ຜູ້ເສັຽຫາຍ ໃນຄະດີເຈ້ທິບ ຍັງບໍ່ມີຄວາມຄືບໜ້າ
2023.03.03

ທົ່ວປະເທດລາວ ມີຄະດີເກີດຂຶ້ນທັງໝົດປະມານ 1,600 ຄະດີ ທີ່ເກີດຂຶ້ນໃນປີ 2022, ແຕ່ ຄະດີເຈ້ທິບເປັນຄະດີທີ່ເດັ່ນກວ່າໝູ່ ຍ້ອນວ່າ ມີຜູ້ເສັຽຫາຍຫຼາຍຄົນ. ກົມຕຳຣວດເສຖກິຈ ກະຊວງປ້ອງກັນຄວາມສງົບ ໄດ້ສລຸບວຽກງານ ວິຊາສະເພາະ ໃນວັນທີ 23 ກຸມພາ ວ່າ ຄະດີ ນາງ ພອນທິບ ຫຼື ເຈ້ທິບ ກັບ ພັກພວກອີກ 8 ຄົນ ຮ່ວມກັນສໍ້ໂກງຊັບພົນລະເຮືອນ ເຊິ່ງມີຜູ້ເສັຽຫາຍປະມານ 1,500 ຄົນ ມູນຄ່າເສັຽຫາຍປະມານ 200 ຕື້ກີບ, ເງິນບາດເກືອບ 400 ລ້ານກບາທ ແລະ ເງິນໂດລ້າຣ໌ ປະມານ 5 ລ້ານ ໂດລ້າຣ໌.
ຫຼັງຈາກ ເຈ້ທິບຖືກຈັບແລ້ວ ຄະດີກໍມິດງຽບໄປ. ເຈົ້າໜ້າທີ່ບໍ່ມີການແຈ້ງຄວາມ ຄືບໜ້າຫຍັງໃຫ້ປະຊາຊົນຜູ້ເສັຽຫາຍ ໄດ້ຮັບຮູ້ ເຊິ່ງປະຊາຊົນເຫັນວ່າ ການປະຕິບັດກົດໝາຍ ບໍ່ເຄັ່ງຄັດ.
ຜູ້ເສັຍຫາຍ ໃນຄະດີເຈ້ທິບ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 3 ມີນາ ວ່າ:
“ຄືຊິບໍ່ໄດ້ດອກ ມິດງຽບແບບນີ້ນ່າ ພວກເຈົ້າໜ້າທີ່ຫັ້ນ ບໍ່ແຈ້ງໃຫ້ຜູ້ເສັຽຫາຍເລີຍຫັ້ນນ່າວ່າ ຜູ້ກ່ຽວຈະໄດ້ຈຳຄຸກຈັກປີ ແລ້ວກະເງິນທີ່ຢຶດມາ ໄດ້ເດ້ ເຈົ້າຊິແບ່ງຈ່າຍຜູ້ເສັຽຫາຍແນວໃດ ທຸກມື້ນີ້ເຫັນຫຼາຍຄົນຄະດີແບບນີ້ນ່າ ແມ່ຫວຍເກີດຂຶ້ນຕລອດ ແລະ ກໍດັບໄປຕລອດ ເປັນແບບນີ້ກໍຍ້ອນວ່າ ກົດໝາຍເຂົາເຈົ້າບໍ່ເຄັ່ງຄັດຫັ້ນແຫຼະ.”
ຄະດີແມ່ຫວຍທີ່ໂກງເງິນລູກມື ເກີດຂຶ້ນຢູ່ປະເທດລາວ ເປັນປະຈຳ ແລະ ຫຼັງຈາກຈັບແມ່ຫວຍແລ້ວ ລູກມືຈະບໍ່ຄ່ອຍໄດ້ເງິນຄື. ຜູ້ເສັຽຫາຍທ່ານນີ້ ໄດ້ກ່າວຕື່ມອີກວ່າ:
“ສ່ວນຫຼາຍນັກຕົ້ມຕຸນນີ້ນ່າ ຍ້ອນວ່າ ເຂົາເຫັນຄົນທີ່ອັນນ່າ ເປັນແມ່ຫວຍ ຜ່ານມາ ມັນບໍ່ໄດ້ປັນຕາຢ້ານຫຼາຍເດ້ ເຂົາເຈົ້າກໍເລີຍວ່າ ມີຈິດໃຈ ຢາງໂກງ ຄັນວ່າຊັ້ນສາ ແລ້ວເຂົາເຈົ້າປ່ອຍຜູ້ກ່ຽວອອກຈາກຄຸກນ່າ ແລ້ວເງິນບໍ່ມີໃຊ້ແມ່.”
