ຜູ້ນໍາຈີນສັນຍາ ກັບຜູ້ນໍາລາວ ວ່າ ນັກລົງທຶນຈີນ ຈະມາລົງທຶນ ຢູ່ລາວຫຼາຍຂຶ້ນ
2023.10.24

ຜູ້ນໍາຈີນ ໃຫ້ຄໍາໝັ້ນສັນຍາ ກັບ ຜູ້ນໍາລາວ ວ່າ ຈະຊ່ວຍດຶງ ນັກລົງທຶນຈີນ ໄປລົງທຶນຢູ່ລາວໃຫ້ຫຼາຍຂຶ້ນ ພ້ອມກັບສນັບສນູນລາວ ໃນການເປັນປະທານວຽນອາຊ້ຽນ ໃນປີ 2024 ຫຼື ເປັນເຈົ້າພາບຈັດກອງປະຊຸມ ສຸດຍອດຜູ້ນໍາອາຊ້ຽນ.
ຕັ້ງແຕ່ວັນທີ 17-18 ຕຸລາ 2023 ທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ໄດ້ເຂົ້າຮ່ວມກອງປະຊຸມ ເວທີປາໄສ ລະດັບສູງ ທີ່ມີຫົວຂໍ້ວ່າ “ນຶ່ງແລວ ນຶ່ງເສັ້ນທາງ” ຄັ້ງທີ່ 3 ທີ່ປະເທດຈີນ.
ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ໄດ້ພົບປະກັບ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ເພື່ອລົງນາມ ແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກັມ ລາວ-ຈີນ ສະບັບໃໝ່ ແລະ ເປັນສັກຂີພິຍານ ໃນພິທີລົງນາມເອກະສານ ຮ່ວມມື ລາວ-ຈີນ ອີກ 13 ສະບັບ ອີງຕາມການຣາຍງານ ຂອງສໍານັກຂ່າວສານ ປະເທດລາວ ໃນວັນທີ 20 ຕຸລາ 2023.
ພ້ອມດຽວກັນນັ້ນ ສໍານັກຂ່າວຊິນຫົວຂອງຈີນ ໄດ້ລາຍງານວ່າ ໃນການພົບປະ ຂອງສອງຜູ້ນໍາ ລາວ-ຈີນ, ປະທານປະເທດຈີນ ໃຫ້ຄໍາໝັ້ນວ່າ ຈະຊ່ວຍໃຫ້ນັກລົງທຶນຈີນ ເຂົ້າໄປລົງທຶນຢູ່ລາວຫຼາຍຂຶ້ນ ແລະ ສນັບສນູນ ໃນການທີ່ລາວເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ ຜູ້ນໍາອາຊ້ຽນ ປີ 2024.
ເຖິງຢ່າງໃດກໍຕາມ, ຄົນລາວຈໍານວນນຶ່ງ ເຫັນວ່າ ມັນເປັນສາຍພົນພັນ ໃຫ້ຜົລປໂຍດ. ຄົນລາວທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 24 ຕຸລາ ວ່າ:
“ຊຸກຍູ້ສົ່ງເສີມກັນຫັ້ນແຫຼະ. ການພົວພັນເດ້ ຄັນວ່າ ເຣື່ອງຜົລປໂຍດ ກະມີຫັ້ນແລ້ວ ເພາະວ່າ ລາວເຮົາກະ ກະກຽມໝົດແລ້ວເດ້. ຢູ່ເມືອງ ຢູ່ແຂວງ ກະກຽມໝົດແລ້ວເດ້. ຈັ່ງໃດກະເປັນແລ້ວເດ້ ເຈົ້າພາບອາຊ້ຽນ.”
