ເຂດເສຖກິຈ ພິເສດ ນະຄອນຫຼວງວຽງຈັນ ຍັງຂາດຄົນງານລາວ

ໄຊຍາ
2023.03.06
ເຂດເສຖກິຈ ພິເສດ ນະຄອນຫຼວງວຽງຈັນ ຍັງຂາດຄົນງານລາວ ເຂດພັທນາ ກວມລວມ ໄຊເສດຖາ ນະຄອນຫຼວງວຽງຈັນ, ວັນທີ 9 ກັນຍາ ປີ 2023.
RFA

ອີງຕາມການຣາຍງານ ຂອງ ທ່ານ ໄກນະຄອນ ທຳມະວອນ ຮອງຫົວຫນ້າ ກົມຄຸ້ມຄອງເສຖກິຈ ພິເສດນະຄອນຫລວງວຽງຈັນ ຣາຍງານເມື່ອບໍ່ດົນມານີ້ວ່າ ປັດຈຸບັນຫລາຍໂຮງງານ ພາຍໃນເຂດເສຖກິຈ ພິເສດ ນະຄອນຫລວງວຽງຈັນ ຍັງຕ້ອງການຄົນງານລາວ ຈຳນວນຫລາຍ ເຊັ່ນ ບໍຣິສັດ ໂຮຢາລາວຈຳກັດ ທີ່ຜລິດເລນສ໌ກ້ອງ, ເລນສ໌ແວ່ນຕາ, ຈໍ LCD ຍັງຕ້ອງການຄົນງານ ບໍ່ຫລຸດ 2,000 ຄົນ ແລະ ໂຮງງານຕັດຫຍິບ ຕ້ອງການຄົນງານບໍ່ຫລຸດ 1,000 ຄົນເຊັ່ນກັນ.

ຄົນງານລາວ ຫລາຍຄົນບໍ່ຢາກເຂົ້າໄປເຮັດວຽກ ໃນເຂດເສຖກິຈພິເສດ ນະຄອນຫລວງວຽງຈັນ ຍ້ອນວ່າເງິນເດືອນຫນ້ອຍ ບໍ່ເຫມາະສົມກັບຫນ້າວຽກ ທີ່ງານຫນັກ ແລະ ກໍບໍ່ຄຸ້ມກັບຄ່າຄອງຊີບ ໃນປັດຈຸບັນ.

ດັ່ງຄົນງານລາວ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 6 ມີນານີ້ວ່າ:

ມັນກໍຫລາຍຢ່າງ ນຶ່ງມານ່າມັນກໍເວົ້າເຣື່ອງເງິນເດືອນ ມັນບໍ່ເຫມາະສົມ ສອງມາແລ້ວການ ຕລາດຫລາຍໂພດ ພັດເຮັດແລ້ວເງິນເດືອນ ມັນບໍ່ເຫມາະສົມ ກັບຫນ້າວຽກຈັ່ງຊີ້ນ່າ ອີກຢ່າງເສຖກິຈທຸກມື້ນີ້ ມັນເວົ້າເຣື່ອງການໃຊ້ຈ່າຍ ກໍຫລາຍຊື້ບໍ່ພໍກີນ ແບບຊີ້ນ່າ.

ຄົນງານລາວ ອີກທ່ານນຶ່ງກ່າວວ່າ ຫລາຍບໍຣິສັດໃນເຂດເສຖິກຈ ພິເສດນະຄອນຫລວງວຽງຈັນ ເຫັນປະກາດຮັບ ຊຶ່ງເປັນຕຳແຫນ່ງທີ່ທ່ານສົນໃຈ ເຊັ່ນພະນັກງານຫ້ອງການ ແຕ່ພັດໄປສະມັກ ເຂົາເຈົ້າກັບຕ້ອງການ ຄົນທີ່ມີປະສົບການບາງຕຳແຫນ່ງ ກໍຕ້ອງການຄົນມີເທັກນິກ ທາງດ້ານວິຊາການຕ່າງໆ ເຊັ່ນພາສາ ຖ້າຫາກບໍ່ໄດ້ພາສາ ກໍບໍ່ຜ່ານຄຸນນະສົມບັດ.

