ເຣື້ອງທີ່ເກັບບັນທຶກໄວ້
2023-03-06
ໂຮງງານຫຼາຍແຫ່ງ ພາຍໃນເຂດເສຖກິຈ ພິເສດ ນະຄອນຫລວງວຽງຈັນ ຕ້ອງການຄົນງານລາວ ຈຳນວນຫຼາຍ ແຕ່ຄົນງານລາວ ບໍ່ຄ່ອຍໃຫ້ຄວາມສົນໃຈ ຍ້ອນວ່າ ເງິນບໍ່ສູງ ເມື່ອທຽບໃສ່ ການໄປເຮັດວຽກ ຢູ່ປະເທດໄທຍ ຫຼື ປະເທດເກົາຫລີໃຕ້ ເຊິ່ງທາງການລາວ ຍັງຫາທາງອອກ ເຣື່ອງເງິນເດືອນ ໜ້ອຍນີ້ ບໍ່ໄດ້ເທື່ອ.
2023-03-06
ຈໍານວນຜູ້ໂດຍສານ ຣົຖໄຟ ລາວ-ຈີນ ໜາແໜ້າຂຶ້ນ ໃນແຕ່ລະມື້ ແຕ່ການຈອງ ແລະຊື້ປີ້ ຍັງມີຄວາມຫຍຸ້ງຍາກ ເຊິ່ງບໍ່ພຽງພໍ ຕໍ່ຄວາມຕ້ອງການ ຂອງຜູ້ໂດຍສານ ໃນຂະນະທີ່ ແອັບພລິເຄຊັ້ນ ຈອງປີ້ຣົຖໄຟ ຍັງໃຊ້ການບໍ່ໄດ້ເທື່ອ.
2023-03-04
ກຸ່ມຜູ້ນຳຜະເດັດການ ທະຫານພະມ້າ ຕັດສິນ ລົງໂທດປະຊາຊົນ ຜູ້ປະທ້ວງໃນເດືອນກຸມພາ, ເດືອນດຽວປີນີ້ ເກືອບຮອດ 2,400 ຄົນ ຫຼາຍກວ່າ ສອງເທົ່າ ຫລັງຈາກຣັຖປະຫານ.
2023-03-03
ເກີດເຫດ ໄຟໄໝ້ເຮືອນ ເສັຽຫາຍທັງໝົດ 17 ຫຼັງ ຢູ່ບ້ານສະໝິງ ເມືອງປະທຸມພອນ ແຂວງຈຳປາສັກ ຊັບສິນ ເສຍຫາຍຫຼາຍກວ່າ 10 ຕື້ກີບ ສ່ວນວ່າ ທາງການ ແລະບຸກຄົນຕ່າງໆ ລົງໃຫ້ການຊ່ວຍເຫຼືອ ສ່ວນຜູ້ທີ່ຖືກໄຟໄໝ້ເຮືອນ ພັກອາສັຍ ຢູ່ສາລາວັດ ແລະໂຮງຮຽນຊົ່ວຄາວ.
2023-03-03
ປະທານມວຍລາວ ຖແລງຂ່າວເຂົ້າຂ້າງ ກຸນຂະແມ ທີ່ຈະບັນຈຸ ໃນກິລາຊີເກມທີ່ກັມພູຊາ ໃນເດືອນພຶສພາປີນີ້, ຕໍ່ຄໍາຖແລງດັ່ງກ່າວ ສົ່ງຜົນໃຫ້ຄົນງານລາວ ໃນໄທຍ ນັກມວຍລາວໃນໄທຍ ແລະ ນັກທ່ອງທ່ຽວຊາວໄທຍ ຈຳນວນຫລາຍ ໄດ້ປະກາດຍົກເລີກ ແຜນມາທ່ຽວລາວ ເພື່ອຕອບໂຕ້.
