ດຣ. ບຸນທອນ ຮັບຣາງວັນ ຢູໂຣບ ຜູ້ນຳສະຕຣີ ສາກົນ

ຈຳປາທອງ
2023.03.03
ດຣ. ບຸນທອນ ຮັບຣາງວັນ ຢູໂຣບ ຜູ້ນຳສະຕຣີ ສາກົນ ສັມພາດພິເສດ ດຣ. ບຸນທອນ ຈັນທະລາວົງ-ວີເຊີ (ຮູບຊ້າຍມື) ປະທານອົງການພັນທະມິຕ ເພື່ອ ປະຊາທິປະໄຕ ໃນລາວ. ທີ່ ນະຄອນຫຼວງວໍຊິງຕັນ ດີ.ຊີ. ສະຫະຣັຖ ອາເມຣິກາ ເດືອນ ກັນຍາ ປີ 2022.
RFA

ສະພາຢູໂຣບ ມອບຣາງວັນ ຢູໂຣບສໍາລັບຜູ້ນໍາສະຕຣີ ສາກົນ ໃຫ້ສະຕຣີ 8 ທ່ານຈາກທົ່ວໂລກ ປະຈໍາປີ 2023. ນຶ່ງໃນນັ້ນຄືສະຕຣີລາວ ແມ່ນ ດຣ. ບຸນທອນ ຈັນທະລາວົງ-ວີເຊີ, ປະທານອົງການພັນທະມິຕເພື່ອ ປະຊາທິປະໄຕ ໃນລາວ ຊຶ່ງມີຊື່ຫຍໍ້ເປັນພາສາອັງກິດ ADL ທີ່ມີສູນກາງຢູ່ປະເທດ ເຢັຍຣະມັນ. 

ວິທຍຸເອເຊັຍເສຣີໄດ້ສັມພາດ ດຣ. ບຸນທອນ ໃນມື້ວັນທີ 28 ກຸມພາ 2023 ກ່ຽວກັບວ່າ ດຣ. ມີຄວາມຮູ້ສຶກແນວໃດເມື່ອຮູ້ຂ່າວວ່າ ໄດ້ຖືກເລືອກຮັບຣາງວັນ ອັນຊົງກຽດຂອງສະພາຢູໂຣບ ປະຈໍາປີນີ້ ດຣ. ບຸນທອນ ກ່າວວ່າ ມີຄວາມພາກພູມໃຈທີ່ສຸດ.

ແລະເມື່ອຖາມວ່າ ດຣ. ບຸນທອນ ເຄີຍຄິດມາກ່ອນບໍວ່າ ການເຄື່ອນໄຫວ ແລະຜົລງານທີ່ຜ່ານມານັ້ນ ຈະເຮັດໃຫ້ ດຣ. ໄດ້ຣັບຣາງວັນນີ້.

ດຣ. ຕອບວ່າ ບໍ່ເຄີຍຄິດ.

ດຣ. ເຫັນວ່າ ການໄດ້ຮັບຣາງວັນຄັ້ງນີ້້ ເປັນການຮັບຮູ້ຜົລງານການເຄື່ອນຂອງອົງການພັນທະມິດເພື່ອປະຊາທິປະໄຕໃນລາວ ຊຶ່ງ ດຣ. ແມ່ນສະຕຣີ ເປັນຜູ້ນໍາພາ. ສະຕຣີ 8 ທ່ານ ທີ່ໄດ້ຮັບການຄັດເລືອກຈາກສະພາຢູໂຣບ ຮັບຣາງວັນອັນຊົງກຽດ ຍ້ອນຜົລງານອັນດີເດັ່ນ ໃນການເຄື່ອນໄຫວ ເພື່ອສິດທິມະນຸສ ແລະປະຊາທິປະໄຕ ມີມາຈາກຫລາຍທະວີບໃນໂລກ.

ດຣ. ບຸນທອນ ຈັນທະລາວົງ-ວີເຊີ ເກີດທີ່ເມືອງແປກ ແຂວງຊຽງຂວາງ. ໃນເຍົາ ໄວ ຍານາງເປັນນັກຮຽນເກັ່ງທີ່ສຸດໃນຊັ້ນຮຽນ. ພາຍຫລັງຮຽນຈົບຊັ້ນມັທຍົມປາຍ ໄດ້ໄປສຶກສາວິຊາການແພດ ທີ່ປະເທດເຊັກໂກສະໂລວັກກີ.

