ໜີ້ສິນ ສາທາຣະນະ ຂອງລາວ ສູງເຖິງ 17.6 ຕື້ໂດລ້າຣ໌ ສະຫະຣັຖ ແລ້ວ
2023.10.10
ທ່ານ ສັນຕິພາບ ພົມວິຫານ, ຣັຖມົນຕຣີກະຊວງການເງິນ ແລະ ທັງເປັນຜູ້ວ່າການ ADB ປະຈຳລາວ ເປີດເຜີຍຢູ່ໃນກອງປະຊຸມ ພາຍໃຕ້ຫົວຂໍ້ເຣື່ອງ “ການປຶກສາຫາລືລະດັບສູງ ກ່ຽວກັບການສ້າງຄວາມເຂັ້ມແຂງ ທາງດ້ານການຄຸ້ມຄອງໜີ້ສິນ ສາທາຣະນະ ຢູ່ ສປປ ລາວ”. ໃນວັນທີ 4 ຕຸລາ 2023 ວ່າ ຈຳນວນໜີ້ສິນສາທາຣະນະ ແລະການຄ້ຳປະກັນຂອງຣັຖ ໃນທົ່ວປະເທດ, ຊຶ່ງບັນລຸ 112% ຂອງລວມຍອດຜລິຕພັນ ມວນລວມພາຍໃນ (GDP) ໃນປີ 2022 (ຄິດໄລ່ເປັນ ປະມານ 17.6 ຕື້ໂດລ້າຣ໌ສະຫະຣັຖ), ໄດ້ຊ້ຳຕື່ມປະເທດ ຫຼັງໄດ້ຮັບຜົລກະທົບ ຈາກສະພາບການແຜ່ຣະບາດ ຂອງໂຄວິດ-19 ແລະອັດຕຣາເງິນເຟີ້ ທົ່ວໂລກ ທີ່ເພີ່ມສູງຂຶ້ນ.
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງ ຊາວລາວ ຜູ້ທີ່ຮູ້ກ່ຽວກັບເຣື່ອງນີ້ ທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ ການແກ້ໄຂບັນຫາໜີ້ສິນ ສາທາຣະນະ ລວມທັງວິກິດເສຖກິຈ ຢູ່ລາວໃນປັດຈຸບັນ ແມ່ນຍາກເກີນກວ່າທີ່ຣັຖບານ ຈະສາມາດແກ້ໄຂໄດ້ແລ້ວ.
ດັ່ງທີ່ທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ຕຸລາ 2023 ນີ້ວ່າ:
“ໜ້າຈະ ໜ້າຈະບໍ່ມ້າງ, ໜ້າຈະບໍ່ນ່າ. ແມ່ນໆໆ ມັນເກີດວິກິດຂ້ອນຂ້າງຍາກ ອັນນັ້ນນ່າ. ມັນເກີດວິກິດມາຊ່ວງ ພໍສົມຄວນແລ້ວຫັ້ນນ່າ ເປັນໄລຍະນຶ່ງ.”
ທາງດ້ານ ຊາວລາວ ທ່ານນຶ່ງ ຢູ່ແຂວງຈຳປາສັກ ກ່າວວ່າ ບັນຫາໜີ້ສິນສາທາຣະນະ ແມ່ນຕິດພັນກັບ ບັນຫາເງິນເຟີ້ ທີ່ເກີດຂຶ້ນຢູ່ລາວ ມາເປັນໄລຍະດົນນານ ຈົນຊາວລາວ ລຶ້ງເຄີຍກັບພາວະເງິນເຟີ້ ໄປແລ້ວ ແລະຍັງບໍ່ທັນເຫັນວ່າ ຣັຖບານລາວ ຈະແກ້ໄຂບັນຫາດັ່ງກ່າວ ໄດ້ແນວໃດ.
ດັ່ງທີ່ທ່ານກ່າວວ່າ:
“ໂດຍ, ໂຕນີ້ແມ່ນປົກກະຕິເລີຍ. ແບບນີ້ຂຶ້ນແບບເຟີ້ເລີຍ ບໍ່ແມ່ນວ່າຊິມີການຫຼຸດລົງ. ທີ່ຈິງກະລຳບາກ ລຳບາກຕັ້ງແຕ່ມື້ເຣີ່ມຫັ້ນນ່າ. ກະຈົນປັດຈຸບັນນີ້ກະແມ່ນວ່າ ມັນກະມີການເພີ່ມຂຶ້ນເທື່ອລະໜ້ອຍ ແຕ່ມັນກະເພີ່ມຂຶ້ນ ຄັນວ່າຊິທຽບໃສ່ແຕ່ກ່ອນກະແມ່ນ ມັນກະ ທົບເຄິ່ງແລ້ວ. ແຕ່ຈາກຣາຄາ 5,000 ແຕ່ກ່ອນເນາະ ພໍເງິນມັນຂຶ້ນກໍເປັນ 10,000.”
