ຈ່າຍເງິນໄຖ່ເດັກນ້ອຍ ເຫຍື່ອຄ້າມະນຸສ ຂ້າມຊາຕ 3 ຄົນ ກັບບ້ານ
2023.03.02

ລູກ-ຫຼານ ຂອງຊາວແຂວງຫຼວງນໍ້າທາ ຈໍານວນ 3 ຄົນ ໃນນັ້ນ ຢູ່ເມືອງສິງ 2 ຄົນ ແລະຢູ່ເມືອງລອງ 1 ຄົນ ໂດຍທັງໝົດ ຖືກຕົວະໄປຄ້າມະນຸສ ເຮັດວຽກຕອບແຊັດ ຢູ່ກາສິໂນ ໂກໄຊ ໃນເມືອງເມັຽວະດີ ປະເທດພະມ້າ ແຕ່ເດືອນສິງຫາ ປີ 2022 ທີ່ຜ່ານມານັ້ນ ມາຮອດວັນທີ 1 ມິນາ 2023 ພວກເຂົາເຈົ້າ ຖືກທາງການໄທຍ ຊ່ອຍສົ່ງກັບມາລາວແລ້ວ ຜ່ານຈຸດຜ່ານແດນຖາວອນ ຊ່ອງເມັກ ດ່ານຕໍາຣວດກວດຄົນເຂົ້າ ແຂວງອຸບົນຣາຊນີ ປະເທດໄທຍ ຫຼັງຈາກທີ່ພໍ່ແມ່ຜູ້ປົກຄອງ ຄອງຄອຍທາງການໄທຍ ສົ່ງລູກ-ຫຼານເຂົາເຈົ້າດົນກວ່າ 2 ເດືອນ.
ຂະນະທີ່ ກ່ອນໜ້ານີ້ ປະມານເດືອນທັນວາ 2022 ທີ່ຜ່ານມາ ພໍ່ແມ່ຜູ້ປົກຄອງ ໄດ້ໂອນເງິນຜູ້ລະ ຫຼັກແສນບາທ ລະຫວ່າງ 200,000-300,000 ບາທ ໃຫ້ກາສິໂນ ໂກໄຊ ເພື່ອໄຖ່ໂຕລູກ-ຫຼານ ຂອງພວກເຂົາເຈົ້າ ອອກຈາກສະພາບ ການຖືກທໍຣະມານຮ່າງກາຍ ດ້ວຍການໃຊ້ໄຟຟ້າຊ໋ອດ, ເອົາເຊືອກຟາດ, ທຸບຕີ, ໃຫ້ອົດເຂົ້າອົດນໍ້າ ແລະກໍຂັງໄວ້ໃນຫ້ອງ ຍ້ອນລູກ-ຫຼານ ເຮັດວຽກຕອບແຊັດ ຕົວະລູກຄ້າໃຫ້ໂອນເງິນມາລົງທຶນບໍ່ໄດ້ຕາມເປົ້າໝາຍ ໂດຍພະນັກງານກາສິໂນ ໂກໄຊ ທີ່ສົ່ງໂຕລູກ-ຫຼານ ຊາວແຂວງຫຼວງນໍ້າທາ ທັງໝົດ 3 ຄົນ ແມ່ນໄດ້ຂີ່ເຮືອຂ້າມແມ່ນໍ້າເມີຍ ຈາກເມືອງເມັຽວະດີ ປະເທດພະມ້າ ມາເມືອງ ແມ່ສອດ ແຂວງຕາກ ປະເທດໄທຍ ແລ້ວເຈົ້າໜ້າທີ່ຕໍາຣວດກວດຄົນເຂົ້າເມືອງ ປະເທດໄທຍ ກໍຊ່ອຍເດັກນ້ອຍດັ່ງກ່າວໄວ້ ຍ້ອນພໍ່ແມ່ຜູ້ປົກຄອງ ໄດ້ແລ່ນເອກກະສານຫາເຈົ້າໜ້າທີ່ຕໍາຣວດໄທຍ ວ່າ ລູກ-ຫຼານຂອງພວກເຂົາເຈົ້າ ຕົກເປັນເຫຍື່ອຄ້າມະນຸສ.