ສະມັກຕອນນັ້ນ ລາວວ່າສະມັກບໍ່ໄດ້ພາສາໄທຍ ແລ້ວພາສາອັງກິດ ແລ້ວພາສາຈີນ ເຂົາເລີຍບໍ່ຮັບເຂົາວ່າແນວນັ້ນ ບໍ່ເຄີຍເຮັດເລີຍ ຢາກລອງໄປນ່າ ເປັນແນວໃດແທ້ ແຕ່ວ່າບໍ່ຕິດຊ້ຳ.

ບໍຣິສັດ ແຫ່ງນຶ່ງໃນເຂດເສຖກິຈ ພິເສດນະຄອນຫລວງວຽງຈັນ ກ່າວວ່າທາງບໍຣິສັດ ຂາດແຄນຄົນງານຈຳນວນຫລາຍ ທີ່ຜ່ານມາ ທາງບໍຣິສັດ ມີການເປີດຮັບສະມັກ ພະນັກງານຢູ່ຕໍ່ເນື່ອງ ໂດຍປະກາດ ແລະປະຊາສຳພັນ ຜ່ານສື່ສັງຄົມອ໋ອນລາຍນ໌ ຊຶ່ງກໍມີຄົນສະມັກຢູ່ ແຕ່ຕ້ອງມີຄຸນນະສົມບັດ ຕາມເງື່ອນໄຂ ຂອງບໍຣິສັດ ວາງອອກ.

ຂາດຢູ່ຫລາຍ ຄຸນນະສົມບັດ ຕ້ອງກົງຕາມທີີ່ທາງເຮົາປະກາດໄວ້ ເພາະໂຕນີ້ເປັນເງື່ອນໄຂ ທີ່ທາງເພິ່ນວາງອອກມາ ມັນມີຫລາຍຄົນກວດເນາະ ຖ້າວ່າກົງທາງເຮົາ ກໍຕິດຕໍ່ຫາຖ້າວ່າ ບໍ່ກົງທາງເຮົາເກັບເອກະສານໄວ້ກ່ອນ.

ບັນຫາ ທີ່ທາງບໍຣິສັດຕ່າງໆ ພາຍໃນເຂດເສຖກິຈພິເສດ ນະຄອນຫລວງວຽງຈັນ ຍັງຂາດແຄນຄົນງານລາວ ຈຳນວນຫລາຍນີ້ ສາເຫດຫລັກ ຍ້ອນພື້ນຖານເງິນເດືອນຫນ້ອຍ ບໍ່ກຸ້ມຄ່າຄອງຊີບ ໃນປັດຈຸບັນ ແລະເມື່ອຣັຖບານລາວ ປົດລອກທຸກມາຕການ ປ້ອງກັນໂຄວິດ-19 ເປັນປົກກະຕິ ຄົນງານລາວ ຈຶ່ງພາກັນຫລັ່ງໄຫລ ໄປເຮັດວຽກຢູ່ຕ່າງປະເທດ ໂດຍສະເພາະປະເທດໄທຍ ແລະເກົາຫລີໃຕ້ ທີ່ໄດ້ເງິນເດືອນຫລາຍ ເທົ່າທີ່ສາມາດລ້ຽງຊີວິດ ຄອບຄົວ ແລະຕົນເອງໄດ້ ຊຶ່ງເຣື່ອງດັ່ງກ່າວນີ້ ເປັນບັນຫາທີ່ທາງການ ຍັງບໍ່ສາມາດແກ້ໄດ້ ເພາະພື້ນຖານເງີິນເດືອນ ມັນຫນ້ອຍເກີນໄປ.

