ແຂວງສາຣະວັນ ແຈ້ງການຫ້າມ ບໍຣິການ ສັງວຽນຕີໄກ່
2023.01.24
ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງ ແຂວງສາຣະວັນ ແລະ ປະທານສະມາຄົມກິລາ-ກາຍຍະກັມແຂວງ ສາຣະວັນ ອອກແຈ້ງການເລຂທີ 01/ຈຂ ສາຣະວັນລົງວັນທີ 23 ມົກກະຣາ 2023 ຫ້າມຜູ້ປະກອບການສັງວຽນຕີໄກ່ ໃຫ້ບໍຣິການທົ່ວແຂວງສາຣະວັນ (ທັງທີ່ອະນຸຍາດ ແລະ ບໍ່ອະນຸຍາດ) ເຣີ່ມຈັດຕັ້ງປະຕິບັດແຕ່ວັນທີ 01 ກຸມພາ 2023 ເປັນຕົ້ນໄປ ຂະນະທີ່ຜູ້ປະການສັງວຽນໄກ່ຕີ, ຜູ້ເພາະໄກ່ຕີຂາຍ, ພໍ່ຄ້າແມ່ຄ້າຂາຍເຄື່ອງ ແລະ ຜູ້ຕີໄກ່ ກັງວົນວ່າ ຈະໄດ້ຮັບຜົນກະທົບ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງສາຣະວັນ ກ່າວວ່າ ສາເຫດຫລັກທີ່ອອກແຈ້ງການ ດັ່ງກ່າວ ເພື່ອຢາກໃຫ້ແກ້ໄຂ ບັນຫາພັຍສັງຄົມ ເຊັ່ນບັນຫາການພະນັນເຖື່ອນ ໃນສັງວຽນໄກ່ຕີ, ບັນຫາຢາເສພຕິດ ແລະ ບັນຫາການຕີກັນ ເນື່ອງຈາກສັງວຽນໄກ່ຕີ ເປັນຈຸດລໍ້ແຫລມ ທີ່ຈະເກີດບັນຫານີ້. ຊຶ່ງການຫ້າມຜູ້ປະກອບການ ສັງວຽນໄກ່ຕີ ໃຫ້ບໍຣິການນີ້ໃນເບື້ອງຕົ້ນ ຈະໂຈະແບບບໍ່ມີກຳນົດ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງສາຣະວັນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 24 ມົກຣາ ນີ້ວ່າ:
“ຜ່ານມາມັນມີການອະນຸຍາດແດ່ ບໍ່ອະນຸຍາດແດ່ເນາະ ອະນຸຍາດໃຫ້ເຄື່ອນໄຫວຫັ້ນນ່າ ແຕ່ວ່າປີນີ້ກອງປະຊຸມແຂວງ ໃຫ້ໂຈະການເຄື່ອນໄຫວໃນປີ 2023 ນີ້ເປັນຕົ້ນໄປກໍໂຈະບໍ່ມີກຳນົດ ເພາະວ່າມັນຕິດພັນກັນກັບເຣື່ອງປະກົດການຫຍໍ້ທໍ້ ເວົ້າເຣື່ອງການພະນັກກ່ຽວພັນຫັ້ນແຫລະ ເວົ້າເຣື່ອງກ່ຽວກັບຢາເສພຕິດເຣື່ອງເທາະເລາະ ວິວາດ ກໍແນ່ນອນແຫລະເນາະ ມັນກໍເພິ່ນກໍຈຳກັດຢູ່ແລ້ວ ບ່ອນໃດມັນຊິເປັນໜໍ່ແໜງ ເຮົາກໍບໍ່ໃຫ້ມັນເກີດຫັ້ນນ່າ ຕັດໄຟແຕ່ຕົ້ນລົມໄວ້.”