ໂດຍສະພາບຮ່າງກາຍ ຂອງລູກ-ຫຼານ ທີ່ກັບມາຮອດລາວ ຈາກຄົນຕຸ້ຍ ກໍກາຍເປັນຄົນຈ່ອຍ ແລະຍັງພົບຮ່ອງຮອຍ ການຖືກທໍຣະມານຮ່າງກາຍນໍາດ້ວຍ, ອີງຕາມຄວາມເວົ້າ ຂອງພໍ່ແມ່ຜູ້ປົກຄອງ ທີ່ລູກ-ຫຼານ ໄດ້ກັບມາຮອດລາວ ໃນວັນທີ 1 ມິນາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 2 ມິນາ ນີ້ວ່າ:
“ລູກຊາຍນີ້ມາຮອດແລ້ວ ມາຮອດມື້ວັນນີ້ນ່າ ໂອ້ ແຂງແຮງກໍບໍ່ປານໃດແລ້ວ ໂອ້ ເພິ່ນຈ່ອຍຫຼາຍ ຕອນຢູ່ນໍາພໍ່ນີ້ ເພິ່ນຍັງຕຸ້ຍຢູ່ ແຕ່ກັບມາ ເພິ່ນຈ່ອຍຫຼາຍແລ້ວ ພວກຄ້າມະນຸສນີ້ແຫຼະ ເພິ່ນຫຼອກເອົາເມືອຫັ້ນນ່າ ກ່ອນຊິລົງໂທດຫັ້ນ ເພິ່ນເຮັດວຽກບໍ່ໄດ້ ຫາເງິນໃຫ້ເຂົາເຈົ້າບໍ່ໄດ້ ມື້ນຶ່ງ 5,000 ບາທຫັ້ນນ່າ ເອົາໄປຂັງ ແລ້ວກໍທໍຣະມານຫັ້ນແຫຼະ ໄຟຊ໋ອດ ຕີ ແລ້ວກະບໍ່ໃຫ້ກິນເຂົ້າ ກິນໍ້າຫັ້ນແຫຼະ ຢູ່ກາສິໂນ ໂກໄຊ ຢູ່ບ້ານນໍ້າແລ່ງວ່າຊັ້ນຕິ ບ່ອນກາສິໂນ ລູກອ້າຍໄປເຮັດວຽກຫັ້ນນ່າ.”
ກ່ອນໜ້າທີ່ລູກຈະຕົກເປັນເຫຍື່ອຄ້າມະນຸສ ຢູ່ກາສິໂນ ໂກໄຊ ໃນເມືອງເມັຽວະດີ ປະເທດພະມ້າ ນັ້ນ ໄດ້ຖືກໝູ່ທີ່ຮູ້ຈັກກັນ ໃນເຂດບ້ານໃກ້ຄຽງ ຢູ່ເມືອງສິງ ແຂວງຫຼວງນໍ້າທາ ໂທຣະສັບມາລົມວ່າ ມີວຽກຕໍາແໜ່ງຄົນງານ ໃນໂຮງງານອຸດສາຫະກັມໃຫ້ເຮັດ ເງິນເດືອນສູງ 10 ລ້ານກີບ ຢູ່ເຂດເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃຫ້ໄປລໍຖ້າຢູ່ແຄມຂອງ ເມືອງຕົ້ນເຜິ້ງ ຈະມີຣົຖຕູ້ມາຮັບໄປເຮັດວຽກ ແຕ່ເມື່ອລູກໄປຮອດແຄມຂອງເມືອງຕົ້ນເຜິ້ງ ພັດຖືກພະນັກງານຂອງກາສິໂນ ໂກໄຊ ຂົ່ມຂູ່ ໃຫ້ຂີ່ເຮືອລ່ອງຕາມນໍ້າຂອງ ຈາກແຄມຂອງເມືອງຕົ້ນເຜິ້ງ ໄປແຄມຂອງປະເທດພະມ້າ ແລ້ວຈາກນັ້ນ ກໍຂຶ້ນຣົຖຕູ້ທີ່ຕິດເຈັ້ຍມືດ ບໍ່ເຫັນແຄມທາງ ຖ້າລູກບໍ່ຂຶ້ນຣົຖຕູ້ ບໍ່ຂຶ້ນເຮືອ ຈະຖືກຕີ ຖືກຂ້າ ຈຶ່ງເຮັດໃຫ້ລູກຂຶ້ນເຮືອ ແລະຂຶ້ນຣົຖຕູ້ ໄປຮອດກາສິໂນ ໂກໄຊ ເມືອງເມັຽວະດີ ປະເທດພະມ້າ ແລະມາຮູ້ໂຕວ່າ ໝູ່ທີ່ຕົວະໃຫ້ໄປເຮັດວຽກ ພັດເຮັດວຽກຕົວະເອົາຄົນລາວ ມາເຮັດວຽກເປັນພະນັກງານຕອບແຊັດ ຢູ່ກາສິໂນ ໂກໄຊ ໝູ່ບໍ່ໄດ້ເຮັດວຽກ ຢູ່ໂຮງງານອຸດສາຫະກັມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ດັ່ງພໍ່ແມ່ຜູ້ປົກຄອງ ທີ່ລູກຕົກເປັນເຫຍື່ອຄ້າມະນຸສ ຢູ່ກາສິໂນ ໂກໄຊ ໃນເມືອງເມັຽວະດີ ປະເທດພະມ້າ ຜູ້ດຽວກັບຂ້າງເທິງ ກ່າວຕື່ມວ່າ:
“ເພິ່ນກະຕົວະເມືອວ່າ ຊິໄປເຮັດວຽກ ວ່າໄປຮັບຈ້າງເຮັດວຽກທັມມະດານີ້ແຫຼະ ບາດໄປຮອດແຄມຂອງແລ້ວ ມັນບໍ່ແມ່ນແນວນັ້ນໂອ້ ມັນປ່ຽນໄປ ບາດນີ້ ມັນຖືກເຂົາບັງຄັບ ໂອ້ ມີເຂົາເຈົ້າມາຮັບເອົາຢູ່ຫັ້ນ ຖ້າວ່າ ບໍ່ເມືອເພິ່ນຊິຂ້າຖິ້ມ ຈະຕີແນວນັ້ນແນວນີ້ຫັ້ນນ່າ ລູກຊາຍຫັ້ນກໍເວົ້າວ່າ ບໍ່ຊ່າງເຫັນຫຍັງ ເພາະວ່າ ເຂົາໃສ່ເຈັ້ຍມືດ 100% ເລີຍຫັ້ນນ່າ.”
ນອກຈາກນີ້ ຍັງເຫຼືອ ລູກ-ຫຼານຂອງຊາວແຂວງຫຼວງນໍ້າທາ ທີ່ຍັງລໍຖ້າການຊ່ອຍເຫຼືອ ຈາກທາງການລາວ ແລະທາງການພະມ້າ ຢູ່ກາສິໂນ ໂກໄຊ ເມືອງເມັຽວະດີ ປະເທດພະມ້າ ອີກປະມານ 30 ປາຍຄົນ ໃນນັ້ນ ເປັນລູກ-ຫຼານ ຂອງຊາວແຂວງບໍ່ແກ້ວ 2 ຄົນ ໂດຍສ່ວນຫຼາຍ ພໍ່ແມ່ຜູ້ປົກຄອງ ຂອງພວກເຂົາເຈົ້າ ກໍຕິດຕໍ່ບໍ່ໄດ້ ດົນກວ່າ 2 ເດືອນແລ້ວ ແຕ່ພໍ່ແມ່ຜູ້ປົກຄອງ ທີ່ລູກຍັງຖືກຄ້າມະນຸສ ຢູ່ກາສິໂນ ໂກໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ລູກຂອງໂຕເອງ ເຮັດວຽກຕອບແຊັດ ໂດຍວິທີການຕົວະຄົນໂອນເງິນມາລົງທຶນໄດ້ ແລະໄດ້ກິນເປີເຊັນ ຈຶ່ງເຮັດໃຫ້ຫົວໜ້າ ກາສິໂນ ໂກໄຊ ບໍ່ອະນຸຍາດໃຫ້ກັບລາວ ເຖິງແມ່ນວ່າ ພໍ່ແມ່ຜູ້ປົກຄອງ ພ້ອມທີ່ຈະເອົາເງິນໄປໄຖ່ໂຕລູກ ກັບຄືນມາປະເທດກໍຕາມ, ດັ່ງພໍ່ແມ່ຜູ້ປົກຄອງ ທີ່ລູກຍັງຖືກຄ້າມະນຸສ ຢູ່ກາສິໂນ ໂກໄຊ ໃນເມືອງເມັຽວະດີ ປະເທດພະມ້າ ກ່າວໃນມື້ດຽວກັນນີ້ວ່າ:
“ກໍວ່າຢາກໃຫ້ຂໍຄວາມຊ່ອຍເຫຼືອ ຢາກໃຫ້ຊ່ອຍແດ່ ທາງພາກຣັຖຂັ້ນເທິງ ບໍ່ຊ່ວຍນີ້ ເຮົານີ້ ບໍ່ມີຄວາມສາມາດເອົາລູກອອກມາໄດ້ແລ້ວ ເຮົາສຸດແນວແລ້ວ ຈັກຊິເຮັດແນວໃດ ລູກຊາຍ ສົມມຸດວ່າ ເຮັດບໍ່ໄດ້ ເອົາໄປບັງຄັບ ຈັບຂັງໄວ້ ບໍ່ໃຫ້ກິນເຂົ້າກິນນໍ້າ ແລ້ວໃຫ້ພໍ່ແມ່ໂອນເງິນມາໃຫ້ ແລ້ວກໍປ່ອຍອອກດີ ລູກກໍບໍ່ໂທມາວ່າ ພໍ່ໂອນເງິນແນວນີ້ ແນວນັ້ນເດີ້ ກໍບໍ່ໂອນໃຫ້ ລາວກໍເຮັດໄດ້ ລາວກໍໄດ້ກິນເປີເຊັນຫັ້ນດອກ.”
ພໍ່ແມ່ຜູ້ປົກຄອງ ທີ່ລູກຍັງຖືກຄ້າມະນຸສ ຢູ່ກາສິໂນ ໂກໄຊ ໃນເມືອງເມັຽວະດີ ປະເທດພະມ້າ ຜູ້ດຽວກັບຂ້າງເທິງ ກ່າວຕື່ມວ່າ ກ່ອນໜ້າທີ່ລູກ ຈະຕົກເປັນເຫຍື່ອຄ້າມະນຸສ ຢູ່ກາສິໂນ ໂກໄຊ ໃນເມືອງເມັຽວະດີ ປະເທດພະມ້າ ລູກໄດ້ໂທມາບອກພໍ່ວ່າ ລູກຈະໄປເຮັດວຽກເປັນພະນັກງານຂົນເຄື່ອງ ຢູ່ບໍຣິສັດຂົນສົ່ງ ທີ່ກາສິໂນ ຄິງສ໌ໂຣມັນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍ້ອນໄດ້ເງິນເດືອນສູງ 5 ລ້ານກີບຕໍ່ເດືອນ ບໍ່ຄືພະນັກງານຂົນເຄື່ອງ ຢູ່ແຂວງຫຼວງນໍ້າທາ ໄດ້ເງິນເດືອນພຽງແຕ່ ເດືອນລະ 1 ລ້ານ 7 ແສນກີບ ຕາມຄໍາຕົວະຍົວະ ຂອງໝູ່ທີ່ຮູ້ຈັກໃນເຂດບ້ານໃກ້ຄຽງ ສົນທະນາກັບລູກຢູ່ເຟສບຸຄ໌ ແຕ່ເມື່ອລູກໄປຮອດກາສິໂນ ຄິງສ໌ໂຣມັນ ພັດຖືກຄົນລາວ ຜູ້ເຊິ່ງອ້າງໂຕເປັນຫົວໜ້າບໍຣິສັດຂົນສົ່ງ ປະຈໍາກາສິໂນ ຄິງສ໌ໂຣມັນ ຕົວະລ້ຽງເບັຍ ແລະລ້ຽງເຂົ້າ ໂຕກັບໝູ່ ເມືອງຫຼວງນໍ້າທາ ບ້ານອື່ນ ອີກ 1 ຄົນ ຈາກນັ້ນ ໂຕເອງແລະໝູ່ ກໍຖືກວາງຢານອນຫຼັບ ບາດຮູ້ສຶກໂຕ ກະຢູ່ເທິງບ່ອນນອນ ຂອງບ່ອນກາສິໂນ ໂກໄຊ ແລ້ວ ແລະຫາກໍຮູ້ວ່າ ໝູ່ທີ່ຕົວະມາເຮັດວຽກ ແມ່ນເປັນພະນັກງານຕອບແຊັດ ທີ່ຕົວະມາກ່ອນໜ້ານີ້ ໃນຮູບແບບທີ່ຄ້າຍກັນ ແລະບໍ່ຮູ້ໂຕເລີຍວ່າ ລູກນັ້ນ ຂີ່ເຮືອ ຂີ່ຣົຖ ຫຼືເດີນທາງຈາກລາວ ມາພະມ້າໄດ້ແນວໃດ ແລະບໍ່ຮູ້ວ່າ ມີຜູ້ໂດຍສານ ຮ່ວມການເດີນທາງນໍາຈໍານວນຈັກຄົນ:
“ລູກຊາຍຫັ້ນກໍໄປນໍາເຂົາ ໄປກັກໂຕ ຢູ່ບໍ່ແກ້ວມື້ນຶ່ງນີ້ນ່າ ລູກຊາຍຖາມ ກໍຖ່າຍຮູບສົ່ງມາ ຢູ່ຮ້ານອາຫານຫັ້ນແຫຼະ ແລ້ວວ່າ ຫົວໜ້າລ້ຽງເຂົ້າລ້ຽງເບັຍ ຢູ່ບໍ່ຢູ່ ລູກກໍມິດໄປ ມື້ຄືນກໍບໍ່ໄດ້ລົມ ແລ້ວຮຸ່ງມາ ຕອນ 2-3 ໂມງຫັ້ນ ແລ້ວມາເບິ່ງໂທຣະສັບ ລູກຊາຍແຊັດມາວ່າ ໂອ້ຍ ພໍ່ເອີ່ຍ ດຽວນີ້ ລູກຕົກຢູ່ພະມ້າແລ້ວ ເຂົາລັກເອົາລູກມາພີ້ແລ້ວ ໃຫ້ແມ່ຮູ້ ເຂົາວາງຢາໃສ່ ມື້ວານລູກກິນເຫຼົ້າ.”
ນອກຈາກນີ້ ປະມານເດືອນທັນວາ ປີ 2022 ລູກ-ຫຼານ ຂອງຊາວແຂວງຫຼວງນໍ້າທາ ຈໍານວນທັງໝົດ 11 ຄົນ ຢູ່ໃນການເບິ່ງແຍງຂອງເຈົ້າໜ້າທີ່ໄທຍ ເມືອງແມ່ສອດ ໂດຍພໍ່ແມ່ຜູ້ປົກຄອງ ເສັຍເງິນໃຫ້ທາງການໄທຍ ເພື່ອດໍາເນີນເອກກະສານ ສົ່ງໂຕລູກ-ຫຼານ ຂອງພວກຂະເຈົ້າກັບປະເທດລາວ ຜູ້ລະປະມານ 5,000 ບາທ ພາຍຫຼັງພໍ່ແມ່ຜູ້ປົກຄອງ ໂອນເງິນໄຖ່ໂຕໃຫ້ກາສິໂນ ໂກໄຊ ແລ້ວພະນັກງານ ກາສິໂນ ໂກໄຊ ກໍຂີ່ເຮືອຂ້າມແມ່ນໍ້າເມີຍ ຈາກເມືອງເມັຽວະດີ ປະເທດພະມ້າ ມາສົ່ງລູກ-ຫຼານ ຂອງພວກຂະເຈົ້າ ທີ່ເມືອງແມ່ສອດ ແຂວງຕາກ ປະເທດໄທຍ ແລະມາຮອດມື້ນີ້ ຍັງເຫຼືອລູກ-ຫຼານ ຂອງຊາວແຂວງຫຼວງນໍ້າທາ ຍັງຢູ່ໃນການເບິ່ງແຍງຂອງເຈົ້າໜ້າທີ່ໄທຍ ເມືອງແມ່ສອດ ອີກ 3 ຄົນ ແລະລໍຖ້າທາງການໄທຍ ສົ່ງກັບມາລາວ, ອີງຕາມຄວາມເວົ້າ ຂອງພໍ່ແມ່ຜູ້ປົກຄອງ ທີ່ລູກກັບມາຮອດລາວ ຜູ້ດຽວກັບຂ້າງເທິງ ກ່າວມ້ວນທ້າຍ.