ທ້າວ ອາລຸນ ພົມມະລາດ, ຄົນງານລາວ ທີ່ຖືກຈັບ ຢູ່ມາເລເຊັຽ, ຍັງບໍ່ໄດ້ກັບຄືນບ້ານ
2023.03.01

ມາຮອດປັດຈຸບັນ ຄອບຄົວຂອງທ້າວ ອາລຸນ ພົມມະລາດ ຫຼື ມີຊື່ຫຼິ້ນວ່າ “ຈ່ອຍ” ອາຍຸ 23 ປີ ຊາວບ້ານ ບ້ານດອນສູງ ເມືອງສນາມໄຊ ແຂວງອັດຕະປື ທີ່ຖືກຈັບ ຢູ່ປະເທດມາເລເຊັຽ ຕັ້ງແຕ່ວັນທີ 8 ເດືອນ ມິຖຸນາ ປີ 2021 ຍັງບໍ່ທັນໄດ້ຮູ້ຂ່າວຄວາມຄືບໜ້າ ຂອງລາວເທື່ອ ວ່າເປັນຕາຍຮ້າຍດີແນວໃດ ພາຍຫຼັງທີ່ ວິທຍຸເອເຊັຽເສຣີ ໄດ້ແຈ້ງຣາຍລະອຽດຕ່າງໆ ຂອງທ້າວອາລຸນ ໃຫ້ກັບທາງສະຖານທູດລາວ ປະຈໍາປະເທດມາເລເຊັຽ ຮັບຊາບແລ້ວ ໃນວັນ 19 ມົກກະຣາ 2023 ທີ່ຜ່ານມາ ເຊິ່ງມາຮອດມື້ນີ້ ທາງຄອບຄົວ ກໍຍັງລໍຖ້າຟັງການແຈ້ງຕອບມາ ຂອງສະຖານທູດລາວ ປະຈໍາປະເທດມາເລເຊັຽຢູ່.
ດັ່ງພໍ່ຂອງທ້າວ ອາລຸນ ໄດ້ເວົ້າກັບວິທຍຸເອເຊັຽເສຣີ ຟັງ ໃນວັນທີ 27 ກຸມພາ 2023 ວ່າ:
“ບໍ່ໆ ບໍ່ ບໍ່ຍິນຂ່າວດອກ ຍັງລໍຄອຍຟັງຢູ່ຂ່າວ ເພິ່ນຊິໂທມານິ່ ບໍ່ທັນເຫັນດອກ ເພິ່ນສົ່ງຂ່າວຄາວມາ ບໍ່ທັນຮູ້.”
ຜູ້ເປັນພໍ່ ເວົ້າອີກວ່າ ທຸກມື້ນີ້ ກະບໍ່ຊ່າງຊິເຮັດຊິໄປທາງໃດ ເພາະຄິດຮອດລູກຫຼາຍ:
“ຢູ່ບ້ານຢູ່ເມືອງນີ້ ໝູ່ໄປຫັ້ນມານີ້ ໂຕລະນອນນັ່ງຄິດນັ່ງຄິດ ຢູ່ເຮືອນນີ້ ບໍ່ໄດ້ໄປໃສ ຄຶດແຕ່ນໍາລູກຊາຍນີ້ແຫຼະ ມັນຢູ່ຫັ້ນນີ້ແຫຼະ ຈັກໝູ່ຊິເປັນເຮັດຈັ່ງໃດ ຈັກໝູ່ຊິເຮັດແບບໃດ ບໍ່ທັນຮູ້ດຽວນີ້ນິ່ ໝູ່ຫາເງິນຫາທອງ ອອກໄປບ່ອນຫັ້ນບ່ອນນີ້ສະນຸກສໍ່າບາຍ ໂຕລະນັ່ງຄຶດນອນຄຶດຢູ່ກັບເຮືອນນີ້ ຄຶດແຕ່ນໍາລູກຊາຍນີ້ແຫຼະ.”
ສ່ວນຜູ້ເປັນເອື້ອຍ ທີ່ຫ່ວງນ້ອງຊາຍ ກໍໄດ້ແຕ່ລໍຖ້າຟັງຂ່າວ ຈາກຫຼາຍໆສື່:
“ຕັ້ງແຕ່ວ່າເຫັນຈົດໝາຍນິ່ ກະຍັງວ່າດີໃຈ ແນ່ໜ້ອຍນຶ່ງແຫຼະ ຄັນວ່າຮູ້ຂ່າວຄາວ ວ່າໂອ້ຍດຽວນີ້ ທາງສື່ກາງຮູ້ເຫັນແລ້ວວ່າ ບ່ອນກັງຂັງ ບ່ອນຫັ້ນບ່ອນນີ້ ວ່າຜູ້ກ່ຽວເຮັດຄະດີ ອິສັງແນ່ອິສັງແນ່ ພໍ່ແມ່ກະຄືຊິດີໃຈຫຼາຍຂຶ້ນນ້ອຍເອີ່ຍ.”
