ຄາດວ່າ ເດັກນ້ອຍລາວ ເຫຍື່ອຄ້າມະນຸສ ໃນພະມ້າ 16 ຄົນ ຈະໄດ້ກັບປະເທດລາວ ໄວໆນີ້

ສຸພັດຕາ
2023.10.26
ຄາດວ່າ ເດັກນ້ອຍລາວ ເຫຍື່ອຄ້າມະນຸສ ໃນພະມ້າ 16 ຄົນ ຈະໄດ້ກັບປະເທດລາວ ໄວໆນີ້ ສະຖານີຕໍາຣວດ (ຕມ) ເມືອງເມັຽວະດີ ປະເທດພະມ້າ ທີ່ເດັກນ້ອຍລາວ 16 ຄົນ ຖືກຂັງຢູ່ໃນຫັ້ນ.
RFA Burmese Service

ກ່ຽວກັບກໍຣະນີ ເຣື່ອງເຍົາວະຊົນລາວ 16 ຄົນ ໃນນີ້ ມີເພດຍິງ 8 ຄົນ ແລະເພດຊາຍ 8 ຄົນ ມີອາຍຸ ລະຫວ່າງ 17-30 ປີ ທີ່ຖືກກຸ່ມແກ໊ງຄ້າມະນຸສ ທີ່ເປັນຄົນລາວ ຕົວະຍົວະ ວ່າ ຈະພາໄປເຮັດວຽກຕອບແຊັດ ຢູ່ກາສິໂນ ໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແຕ່ສຸດທ້າຍແລ້ວ ພັດພາໄປຂາຍຕໍ່ ໃຫ້ໄປເຮັດວຽກຕອບແຊັດ ຢູ່ກາສິໂນໂກຊາຍ ຂອງຈີນ ທີ່ເມືອງເມັຽວະດີ ຣັຖກະຢິ່ນ ຫຼື ຣັຖກະຫຣ່ຽງ ປະເທດພະມ້າ ຕັ້ງແຕ່ເດືອນກັນຍາ ປີ 2022, ຕາມເຫັນຣາຍຊື່ 16 ຄົນດັ່ງກ່າວນີ້ ແມ່ນໄປຈາກ ແຂວງຫຼວງນໍ້າທາ, ແຂວງ ຫຼວງພຣະບາງ, ແຂວງບໍ່ແກ້ວ, ແຂວງສວັນນະເຂດ ແລະນະຄອນຫຼວງວຽງຈັນ ເຊິ່ງພວກຂະເຈົ້າ ຖືກປ່ອຍໂຕ ອອກມາຈາກໂຮງກາຊິໂນໂກຊາຍ ຂອງຈີນ ນັ້ນ, ຕັ້ງແຕ່ວັນທີ 29 ເດືອນສິງຫາ 2023 ທີ່ຜ່ານມາ ແຕ່ຍັງປັດຈຸບັນ ຍັງຖືກກັກຂັງຢູ່ທີ່ ສະຖານີຕໍາຣວດ ຕມ ເມືອງເມັຽວະດີ ປະເທດພະມ້າ ຢູ່ ແລະຈະໄດ້ຮູ້ຂ່າວ ເຣື່ອງການເດີນກັບປະເທດລາວ ໃນມໍ່ໆນີ້, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ສະຖານທູດລາວ ປະຈໍາປະເທດພະມ້າ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 23 ຕຸລາ 2023 ວ່າ:

ພໍດີ ພະມ້າ ຂະເຈົ້າສົ່ງ ໂນສ ມາຫາເນາະ ຂະເຈົ້າຢາກສົ່ງອອກຫັ້ນແຫຼະ ແລະບາດນີ້ ຍັງຄ່າໃຊ້ຈ່າຍ ຄ່າປີ້ຍົນເນາະ ເຮົາຊິໄດ້ຣາຍງານເມືອບ້ານພຸ້ນ ຄ່າໃຊ້ຈ່າຍປີ້ຍົນ ແລະກັບເອກກະສານຢັ້ງຢືນ ໃຫ້ຂະເຈົ້າອອກ ສະຖານທູດຊິໄດ້ອອກໃຫ້ ລະກະຍັງຊິໄດ້ຣາຍງານເມືອບ້ານກ່ອນ ຂະເຈົ້າຢາກໃຫ້ (ພະມ້າ) ໃຫ້ລາວນີ້ຊ່ອຍ ຄ່າໃຊ້ຈ່າຍ ຄ່າປີ້ຍົນເບາະ ແມ່ນຫຍັງນີ້ແຫຼະ ເຈົ້າແມ່ນແຫຼະໆ ພະມ້າເຂົາຢາກໃຫ້ອອກໄວ ເພາະວ່າເກືອບ 2 ເດືອນລະເດ້.”