ທາງດ້ານຜູ້ປະກອບການສັງວຽນໄກ່ຕີ ໃນເມືອງວາປີແຂວງສາຣະວັນ ນາງນຶ່ງກ່າວວ່າ ເມືອງວາປີບໍ່ມີບັນຫາພັຍສັງຄົມ ເຊັ່ນ ການພະນັນເຖື່ອນ, ຢາເສພຕິດ ແລະ ການຕີກັນແບບໃຫຍ່ໂຕ ໃນຂອບເຂດສັງວຽນໄກ່ຕີ ແຕ່ຢ່າງໃດ ແຕ່ອາຈມີຢູ່ເມືອງອື່ນ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ພິຈາຣະນາເຣື່ອງການຫ້າມ ໃຫ້ບໍຣິການສັງວຽນໄກ່ຕີ ທົ່ວແຂວງສາຣະວັນຕື່ມ ຍ້ອນສ່ວນໃຫຍ່ໃນເຂດທ້ອງຖິ່ນນັ້ນໆ ການຕີໄກ່ຖືວ່າເປັນກິລາພື້ນເມືອງ ແລະ ເປັນວິຖີຊີວິດ ຂອງຊາວບ້ານ.
ດັ່ງຜູ້ປະກອບການສັງວຽນໄກ່ຕີ ເມືອງວາປີ ແຂວງສາຣະວັນ ກ່າວໃນມື້ດຽວກັນນີ້ວ່າ:
“ແບບວ່າມັນບໍ່ເຖິງຂຶ້ນກັບໄປຕີໄກ່ມາແລ້ວ ກໍມາຜິດມາເລວກັນຫັ້ນນ່າ ມັນກໍບໍ່ເດ້ລະເພາະວ່າ ມັນກໍມີກົດລະບຽບນ່າ ກໍຕີກັນທັມມະດາກໍບໍ່ແມ່ນຊິຕີກັນໃຫຍ່ໂຕ ມະໂຫລານ ກໍມັນບໍ່ໄດ້ເຂົ້າຂ່າຍແບບ ບ່ອນໃຫຍ່ໂຕຫັ້ນນ່າພໍຊິມີຄົນຄຸມ ຫລືວ່າມີອີ່ຫຍັງແບບອະລັງການ ແນວນັ້ນ ແນວນີ້ຫັ້ນຕິ ແບບທັມມະດາສໍ່າບ້ານນອກ ບ້ານນາເຮົາຫັ້ນນ່າ ຜູ້ໃດມີໄກ່ກໍໄປຕີກັນ.”
ຍານາງກ່າວຕື່ມວ່າ ຖ້າພາກສ່ວນທີ່ກ່ຽວຂ້ອງ ຢາກແກ້ໄຂບັນຫາພັຍສັງຄົມ ຈະຕ້ອງແກ້ເປັນຈຸດທີ່ມີບັນຫາ ບໍ່ຢາກໃຫ້ຕີລາຄາທົ່ວແຂວງ ຍ້ອນຜູ້ປະກອບການສັງວຽນໄກ່ຕີ ກໍໄດ້ລົງທຶນສ້າງສັງວຽນໄກ່ຕີ ໄປຫລາຍແລ້ວ.
ຜູ້ປະກອບການ ສັງວຽນໄກ່ຕີ ຢູ່ນະຄອນຫລວງວຽງຈັນ ກໍໄດ້ເຫັນແຈ້ງການ ຂອງຮອງເຈົ້າແຂວງ ສາຣະວັນ ຫ້າມຜູ້ປະກອບການສັງວຽນໄກ່ຕີ ໃຫ້ບໍຣິການໃນທົ່ວແຂວງສາຣະວັນແລ້ວ ແລະຮູ້ສຶກເຫັນໃຈຍ້ອນຈະເຮັດໃຫ້ຜູ້ປະກອບການ ສັງວຽນ ພາຍໃນແຂວງສາຣະວັນ ບໍ່ມີຣາຍໄດ້ ທັງທີ່ລົງທຶນສ້າງສັງວຽນໄກ່ຕີໄປແລ້ວ ອີກທັງພໍ່ຄ້າແມ່ຄ້າທີ່ຂາຍເຄື່ອງ ໃຫ້ຜູ້ທີ່ມາຮັບຊົມການຕີໄກ່ ຫລື ຜູ້ຕີໄກ່ບໍ່ມີລາຍໄດ້ບໍ່ມີອາຊີພນຳດ້ວຍ.
