ຣັຖບານລາວ ອາດຈະ ບໍ່ສາມາດໃຊ້ໜີ້ ຕ່າງປະເທດ ໄດ້ຕາມກຳນົດ

ອຸ່ນແກ້ວ
2022.06.23
ຣັຖບານລາວ ອາດຈະ ບໍ່ສາມາດໃຊ້ໜີ້ ຕ່າງປະເທດ ໄດ້ຕາມກຳນົດ ຫ້ອງວ່າການຣັຖບານ.
ນັກຂ່າວ ພົລເມືອງ

ປະ​ເທດລາວ ປະສົບບັນຫາຂາດແຄນນ້ຳມັນ ທີ່ບໍ່ເຄີຍມີມາກ່ອນ ຍ້ອນວ່າ ສະພາບເງິນເຟີ້ແລະ ບໍ່ມີເງິນຣາຕ່າງປະເທດ ຢູ່ໃນຄັງສະສົມ ເຮັດໃຫ້ລາຄານ້ຳມັນ ສູງຂຶ້ນເປັນວັດການ.

ບັນ​ຫາທີ່ປະເທດລາວ ຈະປະສົບໃນຕໍ່ໜ້າກໍຄື ມີຄວາມເປັນໄປໄດ້ສູງ ທີ່ປະເທດລາວ ຈະບໍ່ສາມາດໃຊ້ໜີ້ເຈົ່າໜີ້ຕ່າງປະເທດ ໄດ້ຕາມກຳນົດເວລາ.

ສຳ​ນັກຂ່າວ Bloomberg ຂອງເຢຣະມັນ ໄດ້ຣາຍງານ ໃນວັນທີ 14 ມິຖຸນາ ທີ່ຜ່ານມາ ໂດຍ ອ້າງຄຳໃຫ້ສັມພາດຂອງ ທ່ານ Anushka Shah ຮອງປະທານ ຜແນກການລົງທຶນ ຂອງສະຖານ Moody ທິ່ເປັນສະຖານບັນ ຈັດອັນດັບຄວາມໜ້າເຊື່ອຖື ຂອງການຈ່າຍໜີ້.

ທ່ານ Anushka Shah ໄດ້ກ່າວຕໍ່ສຳນັກຂ່າວ Bloomberg ວ່າ ມີຄວາມເປັນໄປໄດ້ສູງ ທີ່ປະເທດລາວຈະບໍ່ສາມາດໃຊ້ໜີ້ ຕ່າງປະເທດໄດ້ຕາມກຳນົດເວລາ.

ສະ​ຖານບັນ​ Moody ໄດ້ຈັດອັນດັບ ຄວາມສາມາດ ຂອງປະເທດລາວ ໃນກາຊຳລະໜີ້ຕ່າງປະເທດ ຢູ່ຂັ້ນ Caa3 ເຊິ່ງເປັນອັນດັບທີ່ ມີຄວາມສ່ຽງສູງ ທີ່ປະເທດລາວ ຈະບໍ່ສາມາດຈ່າຍໜີ້ໄດ້ ຍ້ອນວ່າ ການບໍຣິຫານງານອ່ອນແອ, ຈຳນວນໜີ້ສິນສູງຫຼາຍ, ແລະ ບໍ່ມີເງິນຣາຕ່າງປະເທດ ຢູ່​​ໃນຄັງສະສົມ ທີ່ຈະໃຊ້ໜີ້ຕ່າງປະເທດໄດ້ ອີງຕາມການຣາຍງານ ຂອງສຳນັກຂ່າວ Bloomberg.

ປະ​ເທລາວຕິດໜີ້ ຕ່າງປະເທດເພີ່ມຂຶ້ນເປັນລຳດັບ ໂດຍສະເພາະນັບແຕ່ປີ 2010-2016 ເຊິ່ງເປັນປີທີ່ຣັບານ ມີການຢືມຕ່າງປະເທດຫຼາຍ.