ຜູ້ເສັຽຫາຍ ກໍບໍ່ມີຫວັງທີ່ຈະໄດ້ເງິນຄືນຈາກເຈ້ທິບ ເພາະວ່າ ເຈົ້າໜ້າທີ່ມິດງຽບໄປ ແລະ ເຈົ້າໜ້າທີ່ກໍບໍ່ໄດ້ແຈ້ງຫຍັງເພີ່ມຕື່ມໃຫ້ຜູ້ເສັຍຫາຍໄດ້ຮັບຮູ້.
ຜູ້ເສັຽຫາຍອີກທ່ານນຶ່ງ ໄດ້ກ່າວວ່າ:
“ບໍ່ມີຫວັງແລ້ວ ຈຳເປັນຕ້ອງໄດ້ທຳໃຈ ຈະເຮັດຈັ່ງໃດ ເຮົາບໍ່ຮູ້ນ່າ ເລື່ອງນີ້ນ່າ ບໍ່ຮູ້ວ່າ ເປັນແນວໃດ ງຽບເລີຍ ມັນບໍ່ມີທາງ ດຽວນີ້ພວກແມ່ຫວຍ ເຂົາກໍເຮັດຫຼາຍຢູ່ ມັນກໍຊິຍັງມີແຫຼະ ເພາະບາງເທື່ອນີ້ ຄວາມໂລບຂອງຄົນຫັ້ນແຫຼະ.”
ຄະດີແມ່ຫວຍສໍ້ໂກງລູກຫວຍ ສ່ວນຫຼາຍແລ້ວລູກຫວຍ ຜູ້ທີ່ເສັຽຫາຍຈະບໍ່ໄດ້ເງິນຄືນ ແລະ ເວລາຜ່ານໄປຄະດີດັ່ງກ່າວ ກໍຄ່ອຍມິດງຽບໄປ.
ຊາວລາວທ່ານນຶ່ງ ໄດ້ກ່າວວ່າ:
“ໂອ້ກໍພໍຮູ້ຢູ່ ບໍ່ມີທາງ ເພາະວ່າ ເຈ້ທິບ ຕິດຄຸກແດ່ ໂຕນີ້ມີຫຼາຍຄືກັນແຫຼະ ບໍ່ແມ່ນແຕ່ເຈ້ທິບດອກ ສ່ວນຫຼາຍພວກໂກງຈະເປັນແມ່ຫວຍ.”
ນອກຈາກນີ້ ກໍຍັງມີຄະດີການຢືມເງິນກັບແລ້ວບໍ່ໃຊ້ຄືນ ທີ່ເກີດຂຶ້ນເປັນປະຈຳ ແລະ ສ່ວນຫາຍເຈົ້າໜ້າທີ່ຂັ້ນບ້ານກໍຈະມີການໄກ່ເກັ່ຽກັນ ຖ້າໄກ່ເກັ່ຽກັນບໍ່ໄດ້ ກໍແມ່ນກ້າວໄປສູ່ການຟ້ອງຮ້ອງກັນ.
ເຈົ້າໜ້າທີ່ຂັ້ນບ້ານທ່ານນຶ່ງ ຢູ່ນະຄອນຫລວງວຽງຈັນ ໄດ້ກ່າວວ່າ:
“ໂອ້ມັນກໍມີຫຼາຍແຫຼະເນາະ ມັນກໍມີອົງການໄກ່ເກັ່ຽ ຮ້ອງຟ້ອງກັນແນວໃດ ຕາມກົດໝາຍເຮັດບົດບັນທຶກສັນຍາກັນໄວ້ ກໍມີໃບກູ້ຢືມ ໃບຫຍັງກັນ ບໍ່ໃຫ້ປັບໃໝ ກັນແນວໃດ ຄັນວ່າແກ່ບໍ່ຕົກໄກ່ເກັ່ຽກັນບໍ່ໄດ້ ເຮົາກໍມອບໃຫ້ໄປທາງສານເມືອງເລີຍ.”
