ເດັກນ້ອຍລາວອີກ 16 ຖືກຄ້າມະນຸສໄປປະເທດພະມ້າ ຄອງຖ້າການຊ່ວຍເຫຼືອ ຈາກພາກຣັຖ
2023.12.13

ບັນດາພວກພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍ ໃນແຂວງຫຼວງນໍ້າທາ ທີ່ລູກຫຼານຖືກແກ້ງຄ້າມະນຸສ ທີ່ເປັນຄົນລາວ ຕົວະໄປເຮັດວຽກຕອບແຊັດ ຢູ່ໂຮງກາສິໂນໂກຊາຍ ຂອງຈີນ ໃນເມືອງເມັຽວະດີ ປະເທດພະມ້າ ແຕ່ທ້າຍປີ 2022 ທີ່ຜ່ານມາ ແລະຕອນນີ້ ຍັງຕິດຄ້າງ ຢູ່ໂຮງກາສິໂນດັ່ງກ່າວ ຍັງມີ 16 ຄົນ ໃນນີ້ ມີເພດຍິງ 3 ຄົນ ແລະເພດຊາຍ 13 ຄົນ ຊຶ່ງພໍ່ແມ່ຜູ້ປົກຄອງ ກໍໄດ້ພາກັນຮຽກຮ້ອງຂໍການຊ່ອຍເຫຼືອ ນໍາທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ມາກໍໄດ້ປີປາຍແລ້ວ ແຕ່ລູກເຕົ້າ ກໍຍັງບໍ່ທັນໄດ້ຮັບການຊ່ອຍເຫຼືອເທື່ອ.
ດັ່ງຜູ້ປົກຄອງ ຢູ່ແຂວງຫຼວງນໍ້າທາ ຜູ້ທີນຶ່ງ ທີ່ລູກຖືກເຄາະຮ້າຍ ແລະຍັງຕິດຄ້າງຢູ່ກາສິໂນ ດັ່ງກ່າວ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 11 ທັນວາ 2023 ວ່າ:
“ລູກຂອງພວກແມ່ກໍເນາະ ຄອງຖ້າ ຖ້າແລ້ວ ຖ້າອີກເດືອນນີ້ ວ່າເດືອນໜ້າ ເດືອນໜ້າວ່າເດືອນເນີ ມື້ໃດເດ້ ຊິມີເຈົ້າໜ້າທີ່ ມາຊ່ວຍເອົາ ພວກລູກກັບອອກໄປເນາະ ລູກກໍໂທມາຖາມຕລອດ ສົ່ງຂ່າວມາຫາພໍ່ແມ່ ວ່າມີຄວາມຄືບໜ້າ ແນວໃດເດ້ແມ່ເອີ້ຍ ມື້ໃດເດ້ເຈົ້າໜ້າທີ່ເພິ່ນຊິມາຊ່ວຍ ພວກລູກກໍເຮັດງານກໍ ຫາລູກຄ້າກໍບໍ່ມີແລ້ວ ດຽວນີ້ບໍ່ໄດ້ແລ້ວ ມັນບໍ່ຄືເກົ່າ ບໍ່ມີລູກຄ້າແລ້ວ ເຮັດວຽກບໍ່ໄດ້ເພິ່ນກໍລົງໂທດ ຢືນຕາກແດດ ຄັນບໍ່ຢືນຕາກແດດ ເພິ່ນກໍເອົາເຫຼັກຝາດ ເຫຼັກຕີເນາະ ແນວໃດກໍ ລູກຫັ້ນນ່າ ວ່າ ຂໍແມ່ຫັ້ນນ່າ ໄປຂໍຮ້ອງທາງຂັ້ນເທິງເພິ່ນ ແນວໃດກະໃຫ້ເພິ່ນມາຊ່ວຍໄວໆແດ່ເດີ້ ວ່າຊັ້ນ ຕາມລູກເວົ້າຫັ້ນນ່າ.”