ທ່ານ ບຸນ​ໂຈມອຸບົນປະເສີດຣົມົນຣີ ກະຊວງການເງິນ ໄດ້ກ່າວຢູ່ໃນກອງປະຊຸມສມັຍສາມັນເທື່ອທີ 3 ຂອງ​​ສະແຫ່ງຊາດ ຊຸດທີ 9 ຫຼື ກອງປະຊຸມສະພາ ໃນວັນທີ 20 ມິຖຸນາ 2022 ຕອນນຶ່ງວ່າ:

ໃນປີ 2010 ເຮົາໃຊ້ໜີ້ຕ່າງປະເທດ ບໍ່ເກີນ 160 ລ້ານ ໂດລ້າຣ໌ ສະຫະຣັຖ ປົກຕິ ລາຍຮັບພາຍໃນເຮົາກະສາມາດປະຄັບປະຄອງໄດ້ ແຕ່ພວກເຮົາກະທົບແຮງເຣີ່ມແຕ່ປີ 2019 ຂຶ້ນມານີ້ ແມ່ນ 1,200 ລ້ານ ໂດລ້າຣ໌ ສະຫະຣັຖ ຕໍ່ປີ ມາຮອດປີ 2022 ນີ້ລະແມ່ນ 1,400 ລ້ານໂດລ້າຣ໌ ສະຫະຣັຕໍ່ປີ ສະເພາະໃຊ້ໜີ້ສິນຕ່າງປະເທດ.”

ທ່ານ ບຸນ​ໂຈມ ອຸບົນປະເສີດ ໄດ້ກ່າວ ຢູ່ໃນກອງປະຊຸມສະພາ ໃນວັນທີ 20 ມິຖຸນາ ຕອນນຶ່ງວ່າ:

ເຈົ້າໜີ້ຕ່າງໆນີ້ ບໍ່ວ່າແຕ່ຝ່າຍໃດ ແມ່ນຖາມເຮົານີ້ວ່າ ເຈົ້າຈະເອົາຫຍັງມາຊຳລະ ໃນກໍລະນີເລື່ອນຊຳລະໃຫ້ ກະປີນັ້ນຈະເອົາຫຍັງມາຊຳລະ ອັນນັ້ນແມ່ນຄຳເຈາະຈີ້ມທີ່ເຂົາເຈົ້າ ຢາກໄດ້ນຳເຮົາທີ່ສຸດ ສຳລັບໜີ້ສິນຕ່າງປະເທດນີ້ ລະກະແຫຼ່ງລາຍຮັບທີ່ພວກເຮົາ ຈະຊອກຄົ້ນນີ້ ແມ່ສ່ວນໃຫຍ່ຈາກແຮ່ທາຕນີ້ແຫຼະເປັນພື້ນຖານ.”

ທາງ​ອອກ​ຂອງ​ຣັ​ຖ​ບານລາວ ກໍ​ຄື ມີ​ການ​ປັບ​ປ່ຽນ​ຕຳ​ແໜ່ງ​ຜູ້​ວ່າ ການ​ທະ​ນາ​ຄານ​ແຫ່ງ ສ​ປ​ປ​ ລາວ ແລະ ຣັ​ຖ​ມົນ​ຕ​ຣີ ກະ​ຊວງ​ອຸ​ດ​ສາ​ຫະ​ກັມ ແລະ ການ​ຄ້າ.

ຣັ​ຖ​ບານ ໄດ້​ຍ້າຍ ທ່ານ ສອນ​ໄຊ ສິດ​ພະ​ໄຊ ຜູ້​ວ່າ​ການ​ທະ​ນາ​ຄານຄົນ​ເກົ່າ ໄປ​ຮັບ​ໜ້າ​ໃໝ່​ເປັນ​ຣັ​ຖ​ມົນ​ຕ​ຣີ ປະ​ຈຳ​ສຳ​ນັກ​ງານ​ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ແລ້ວເອົາ ທ່ານ ບຸນ​ເຫຼືອ ສິນ​ໄຊວໍ​ລະ​ວົງ ອາ​ດີດຮອງ​ຣັ​ຖ​ມົນ​ຕ​ຣີ​ກະ​ຊວງ​ການ​ເງິນ ມາ​ເປັນຜູ້​ວ່າ​ການ ​ທະ​ນາ​ຄານ​ແຫ່ງ​ ສ​ປ​ປ ​ລາວ ຄົນ​ໃໝ່, ແລະ ຍ້າຍ ທ່ານ ຄຳ​ແພງ ໄຊ​ສົມ​ແພງ ຣັ​ຖ​ມົນ​ຕ​ຣີ​ ກະ​ຊວງ​ອຸດ​ສາ​ຫະ​ກັມ ແລະ ການ​ຄ້າ ໄປ​ສຳ​ນັກ​ງານ​ຍົກ​ຣັ​ຖ​ມົນ​ຕ​ຣີ ແລ້ວເອົາ ທ່ານ ມະ​ໄລ​ທອງ​ ກົມ​ມະ​ສິດ ປະ​ທານ​ອົງ​ການກວດ​ສອບ​ແຫ່ງ​ຣັ​ຖ ມາ​ເປັນຣັ​ຖ​ມົນ​ຕ​ຣີ ​ກະ​ຊວງ​ອຸດ​ສາ​ຫະ​ກັໃ ແລະ ການ​ຄ້າ​ແທນ.