ຍ້ອນອຸດົມການ ທີ່ບໍ່ຄືກັນກັບຂອງຣັຖບານ ສປປ ລາວ ທີ່ປົກຄອງປະເທດ ຕາມລະບອບຜະເດັດການ, ປະຊາຊົນລາວຂາດສິດ ເສຣີພາບ ແລະປະຊາທິປະໄຕ, ມີຊີວິດຢູ່ໃນຄວາມຢ້ານກົວ ມີຄວາມລະແວງ ແລະສ່ຽງຕໍ່ການຖືກຈັບ ທໍຣະມານ ດຣ. ບຸນທອນ ຈຶ່ງໄດ້ຮ່ວມກັບບັນດານັກສຶກລາວ ທີ່ມີອຸດົມການດຽວກັນ ຢູ່ປະ ເທດຕ່າງໆໃນຢູໂຣບຕາເວັນອອກ ຕັດສິນໃຈ ເຄື່ອນໄຫວຄັດຄ້ານຣະບອບການປົກຄອງດັ່ງກ່າວ ດ້ວຍການປະທ້ວງຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ ສປປລາວ ມີການປ່ຽນແປງໄປສູ່ປະຊາທິປະໄຕ, ປະ ຊາຊົນມີສິດ, ເສຣີພາບ ແລະໃຫ້ປະເທດຊາດມີປົກຄອງດ້ວຍຕົນເອງ.

ພາຍຫລັງທີ່ຮູ້ວ່າ ຣັຖບານ ສປປ ລາວ ຂໍຮ້ອງໃຫ້ຣັຖບານ ເຊັກໂກສະໂລວັກກີ ຈັດສົ່ງບັນດານັກສຶກສາລາວທີ່ຄັດຄ້ານ ກັບຄືນປະເທດ ເພື່ອທໍຣະມານ ຊຶ່ງມີຊື່ ດຣ. ບຸນທອນ ຮວມຢູ່ດ້ວຍນັ້ນ, ເພື່ອເອົາຕົວລອດ  ດຣ. ໄດ້ຫລົບໜີອອກຈາກເຊັກໂກສະໂລວັກກີ ໄປຂໍລີ້ໄພການເມືອງ ຢູ່ປະເທດເຊັຍຣະມັນ ບ່ອນທີ່ໄດ້ເຣິ່ມເຮັດວຽກ ເປັນທ່ານໝໍຢູ່ໂຮງພະຍາບານ ຊຶ່ງ ດຣ. ໄດ້ຮຽນຈົບວິຊາການແພດ 3 ຂແນງການ. ຄຽງຄູ່ໄປກັບການຊ່ອຍເຫລືອຜູ້ຄົນ ໃຫ້ຫາຍຈາກການເຈັບປ່ວຍ  ດຣ. ບຸນທອນ ຈັນທະລາວົງ-ວີເຊີ ກໍໄດ້ເສັຍສະຫລະ ທັງສະຕິປັນຍາ, ເຮື່ອແຮງ ແລະທຶນຮອນ ເຄື່ອນໄຫວຕໍ່ສູ້ຢ່າງບໍ່ຮູ້ອິດ ບໍ່ຮູ້ເໝື່ອຍເປັນເວລາຫລາຍປີ ຮ່ວມກັບຂະບວນການຂອງຊຸມຊົນ ຊາວລາວຢູ່ປະເທດຕ່າງໆໃນໂລກ ແລະຢູ່ພາຍໃນປະເທດ ເຄື່ອນໄຫວເພື່ອສິດທິມະນຸສ ແລະປະຊາທິປະໄຕໃນລາວ ແລະເພື່ອເຮັດໃຫ້ລາວເປັນປະ ເທດເອກກະຣາດ, ເພື່ອການພັທນາແບບຍືນຍົງ ແລະປົກປ້ອງສິ່ງແວດລ້ອມທີ່ຖືກທໍາລາຍຢູ່ລາວ. ດຣ. ໄດ້ຖືກເລືອກຕັ້ງເປັນປະທານ ອົງການພັນທະມິຕ ເພື່ອປະຊາທິ ປະໄຕໃນລາວ ຫລາຍສມັຍ ແລະໄດ້ມີການຕິດຕໍ່ພົວພັນ ແລະຮ່ວມມືກັບຫລາຍອົງການ ຈັດຕັ້ງສາກົນ ແລະອົງການຈັດຕັ້ງພາກ ປະຊາຊົນປະເທດຕ່າງໆ ທີ່ເຄື່ອນໄຫວຕໍ່ສູ້ເພື່ອສິດທິມະນຸສ ແລະປະຊາທິປະໄຕໃນໂລກ.

ອົງການພັນທະມິຕ ເພື່ອປະຊາທິປະໄຕໃນລາວ ທີ່ມີສູນກາງຢູ່ປະເທດເຢັຍຣະມັນ ມີສາຂາຢູ່ຫລາຍປະເທດ ຮວມທັງສະຫະຣັຖອາເມຣິກາ, ການາດາ, ຝຣັ່ງເສດ, ອອສເຕຣເລັຍ, ນິວຊີແລນດ໌, ພ້ອມກັນນັ້ນກໍໄດ້ຮັບການຮ່ວມມື ຈາກສາດສະຕຣາຈານ Joshua L. Cooper ໃນການເຄື່ອນໄຫວ ວຽກງານຢູ່ອົງການສະຫະປະຊາຊາຕ ທີ່ນະຄອນນິວຢ໊ອກ ສະຫະຣັຖອາເມຣິກາ, ສະພາສິດທິມະນຸສ ຂອງສະຫະປະຊາຊາດ ທີ່ນະຄອນເຈນີວາ ປະເທດສະວິສເຊີແລນດ໌, ຫ້ອງການສິດທິມະນຸສ ຂອງອົງການສະຫະປະຊາຊາຕ ທີ່ບາງກອກ ປະເທດໄທຍ.