ຜູ້ເປັນແມ່ຜູ້ນີ້ ຍັງເວົ້າເຖິງ ການລໍຄອຍລູກກັບມາບ້ານ ທີ່ທໍຣະມານ ນີ້ວ່າ:
“ການລໍຄອຍນີ້ ທໍຣະມານແທ້ເດ້ເນາະ ມື້ໃດຊິເປັນຂ່າວດີ ຄືພວກທີ່ຜ່ານມາເນາະ ພວກທີ່ຜ່ານມາ ກໍຂະເຈົ້າກະໄດ້ອອກ ໄດ້ກັບມາແລ້ວ ຮອດບ້ານຮອດເຮືອນໝົດທຸກຄົນແລ້ວ ຍັງແຕ່ພວກລູກຂອງແມ່ນີ້ແຫຼ້ວ ຍັງຕິດຄ້າງຢູ່ພຸ້ນຫັ້ນນ່າ ເຮັດແນວໃດຊິໄດ້ກັບ ເອົາມົກເອົາໃຈຊ່ວຍກັນແດ່ເດີ້ ທາງພັກຣັຖ ທາງຂັ້ນເທິງທັງຫຼາຍເດີ້ ເຈົ້າໜ້າທີ່ຈີນ ກໍດີ ເຈົ້າໜ້າທີ່ໄທຍ ພະມ້າ ກໍດີເນາະ ຮ່ວມຈິດຮ່ວມໃຈ ຊ່ວຍປະຊາຊົນລາວແດ່ເດີ້ ເອົາລູກເອົາຫຼານລາວ ກັບມາປະເທດລາວໃຫ້ແດ່.”
ໃນຂະນະທີ່ຜູ້ປົກຄອງ ໃນແຂວງຫຼວງນໍ້າທາ ຜູ້ທີ 2 ກໍກ່າວເຖິງການລໍຖ້າ ການຊ່ອຍເຫຼືອ ລູກເຕົ້າ ທີ່ຖືກຄ້າມະນຸສ ໄປປະເທດພະມ້າ ທີ່ດົນນານ ນີ້ວ່າ:
“ກໍຍັງວ່າແຫຼະ ແມ່ກໍຍັງລໍຄອຍ ລໍຖ້າຟັງຂ່າວດີ ຈາກເຈົ້າໜ້າທີ່ເພິ່ນຢູ່ເນາະ ແມ່ນຫຍັງກໍ ໄດ້ປີປາຍ ມານີ້ແລ້ວ ເປັນຫຍັງຄືວ່າ ຊິຊ່ອຍບໍ່ໄດ້ເລີຍບໍ່ ຄົນລາວທີ່ຍັງຕົກຄ້າງ ຢູ່ນັ້ນນ່າ ມີແຕ່ລໍຖ້າ ໃຫ້ທາງກາສິໂນ ເພິ່ນສົ່ງກັບຄືຊຸດແລ້ວຫັ້ນນ່າ. ພວກແມ່ໆກໍຍັງຢາກໄດ້ຍິນຂ່າວດີ ຈາກເຈົ້າໜ້າທີ່ເພິ່ນຢູ່ເນາະ.”
ແຕ່ເຖິງຢ່າງໃດຕາມ ຜູ້ປົກຄອງຜູ້ນີ້ ກໍຍັງຢາກຂໍຮ້ອງ ນໍາທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຕື່ມວ່າ:
“ເປັນຈັ່ງໃດ ກໍຮ້ອງ ໃຫ້ທາງຣັຖບານ ພາກສ່ວນໃດ ທີ່ກ່ຽວຂ້ອງເນາະ ເພິ່ນເລັ່ງຊ່ອຍແດ່ ເປັນຈັ່ງໃດຊ່ອຍບໍ່ໄດ້ເລີຍບໍ ຊິລໍຖ້າແຕ່ໃຫ້ພວກທາງໃນ ຫັ້ນສົ່ງກັບ ຄື 10 ຄົນຫັ້ນ ພວກແມ່ກໍຍັງລໍຖ້າຟັງຂ່າວດີ ຈາກເຈົ້າໜ້າທີ່ ຢູ່ທຸກມື້ທຸກເວັນນ່າ ຈັກຊິເຮັດແນວໃດ.”