ການ​ປັບ​ປ່ຽນ​ ໃນ​ສາຍ​ຕາ​ຂອງ​ນັກ​ວິ​ຊາ​ການ ​ຈາກ​ອົງ​ການ​ຈັດ​ຕັ້ງ​ ພາກ​ປະ​ຊາ​ຊົນ​ຄົມ​ແລ້ວ ກໍ​ຍັງ​ຄື​ເກົ່າ ບໍ່​ສາ​ມາ​ດ​ປ່ຽນ​ແປງ​ຫຍັງ​ໄດ້​ຫຼາຍ.

ເຈົ້າ​ໜ້າ​ທີ່​ ອົງ​ການ​ຈັດ​ຕັ້ງ​ພາກ​ປະ​ຊາ​ສັງ​ຄົມ ​ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

ຈາກ​ການ​ຕັ້ງ​ຂໍ້​ສັງ​ເກດ​ ສ່ວ​ນ​ໂຕ​ລະ ຄຶດ​ວ່າ​ປ່ຽນ ປ່ຽນ​ຍັງ​ບໍ່​ໄດ້​ດອກ ຫຼື ອາ​ຈ​ໄດ້​ຢູ່ ໄດ້​ຢູ່​ເລັກ​ໜ້ອຍ ເຫດ​ຜົ​ລ​ທີ່​ວ່າ ​ປ່ຽນ​ບໍ່​ໄດ້​ກະ​ຄື​ວ່າ ເສ​ຖ​ກິ​ຈ​ຂອງ ສ​ປ​ປ​ ລາວ ມັນ​ມາ​ເຖິງ​ຂັ້ນ​ວິ​ກິຕ​ແລ້ວ ເພາະ​ວ່າ ມັນ​ເຣີ່ມ​ເປັນ​ມາ​ຕັ້ງ​ແຕ່ 4-5 ປີ ກ່ອນ​ລະ​ແຫຼະ ເວົ້າ​ເຣື່ອງ​ໂດຍ​ສະ​ເພາະ​ ໜີ້​ສາ​ທາ​ຣະ​ນະ ແຕ່​ລະ​ຣັ​ຖ​ບານ​ແຕ່​ລະ​ຍຸກ ກະ​ສະ​ສົມ​ໜີ້​ ສະ​ສົມ​ສິນ.”

​ເຈົ້າ​ໜ້າ​ທີ່​ອົງ​ການ​ຈັດ​ຕັ້ງ ​ພາກ​ປະ​ຊາ​ສັງ​ຄົມ​ທ່ານນີ້ ຍັງ​ກ່າວ​ຕື່ມ​ວ່າ:

ໃນ​ຂະ​ນະ​ດຽວ​ກັນ ​ຜ​ລິດ​ຕະ​ພັນ​ພາຍ​ໃນ​ເຈົ້າ​ກະ​ບໍ່​ມີ ຄັນ​ເວົ້າ​ເຣື່ອງວ່າ ພ​ລັງ​ບໍ່​ແຮ່, ພ​ລັງ​ງານ​ໄຟ​ຟ້າ ກໍ​ລ້ວນ​ແລ້ວ​ແຕ່​ເປັນ​ຂອງ​ຕ່າງ​ປະ​ເທດ ສະ​ນັ້ນ​ແຫຼະ ເສ​ຖ​ກິ​ຈສົ່ງ​ອອກ​ຂອງ​ເຈົ້າ​ບໍ່​ມີ​ຫຍັງ​ເລີຍ ມັນ​ຍາກ​ຫຼາຍ​ທີ່​ຈະ​ເຮັດ​ໃຫ້​ເສ​ຖ​ກິ​ຈ​ຂອງ​ ສ​ປ​ປ​ ລາວ ດີ​ຂຶ້ນ.”