ເຊັ່ນດຽວກັບ ຊາວລາວ ທ່ານນຶ່ງ ຢູ່ແຂວງວຽງຈັນ ກ່າວວ່າ ບັນຫາເງິນເຟີ້ ເຮັດໃຫ້ ຕົ້ນທຶນໃນການເຮັດທຸຣະກິຈສູງຫຼາຍຂຶ້ນ ໂດຍສະເພາະການນຳເຂົ້າເຄື່ອງຂອງ ຈາກປະເທດໄທຍ ເພື່ອມາຂາຍຢູ່ລາວ ໃນຂະນະທີ່ ລາຍຮັບ ບໍ່ໄດ້ສູງຂຶ້ນ ຊ່ຳລາຍຈ່າຍ.
ດັ່ງທີ່ທ່ານກ່າວວ່າ:
“ເງິນກີບອ່ອນຄ່າ ມັນກະເລີຍຄູນຂຶ້ນຕາມນັ້ນ. ເຄື່ອງຊື້ມາແຕ່ໄທຍເນາະ ສົມມຸດວ່າ ໂຕລະ 100 (ບາທ) ມາບ້ານເຮົາກະ 60,000 (ກີບ), ສົມມຸດ 100 ປາຍ ມັນກໍຂຶ້ນຕາມນັ້ນລ່ະ. ແມ່ນແຫຼະ, ລາຍຮັບພັດຍາກ ລາຍຮັບມັນກະຊ່ຳເກົ່າ ສ່ວນລາຍຈ່າຍມັນທົບເຄິ່ງ ບາງຢ່າງກະກາຍເຄິ່ງ. ນາທີນີ້ເສຖກິຈ ຢູ່ບ່ອນໃດກະແພງໝົດ.”
ຂະນະທີ່ ນັກຊ່ຽວຊານ ດ້ານການລົງທຶນ ຊາວລາວ ທ່ານນຶ່ງ ກ່າວວ່າ ວິກິດເສຖກິຈລາວ ຍ້ອນບັນຫາເງິນເຟີ້ ແລະໜີ້ສິນສາທາຣະນະ, ສົ່ງຜົລໃຫ້ ການລົງທຶນ ຢູ່ຕລາດຮຸ້ນລາວ ບໍ່ໄດ້ຮັບຜົລຕອບແທນ ທີ່ໜ້າເພິ່ງພໍໃຈ ປານໃດ.
ດັ່ງທີ່ທ່ານ ກ່າວວ່າ:
“ແຕ່ຄືອ້າຍເຫັນຫັ້ນແຫຼະ ຮຸ້ນເນາະມັນຊື້ ມັນກະສູ້ເງິນເຟີ້ບໍ່ໄດ້. 6 ເດືອນເນາະ ປັນຜົລ 50 ກີບຕໍ່ຫຸ້ນ ມັນຊິມີຫຍັງ 100 ກີບກະບໍ່ຮອດ. ຍັງໆ ຍັງຕໍ່ເນື່ອງ ແຕ່ວ່າມັນຂຶ້ນບໍ່ຮ້າຍແຮງຄືກັບຊ່ວງປີຜ່ານມາ. ບາທເປັນກີບບໍ່? 590 ບໍ່ມື້ນີ້ ເຣຕທນາຄານນ່າ, ຕີກົມໆ ໄປເລີຍກໍ 600 ໄປເລີຍ.”
ທ່ານກ່າວຕຶ່ມວ່າ ດ້ວຍສະພາບການເສຖກິຈ ແລະໜີ້ສິນສາທາຣະນະ ຢູ່ລາວໃນປັດຈຸບັນ, ເຮັດໃຫ້ ນັກລົງທຶນຊາວລາວ ຈຳນວນນຶ່ງ ມີຄວາມຕ້ອງການລົງທຶນ ໃນຕລາດຮຸ້ນຕ່າງປະເທດ ໂດຍສະເພາະຕລາດຮຸ້ນໄທຍ, ວຽດນາມ ແລະສະຫະຣັຖອາເມຣິກາ, ແຕ່ວ່າ ການເປີດບັນຊີຮຸ້ນ ຂອງນັກລົງທຶນລາວ ເພື່ອລົງທຶນໃນຕລາດດັ່ງກ່າວ ຍັງບໍ່ສາມາດເຮັດໄດ້, ຍ້ອນຍັງບໍ່ທັນມີນາຍໜ້າ ຫຼື ໂບຣກເກີ ສຳລັບເປີດບັນຊີຮຸ້ນຕ່າງປະເທດ ສຳລັບນັກລົງທຶນຊາວລາວ ໂດຍສະເພາະ. ອີກທັງ ຈຳນວນເງິນທຶນ ຂອງນັກລົງທຶນລາວ ຍັງບໍ່ຫຼາຍພໍປານໃດ ທີ່ຈະໄປແຂ່ງຂັນ ຢູ່ໃນຕລາດຮຸ້ນຕ່າງປະເທດໄດ້.