ຂະນະດຽວກັນ ຜູ້ປົກຄອງຜູ້ທີ 3 ທີ່ຫາກໍໄດ້ລົມກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ວ່າງອາທິດທີ່ຜ່ານມາ ກ່ຽວກັບການແລ່ນໜັງສື ຂໍການຊ່ອຍເຫຼືອລູກເຕົ້າ ທີ່ຍັງຕິດຄ້າງຢູ່ພະມ້ານັ້ນ ກໍເລົ່າໃຫ້ວິທຍຸ ເອເຊັຽ ເສຣີ ຟັງ ວ່າ:
“ຂໍຮ້ອງໄປທາງໃດກະຄືວ່າ ແນວນີ້ໂອ່ ເປັນຕາຍ ມັນກະຕາຍແລ້ວ ຫຼາຍຂັ້ນຕອນໂພດ ອີ່ແມ່ກະບໍ່ເຂົ້າໃຈເນາະ ມັນມີຫຼາຍຂັ້ນຕອນ ລໍຖ້າ ວ່າແນວນີ້ ແລ່ນທາງນຶ່ງທາງນຶ່ງຢູ່ ລໍຖ້າ ເປັນຕາຍ ມັນກະຕາຍເໝິດແລ້ວເດັກນ້ອຍຫັ້ນນ່າ ອັນແລ່ນໄປ ທາງອິ່ຫຍັງ ແລ່ນໄປທາງສະຖານທູດລາວ ວ່າເອີ່ ໄປສະຖານທູດລາວ ປະຈໍາຢູ່ພະມ້າ ແລ່ນໄປທາງສະຖານທູດໄທຍ ປະຈໍາຢູ່ລາວ ອິຫຍັງກະແລ່ນໄປ ມີແຕ່ວ່າ ໃຫ້ເຮັດຄໍາຮ້ອງ ຂຽນຄໍາຮ້ອງ ຂຽນອີ່ຫຍັງ ວ່າທີ່ຢູ່ ລະກໍເກີດປີໃດໆ ໃຜກໍຍື່ນຫັ່ນນ່າ ບາງເທື່ອກະລົງກຸ່ມມາ ເອີ່ໃຫ້ປະກອບ ແນວນີ້ໆເນີ່ ກະເຮັດຕາມນັ້ນ ເຂົາແນະນໍາໄປແນວໃດ ກະໄດ້ໄປເໝິດ.”
ຜູ້ເປັນແມ່ຜູ້ນີ້ ກ່າວດ້ວຍທໍ້ໃຈ ວ່າ:
“ແມ່ກະບໍ່ຮູ້ແນວຊິພັນລະນາເລີຍນ່າ ຈັກຊິເຮັດແນວໃດ ມືດເໝິດ 4 ດ້ານນີ່ ຈັກຊິເຮັດແນວໃດ ລູກເພິ່ນເນີ່ ແລ່ນໆເນາະ ແລ່ນກໍເໝິດເງິນທໍ່ໃດກໍພໍໃຈ ລູກເພິ່ນເນີ່ ໄດ້ອອກມາ ລູກແມ່ເນີ່ໄດ້ອອກມາ ມີແຕ່ວ່າ ເອີ່ໃຫ້ລົງຂ່າວໄປ ວ່າເຮັດບໍ່ໄດ້ ລະບໍ່ຕ້ອງໃຫ້ເຂົາຕີ ອີ່ສັງກະເຮັດໝົດແລ້ວ.”
ສ່ວນຜູ້ປົກຄອງຜູ້ທີ 4 ທີ່ລູກຍັງຕິດຄ້າງ ຢູ່ພະມ້າເຊັ່ນກັນ ກໍຂໍຝາກຄໍາຂໍຮ້ອງນີ້ ເຖິງທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ນໍາ:
“ແນວໃດກະຂໍຄວາມຊ່ວຍເຫຼືອນໍາເພິ່ນນີ້ແຫຼະ ຢູ່ພຸ້ນເຂົາກະທໍຣະມານ ກະອີ່ດູ ອີ່ຕົນລູກ ຈັກນ່ອຍລູກມາມາຮອດເຮືອນ ກະຊິບໍ່ເປັນຄົນລະຕິ ດຽວນີ້ ລູກເຮົານີ້ ລູກເຮົາກະຍັງນ້ອຍແດ່ ບໍ່ກ້າປາກບໍ່ກ້າເວົ້າ ຄືຊິບໍ່ໄດ້ລູກຄ້າລະຕິ ເພິ່ນຈຶ່ງຕີ ຈຶ່ງທຸບລູກນີ້ນ່າ ແນວໃດອີ່ແມ່ກະຂໍຄວາມຊ່ວຍເຫຼືອ ເປັນຫ່ວງເປັນໄຍ ໃຫ້ລູກເຕົ້າເຮົາອອກມາສາ ແນວໃດກະຂໍນໍາພັກນໍາຣັຖ ຂໍໃຫ້ລູກໄດ້ອອກສາ ລູກເພິ່ນກະອອກເໝິດ ຍັງແຕ່ຈຸລູກເຮົາຍັງຕິດຄ້າງຢູ່ບ່ອນຫັ້ນນີ່.”
ພ້ອມກັນນີ້ ຜູ້ປົກຄອງຜູ້ທີ 5 ກໍເວົ້າເຖິງຄວາມຮູ້ສຶກ ແລະໃຫ້ກໍາລັງໃຈໂຕເອງ ແລະຜູ້ປົກຄອງຄົນອື່ນໆ ທີ່ລູກເຕົ້າຍັງຕິດຄ້າງ ຢູ່ພະມ້າ ນັ້ນວ່າ:
“ຄວາມຮູ້ສຶກຂອງພໍ່ນີ້ກໍ ກະສະແດງຄວາມດີອົກ ດີໃຈເນາະ ນໍາພາກສ່ວນທີ່ວ່າ ເຂົາເຈົ້າໄດ້ປ່ອຍອອກມາ ຕາມຈໍານວນ 16 ຄົນ ຫັ້ນນ່າ ແນວໃດກະທາງພໍ່ທາງແມ່ນີ້ ກະມີຄວາມດີໃຈຫຼາຍ ເຖິງວ່າລູກເຮົາ ຍັງບໍ່ທັນມາກະຕາມ ກະແນ່ນອນ ລູກເຮົາກະຕ້ອງອອກມາຫັ້ນແຫຼະ ບໍ່ແມ່ນມື້ໃດ ກະມື້ໃດ ບໍ່ແມ່ນເດືອນໃດ ກະເດືອນໃດຫັ້ນ ແຕ່ໃຫ້ພວກເຮົາທັງເໝິດພໍ່ແມ່ແຕ່ລະຄົນ ຕ້ອງພ້ອມກັນສູ້ ສູ້ຈົນກວ່າ ຈົນໄດ້ລູກຫຼານເຮົາ ກັບມາບ້ານມາເຮືອນຮອດເຮືອນ ພວກເຮົາກະໄດ້ ຝາກຄວາມຫວັງ ໄວ້ເນື້ອເຊື່ອໃຈ ຕາມບົດບັນທຶກ ສັນຍາຂະເຈົ້າຫັ້ນ 2024 ແຕ່ກະຢາກຂໍໃຫ້ມັນເປັນ ຕາມບົດບັນທຶກ ທາງຈີນເຂົາຫັ້ນແຫຼະ ແນວໃດກະຕ້ອງສູ້ຫັ້ນແຫຼະ.”
ກ່ຽວກັບຄວາມຄືບໜ້າ ເຣື່ອງການຊ່ອຍເຫຼືອເດັກນ້ອຍລາວ 16 ຄົນ ທີ່ຍັງຕິດຄ້າງຢູ່ໃນກາສິໂນໂກຊາຍ ຂອງຈີນ ໃນເມືອງເມັຽວະດີ ປະເທດພະມ້າ ນີ້ ໃນມື້ວັນທີ 13 ເດືອນທັນວາ 2023 ເອເຊັຽເສຣີ ໄດ້ໂທຫາເຈົ້າໜ້າທີ່ ສະຖານທູດລາວ ທີ່ປະຈໍາຢູ່ປະເທດພະມ້າ ແຕ່ບໍ່ສາມາດຕິດຕໍ່ໄດ້ ຈາກນັ້ນ ກໍໄດ້ໂທໄປ ກະຊວງປ້ອງກັນຄວາມສງົບ ຂອງລາວ ແລະເຈົ້າໜ້າທີ່ ຜູ້ຮັບໂທຣະສັບ ກໍແນະນໍາໃຫ້ໂທຫາກົມໃຫຍ່ຕໍາຣວດ ກອງສະກັດກັ້ນ ແລະຕ້ານການຄ້າມະນຸສ ເຊິ່ງເຈົ້າໜ້າທີ່ ຜູ້ຮັບໂທຣະສັບ ໃນຫ້ອງການນີ້ ກໍແນະນໍາວ່າ ໃຫ້ໂທຫາ ເຈົ້າໜ້າທີ່ຜແນກສືບສວນ ເພື່ອສອບຖາມກ່ຽວກັບເຣື່ອງດັ່ງກ່າວ ເພາະເຂົາເຈົ້າ ເປັນຜູ້ປະສານງານ ກັບເຈົ້າໜ້າທີ່ຝ່າຍລາວ ທີ່ປະຈໍາຢູ່ປະເທດພະມ້າ ແຕ່ປະກົດວ່າ ໂທໄປແລ້ວ ບໍ່ສາມາດຕິດຕໍ່ໄດ້.