2023-03-03
ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງການພັນທະມິຕ ເພື່ອ ປະຊາທິປະໄຕ ໃນລາວ ທີ່ມີສູນກາງຢູ່ປະເທດ ເຢັຍຣະມັນ ເປັນ 1 ໃນສະຕຣີ 8 ທ່ານຈາກທົ່ວໂລກ ທີ່ໄດ້ຮັບຣາງວັນຢູໂຣບ ສໍາລັບຜູ້ນໍາສະຕຣີສາກົນ ປະຈໍາປີ 2023 ຍ້ອນມີຜົລງານ ອັນດີເດັ່ນໃນການເຄື່ອນໄຫວ ເພື່ອສິດທິມະນຸສ.
2023-03-03
ຄະດີເຈ້ທິບເດັ່ນກວ່າໝູ່ ຍ້ອນວ່າ ມີຜູ້ເສັຽຫາຍຫຼາຍຄົນ, ກົມຕຳຣວດເສຖກິຈ ກະຊວງປ້ອງກັນຄວາມສງົບ ໄດ້ສລຸບວຽກງານ ວິຊາສະເພາະ ໃນວັນທີ 23 ກຸມພາ ວ່າ ຄະດີ ນາງ ພອນທິບ ຫຼື ເຈ້ທິບ ກັບ ພັກພວກອີກ 8 ຄົນ ຮ່ວມກັນສໍ້ໂກງຊັບພົນລະເຮືອນ ເຊິ່ງມີຜູ້ເສັຽຫາຍປະມານ 1,500 ຄົນ.
2023-03-03
ປະຊາຊົນ ຢູ່ເມືອງໄຊເສດຖາ ຜູ້ທີ່ເສັຍດິນ ໃຫ້ໂຄງການຂົນສົ່ງ ໂລຈິສຕິກ ຮຽກຮ້ອງໃຫ້ສະມາຊິກສະພາ ຊ່່ອຍຫາງທາງແກ້ໄຂບັນຫາ ໃຫ້ໄດ້ຄ່າຊົດເຊີຍທີ່ດິນ ຍ້ອນລໍຖ້າມາເປັນເວລາດົນແລ້ວ ແຕ່ບໍ່ໄດ້ ຂະນະທີ່ປະຊາຊົນ ບາງຄົນຮູ້ສຶກທໍ້ໃຈ ເນື່ອງຈາກ ບໍ່ເຫັນຄວາມຄືບໜ້າ ເຣື່ອງຄ່າຊົດເຊີຍ ດັ່ງກ່າວ.
2023-03-02
ປະຊາຊົນ 62% ຢູ່ເຂດຊົນນະບົດ ປະສົບກັບການ ຂາດແຄນອາຫານ ຍ້ອນເສຖກິຈລາວ ຢູ່ໃນໄລຍະຂາລົງ, ເງິນກີບເຟີ້ເປັນປວັດການ ສິ່ງເຫຼົ່ານີ້ ເຮັດໃຫ້ລາຄາສິນຄ້ານັບມື້ແພງຂຶ້ນ ໂດຍບໍ່ຮູ້ວ່າຈະລົງມື້ໃດ, ຜົນຜລິດ, ເຄືອງອຸປະໂພກ ແລະ ເຄື່ອງບໍຣິໂພກ ສ່ວນໃຫຍ່ ນຳເຂົ້າຈາກຕ່າງປະເທດ.
2023-03-02
ໃນໄລຍະ 1-2 ສັປດາທີ່ຜ່ານມານີ້ ໄກ່ລາດ ຈໍານວນຫຼາຍ ແລະໄກ່ທີ່ລ້ຽງໃນຟາມ ຈໍານວນນຶ່ງ ພາຍໃນເມືອງ ແລະແຂວງຕ່າງໆ ຂອງປະເທດລາວ ຄ່ອຍໆເຫງົາຕາຍ ດ້ວຍພຍາດຕາຍຫ່າ ໂດຍສະເພາະ ທາງພາກເໜືອ ເນື່ອງຈາກອາກາດຂ້ອນຂ້າງໜາວ.