ທາງດ້ານ ທ່ານ ດຣ. ເຈ່ອັ້ນ ເມນ່ອນ, ນັກເສຖສາດອາວຸໂສ ທີ່ຮັບຜິດຊອບ ໂຄງການ ເສຖກິຈໃນພາກພື້ນ ເອເຊັຽຕາເວັນອອກສຽງໃຕ້ ປະຈຳສະຖາບັນ ຢູຊອຟ ອີຊັກ (Yusof Ishak Institute) ທີ່ປະເທດສິງກະໂປ ກໍໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນເດືອນກັນຍາ ທີ່ຜ່ານມາ ກ່ຽວກັບວິທີການແກ້ໄຂບັນຫາໜີ້ສິນ ສາທາຣະນະ ດັ່ງກ່າວວ່າ:
(ບົດອ່ານ) “ຍັງບໍ່ທັນ ມີວິທີການ ແກ້ໄຂບັນຫາໜີ້ສິນ ທີ່ແທ້ຈິງ ຫຼາຍໄປກວ່າ ການຍົກໜີ້ ໃຫ້ຣັຖບານລາວ. ຣະດັບໜີ້ສິນ ຂອງລາວ ສູງຫຼາຍ ຈົນບໍ່ສາມາດ ຫາສູດການປັບໂຄງສ້າງໜີ້ ທີ່ຈະສາມາດເຮັດໃຫ້ ລາວກັບຄືນສູ່ສະພາບທີ່ເໝາະສົມ. ມັນຈະຕ້ອງມີການຖົກຖຽງ ກ່ຽວກັບການຂໍຫຼຸດໜີ້ສິນ ຫຼືການຍົກໜີ້ສິນ. ແຕ່ບັນຫານັ້ນ ມັນບໍ່ແມ່ນຮູບການຂອງຈີນ ໃນການຍົກໜີ້ໃຫ້ແກ່ລາວ, ຍ້ອນວ່າຈີນ ກໍກຳລັງປະສົບກັບ ຄວາມຍາກລຳບາກ ໃນການປ່ອຍກູ້ ແກ່ບັນດາປະເທດຕ່າງໆ ທີ່ເປັນສ່ວນນຶ່ງ ຂອງໂຄງການ ນຶ່ງແລວ, ນຶ່ງເສັ້ນທາງ.”
ກອງປະຊຸມ “ການປຶກສາຫາລືລະດັບສູງ ກ່ຽວກັບການສ້າງຄວາມເຂັ້ມແຂງ ທາງດ້ານການຄຸ້ມຄອງໜີ້ສິນສາທາຣະນະ ຢູ່ ສປປ ລາວ”. ຈັດໂດຍ ທນາຄານພັທນາເອເຊັຽ ຫຼື ADB ຮ່ວມກັບ ກະຊວງການເງິນ ຂອງລາວ ໃນລະວ່າງວັນທີ 4-5 ຕຸລາ 2023 ຢູ່ນະຄອນຫຼວງວຽງຈັນ. ໂດຍມີຈຸດປະສົງ ເພື່ອແນ່ໃສ່ປຶກສາຫາລື ກ່ຽວກັບ ການເຊື່ອມໂຍງ ລະວ່າງ ໜີ້ສິນສາທາຣະນະ ແລະ ງົບປະມານ, ການເງິນ ແລະ ນະໂຍບາຍການເງິນ, ຊຶ່ງແນ່ໃສ່ຊ່ອຍປັບປຸງ ວິທີການຄຸ້ມຄອງ ໜີ້ສິນສາທາຣະນະ ໃຫ້ເຂັ້ມແຂງຮອບດ້ານ.
ໃນປີ 2022, ໜີ້ສິນສາທາຣະນະ ພາຍນອກທັງໝົດ ຂອງລາວ ມີປະມານ 10 ຕື້ໂດລ້າຣ໌ສະຫະຣັຖ, ກວມ 3 ສ່ວນ 4 ຂອງໜີ້ສິນສາທາຣະນະ ແລະ ການຄ້ຳປະກັນຂອງຣັຖທັງໝົດ. ເຮັດໃຫ້ຣັຖບານລາວ ບໍ່ມີຄວາມສາມາດ ໃນການຊຳຣະໜີ້ສິນດັ່ງກ່າວໄດ້ ຍ້ອນການຕົກຕໍ່າ ຂອງຄ່າເງິນກີບ ຢ່າງຮ້າຍແຮງ ເມື່ອທຽບກັບ ເງິນຕຣາຕ່າງປະເທດ. ໂດຍປະເທດເຈົ້າໜີ້ຣາຍໃຫຍ່ທີ່ສຸດຂອງລາວ ແມ່ນປະເທດຈີນ ທີ່ປ່ອຍເງິນກູ້ແກ່ໃນລາວ ໃນໂຄງການພັທນາພື້ນຖານໂຄງຮ່າງ ເປັນຕົ້ນ ທາງດ່ວນລາວ-ຈີນ ແລະທາງຣົຖໄຟ ລາວ-ຈີນ ພາຍໃຕ້ໂຄງການ ນຶ່ງແລວ, ນຶ່ງເສັ້ນທາງ ຂອງຈີນ.