ດັ່ງເຈົ້າຫນ້າທີ່ ວິຊາການທີ່ກ່ຽວຂ້ອງ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແຫນ່ງໄດ້ກ່າວວ່າ:

ຫົວຫນ່ວຍແຮງງານ ໃນເຂດເສຖກິຈນີ້ນ່າ ເຂົາຂາດແຮງງານພາຍໃນໄດ໋ ຄ່າຄອງຊີບ ພາຍໃນປະເທດເຮົາ ມັນບໍ່ກຸ້ມສະພາບ ທາງດ້ານອັດຕຣາເງິນກີບ ເຮົາເນາະ ມັນອ່ອນຄ່າ ເຮັດໃຫ້ຄົນຫັ້ນໄປເຮັດວຽກ ຢູ່ຕ່າງປະເທດຫລາຍຂຶ້ນ ເພາະວ່າເງິນເດືອນ ມັນຕ່າງກັນຫັ້ນນ່າ ເຮັດຢູ່ບ້ານເຮົາເງິນເດືອນ 2 ລ້ານໄປເຮັດຢູ່ພຸ້ນ 6 ລ້ານ ເຮັດໃຫ້ຄົນຫລັ່ງໄຫລ ໄປເຮັດຢູ່ພຸ້ນຫລາຍ ໂດຍຫລັກແມ່ນໄປໄທຍນີ້ ຫລາຍປັດຈຸບັນນີ້ ຈຳເປັນຕ້ອງໄດ້ນຳໃຊ້ ຈາກຕ່າງປະເທດ.

ທ່ານກ່າວຕື່ມວ່າ ການແກ້ໄຂຂອງທາງການ ກໍມີພຽງແຕ່ຈຳເປັນຕ້ອງ ໄດ້ນຳແຮງງານ ຈາກຕ່າງປະເທດເຂົ້າມາ ເຮັດວຽກ ເນື່ອງຈາກຄົນລາວ ບໍ່ຢາກເຮັດວຽກ ໃນປະເທດ ເພາະເງິນເດືອນຫນ້ອຍ.

ດ້ານເຈົ້າຫນ້າທີ່ທີ່ກ່ຽວຂ້ອງໃນເຂດເສຖກິຈພິເສດນະຄອນຫລວງວຽງຈັນທ່ານນຶ່ງກໍກ່າວວ່າປັດຈຸບັນພາຍໃນໂຮງງານ ໃນເຂດເສຖກິຈພິເສດ ນະຄອນຫລວງວຽງຈັນ ຍັງຂາດແຄນ ຈຳນວນຫລາຍແທ້ ບັນຫານີ້ທາງການ ພະຍາຍາມຈະແກ້ໄຂ ແຕ່ກໍຍັງແກ້ໄຂບໍ່ໄດ້ເທື່ອ ຍ້ອນວ່າເງິນເດືອນພື້ນຖານ ຂັ້ນຕໍ່າ 1,500,000 ກີບຕໍ່ເດືອນ ຫນ້ອຍສຳລັບຄົນງານລາວ ໃນຍຸກທີ່ຄ່າຄອງຊີບສູງ ແຕ່ທາງບໍຣິສັດ ມີສວັດດີການຕ່າງໆ ໃຫ້ຢູ່ເຊັ່ນປະກັນສັງຄົມ, ມີເຂົ້າໃຫ້ກິນ ແລະ ຫໍພັກ ແຕ່ຫລາຍຄົນກໍໍບໍ່ສົນໃຈ ຈຶ່ງພາກັນຫລັ່ງໄຫລ ໄປເຮັດວຽກຢູ່ຕ່າງປະເທດ ເພາະໄດ້ເງິນເດືອນຫລາຍເທົ່າ ກ່ວາຢູ່ລາວ.

ແມ່ນຂາດຫລາຍ ເຂົາຫລັ່ງໄປເຮັດວຽກຢູ່ໄທຍຫມົດ ສ່ວນຫລາຍເພາະວ່າ ບໍ່ຢາກເຂົ້າຢູ່ໃນເຂດເສຖກິຈພິເສດນີ້ນ່າ ເງິນເດືອນມັນໄດຖືກລ້ານຫ້າຫັ້ນນ່າ ເບື້ອງຕົ້ນພື້ນຖານບໍ່ສາມາດທີ່ວ່າ ຈະດຶງດູດເຂົາເຈົ້າໄດ້ແລ້ວຄ່າຄອງຊີບ ອັດຕຣາແລກປ່ຽນເຟີ້ຫັ້ນນ່າ.