ຫລາຍສິ່ງຫລາຍຢ່າງທີ່ອົງ ADL ພາຍໃຕ້ການນໍາຂອງ ດຣ. ບຸນທອນ ໄດ້ສໍາເຣັດພາຣະກິດ ຫລາຍຢ່າງທີ່ຜ່ານມາ ຊຶ່ງໃນນັ້ນບັນລຸໄດ້ການຊັກຊວນ ໃຫ້ບັນດາປະເທດສະມາ ຊິກຂອງອົງການສະຫະປະຊາຊາຕ ບໍ່ເລືອກ ສປປ ລາວ ທີ່ຣະເມີດສິດ ທິມະນຸສ ເຂົ້າໃນຄະນະສະພາສິດທິມະນຸສ ຂອງສະຫະປະຊາຊາຕ.

ແລະເຖິງມີຄວາມສ່ຽງຫລາຍດ້ານ ຄວາມປອດພັຍ ແຕ່ຄະນະຜູ້ແທນ ADL ນໍາໂດຍ ດຣ. ບຸນທອນ ກໍໄດ້ໄປເຄື່ອນໄຫວຢ່າງຫ້າວຫັນ ແຂງຂັນຢູ່ໃນກອງປະຊຸມ ພາກປະຊາຊົນອາຊຽນ ຢູ່ປະເທດມາເລເຊັຍ ແລະໃນກອງປະຊຸມທຸຣະກິຈ ແລະສິດທິມະນຸສ ຢູ່ບາງກອກ ປະເທດໄທຍ ທີ່ສະຫະປະຊາຊາຕຮັບຜິດຊອບ ໃນປີ 2018.

ດຣ. ບຸນທອນ ຈັນທະລາວົງ-ວີເຊີ ໄດ້ຮັບຣາງວັນຢູໂຣບ ສໍາລັບຜູ້ນໍາສະຕຣີສາກົນ ຊຶ່ງເປັນຣາງວັນອັນຊົງກຽດຂອງຢູໂຣບນີ້ ແມ່ນຍ້ອນວ່າ ຍານາງເປັນແບບຢ່າງ ໃນການປະຕິ ວັດວຽກງານໃນຖານະ ຫົວໜ້າຜແນກໂຮງພະຍາບານ ຢູ່ປະເທດເຢັຍ ຣະມັນ ແລະມີບົດ ບາດໃນການເຄື່ອນໄຫວ ເພື່ອສິດທິມະນຸສ ທີ່ໄດ້ຮັບການຍອມຮັບ ຫລາຍທີ່ສຸດຂອງລາວ, ອີງຕາມເວັຟໄຊຕ໌ ຂອງສະພາຢູໂຣບ.

ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ເປັນສະຕຣີລາວຄົນທໍາອິດ ທີ່ໄດ້ຮັບຣາງວັນຢູໂຣບ ສໍາລັບຜູ້ນໍາສະຕຣີສາກົນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ບໍແກ້ວ ປະເສີດ ບ້ານຢວນ,ເມືອງແປກ , ແຂວງຊຽງຂວາງ
Mar 08, 2023 10:45 AM

ສະບາຍດີ ທ່ານນາງ ດຣ: ບຸນທອນ ຈັນທະລາວົງວິເຊີ ຜູ້ແສນຮັກ ທີ່ເປັນມົນເຊື້ອຜູ້ອົງອາດ ກະຫານ, ຂອງແຂວງຊຽງຂວາງ ກໍ່ຄືຂອງປະຊາຊົນລາວ.ຂໍໃຫ້ທ່ານແລະບັນດາຊົໍນຊາວລາວໃນຕ່າງແດນ ຈົງເອົາໃຈໃສ່ຕໍ່ສູ້ພວກຈົນຜະເດັດການພັກລັດ ສປປລາວໃຫ້ພົ້ນທະລາຍໄປ,ພວກມັນໄດ້ກືນກິນຊາດ,ຂາຍຊັບພະຍາກອນທຳມະຊາດໃຫ້ຕ່າງດ້າວມາຂຸກຄົ້ນແລະອານຸຍາດໃຫ້ຈິນເຈັກຫລັ່ງໄຫລເຂົ້າມາທຳມາຫາກິນທຳທຸລະກິດເໜືອຄົນລາວ. ປະຊາຊົນລາວກໍ່ຄືຊາວຊຽງຂວາງ ກຽດຊັງເບືອໜ່າຍພວກມັນທີ່ສຸດແລ້ວ, ເຖິງເວລາທີ່ຈະຕ້ອງຈັບມືຖືແຂນກັນຕໍ່ສູ້ພວກມັນຄືນ.