ໃນມື້ດຽວກັນນີ້ ວິທຍຸ ເອເຊັຽເສຣີ ກໍໄດ້ໂທຫາ ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິ້ງຊອມດ້ານສິດທິມະນຸສ ປະຈໍາເຂດເອເຊັຽແປຊີຝິກ ເພື່ອຈະຖາມກ່ຽວກັບກໍຣະນີ ດັ່ງກ່າວ ກໍປະກົດວ່າ ບໍ່ສາມາດຕິດຕໍ່ໄດ້ ເຊັ່ນກັນ.
ແຕ່ກ່ອນໜ້ານີ້ ຄືເມື່ອວັນທີ 8 ທັນວາ 2023 ທີ່ຜ່ານມາ ທ່ານ Phil Robertson ໄດ້ກ່າວຕໍ່ວິທຍຸ ເອເຊັຽເອເຊັຽເສຣີ ກ່ຽວກັບເຣື່ອງເດັກນ້ອຍລາວ ຈໍານວນ 16 ຄົນ ທີ່ຍັງຕິດຄ້າງ ຢູ່ພະມ້າ ນັ້ນວ່າ:
“ສິ່ງທີ່ສໍາຄັນ ເຮົາກະຕ້ອງພະຍາຍາມ ທີ່ຈະໃຫ້ສະຫະປະຊາຊາຕ ລະກໍອີກກຸ່ມນັ້ນ ມາຊ່ວຍຢູ່ ຊ່ວຍຜັກດັນທາງຣັຖບານລາວ ໃຫ້ຂະເຈົ້າເຮັດວຽກ. ຄວາມຈິງແລ້ວ ຖ້າທາງຣັຖບານລາວ ຕິດຕໍ່ກັບຣັຖບານພະມ້າ ກໍຄວນຈະເອົາອອກມາໄດ້ ເພາະວ່າ ມີຄວາມສໍາພັນທີ່ດີ ລະຫວ່າງ ຣັຖບານລາວ ກັບຣັຖບານພະມ້າ.”
ນອກຈາກນີ້ ວິທຍຸເອເຊັຽເສຣີ ຍັງໄດ້ລົມກັບເດັກນ້ອຍລາວ ທີ່ຍັງຕິດຄ້າງ ຢູ່ກາສິໂນດັ່ງກ່າວ ເຊິ່ງພວກຂະເຈົ້າ ເວົ້າວ່າ ຢາກຂໍໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຊ່ອຍເຫຼືອ ພວກເຂົາເຈົ້າໂດຍໄວ ເນື່ອງຈາກພວກເຂົາເຈົ້າ ລໍຖ້າການຊ່ອຍເຫຼືອ ມາໄດ້ປີປາຍ ເກືອບຈະຮອດ 2 ປີແລ້ວ ແລະຕອນນີ້ ຄົນຈີນ ກໍລົງໂທດ ດ້ວຍການທຸບຕີ, ທໍຣະມານ ແລະເອົາໄປຢືນຕາກແດດ ເປັນເວລາ 2 ຊົ່ວໂມງ ຖ້າຫາກຫາເງິນໃຫ້ເຂົາບໍ່ໄດ້ ຕາມຈໍານວນທີ່ເຂົາຕັ້ງໄວ້.