກຕ່າງປະເທດ ເຂົາບໍ່ມີຜົນກະທົບຫລາຍ ເພາະເຂົາເອົາເງິນໂດລ້າຣ໌ ມາລົງເດ້ເນາະ ຫລື ເງິນບາທລົງ ເງິນຢວນລົງຊິນ່າ.”
ບັນດາໂຄງການ ນອກແຜນຕ່າງໆ ໃນທົ່ວປະເທດ ຖືເປັນໂຄງການ ທີ່ໄດ້ສ້າງຄວາມເສັຽຫາຍ ດ້ານງົບປະມານ ໃຫ້ແກ່ຣັຖ ເປັນຈຳນວນມະຫາສານ ໃນແຕ່ລະປີ ຍ້ອນພາໃຫ້ເກີດການສໍ້ຣາສ ບັງຫຼວງຂອງພະນັກງານພັກ-ຣັຖ ໃນລະດັບທ້ອງຖິ່ນ ຊຶ່ງຣັຖບານລາວ ກໍພະຍາຍາມທີ່ປາບປາມ ບັນຫານີ້ ໂດຍໃຫ້ທຸກໂຄງການ ພັທນາຕ້ອງຜ່ານ ການເຫັນດີຈາກສະພາແຫ່ງຊາຕ ຫລື ສະພາປະຊາຊົນແຂວງ ກ່ອນ.
ຂະນະທີ່ບັນຫາ ການສໍ້ຣາສບັງຫຼວງ ຂອງພະນັກງານພັກ-ຣັຖ ແມ່ນຖືເປັນບັນຫາ ອັນໃຫຍ່ຫຼວງ ຊຶ່ງສົ່ງຜົນຕໍ່ສະພາບ ເສຖກິຈ-ສັງຄົມ ຂອງປະເທດ ຢ່າງຍາວນານ ແລະ ຣັຖບານລາວ ກໍພະຍາຍາມປັບປຸງກົດໝາຽ ລະບຽບການຕ່າງໆ ເພື່ອສະກັດກັ້ນ ແລະ ປາບປາມບັນຫານີ້ ໃຫ້ໝົດໄປຈາກປະເທດ ແຕ່ຍັງພົບຄວາມຫຍຸ້ງຍາກ ທີ່ຈະແກ້ໄຂໄດ້ ຍ້ອນມີພະນັກງານພັກ-ຣັຖ ຈຳນວນນຶ່ງຍັງຖືເບົາ ບໍ່ຄ່ອຍເອົາໃຈໃສ່ ແກ້ໄຂຢ່າງຈິງຈັງ ແລະຍັງເຫັນຜົນປໂຍດສ່ວນໂຕ ຫລາຍກ່ວາການພັທນາ ປະເທດຊາຕ.
ຄຽງຄູ່ກັນນັ້ນ ທະນາຄານໂລກ ປະຈຳລາວ ໄດ້ຣາຍງານ ສະພາບໜີ້ສາທາຣະນະ ຂອງລາວ ໃນປີ 2022 ທີ່ຜ່ານມານັ້ນ ຊຶ່ງຢູ່ໃນລະດັບສູງ ເຖິງ 89% ຂອງ GDP ຫລື ປະມານ 14.5 ຕື້ໂດລ້າຣ໌ ສະຫະຣັຖ, ຂະນະທີ່ຣັຖບານລາວ ຄາດວ່າ ໃນປີ 2023 ນີີ້ ຈະເຮັດໃຫ້ລະດັບໜີ້ ສາທາຣະນະ ຂອງລາວ ຍັງເຫລືອບໍ່ເກີນ 64.5% ຂອງ GDP ອີງຕາມເອກສານ ວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສຖກິຈ-ການເງິນ ຂອງກະຊວງການເງິນປີ 2022.