ຫຼາຍຝ່າຍ ຕອບໂຕ້ ປະທານມວຍລາວ ຖແລງເຂົ້າຂ້າງ ກຸນຂະແມ

ໄຊຍາ
2023.03.03
ຫຼາຍຝ່າຍ ຕອບໂຕ້ ປະທານມວຍລາວ ຖແລງເຂົ້າຂ້າງ ກຸນຂະແມ ທ່ານ ສາຍສະຫມອນ ໄຊຍະສອນ ປະທານ ສະຫະພັນມວຍລາວ ແຫ່ງຊາຕ.
ນັກຂ່າວ ພົລເມືອງ

ປະເດັນ ກຸນຂະແມ ຂອງ ກັມພູຊາ ກາຍເປັນປະເດັນ ທີ່ລຸກລາມໄປເຖິງ ຄົນງານລາວ ໃນໄທຍເນື່ອງຈາກ ທ່ານ ສາຍສະຫມອນ ໄຊຍະສອນ ປະທານ ສະຫະພັນມວຍລາວ ແຫ່ງຊາຕ ໄດ້ຖແລງຈະຂໍເຂົ້າຮ່ວມ ແລະສນັບສນູນ ການຈັດກຸນຂະແມ ບັນຈຸເຂົ້າໃນກິລາຊີເກມ ຄັ້ງທີ 32 ທີ່ກັມພູຊາ ເປັນເຈົ້າພາບໃນລະຫວ່າງ ເດືອນພຶສພາ ປີ 2023 ນີ້.

ສຳລັບປະເດັນ ທີ່ກໍໃຫ້ເກີດຄວາມບໍ່ພໍໃຈ ກໍຄື ການຖແລງຂອງປະທານມວຍລາວ ແຫ່ງຊາຕ ທີ່ໄດ້ພາດພິງເຖິງ ສະມາຄົມມວຍໄທຍ ນານາຊາຕ ຫລື IFMA ວ່າເປັນພຽງແຕ່ຜູ້ຈັດການ ແຂ່ງຂັນເທົ່ານັ້ນ ບໍ່ມີສິດແບນຊາຕທີ່ເຂົ້າຮ່ວມ ກຸນຂະແມ.

ດັ່ງບາງຕອນ ຂອງປະທານມວຍລາວ ແຫ່ງຊາຕ ໄດ້ຖແລງເມື່ອວັນທີ 14 ກຸມພາ 2023 ທີຜ່ານມາວ່າ:

ໃນຂົງເຂດຊີເກມສ໌ Southeast Asia ນີ້ານ່າ ເນັ້ນຫນັກໂດຍສະເພາະ ແມ່ນເວົ້າເຖິງກິລາພື້ນບ້ານ ກິລາສາກົນທີ່ເວົ້າໆ ສ່ວນຫລາຍກາແມ່ນວ່າ ຕາມໂອລິມປິກ ກໍມີແຕ່ກິລາແລ່ນ ແລະ ລານ ແລະລອຍນໍ້າສ່ວນອື່ນ ແລະເອົາກິລາແຕ່ລະປະເທດ ແຕ່ລະປະເພດຂອງພື້ນບ້ານ ເປັນຜູ້ມາລົງແຂ່ງຂັນ ບໍ່ແມ່ນຊິເອົາແຕ່ກິລາສາກົນ ແມ່ນແຂ່ງຂັນບໍ່ແມ່ນແຕ່ລະປະເທດ ສາມາດນຳເອົາກິລາພື້ນບ້ານ ມາສເນີໂດຍທີ່ວ່າໂດຍທີ່ວ່າ ມີປະເທດເຂົ້າມາຮ່ວມ ການແຂ່ງຂັນ 3 ປະເທດ ຫລື 4 ປະເທດເຂົ້າຮ່ວມແຂ່ງຂັນໄດ້.”