ເຈົ້າໜ້າທີ່ທ່ານນີ້ ຍັງບອກໃຫ້ຮູ້ວ່າ ທາງການພະມ້າ ຢາກສົ່ງວັຍໜຸ່ມລາວ ຈໍານວນດັ່ງກ່າວ ກັບປະເທດລາວ ຜ່ານທາງໃດ ແລະມີຄ່າໃຊ້ຈ່າຍ ປະມານທໍ່ໃດ ນໍາດ້ວຍ:

ຢ່າງກຸ້ງ ແມ່ນແຫຼະຂະເຈົ້າ ຢາກໃຫ້ຂີ່ຍົນເມືອ 280-300 ປະມານນັ້ນແຫຼະ ໂດລ້າຣໃດ໋ ແຕ່ບໍ່ຮູ້ວ່າ ທາງພະມ້າ ເຂົາຊິເອົາຫຍັງອີກ ເພາະວ່າ ມື້ກ່ອນເອົາ 8 ຄົນເມືອ ກະໄລ່ຄ່າຢູ່ເກີນ ຜູ້ນຶ່ງ 3 ໂດລ້າຣ໌ ຄ່າໃຊ້ຈ່າຍເນາະ ມັນແພງແດ່ ເຮົາກະຢາກໃຫ້ມັນຖືກເບາະ ໄປທາງຊາຍແດນບໍ ແມ່ນຫຍັງຫັ້ນນ່າ ໄປທາງແຖວພຸ້ນມັນຊິງ່າຍກ່ອນບໍ ໂຕນີ້ເມັຽວະດີກັບ ຣັຖສານ ກະໄກກັນເຕີບ ຍາກການໄປ-ການມາ ນີ້ແຫຼະ.”

ເວົ້າເຖິງເຣື່ອງຄ່າປີ້ເຮືອບິນ ໃນກໍຣະນີຜ່ານໆມາ ທີ່ເດີນທາງກັບປະເທດລາວນີ້ ທາງຄອບຄົວຂອງຜູ້ກ່ຽວ ແມ່ນໄດ້ອອກຄ່າໃຊ້ຈ່າຍເອງ, ດັ່ງເຈົ້າໜ້າທີ່ ສະຖານທູດ ທ່ານດຽວກັນນີ້ ກ່າວວ່າ:

ບໍ່ ບໍ່ໄດ້ອອກຈາກເທື່ອ ມີແຕ່ຄອບຄົວອອກ ເພາະວ່າ ໂຕນີ້ກະ ທາງສະຖານທູດ ກະຈໍາກັດງົປມານ ຫຼື ງົປມານຈໍາກັດ ແຕ່ວ່າ ມື້ວັນທີ 25 (ຕຸລາ 2023) ກະຊິໄປປະຊຸມ ກັບ NGO ຂອງພະມ້າ ກັບ IOM ຂອງ UN ນ່າ ຊິເວົ້າເຣື່ອງນີ້ແຫຼະ ເປັນ Workshop.

ສໍາລັບວັນເວລາ ທີ່ວັຍໜຸ່ມລາວ ທັງ 16 ຄົນດັ່ງກ່າວນີ້ ຈະໄດ້ກັບເມືອລາວ ເມື່ອໃດນັ້ນ ທ່ານເອງ ກໍເວົ້າວ່າ:

ເຈົ້າມັນກະຂຶ້ນກັບຂັ້ນຕອນ ພວກຂະເຈົ້າຊິເອົາມາ ແຕ່ເມືອງເມັຽວະດີ ພຸ້ນເດ້ເນາະ ເອົາມາແຕ່ເມັຽວະດີ ແລ້ວເຮົາເຮັດເອກກະສານຢັ້ງຢືນ ອອກຈາກເດີ່ນນີ້ນ່າ ເດີນເອກກະສານ ແບບເຮົາຊິວ່າຈັ່ງໃດ ແບບໃບ ລິເຊີກາເຊ້ຫັ້ນນ່າ.”