ສ່ວນວ່າ ນັກວິຊາການ ຂອງປະເທດເພື່ອນບ້ານ ເຫັນວ່າ ການທີ່ຈີນໃຫ້ການສນັບສນູນລາວ ໃນການເປັນເຈົ້າພາບ ຈັດກອງປະຊຸມ ສຸດຍອດຜູ້ນໍາອາຊ້ຽນ ນັ້ນ ເປັນການພະຍາມແຊກແຊງ ຂອງຈີນ ຄືດັ່ງທີ່ເກີດຂຶ້ນມາແລ້ວ ໃນປີ 2022 ທີ່ ກັມພູຊາ ເປັນປະທານວຽນອາຊ້ຽນ.
ທ່ານ ອະດິສອນ ເສມແຍ້ມ ຜູ້ອໍານວຍການ ສູນແມ່ຂອງສຶກສາ ປະຈໍາສະຖານບັນ ເອເຊັຽ ສຶກສາ ຈຸລາລົງກອນ ມະຫາວິທຍາໄລ ແຫ່ງປະເທດໄທຍ ໄດ້ກ່າວວ່າ:
(ໄທຍ) “ຈີນພະຍາຍາມ ແຊກແຊງເຂົ້າມາໃນອາຊ້ຽນ ເຊິ່ງກໍເຄີຍເຮັດສໍາເລັດ ໃນສໄມ ທີ່ກັມພູຊາ ເປັນເຈົ້າພາບອາຊ້ຽນ. ມັນກໍມີບໍ່ພໍເທົ່າໃດປະເທດ ທີ່ເປັນເຈົ້າພາບອາຊ້ຽນ ທີ່ຈີນສາມາດແຊກແຊງໄດ້. ສ່ວນໃນກໍລະນີຂອງປະເທດອື່ນໆ ກໍມີຄວາມເປັນໄປໄດ້ຍາກ ດັ່ງນັ້ນ ຈຶ່ງມີອິຫຍັງບາງຢ່າງ ທີ່ໜ້າຈັບຕາເບິ່ງ.”
ທ່ານ ກ່າວອີກວ່າ ຢ່າງໃດກໍຕາມ ການທີ່ຈີນສນັບສນູນລາວ ໃນການເປັນເຈົ້າພາບ ອາຊ້ຽນ 2024 ນີ້ ກໍບໍ່ໝາຍຄວາມວ່າ ຈະໃຫ້ລາວກູ້ຢືມເງິນເພີ່ມຕື່ມ ເພື່ອນໍາມາໃຊ້ໃນການກະກຽມ ດ້ານຕ່າງໆ ເພາະວ່າ ປະເທດຈີນເອງ ກໍາລັງປະສົບບັນຫາ ທາງດ້ານເສຖກິຈ ຢູ່ເຊັ່ນດຽວກັນ ແລະ ທາງການລາວ ມີການໃຊ້ໜີ້ທີ່ກູ້ຢືມ ຈາກຈີນ ຢູ່ແລ້ວ ຈຶ່ງບໍ່ຄິດວ່າ ຈະຂໍກູ້ຢືມ, ແຕ່ການສນັບສນູນ ທີ່ວ່ານີ້ ຈະເປັນຮູບແບບໃຫ້ການຊ່ວຍເຫຼືອ ທາງອື່ນໆ ແທນ ເປັນຕົ້ນ ເຄື່ອງມື-ອຸປະກອນ, ການຝຶກອົບຮົມ ໃຫ້ແກ່ເຈົ້າໜ້າທີ່ລາວ ທີ່ຈະເຮັດໜ້າທີ່ຕ່າງໆ ໃນກອງປະຊຸມ ສຸດຍອດຜູ້ນໍາອາຊ້ຽນ.
ນອກຈາກນີ້, ບັນຫາທີ່ເກີດຂຶ້ນ ຢູ່ແຂວງຫລວງນໍ້າທາ ທີ່ນັກລົງທຶນຈີນ ເຂົ້າມາລົງທຶນ ໃນເບື້ອງຕົ້ນ ບໍຣິສັດຈີນ ວ່າຈະຈ້າງຄົນລາວເຮັດວຽກ ແຕ່ຫຼັງຈາກທີ່ໄດ້ໃບອະນຸຍາດແລ້ວ ບໍຣິສັດຈີນ ຈ້າງແຕ່ຄົນງານຈີນ.