ທ່ານໄດ້ກ່າວຕື່ມວ່າ IFMA ເປັນພຽງອົງກອນນຶ່ງທີ່ຮັບຈ້າງ ຈັດການແຂ່ງຂັນ ບໍ່ມີສິດທີ່ຈະຫ້າມບໍ່ໃຫ້ປະເທດໃດ ເຂົ້າຮ່ວມກຸນຂະແມ ແລະ ເນັ້ນຢໍ້າວ່າ ກຸນຂະແມ ໄດ້ຮັບຮອງຈາກ ອົງການຢູເນສໂກ ເມື່ອປີຜ່ານມາແລ້ວ.

ບາດນີ້ມາຮອດກິລາມວຍ ທີ່ແຂ່ງຂັນຍ້ອນມີບັນຫາກຸນຂະແມນີ້ ກັມພູຊາກາວ່າຈະໃຊ້ ມວຍກຸນຂະແມຄັນວ່າມວຍກຸນຂະແມພວກ IFMA ຜັດໄປຈົດທະບຽນໄວ້ກັບໂອລິມປິກວ່າ ເພິ່ນເປັນຜູ້ຄຸ້ມຄອງ ມວຍເບິດໃນຂົງເຂດທົ່ວໂລກນີ້ ກັມພູຊາມາປ່ຽນເປັນກຸນຂະແມ ແລ້ວຮ້ອນຮົນ ເພິ່ນວ່າເຮົາໄປປ່ຽນ ບໍ່ໃຫ້ມີມວຍຢູ່ໃນແຂ່ງຂັນ ອັນດຽວກັນລະກຸມແປວ່າ ມວຍ. ດຽວນີ້ເຮົາກຳລັງເຣີ່ມຈົດເດດຽວນີ້ມີ 4-5 ປະເທດເດເປັນສາມະຊິກ ສະຫະພັນມວຍກຸນຂະແມ ສາກົນໃນນັ້ນກາມີປະເທດລາວຜູ້ນຶ່ງ ປະທານກາເປັນຮອງປະທານມວຍກຸນຂະແມນາໆຊາຕ ຄືກັນ. ການແຂ່ງຂັນ ໃນເອເຊັຽຕາເວັນອອກສຽງໃຕ້ ແມ່ນເວົ້າເຣື່ອງຄວາມສາມັກຄີ ກັນບໍ່ແມ່ນຊິເວົ້າການຍາດແຍ່ງ ເຣື່ອງຫລຽນຂອກຫລຽນຄຳຕ່າງໆດອກ ອັນນັ້ນແມ່ນບັນຫາລອງ ບາດນີ້ເວົ້າເຣື່ອງການແບ໋ນ IFMA ວ່າຊິແບ໋ນປະເທດນັ້ນ ປະເທດນີ້ ມັນບໍ່ກ່ຽວເພາະວ່າ IFMA ບໍ່ແມ່ນຜູ້ລົງທືນ IFMA ເປັນຜູ້ຮັບຈ້າງໄປຈັດການແຂ່ງຂັນ ໃຫ້ເຂົາສື່ໆ ບໍ່ມີສິດໄປແບ໋ນໃຫ້ຜູ້ນັ້ນຜູ້ນີ້ ໄປຕີບໍ່ໄດ້ຈັກເທື່ອຄັນເວົ້າເຣື່ອງຊັບສິນທາງປັນຍາ ບໍ່ຜ່ານຕ່າງໆ ຂອງ ກັມພູຊາແມ່ນໄດ້ຮັບຮອງ ຈາກຢູ່ເນສໂກເດືອນ 12 ປີກາຍນີ້.

ໃນຕອນທ້າຍ ຂອງການຖແລງ ຂ່າວທ່ານໄດ້ຢໍ້າວ່າ ປະເທດລາວກຳນົດສົ່ງນັກກິລາ ເຂົ້າຮ່ວມແຂ່ງຂັນມວຍກຸນຂະແມ 6 ຣຸ້ນ ຊາຍ 4 ຣຸ້ນ ແລະ ຍີງ 2 ຣຸ້ນ ວາງເປົ້າວ່າຈະໃຫ້ໄດ້ 2 ຫລຽນຄຳເປັນຢ່າງຕໍ່າ.