ສ່ວນການສົ່ງເສີມ ໃຫ້ຄົນງານລາວ ເຮັດວຽກພາຍໃນປະເທດ ຫລາຍຂຶ້ນນີ້ ທາງການລາວ ກໍມີພຽງແຕ່ຈັດງານຕລາດນັດ ແຮງງານຊຶ່ງສາມາດ ໃຫ້ຄົນລາວ ເລືອກສະມັກງານ ທີ່ຕົນເອງຖະນັດໄດ້ ແລະບັນດາບໍຣິສັດຕ່າງໆ ພາຍໃນປະເທດ ກໍປະກາດຮັບສະມັກງານ ຜ່ານທາງຊ່ອງທາງ ສື່ສັງຄົມອ໋ອນລາຍນ໌ ຫລາຍຂຶ້ນ.

ທີ່ຜ່ານມາ ສູນຝຶກອົບຮົມວິຊາຊີບ ແຫ່ງຕ່າງໆ ກໍບໍ່ມີງົບປະມານພຽງພໍ ທີ່ຈະສົ່ງເສີມໃຫ້ຄົນລາວ ເຂົ້າມາຮຽນໄດ້ສ່ວນໃຫຍ່ ຈະເປັນຄົນທີ່ມີຕົ້ນທຶນເຂົ້າມາຝຶກ ວິຊາຊີບ ແລະເມື່ອມີຄວາມຮູ້ແລ້ວ ຄົນທີ່ມາຝຶືກວິຊາຊີບ ສ່ວນໃຫຍ່ບໍ່ໄດ້ໄປເປັນລູກຈ້າງ ແຕ່ໄປເປີດຮ້ານຂອງຕົນເອງ ເນື່ອງຈາກໄດ້ເງິນຫລາຍ ເປັນອິດສະລະກວ່າ ເປັນພະນັກງານບໍຣິສັດ.

ອີງຕາມການຣາຍງານ ຂອງທ່ານ ໄກນະຄອນ ທຳມະວອນ ຮອງຫົວຫນ້າຄະນະຄຸ້ມຄອງ ເສຖກິຈພິເສດ ນະຄອນຫລວງວຽງຈັນ ວ່າສ້າງວຽກເຮັດງານທຳໄດ້ 6,296 ຄົນໃນນັ້ນ ເປັນຄົນງານລາວ 5,203 ຄົນ. ຄົນງານຕ່າງປະເທດ 1,093 ຄົນ ຊຶ່ງຄົນງານຕ່າງປະເທດນີ້ ແມ່ນເປັນຄົນງານທີ່ີມີເທັກນິກ ດ້ານວິຊາການຕ່າງໆ ຊຶ່ງເຮັດວຽກຢູ່ຕາມບັນດາ ໂຮງຈັກ, ໂຮງງານ ໃນຕຳແຫນ່ງທີ່ຄົນງານລາວ ຍັງບໍ່ມີທັກສະຊຶ່ງໃຫ້ເຂົາເຈົ້າ ເຂ້າມາເຮັດວຽກ ຍ້ອນຈະໄດ້ຝຶກສອນ ຄົນງານລາວ ຈົນກ່ວາຈະມີທັກສະ ຫລື ມີຄວາມສາມາດ ເຮັດວຽກໃນຕຳແຫນ່ງນັ້ນ ຈົນສຳນານງານ ແລະທາງຄະນະຄຸ້ມຄອງ ເຂດເສຖກິຈພິເສດ  ນະຄອນຫລວງວຽງຈັນ ຈະພະຍາຍາມສົ່ງເສີມ ໃຫ້ຄົນງານລາວ ໄດເຂົ້າມາເຮັດວຽກ ຢູ່ໃນຫົວຫນ້າຫນ່ວຍແຮງງານ ພາຍໃນເຂດໃຫ້ບໍ່ຫລຸດ 2,000 ຄົນພາຍໃນປີ 2023 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.