2023-03-02
ກໍາພູຊາ ຈະສົ່ງນັກໂທດລາວ ຄົນກັບຄືນປະເທດ ກ່ອນປີໃໝ່ລາວນີ້ ໃນນັ້ນມີນັກໂທດຄະດີ ຢາເສບຕິດ 73 ຄົນ, ຄະດີຂົ່ມຂືນຊຳເລົາ 2 ຄົນ ເຊິ່ງນັກວິຊາການ ບາງທ່ານ ເຫັນວ່າ ເປັນເຣື່ອງທີ່ນາຍົກ ກັມພູຊາ ຄິດເພື່ອໄລຍະຍາວ ຫາກຝ່າຍຕໍ່ຕ້ານ ຣັຖບານກັມພູຊາ ຖືກຈັບຢູ່ລາວ ທາງການລາວ ກໍຈະສົ່ງໃຫ້ກັມພູຊາງ່າຍຂຶ້ນ.
2023-03-02
ຫຼາຍໂຄງການລົງທຶນ ດ້ານພະລັງງານ ແລະ ບໍ່ແຮ່ ຢູ່ແຂວງເຊກອງ ແລະອັດຕະປື ບໍ່ໄດ້ຊ່ອຍພັທນາເສຖກິຈ-ສັງຄົມຢູ່ 2 ແຂວງນີ້ເທົ່າທີ່ຄວນ, ປະຊາຊົນຍັງທຸກຍາກ, ບໍ່ມີລາຍໄດ້ ແລະບໍ່ມີອາຊີບ ທີ່ໝັ້ນຄົງ ເຊິ່ງຕ່າງຈາກທີ່ ກ່ອນໂຄງການຈະເຂົ້າໄປ ໄດ້ອ້າງວ່າ ຈະຊ່ວຍສ້າງອາຊີບ ແລະ ພັທນາເສຖກິຈ-ສັງຄົມ ໃຫ້ຊາວບ້ານ.
2023-03-02
ເດັກນ້ອຍ ຈາກແຂວງຫຼວງນໍ້າທາ ຈໍານວນ 3 ຄົນ ເຊິ່ງຢູ່ເມືອງສິງ 2 ຄົນ ແລະຢູ່ເມືອງລອງ 1 ຄົນ ຖືກຂະບວນການຄ້າມະນຸສ ຕົວະໄປເຮັດວຽກຕອບແຊັດ ຢູ່ກາສິໂນ ໂກໄຊ ໃນເມືອງເມັຽວະດີ ປະເທດພະມ້າ ໄດ້ຖືກປ່ອຍໂຕອອກມາຮອດບ້ານແລ້ວ ພາຍຫຼັງທີ່ ຍາດພີ່ນ້ອງ ໄດ້ຈ່າຍເງິນຄ່າໄຖ່.
2023-03-01
ຄວາມບໍ່ໂປ່ງໃສ ໃນການເປິດຈຳໝ່າຍ ພັນທະບັດ ຂອງທະນາຄານແຫ່ງນຶ່ງ ຢູ່ແຂວງສວັນນະເຂດ ເພາະຜູ້ຈອງຄີວຄົນທີ່ 1 ກັບບໍ່ສາມາດຊື້ໄດ້, ເຈົ້າໜ້າທີ່ທະນາຄານແຫ່ງນີ້ ອ້າງວ່າ ພັນທະບັດໝົດ ຂະນະທີ່ ຜູ້ເຂົ້າຄີວລໍຖ້າຊື້ ຄາໃຈວ່າ ມື້ທຳອິດ, ຜູ້ລໍຄີວຄົນທຳອິດ ພັນທະບັດ ຄືຂາຍໝົດກ່ອນ.
2023-03-01
ມາຮອດປັດຈຸບັນ ຄອບຄົວຂອງທ້າວ ອາລຸນ ພົມມະລາດ ຫຼື ມີຊື່ຫຼິ້ນວ່າ “ຈ່ອຍ” ອາຍຸ ຊາວບ້ານ ບ້ານດອນສູງ ເມືອງສນາມໄຊ ແຂວງອັດຕະປື ທີ່ຖືກຈັບ ຢູ່ປະເທດມາເລເຊັຽ ຕັ້ງແຕ່ວັນທີ 8 ເດືອນ ມິຖຸນາ ປີ 2021 ຍັງບໍ່ທັນໄດ້ຮູ້ຂ່າວຄວາມຄືບໜ້າ ຂອງລາວເທື່ອ ວ່າເປັນຕາຍຮ້າຍດີ.