ຊາວແຂວງຫລວງນໍ້າທາ ຜູ້ນຶ່ງ ໄດ້ກ່າວວ່າ:
“ກໍຫາກຄືເກົ່າຫັ້ນແຫຼະ ລົງທຶນກໍພວກຄົນຈີນມາລົງທຶນ ເປັນຄົນລາວ ກັມມະກອນ ກໍຄົນເຂົາຄືເກົ່າ. ຍົກໂຕຢ່າງໂຮງງານແກັດເຈັ້ຽ ທໍາອິດຕົກລົງກໍວ່າ ຈະເອົາປະຊາຊົນ ເຮັດແຮງງານເນາະ ສຸດທ້າຍໄດ້ດິນໄດ້ດອນ ຕັ້ງໂຮງງານແລ້ວກໍ ປະຊາຊົນຄົນນຶ່ງ ກໍບໍ່ເອົາ.”
ຢູ່ແຂວງຈໍາປາສັກ ກໍເຊັ່ນດຽວກັບ ນັກລົງທຶນຈີນ ບໍ່ໄດ້ເຂົ້າມາສົ່ງເສີມຊາວບ້ານ ຫຼື ເຮັດໃຫ້ຊາວບ້ານມີວຽກເຮັດງານທໍາ ແລະ ມີລາຍໄດ້ແຕ່ຢ່າງໃດ.
ຊາວບ້ານ ຢູ່ເມືອງໂຂງ ແຂວງຈໍາປາສັກ ຜູ້ນຶ່ງ ໄດ້ກ່າວວ່າ:
“ເຂົາບໍ່ໄດ້ພັດທະນາ ປະຊາຊົນດອກ ເຂົາພັດທະນາບ້ານເຮົາ ພັດທະນາບ້ານເຮົາ ໃຫ້ມີຢູ່ ມີກິນ ມັນບໍ່ແມ່ນຈັ່ງຊັ້ນ. ເຂົາມາພັດທະນາເພື່ອໂຕເອງ. ເຂົາກໍລົງທຶນ ເຮັດນັ້ນ ເຮັດນີ້ ເພື່ອຂາຍສົ່ງອອກ. ບໍ່ໄດ້ເພື່ອຂາຍໃຫ້ຄົນລາວ ເຮົາກິນຊໍ້າ ບໍ່ໄດ້ພັດທະນາເພື່ອວ່າ ໃຫ້ເຮົາມີວຽກເຮັດງານທໍາ.”
ນອກຈາກນີ້ແລ້ວ ໃນໂອກາດທີ່ປະທານປະເທດລາວ ໄດ້ເຂົ້າຮ່ວມກອງປະຊຸມ ເວລາທີປາໄສ ລະດັບສູງ ຫຼື ນຶ່ງແລວ ນຶ່ງເສັ້ນທາງ ຄັ້ງທີ່ 3 ທີ່ປະເທດຈີນ, ທ່ານ ທອງລຸນ ສີສຸດລິດ ຍັງໄດ້ພົບກັບ ຄະນະຜູ້ບໍຣິຫານ ຂອງບໍຣິສັດ ຫົວເຫວີ່ຍ ເຊິ່ງເປັນບໍຣິສັດດ້ານໄອທີ ທີ່ມີຊື່ສຽງຂອງຈີນ ແລະ ປະທານປະເທດລາວ ໄດ້ຂໍໃຫ້ບໍຣິສັດ ດັ່ງກ່າວ ສືບຕໍ່ຊ່ວຍເຫຼືອ ແກ່ຣັຖບານລາວ ເພື່ອໃຫ້ປະເທດທັນສໄມ ໂດຍການນໍາໃຊ້ອຸປະກອນ ແລະ ເທັກໂນໂລຈີ້ ຂອງບໍຣິສັດດັ່ງກ່າວ ປະກອບສ່ວນເຂົ້າ ໃນວຽກງານພັທນາເສຖກິຈ-ສັງຄົມ ຂອງລາວ.