ທາງດ້ານພໍ່ແມ່ຜູ້ປົກຄອງ ຂອງຄົນລາວ ທີ່ຮູ້ວ່າ ລູກເຕົ້າຈະໄດ້ກັບບ້ານ ໃນມໍ່ໆນີ້ ກໍສຶກດີໃຈ ແລະກໍພ້ອມ ທີ່ຈະອອກຄ່າໃຊ້ຈ່າຍເຣື່ອງການເດີນທາງ ເພື່ອໃຫ້ລູກໄດ້ກັບມາລາວ, ດັ່ງແມ່ ຂອງເດັກນ້ອຍແມ່ຍິງລາວ ໃນແຂວງຫຼວງນໍ້າທາຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ຕຸລາ 2023 ວ່າ:

ເອີ່ ທໍ່ໃດເຮົາກະຊິເສັຍ ຄັນວ່າ ຊິສົ່ງມາໄວຫັ້ນນ່າ ຄ່າປີ້ຍົນບໍ ຄ່າເດີນທາງນ່າ ຄັນວ່າ ສະຖານທູດບໍ່ເສັຍ ທາງພໍ່ແມ່ຜູ້ປົກຄອງນິ່ ຊິເສັຍ ແຕ່ວ່າເຮົາບໍ່ຮູ້ ພໍ່ແມ່ຜູ້ປົກຄອງ ຈໍານວນທີ່ເຂົາຢູ່ບ້ານນອກຫັ້ນດຸ.”

ຜູ້ປົກຄອງຄົນທີ 2 ຢູ່ແຂວງຫຼວງນໍ້າທາ ທີ່ເຫັນຣາຍຊື່ຂອງວັຍໜຸ່ມລາວ ທັງ 16 ຄົນນັ້ນແລ້ວ ກໍໄດ້ປະສານຫາບັນດາຜູ້ປົກຄອງຜູ້ອື່ນໆ ໃຫ້ຮູ້ເຣື່ອງນີ້ນໍາດ້ວຍ:

ຕິດຕໍ່ຫາພໍ່ແມ່ເຂົາເຈົ້າ ແມ່ກະບໍ່ຮູ້ເບີໂທເຂົາເຈົ້າແດ່ ຄັນວ່າເປັນແນວໃດ ຄັນວ່າລູກຍັງຕິດຕໍ່ຫາເຈົ້າໜ້າທີ່ຂະເຈົ້າຍັງໄດ້ ກໍໃຫ້ລູກຕິດຕໍ່ຫາເບິ່ງເດີ້ ເປັນແນວໃດ ເພາະວ່າ ແມ່ກໍລໍຖ້າຢູ່ວ່າ ຊິມີເຈົ້າໜ້າທີ່ທາງໃດໂທຫາ ກະຄືວ່າມິດຈ້ອຍຢູ່ ບໍ່ມີໃຜໂທຫາ ຄືວ່າບໍ່ມີການຄືບໜ້າຫຍັງ ເປັນແນວຄັນວ່າລູກ ຍັງຕິດຕໍ່ຫາຂະເຈົ້າໄດ້ ກະຕິດຕໍ່ຫາເດີ້ ມີການຄືບໜ້າບ່ອນໃດ ແບບໃດ ຫຼືວ່າ ຈັ່ງໃດ ເຂົາຈິອອກມາໄວໆນີ້ບໍ ເປັນແນວໃດ ໃຫ້ລູກລອງຖາມຂະເຈົ້າເບິ່ງ.”