ດັ່ງຜູ້ປະກອບການ ສັງວຽນໄກ່ຕີ ຢູ່ນະຄອນຫລວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:
“ຜູ້ປະກອບການສັງວຽນໄກ່ນີ້ ຖ້າວ່າເປັນສັງວຽນນ້ອຍນີ້ ມັນຈະບໍ່ເປັນຫຍັງຄັນສັງວຽນໃຫຍ່ນີ້ ເຂົາລົງທຶນຫລາຍເຂົາກໍ່ສ້າງຂຶ້ນມາ ເປັນໂຮງເຮືອນໃຫຍ່ເນາະ ເຂົາກໍມີຜົນກະທົບຈະລົງທຶນ ໃສ່ກັບເປັນເຮືອນເປັນໂຮງເຮືອນເນາະ ຫລື ວ່າເປັນສັງວຽນຫັ້ນນ່າເນາະ ເຂົາກໍເຮັດບ່ອນຝາກຣົຖເຮັດບ່ອນຂາຍຂອງກິນ ຂາຍເຝີຂາຍເຂົ້າປຽກ ຂາຍອາຫານການກິນ ເວລາລູກຄ້າເຂົາມີຕີໄກ່ ເຂົາມາເບິ່ງເຂົາຫີວເຂົ້າ ແລ້ວເຂົາກໍຊື້ກີນເນາະ ແລ້ວຄົນເຂົາບໍ່ໄດ້ຂາຍເຄື່ອງ.”
ສ່ວນຜູ້ເພາະພັນໄກ່ຕີຂາຍ ຢູ່ເມືອງຄົງເຊໂດນ ແຂວງສາຣະວັນ ທ່ານນຶ່ງກ່າວວ່າ ໂຕເອງໄດ້ເຫັນແຈ້ງການຂອງ ຮອງເຈົ້າແຂວງ ແຂວງສາຣະວັນແລ້ວ ແລະ ຮູ້ສຶກວ່າຫາກແຈ້ງການມີຜົນບັງຄັບໃຊ້ ຜູ້ເພາະພັນ ໄກຕີ ຂາຍນັບແຕ່ວັນທີ 01 ກຸມພາ 2023 ເປັນຕົ້ນໄປແທ້ ຈະເຮັດໃຫ້ຜູ້ເພາະພັນໄກ່ຕີຂາຍ ໄດ້ຮັບຜົນກະທົບແນ່ນອນ ໂດຍສະເພາະລາຄາໄກ່ຕີ ຈະຫລຸດລົງເນື່ອງຈາກ ບໍ່ມີຜູ້ຢາກຊື້ໄກ່ໄປຕີ ຍ້ອນບໍ່ມີສັງວຽນໄກ່ຕີ ເອື້ອອຳນວຍຄວາມສະດວກ ດ້ານສະຖານທີ່ ແລະ ສຳລັບໂຕເອງການເພາະພັນໄກ່ຕີຂາຍ ຖືເປັນຄວາມພາກພູມໃຈ ທີ່ເຮັດໃຫ້ຄອບຄົວມີລາຍໄດ້ ໃຊ້ຈ່າຍພາຍໃນຄອບຄົວ ຈຶ່ງຢາກໃຫ້ມີສັງວຽນໄກ່ຕີ ພາຍໃນແຂວງສາຣະວັນຕໍ່ໄປ.