ແຕ່​ວ່າ ມັນກໍເປັນ​ການ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ ໃຫ້​ນັກ​ທຸ​ຣະ​ກິຈ​ໃນ​ລະ​ດັບ​ນຶ່ງ. ນັກ​ທຸ​ຣະ​ກິຈ​ລາວ ທ່ານ ນຶ່ງ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ:

ກໍ​ໝັ້ນ​ໃຈ​ວ່າ ການ​ແກ້​ໄຂ​ບັນ​ຫາ​ ເສ​ຖ​ກິ​ຈ​ຊິ​ດີ​ຂຶ້ນ ແຕ່ ດີ​ຂຶ້ນ​ຂ​ນາດ​ໃດ​ນັ້ນ ກໍ​ຕ້ອງ​ລໍ​ຖ້າ​ເບິ່ງຕໍ່​ໄປ.”   

ອັດ​ຕ​ຣາ​ເງິນ​ເຟີ້ໃນ​ເດືອນ​ມົກ​ກະ​ຣາ ຫາ ເດືອນ​ພຶ​ສ​ພາ ປີ 2022 ສະ​ເລັ່ຽ ແລ້ວ ເກືອບ 9 ເປີ​ເຊັນ ຕໍ່​ເດືອນ ອີງ​ຕາມຂໍ້​ມູນ​ຈາກ ຈາກທນາ​ຄານ​ແຫ່ງ ສ​ປ​ປ​ ລາວ. ຂໍ້​ມູ​ນ​ຈາກ​ທ​ນາ​ຄານ​ແຫ່ງ ສ​ປ​ປ ​ລາວ ໄດ້​ລະ​ບຸ​ ອັດ​ຕ​ຣາ​ເງິນ​ເຟີ້ ຄື:

  1. ເດືອນ​ມົກ​ກະ​ຣາ ອັດ​ຕຣາ​ເງິນ​ເຟີ້ ຢູ່​ທີ່ 25%
  2. ເດືອນ​ກຸມ​ພາ ອັດ​ຕ​ຣາ​ເງິນ​ເຟີ້ 31%
  3. ເດືອນ​ມີ​ນາ 54%
  4. ເດືອນ​ເມ​ສາ86%
  5. ເດືອນ​ພຶ​ສ​ພາ 81%

ຂໍ້​ມູນ​ທນາ​ຄານ​ໂລກ ໃນ​ເດືອນ​ເມ​ສາ 2022 ໄດ້​ລະ​ບຸວ່າ ໃນ​ປີ 2019 ໜີ້​ສິນ​ສາ​ທາ​ຣະ​ນະ ​ຂອງ​ລາວກວມ​ເອົາ 68% ຂອງລວມຍອດ ​ຜ​ລິດ​ຕະ​ພັນ​ພາຍ​ໃນ ຫຼື GDP ເທົ່າ​ກັບ 12.5 ຕື້​ໂດ​ລ້າຣ໌ ສ່ວນ​ວ່າ ປີ 2021 ໜີ້​ສິ​ນ​ສາ​ທາ​ຣະ​ນະ​ ຂອງ​ລາວ ກວມ​ເອົາ 88% ຂອງ GDP ເທົ່າ​ກັບ 14.5 ຕື້​ໂດ​ລ້າຣ໌.

ນັກ​ຄຳ​ນວນ​ດ້ານ​ຄະ​ນິ​ຕສ​າ​ຕ ທ່ານ​ນຶ່ງ ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ: 

ມັນ​ກະ​ບໍ່​ລອດຫັ້ນແຫຼວ ເປັນ​ໜີ້​ເຂົາ 88 ເປີ​ເຊັນ [ຂອງ GDP] ສົມ​ມຸດ​ວ່າ ມີ​ເງິນ​1,000,000 ລ້ານ ຕ້ອງ​ໄປ​ໃຊ້​ໜີ້​ເຂົ້າ 880,000​ ເຫຼືອພຽງ​ແຕ່ 120,000 ຫຼື 12 ເປີ​ເຊັນ ແລະ ຖ້າຫາກ​ທຽບ​ໃສ່​ລວມຍອດ​ຜ​ລິດ​ຕະ​ພັນ​ພາຍ​ໃນ ຫຼື GDP ມັນ​ກະ​ບໍ່​ລອດ​ຫັ້ນ​ແຫຼ.”