ຂະນະທີ່ ຜູ້ເປັນນ້ອງສາວ ຂອງວັຍໜຸ່ມລາວຜູ້ນຶ່ງ ຢູ່ແຂວງຫຼວງພຣະບາງ ພາຍຫຼັງທີ່ເຫັນວ່າ ມີຣາຍຊື່ອ້າຍຂອງຕົນເອງ ທີ່ໄດ້ອອກມາຈາກກາຊິໂນ ໂກຊາຍນັ້ນແລ້ວ ກໍກ່າວວ່າ:

ອັນນີ້ກະຢາກຖາມວ່າ ຣາຍຊື່ໂຕນັ້ນ ມັນອອກມາແລ້ວເນາະ ກະຢາກຮູ້ວ່າ ມື້ເພິ່ນຊິປ່ອຍຂະເຈົ້າອອກມາບ້ານ ກະຢາກຮູ້ໂຕນີ້ ວ່າເພິ່ນຊິປ່ອຍອອກມາມື້ໃດ ເຮົາກະຕິດຕໍ່ຫາອ້າຍເຮົາ ກະບໍ່ໄດ້ 2-3 ເດືອນແລ້ວຫັ້ນນ່າ ອັນນີ້ ເຮົາກະເປັນຫ່ວງຢູ່ ກິນເຂົ້າກະບໍ່ແຊບ ນອນກະບໍ່ຫຼັບຫັ້ນນ່າ ເພາະວ່າ ແຕ່ກີ້ ຕອນເພິ່ນໄປໃໝ່ ເພິ່ນກະຕິດຕໍ່ຫາທຸກມື້ຢູ່ ວ່າເພິ່ນກິນຢູ່ຈັ່ງຊີ້ໆ ກະຢູ່ສະບາຍຢູ່ ລະບາດນີ້ລະ ມິດຈ້ອຍເລີຍ ເຮົາກະບໍ່ຮູ້ຂ່າວເລີຍ.”

ຜູ້ເປັນນ້ອງສາວຜູ້ນີ້ ຍັງທັງເວົ້າ ທັງໄຫ້ ນໍາເອເຊັຽເສຣີ ເຖິງຄວາມຮູ້ສຶກ ຕອນທີ່ເຫັນຣາຍຊື່ຂອງອ້າຍ ແລະຮູ້ວ່າ ອ້າຍ ຍັງມີຊີວິດຢູ່ ນັ້ນວ່າ:

ໂດຍແມ່ນແລ້ວ ດີໃຈ ດີໃຈກະ ດີໃຈກະບໍ່ຫຼາຍປານໃດ ເພາະວ່າເພິ່ນຍັງບໍ່ມາປະເທດເຮົາຊິນ່າ ກະດີໃຈ ທີ່ເພິ່ນຍັງມີຊີວິດຢູ່ຊັ້ນສາ ເພາະວ່າ ເຫັນເພິ່ນລົງເຟສຫັ້ນນ່າ ເພິ່ນລົງໂທດຂະເຈົ້າໜັກຂນາດ ຈັ່ງໃດກະຂໍໃຫ້ຈຸເອື້ອຍ ປຶກສາຫາລື ຫຼືວ່າ ຄ່າໃຊ້ຈ່າຍບໍ່ພໍ ຈັ່ງຊັ້ນຈັ່ງຊີ້ ກະບອກນ້ອງໄດ້ ນ້ອງກະຊິບອກພໍ່ແມ່ນ້ອງ ບໍ່ເງິນກະຊິຊອກເລາະຢືມນໍາຂະເຈົ້າເອົາ ຄັນຂະເຈົ້າກັບມາບ້ານແທ້ໆຫັ້ນນ່າ.”

ໃນຂະນະດຽວກັນ ສໍາລັບຜູ້ເປັນເອື້ອຍຂອງແມ່ຍິງລາວ ຈາກນະຄອນຫຼວງວຽງຈັນ ກໍກ່າວ ກ່ຽວກັບເຣື່ອງຄ່າໃຊ້ຈ່າຍ ທີ່ນ້ອງສາວຈະໄດ້ກັບມາລາວ ນັ້ນວ່າ:

ຄັນວ່າ ຂະເຈົ້າຕ້ອງໃຫ້ເຮົາຈ່າຍເອງຫັ້ນນ່າ ຫຼືວ່າແນວໃດ ກະຕ້ອງຊິໄດ້ຊອກຄົ້ນຄວ້າ ຊອກຢືມແຫຼະ ຄັນຈໍາເປັນແຫຼະ ວ່າເພິ່ນ ທາງຣັຖບານເພິ່ນບໍ່ຊ່ວຍ.”