ກ່ອນຫນ້າການຖແລງຂ່າວ ເມື່ອວັນທີ 10 ກຸມພາ 2023 ຜ່ານມາ IFMA ໄດ້ອອກມາ ຖແລງຢ່າງຊັດເຈັນວ່າ ກຸນຂະແມ ຂອງກັມພູຊາໃນຊີເກມຄັ້ງທີ 32 ນີ້ບໍ່ແມ່ນກິລາທີ່ຖືກຮັບຮອງ ຢ່າງຖືກຕ້ອງຜ່ານອົງກອນກິລາຄື AIMS ແລະ WADA ລວມເຖິງບໍ່ມີຊາຕສະມາຊິກເຖິງ 40 ຊາຕ ແລະ ແຂ່ງຂັນຣາຍການແຊ້ມປ້ຽນຊິບ 3 ຄັ້ງນອກປະເທດ ຈຶ່ງເປັນກິລາທີ່ບໍ່ມີມາຕຖານໃນການຈັດໄດ້.

IFMA ຢໍ້າຕື່ມວ່າຊາຕ ໃນສະມາຊິກອາຊ້ຽນບໍ່ສາມາດ ເຂົ້າແຂ່ງຂັນກິລາ ກຸນຂະແມ ໄດ້ເນື່ອງຈາກມີເຣື່ອງການກວດ ສອບສານຕ້ອງຫ້າມ ແລະ ເຣື່ອງກຳມະການຜູ້ຕັດສິນ ໃຫ້ຄວາມເປັນທັມລວມເຖິງຄວາມປອດພັຍ ຂອງນັກກິລາທັງນີ້ບໍ່ໄດ້ເປັນການ ບອຍຄອທ໌ ແຕ່ເປັນການປະຕິບັດລະບຽບໃຫ້ຖືກຕ້ອງ.

ຕໍ່ກັບປະຕິກິລິຍາ ຂອງການຖແລງຂອງ ປະທານມວຍລາວແຫ່ງຊາຕ ນັກມວຍລາວອາຊີບທີ່ຂໍສງວນສື່ແລະສຽງທີ່ ເຂົ້າມາຊົກມວຍອາຊີບໃນໄທຍ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 26 ກຸມພາ 2023 ວ່າ:

ຂໍຮຽກຮ້ອງ ໄປຍັງປະທານມວຍລາວ ແຫ່ງຊາຕທົບທວນຄືນໃຫມ່ ຕໍ່ການຖແລງທີ່ຈະຢືນຢັນ ເຂົ້າຮ່ວມກຸນຂະແມ ເພາະມັນຜິດລະບຽບ ຂອງມວຍຫລາຍກໍຣະນີ. ເນື່ອງຈາກກຸນຂະແມ ເປັນກິລາພື້ນບ້ານຂອງກັມພູຊາແຕ່ ຈະຈັດເປັນກິລາໃນລະດັບ ສາກົນ ໂດຍບໍ່ຜ່ານການຍອມຮັບ ຂອງສະຫະພັນມວຍມັນກໍເປັນເຣື່ອງຍາກ ເພາະກຸນຂະແມ ກໍບໍ່ຕ່າງຫຍັງກັບມວຍລາວ, ມວຍໄທຍ, ມວຍພະມ້າ ຕ່າງແຕ່ວ່າປັດຈຸບັນມວຍໄທຍ ໄດ້ບັນຈຸໃຫ້ເປັນອາຊີບ ລະດັບສາກົນເພາະສະນັ້ນ ຂໍໃຫ້ເຫັນໃຈນັກມວຍ ທີ່ຫາກິນໃນໄທຍທີ່ເປັນສັງວຽນ ມວຍມີລາຍໄດ້ຫລາຍ ຊຶ່ງຕ່າງຈາກປະເທດລາວ ຍັງບໍມີມວຍອາຊີບເອົາແຕ່ການພົວພັນການເມືອງ ມາກ່ຽວຂ້ອງໂດຍບໍ່ຄຳນຶ່ງ ເຖິງຜົນກະທົບຂອງຄົນລາວ ທີ່ຫາກິນໃນປະເທດໄທຍ.