ນັກ​ຄຳ​ນວນ​ຄະ​ນິຕ​ສາ​ຕ ທ່ານນີ້ ກ່າວ​ຕື່ມ​ວ່າ: 

ຂັ້ນ​ໜີ້ 60-70 ເປີ​ເຊັນ ສ່ວນ​ທີ່​ເຫຼືອ 30-40 ເປີ​ເຊັນ ມັນ​ກະ​ຊິ​ພໍ​ຖູ​ໄຖໄປ ແຕ່ ຖ້າ​ໜີ້ 88 ເປີ​ເຊັນ ຫັນ​ໃຈ​ຝຶດ.”

ໃນ​ຈຳ​ນວນ​ໜີ້​ສິນ 14.5 ຕື້​ໂດ​ລ້າຣ໌ ໃນ​ປີ 2021 ໜີ້​ສິນ​ໃນຂ​ແນງ​ການ​ໄຟ​ຟ້າ​ກວມ​ເອົາ 4.35 ຕື້​ໂດ​ລ້າຣ໌ ຫຼື ເທົ່າ​ກັບ 30% ອີງ​ຕາມຂໍ້​ມູນ​ຈາກ​ທ​ນາ​ຄານ​ໂລກ.

ຢູ່​ໃນ​ກອ​ງ​ປະ​ຊຸມຄັ້ງ​ທີ 27 ທີ່​ມີ​ຫົວ​ຂໍ້​ວ່າ ອະ​ນາ​ຄົດ​ຂອງເອ​ເຊັຽ ທີ່​ຈັດ​ຂຶ້ນ​ຢູ່ນະ​ຄອນ​ຫລວງ​ໂຕ​ກຽວ ປະ​ເທດ​ຍີ່​ປຸ່ນ ໂດຍ​ຜ່ານ​ລະ​ບົບ​ວີ​ດີ​ໂອທາງໄກ, ທ່ານ ທອງ​ລຸນ ສີ​ສຸ​ລິດ ປະ​ທານ​ປະ​ເທດ​ລາວ ໄດ້​ກ່າວ ຕອນ​ນຶ່ງວ່າ: ພວກ​ເຮົາ​ກຳ​ລັງ​ພະ​ຍາ​ຍາມ​ຈ່າຍ​ໜີ້ ຕາມ​ຄວາມ​ສາ​ມາດ ແລະ ຕາມລະ​ບົບ ແລະ ຕາມຄວ​າມ​ຈຳ​ເປັນ​ຂອງ​ສະ​ພາບ​ການ​ປັ​ຈຸ​ບັນ ຂ້າພະ​ເຈົ້າ​ [ທ່ານ ທອງ​ລຸນຈະ​ເວົ້າ​ວ່າ ພວກ​ເຮົາ​ບໍ່​ໄດ້​ຕິດ​ກັບ​ດັກ​ໜີ້ ໃນ​ຕອນນີ້.”

ກ່ຽວກັບການຊໍາລະໜີ້ສິນ,​ ນັກຂ່າວຕ່າງປະເທດ ເຄີຍຣາຍງານຂ່າວທາງດ້ານເສຖກິຈລາວ ແລະ ຕິດຕາມບັນຫາປະເທດ ມາຫຼາຍປີ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ: ທາງອອກທີ່ຣັຖບານລາວຈະເຮັດ ກໍຄື ຂໍເລື່ອນກໍາຊໍາລະໜີ້ສິນ ຫຼື ຂໍຍົກເລີກໜີ້ສິນ, ມີການແລກປ່ຽນໜີ້​ສິນ ລະຫວ່າງທນາຄານແຫ່ງ ສປປ ລາວ ແລະ ທນາຄານແຫ່ງ ສປ ຈີນ. ທະນາຄານແຫ່ງ ສປ ຈີນ ເອົາເງິນໃຫ້ທນາຄານແຫ່ງ ສປປ ລາວ ຢືມ ມາເປັນຄັງສະສົມ ເພື່ອຈ່າຍໜີ້ ຫຼື ຈີນຈະເອົາເງິນກູ້ຢືມໃຫ້ລາວ ເພື່ອໃຊ້ໜີ້.