ພ້ອມດຽວກັນນີ້ ຜູ້ເປັນອ້າຍ ຂອງແມ່ຍິງລາວ ຈາກນະຄອນຫຼວງວຽງຈັນ ຄົນດຽວກັນນັ້ນ ກໍກ່າວວ່າ ປັດຈຸບັນ ທາງຄອບຄົວ ແມ່ນລໍຖ້າຮັບໂທຣະສັບ ຈາກທາງການທີ່ກ່ຽວຂ້ອງ ຢູ່ທຸກມື້ ເພື່ອວ່າ ຈະມີຜູ້ໃດ ໂທມາແຈ້ງຂ່າວຄືບໜ້າ ຂອງນ້ອງສາວ:

ທາງການລາວນີ້ ຍັງບໍ່ທັນໄດ້ໂທມາ ເຮົາລໍຄອຍຢູ່ ທັງເວັນທັງຄືນ ເພາະວ່າ ຢ້ານເພິ່ນໂທມາ ໂມງໃດ ເວລາໃດ ຖ້າວ່າໂອ້ ມີການໂທມາວ່າ ສົ່ງຂ່າວ ຈັ່ງຊັ້ນຈັ່ງຊີ້ເນາະ ຫຼືວ່າ ໃຫ້ມາພົວພັນ ຢູ່ທາງຫ້ອງການເນາະນັ້ນໆນີ້ໆເນາະ ເຮົາກໍຈະພ້ອມໄປຊີ້ນ່າ ດຽວນີ້ຫັ້ນ ມີແຕ່ເອື້ອຍໂທມາເນາະ ກະໂອ້ຂອບໃຈຫຼາຍໆ ຮູ້ສຶກດີໃຈ ທີ່ຕິດຕາມຫັ້ນນ່າເນາະ ໃນສະຖານະການແນວນີ້ ກະບໍ່ມີບ່ອນທີ່ເພິ່ງຫັ້ນແຫຼະເນາະ ໄດ້ຂ່າວມາແບບນີ້ ກະຮູ້ສຶກດີໃຈ ລໍຖ້າແຕ່ທາງການ ຫຼືວ່າ ການຈັດຕັ້ງ ຫຼືວ່າ ທາງໜ່ວຍງານໃດ ທີ່ມີສ່ວນກ່ຽວຂ້ອງທີ່ຊິໂທມາ ບອກວ່າ ໃຫ້ໄປພົບຢູ່ໃສແບບໃດ ປຶກສາຫາລືກັນແບບໃດ.”

ໃນມື້ວັນທີ 26 ຕຸລາ 2023 ນີ້ ເອເຊັຽເສຣີ ໄດ້ພຍາຍາມຕິດຕໍ່ຫາເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງວຽງຈັນ, ສະຖານທູດລາວ ປະຈໍາພະມ້າ ແລະທ່ານ Phil Robertson ຮອງຜູ້ອໍານວຍການ ອົງການຊິ້ງຊອມດ້ານສິດທິມະນຸສ ປະຈໍາເຂດເອເຊັຍແປຊີຝິກ ເພື່ອຈະຖາມເຣື່ອງຄວາມຄືບໜ້າຕ່າງໆ ກ່ຽວກັບເຣື່ອງວັຍໜຸ່ມລາວ ແລະເດັກນ້ອຍລາວ ທີ່ຍັງຕິດຄ້າງ ຢູ່ເມືອງເມັຍວະດີ ປະເທດພະມ້າ, ແຕ່ບໍ່ສາມາດຕິດຕໍ່ໄດ້.

ກ່ຽວກັບກໍຣະນີ ວັຍໜຸ່ມລາວ 16 ຄົນນີ້ ຫາກມີຄວາມຄືບໜ້າແນວໃດ ແລ້ວວິທຍຸເອເຊັຽເສຣີ ຈະມີຣາຍງານຕື່ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.