ຜູ້ປະກອບການທ່ອງທ່ຽວ ໃນນະຄອນຫລວງວຽງຈັນ ກໍເຫັນວ່າການຖແລງຂ່າວ ຂອງປະທານມວຍແຫ່ງຊາຕລາວ ມັນໄດ້ສ້າງຜົນກະທົບ ຕໍ່ບັນຍາກາດຂອງການທ່ອງທ່ຽວ ໂດຍສະເພາະນັກທ່ອງທ່ຽວໄທຍ ຖືວ່າເປັນກຸ່ມນັກທ່ອງທ່ຽວ ທີ່ກຳລັງແຮ່ເຂົ້າມາທ່ຽວທັງວັງວຽງ ແລະຫລວງພຣະບາງ ເປັນຈຳນວນຫລາຍແຕ່ທ່ານກໍຍັງບໍ່ຮູ້ ເປັນທີ່ຊັດເຈນວ່າຫລຸດລົງເທົ່າໃດ ແຕ່ຍອດການຈອງ ແລະການເຂົ້າມາທ່ຽວຂອງຄົນໄທຍຫລຸດລົງຫລາຍ. ດັ່ງທ່ານໄດ້ກ່າວວ່າ:

ແຕ່ວ່າເຮົາກາບໍ່ຄວນໄປໃສ່ຮ້າຍ ເພິ່ນຫັ້ນນ່າເຮົາຄວນຢູ່ເປັນກາງຢູ່ສື່ໆ ກາຖືວ່າດີແລ້ວມັນກະທົບຫລາຍຄົນບໍ່ພຽງແຕ່ຄົນ ດຽວຖ້າວ່າບໍ່ມີນັກທ່ອງທ່ຽວມາທ່ຽວ ການຄ້າຂາຍແລະທຸຣະກິຈຕ່າງໆ ມັນຈະບໍ່ໄດ້ດີເພິ່ນໄດ້ຄຳນຶງເຖິງຜົນ ທີ່ຈະຕາມມາພາຍຫລັງບໍ່. ນັກທ່ອງທ່ຽວຫລັກທີ່ຈະມາທ່ຽວລາວ ສ່ວນຫລາຍ 80% ແມ່ນນັນທ່ອງທ່ຽວ ຈາກປະເທດໄທຍຄົນໄທຍ ກາໄດ້ຍົກເລີກຫລາຍແລ້ວເນາະ.

ຄົນງານລາວຢູ່ໃນໄທຍ ອອກມາກ່່າວເຖິງເຣື່ອງນີ້ວ່າ ຢາກໃຫ້ທາງສະຫະພັນມວຍລາວ ແຫ່ງຊາຕອອກມາຂໍໂທດ. ຂໍໃຫ້ເຣື່ອງດັ່ງກ່າວ ເປັນເຣື່ອງຂອງກິລາ ຢ່າໃຫ້ເປັນເຣື່ອງລຸກລາມ ມາເຮັດໃຫ້ຄົນ ລາວ-ໄທຍຂັດແຍ່ງກັນທັງທີ່ວ່່າ ກຸນຂະແມ ແຂ່ງກັນບໍ່ຮອດສັປດາ ແຕ່ຜົນກະທົບຂອງການຖແລງນີ້ ມັນຈະເຮັດໃຫ້ຄົນງານລາວ ຈຳນວນຫລາຍໃນໄທຍ ໄດ້ຮັບຜົນກະທົບ ໄລຍະຍາວຈະຫາກິນຍາກຂຶ້ນ.

“ເສຍຄວາມຮູ້ສຶກ ທີ່ມີຕໍ່ກັນເພາະວ່າຄຳເວົ້າ ຂອງຄົນຢາກໃຫ້ປະທານມວຍລາວ ອອກມາຂໍໂທດ ຫລື ເຂົາອາຈຈະບໍ່ຄິດເຖິງ ຜົນກະທົບທີ່ຕາມມາເວົ້າອອກໄປແລ້ວ ບໍ່ຄິດວ່າຄົນອື່ນຈະໄດ້ຮັບຜົນກະທົບ ແນວໃດຈາກຄຳເວົ້າ ຂອງຄົນຄົນດຽວ.”