ປັດຈຸບັນ ໃນການຢຶມເງິນກັນ ຈະຕ້ອງມີການເຊັນເອກກະສານກັນຢູ່ໃນຂັ້ນບ້ານ ວ່າ ຈະຢືມກັນເທົ່າໃດ ແລະ ຈະຈ່າຍກັນແບບໃດ ແຕ່ ຄະດີເຈ້ທິບ ບໍ່ມີຫຼັກຖານການກູ້ຢືມ ນັ້ນເຮັດໃຫ້ຄະດີແກ້ໄຂຍາກ.
ເຈົ້າໜ້າທີ່ຂັ້ນບ້ານແຂວງສວັນນະເຂດ ທ່ານນຶ່ງ ໄດ້ກ່າວວ່າ:
“ກະເຮັດບົດບັນທຶກກັນ ຖາມກັນກ່ອນ ຕົກລົງກັນວ່າ ເຂົາຈະຈ່າຍແນວໃດ ຫຼື ຈ່າຍເປັນປີບໍ່ ຫຼື ຈ່າຍເປັນເດືອນບໍ່ ເດືອນລະເທົ່າໃດ ມີກໍມີແລ້ວພວກຫາຍໄປເລີຍ ມັນກໍເຮັດຫຍັງບໍ່ໄດ້ແລ້ວແນວນັ້ນ.”
ນອກຈາກນີ້ ຍັງມີບັນຫາການສໍ້ໂກງ ໃນຮູບແບບການຕົວະຍົວະ ເອົາເງິນກັນແລ້ວ ກໍຜູ້ສໍ້ໂກງກໍໜີໄປ ແຕ່ ບັນຫາດັ່ງກ່າວ ບໍ່ປະກົດເປັນຂ່າວ ແລະ ກໍຍັງມີແມ່ຫວຍດຳເນີນການຢູ່ ໃນຂະນະທີ່ເຈົ້າໜ້າທີ່ກ່ຽວຂ້ອງ ກໍບໍ່ມີການປາບປາມກັນຢ່າງຈິງຈັງ.
ທີ່ຜ່ານມາ ກໍມີຄະດີສໍ້ໂກງ ໃຫຍ່ທີ່ເກີດຂຶ້ນເປັນຂ່າວໂດ່ງດັງ ເຊັ່ນ:
- ປີ 2021 ມີການສໍ້ໂກງ ໂດຍກາລະດົມທຶນຮັບຝາກ ຜ່ານແອັບ SHBC ສ້າງຄວາມເສັຽຫາຍຫຼາຍກວ່າ 2 ຕື້ ກີບ.
- ປີ 2020 ແອັບ Gingo ລົງທະບຽນຮັບເປີເຊັນ ການແນະນຳລູກຄ້າ ສ້າງຄວາມເສັຍຫາຍ ຫຼາຍກວ່າ 500 ລ້ານ ກີບ.
- ປີ 2017 ບໍຣິສັດ ພີເອສ ລະດົມຮັບຝາກເງິນ ໂດຍ ໃຫ້ດອກເບັ້ຽ 6 ເປີເຊັນ ຕໍ່ເດືອນ ໄດ້ສ້າງຄວາມເສັຽຫາຍ 900 ຕື້ກີບ.
- ໃນປີ 2017 ບໍຣິສັດ ASEAN Face ຮັບຝາກເງິນ ໂດຍ ໃຫ້ດອກເບັຽ 30 ເປີເຊັນ ຕໍ່ເດືອນ ສ້າງຄວາມເສັຽຫາຍ 16 ລ້ານໂດລ້າຣ໌.
- ໃນປີ 2015, ບໍຣິສັດ ແມ້ກີ້ ຮັບຝາກເງິນ ໂດຍໃຫ້ດອກເບັ້ຽ 6 ເປີເຊັນ ຕໍ່ເດືອນ ສ້າງຄວາມເສັຽຫາຍ 16 ໂດລ້າຣ໌.
ເຖິງຢ່າງໃດກໍຕາມ, ໃນປີ 2023 ນີ້ ກົມຕຳຣວດເສຖກິຈ ມີແຜນການສືບແກ້ໄຂ ປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນຢູ່ໃນທົ່ວປະເທດໃຫ້ໄດ້ 80 ເປີເຊັນ ຂຶ້ນໄປ.