ດັ່ງຜູ້ເພາະພັນໄກ່ຕີ ຂາຍຢູ່ເມືອງຄົງເຊໂດນ ແຂວງສາຣະວັນກ່າວໃນມື້ດຽວກັນນີ້ວ່າ:
“ຈາກນີ້ໄປແມ່ນຂາດທຶນແນ່ນອນ ສົມມຸດໄກ່ແມ່ສາວແມ່ນ 5 ແສນ 6 ແສນຂ້ອຍຊິໄດ້ຂາຍໂຕນຶ່ງ 50 ພັນ ຫາ 70 ພັນ ຜູ້ຢາກຊື້ໄປຜລິດຕໍ່ມັນກໍບໍ່ຢາກມີ ເພາະມັນບໍ່ມີບ່ອນຕີວ່າ ຊັ້ນສະເຮົາຜູ້ເພາະໄກ່ອອກໄປ ເຮົາກໍຢາກໃຫ້ມີຜູ້ຊື້ຂອງເຮົາແພງ ພໍໄດ້ເງິນມາບໍ່ໄດ້ເອົາມາໃຊ້ ແຕ່ໄກ່ດອກເຮົາກໍເອົາມາໃຊ້ນຳຄອບຄົວ ເຮົາຂ້ອຍພູມໃຈເງິນນ່າ ຂ້ອຍບໍ່ໄດ້ເອົາມາໃຊ້ຜູ້ດຽວເອື້ອຍນ້ອງຂ້ອຍ ພໍ່ແມ່ຂ້ອຍ ຂ້ອຍໄດ້ໃຫ້ໝົດ.”
ທ່ານກ່າວຕື່ມວ່າ ສ່ວນຜູ້ຕີໄກ່ພາຍໃນ ແຂວງສາຣະວັນ ຈະໄດ້ຮັບຜົນກະທົບຢ່າງແນ່ນອນ ຄືບໍ່ມີບ່ອນຕີໄກ່ຕ້ອງຍ້າຍບ່ອນຕີໄກ່ ໄປແຂວງອື່ນທີ່ເປັນແຂວງ ອະນຸຍາດໃຫ້ເປີດສັງວຽນໄກ່ຕີໄດ້ ຫລື ຜູ້ຕີໄກ່ຈຳເປັນຕ້ອງຍ້າຍບ່ອນຕີໄກ່ ໄປບ່ອນອື່ນພາຍໃນແຂວງສາຣະວັນ ແຕ່ກໍຕ້ອງຈ່າຍຄ່າຈ້າງຜູ້ເຝົ້າທາງ ເພື່ອປ້ອງກັນ ເຈົ້າໜ້າທີ່ຕຳຣວດມາໄລ່ຈັບ, ອີກທັງຜູ້ຕີໄກ່ສະມັກຫລິ້ນ ຫລື ຜູ້ຕີໄກ່ທີ່ຍັງມີໄກ່ຕີ ບໍ່ເກັ່ງຈຳນວນນຶ່ງ ຈະບໍ່ມີສັງວຽນໄກ່ຕີ ຂະໜາດນ້ອຍເພື່ອຝຶກໄກ່ ໃຫ້ມີປະສົບການໄປສູ້ກັບໄກ່ ໃນສັງວຽນຂະໜາດໃຫຍ່ໄດ້.
ນອກຈາກນີ້ ຮອງເຈົ້າແຂວງສາຣະວັນ ໄດ້ມອບໃຫ້ເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ກ່າວຕັກເຕືອນ, ເຮັດບົດບັນທຶກສຶກສາອົບຮົມ ຜູ້ກ່ຽວທັງບຸກຄົນ ແລະ ນິຕິບຸກຄົນ ຫາກຍັງຝ່າຝືນ ແມ່ນໃຫ້ດຳເນີນການປັບໃໝ ແລະ ປະຕິບັດຕາມລະບຽບ ຢ່າງເຂັ້ມງວດອີງຕາມແຈ້ງການ ຂອງແຂວງສາຣະວັນ.