ຄົນງານລາວ ທີ່ເຮັດວຽກໃນໄທຍອີກທ່ານນຶ່ງ ກໍໃຫ້ຄວາມເຫັນຕໍ່ກໍຣະນີນີ້ວ່າ ປະທານມວຍລາວແຫ່ງຊາຕຖແລງຂ່າວ ອອກມາມັນຮຸນແຮງເກິນໄປ ມັນສໍ່ສະແດງເຖິງການເຂົ້າຂ້າງ ກັມພູຊາໂດຍສະເພາະຄຳເວົ້າທີ່ວ່າ IFMA ເປັນພຽງຜູ້ຮັບຈ້າງຈັດການແຂ່ງຂັນ.

“ເຊິ່ງຫລາຍຄົນບໍ່ຄິດວ່າ ຈະເວົ້າອອກມາແບບນີ້ເພາະວ່າ ມັນຈະເຮັດໃຫ້ກະທົບຄວາມຮູ້ສຶກ ຫລື່ ວ່າກະທົບຄວາມສັມພັນ ລະຫວ່າງໄທຍ-ລາວ ນັ້ນເອງທັງທີ່ຈິງມັນເປັນບັນຫາ ຂອງໄທຍກັບກັມພູຊາ ທີ່ເຂົາມີມານແລ້ວລະຫວ່າງໄທຍ ກັບກັມພູຊາເລື່ອງການເຄຣມກັນ. ປະທານອອກມາເວົ້າແບບນີ້ ມັນເຮັດໃຫ້ກະທົບຄົນລາວ ຫລື ວ່າປະເທດລາວການທ່ອງທ່ຽວ ນັກມວຍລາວຫລືວ່າແຮງງານ ຫຍັງຕ່າງໆ ທົ່ວປະເທດ.”

ທັດສະນະ ຂອງຄົນງານລາວ ອີກທ່ານນຶ່ງເຫັນວ່າມັນກ່ຽວຂ້ອງ ກັບການເມືອງຂອງ ລາວ-ກັມພູຊາ ພາຍຫລັງ ທີ່ສົມເດັດຮຸນເຊັນ ນາຍົກຣັຖມົນຕຣີ ໄດ້ເດີນທາງມາຢ້ຽມຢາມລາວ ຢ່າງເປັນທາງການຈາກນັ້ນອີກສອງມື້ ກໍໄດ້ຈັດຖແລງຂ່າວ ຊຶ່ງໃນນັ້ນທ່ານລະບຸວ່າແລກ ປ່ຽນກັບການໃຫ້ ທ່ານ ສາຍສະຫມອນ ໄຊຍະສອນ ເປັນຮອງປະທານ ສະຫະພັນກຸນຂະແມ.

ບຸກຄົນທີ່ສາມເນາະ ບໍ່ເຊື່ອວ່າຊິອອກມາເວົ້າແບບນີ້ ເຂົ້າຂ້າງຢ່າງຊັດເຈັນແທນທີ່ ເຮົາຈະເວົ້າເປັນກາງເພື່ອຮັກສານໍ້າໃຈ ເພື່ອຈະບໍ່ມີຜົນກະທົບເກີດຂຶ້ນ ແຕ່ວ່າເຂົ້າຂ້າງນຶ່ງຢ່າງຊັດເຈັນ ເຂົ້າຂ້າງກຸນຂະແມພໍໄດ້ຕຳແຫນ່ງເປັນຮອງ ປະທານກ່ອນທີ່ຈະອອກມາເວົ້າແບບນີ້ ນີ້ກໍຄືມີນາຍົກກັມພູຊາມາຢ້ຽມລາວ ສອງມື້ເນາະຫລັງຈາກສອງມື້ນັ້ນ ປະທານສະມາຄົມມວຍລາວ ອອກມາຖແລງຂ່າວເກີດຂຶ້ນເນາະ ເພາະໄດ້ຮັບການແຕ່ງຕັ້ງແລ້ວ.”