ນັກຂ່າວຕ່າງປະເທດ ທ່ານນີ້ ກ່າວຕື່ມວ່າ: “ບໍ່ວ່າທາງໃດ ກໍຕາມ ຈີນຈະຕັ້ງເງື່ອນໄຂ ເພື່ອເຂົ້າມາຄວບຄຸມລາວ ດ້ວຍການເຂົ້າມາເອົາຊັພສິນ ທີ່ເປັນຣັຖວິສາຫະກິຈໃດນຶ່ງຂອງລາວ ເພື່ອແລກກັບການທີ່ຈີນເອົາເງິນໃຫ້ລາວມາໃຊ້ໜີ້.”​

ສິ່ງທີ່ເກີດຂຶ້ນຜ່ານມາ ​ບໍ​ຣິ​ສັດ​ຈີນທີ່​ຊື່​ວ່າ China Southern Power Grid ເຂົ້າ​ມາ​ຄວບ​ຄຸມ ແລະ ຖື​ຮຸ້ນ​ຫຼັກໃນໂຄງການ ລະບົບສາຍສົ່ງໄຟຟ້າລາວ ຂອງ​ບໍ​ຣິ​ສັດ ຣັ​ຖວິ​ສາ​ຫະ​ກິ​ຈ​ໄຟ​ຟ້າ​ລາວ ຍ້ອນ​ວ່າ ລາວ​ຕິດ​ໜີ້​ຈີນ ອີ​ງ​ຕາມ​ການ​ຣາຍ​ງານ ຂອງສຳ​ນັກ​ຂ່າວ Reuters ຂອງ​ອັງ​ກິດ. ສ່ວນ​ວ່າ ທາງ​ການ​ລາວ ກໍ​ອອກ​ມາ​ປະ​ຕິ​ເສດ​ເຣື່ອງນີ້ ໂດຍທາງ​ການ​ລາວ ໄດ້​ຊີ້​ແຈງວ່າ ຈີນບໍ່​ໄດ້​ເຂົ້າ​ມາ​ຄວບ​ຄຸມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ສົມພອນ ກຳແພງນະຄອນວຽງຈັນ
Jun 25, 2022 11:53 AM

ການບໍລີຫານປະເທດ ຂອງ ພັກປະຊາຊົນປະຕິວັດລາວ ຫລືອີກຊື່ໜື່ງ ເອີ້ນການວ່າ ສປປລາວ ຄືຈະເອົາຕົວລອດໄດ້ຍາກ, ເພາະລັດຖະບານລາວແລະສະພາແຫ່ງຊາດ ກໍ່ຄືບັນດາອົງຄະນະພັກ ລັດ ທຸກລະດັບລ້ວນແລ້ວແຕ່ພາກັນເອົາຊັບພະຍະກອນອັນລຳ້ຄ່າຂອງປະເທດ ຂາຍໃຫ້ຄົນຕ່າງດ້າວມາຂຸກຄົ້ນ,ຢືດທີ່ດີນທຳມາຫາກີນຂອງປະຊາຊົນຂາຍຕໍ່ໃຫ້ຄົນຈິນມາທຳທຸລກິດ ຫາຢູ່ຫາກິນແບບສະນຸກສະບາຍ,ຍີ່ງໄປກ່ວານັ້ນການສໍ້ລາດບັງຫລວງ,ການໃຊ້ເງິນຕາຕ່າງປະເທດເປັນຈຸດສຳຄັນແລະຖືເງິນກິບເປັນເຈັ້ຽກະດາດທຳມະດາ. ລັດຖະບານລາວບໍ່ສາມາດຈະແກ້ໄຂໄດ້ ແລະການຢືມການຕິດໜີ້ເງິນຕາຕ່າງປະເທດນັບມື້ນັບສູງຂື້ນ: ຫລັງຈາກລັດຖະບານຊຸດນິ້ໝົດອຳນາດໄປແລະອາດຈະເປັນລູກຫລານ ໄກສອນ, ຄຳໄຕ ຂື້ນມາບໍລິຫານປະເທດຕໍ່ໄປ ປະຊາຊົນລາວທັງຊາດຄົງຈະທຸກຈົນໄປຫລາຍເທົ່າ. ປະເທດລາວ ພັກລັດຈະມອບອຳນາດໃຫ້ຄົນຫົວພັນແລະຄົນແກ່ນນຳພາກໃຕ້ທີ່ຈະມີສິດບໍລິຫານປະເທດ, ສ່ວນຄົນວຽງຈັນແລະຫລວງພະບາງ ແລະແຂວງອື່ນໆ ຄົງຈະບໍ່ໄດ້ກຳໃນຕຳແໜ່ງສຳຄັນ.