ອີງຕາມການຣາຍງານ ຂອງສື່ໄທຍເມື່ອວັນທີ 21 ກຸມພາ 2023 ທີ່ຜ່ານມາ ໂດຍອ້າງຈາກເຟສບຸກຄ໌ຂອງສະຫະພັນ ກຸນຂະແມຢືນຢັນວ່າ 7 ປະເທດໄດ້ແກ່ ກັມພູຊາເຈົ້າພາບ, ອິນໂດນເນເຊັຽ, ລາວ, ມາເລເຊັຽ, ພະມ້າ, ຟີລິບປີນ ແລະ ວຽດນາມໄດ້ຕອບຕົກລົງ ເຂົ້າຮ່ວມແຂ່ງຂັນ, ແຕ່ກໍຍັງບໍ່ໄດ້ປະກາດອອກມາຢ່າງເປັນທາງການ ການຢືນຢັນນີ້ແມ່ນຣາຍງານ ຜ່ານທາງເຟສບຸກເທົ່ານັ້ນ ຊຶ່ງຂ່າວດັ່ງກ່າວຍັງບໍ່ໄດ້ຮັບການຢືນຢັນ ເປັນພຽງແຕ່ຝ່າຍກັມພູຊາ ອອກຂ່າວຝ່າຍດຽວ.

ຊີເກມສ໌ ຫລື ວ່າກິລາຂອງອາຊ້ຽນຄັ້ງທີ 32 ນີ້ ກັມພູຊາ ຮັບຫນ້າທີ່ເປັນເຈົ້າພາບຈັດການ ແຂ່ງຂັນເປັນຄັ້ງທຳອິດ. ຊຶ່ງປັດຈຸບັນກໍປະສົບກັບບັນຫາ ເຣື່ອງຂອງສນາມກາງ ທີ່ໃຊ້ເຂົ້າໃນພິທີເປີດປິດ ການແຂ່ງຂັນ, ຫມູ່ບ້ານນັກກິລາ ກໍຍັງສ້າງບໍ່ແລ້ວ ໂດຍຂ່າວຫລ້າສຸດ ຄະນະກັມມະການ ຈັດການແຂ່ງແຂ່ງໃຫ້ນັກກິລາໄປພັກຢູ່ໂຮງແຮມ ຫລື ອາພາດເມັ້ນທີ່ຢູ່ໃກ້ຄຽງ. ນອກຈາກນີ້ທາງຄະນະກັມມະການຍັງໄດ້ເປີດເວັບໄຊຕ໌ ໃຫ້ປະຊາຊົນບໍຣິຈາກເງິນຊ່ອຍ ນັກກິລາທີ່ຕ້ອງໃຊ້ເງິນປະມານ 30 ລ້ານໂດລ້າຣ໌ສະຫະຣັຖ ແລະ ຍັງເກັບຄ່າຖ່າຍທອດ ທາງໂທຣະທັດ ແພງທີ່ສຸດເທົ່າທີ່ຊີເກມເຄີຍຈັດມາ. ເວົ້າລວມແລ້ວ ກັມພູຊາ ປະເຊີນກັບຄວາມຫຍຸ້ງຍາກ ຫລາຍດ້ານ. ສຳລັບຊີເກມຈະເປີດໃນວັນທີ 05 ພຶສພາ 2023 ປິດລົງໃນວັນທີ 17 ພຶສພາ 2023. ແຂ່ງຂັນ 49 ປະເພດກິລາ ມີ 11 ປະເທດເຂົ້າຮ່ວມ ເຊັ່ນ ບຣູໄນ, ພະມ້າ, ຟີລິປີນສ໌, ລາວ, ອິນໂດເນເຊັຽ, ສິງກະໂປ, ໄທຍ, ຕີມໍເລສເຕ, ກັມພູຊາ, ວຽດນາມ ແລະ ມາເລເຊັຽ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.