ນາງກ່າວຕື່ມວ່າ:
“ໂອ້ຍ ຫົວໃຈບໍ່ຢູ່ກັບເນື້ອກັບຕົວແລ້ວນ້ອງເອີ່ຍ ແຫ່ງບໍ່ເຫັນກັນ ເຮັດຈັ່ງໃດມັນຢູ່ໄກກັນຄົນລະປະເທດ ກະຢ້ານແຕ່ເຂົາເອົາໄປຂ້າໄປແກງນີ້ແຫຼ້ວຫຼາຍກວ່າ ເຮົາບໍ່ຮູ້ຂ່າວຄາວ ສູ່ມື້ນີ້ ກະໄດ້ແຕ່ໂສກັນແຫຼະ ພໍ່ແມ່ເອື້ອຍກັບນ້ອງ ຈັກຊິເຮັດວິທີໃດນ້ອງເອີ່ຍ ຄອບຄົວກະທຸກຍາກ ບ້ານນອກຄອກຄະແມນີ້ລະນ້ອງເອີ່ຍ ບໍ່ມີເງິນບໍ່ມີທອງ ຊິໄປໃສກະບໍ່ຈັກນໍາໝູ່ ກະວ່າອາໃສໄພເພິ່ງເພິ່ນ ພໍໄດ້ໄປຫາເງິນຫາທອງ ຊ່ອຍພໍ່ແມ່ ກະມາເປັນຈັ່ງຊີ້ອີກ ຕັ້ງແຕ່ຮູ້ຂ່າວວ່າເພິ່ນຖືກຈັບພຸ້ນ ໂອ້ຍ...ທາງຄອບຄົວບໍ່ຢູ່ ບໍ່ເປັນສຸກນ້ອງເອີ່ຍ ແມ່ດຽວນີ້ນິ່ກະເປັນຫົວໃຈອີກຕິຫວາ ຄຶດຫຼາຍ ນອນບໍ່ໄດ້ກາງຄືນ ຕັ້ງສົ້ງກະຂຶ້ນ ກິນແຕ່ຢາລະງັບປະສາດຢູ່.”
ສ່ວນຜູ້ເປັນອ້າຍ ກໍເວົ້າວ່າ ທຸກມື້ນີ້ ຍັງລໍຖ້າວ່າ ມື້ນຶ່ງ ເຈົ້າໜ້າທີ່ ຈາກສະຖານທູດລາວ ປະຈໍາປະເທດມາເລເຊັຽ ຈະຕິດຕໍ່ມາ ເພື່ອວ່າ ເພິ່ນຈະໃຫ້ຄອບຄົວທາງພີ້ ປະກອບເອກກະສານແນວໃດເພີ່ມຕື່ມ ຫຼືບໍ່:
“ເຈົ້າແມ່ນແລ້ວ ໂອ້ຍລໍຟັງຂ່າວ ແຫຼະນ້ອງເອີ່ຍ ລໍຟັງຂ່າວເພື່ອຄວາມດີໃຈນີ້ ແລະ ຈັ່ງວ່າຄຶດວ່າ ເພິ່ນຍັງລົງພື້ນທີ່ຢູ່ບໍ ກວດກາ ບ່ອນຫັ້ນບ່ອນນີ້ບໍ່ຫັ້ນແຫຼະ ກະຍັງຄິດຢູ່ ຄອບຄົວກະຍັງຄິດໆຢູ່.”
ນອກຈາກນີ້ ຜູ້ເປັນອ້າຍຍັງຂໍຝາກເຖິງໝູ່ຄູ່ ຫຼື ຜູ້ທີ່ຮູ້ ເຫັນ ທ້າວອາລຸນ ຫຼື ທ້າວຈ່ອຍ ກໍຂໍໃຫ້ຊ່ອຍແຈ້ງມາຫາທາງຄອບຄົວແດ່ ເພາະທາງຄອບຄົວ ເປັນຫ່ວງລາວຫຼາຍ:
“ຊື່ອາລຸນ “ຈ່ອຍ” ພົມມະລາດ ອາຍຸ 23-24 ປີ ທີ່ຖືກຄຸມຂັງ ຢູ່ຫ້ອງກົງ ປະເທດມາເລເຊັຽເນາະ ຖ້າວ່າເປັນໝູ່ເປັນເພື່ອນ ໄດ້ຮັບຮູ້ ທາງເຟສ ທາງລາຍນ໌ ກະຢາກໃຫ້ສືບຕໍ່ ພົວພັນມາຫາທາງຄອບຄົວ ຂອງຂ້າພະເຈົ້າແຫຼະ ທາງພໍ່ທາງແມ່ ຫຼືວ່າ ທາງອ້າຍນີ້ ທາງເຟສ ຄໍາຈັນ ສິງສຸລາ ນີ້ ຕິດຕໍ່ໂດຍຕຣົງກະໄດ້ ທາງເບີໂທ 020-7800-9475 ເປັນອ້າຍຂອງເພິ່ນ ຜູ້ໃດຮູ້ເບາະແສແນ່ ຮູ້ຂ່າວຄາວແນ່ ຂໍຝາກຂ່າວຄາວ ມາຫາພໍ່ຫາແມ່ແນ່ ທາງຄອບຄົວຂ້າພະເຈົ້າ ຢູ່ບ້ານດອນສູງ ເມືອງສນາມໄຊ ຖ້າເປັນໄປໄດ້ ກະທາງກົງສຸນ ຂອງສະຖານທູດລາວມາເລເຊັຽຫັ້ນ ກະຢາກໃຫ້ພົວພັນ ເນັ້ນໜັກຕື່ມ ອັນນັ້ນ ໃຫ້ຄິດຈອດເຖິງຫັ້ນແຫຼ້ວ ທາງຄອບຄົວກະທຸກຍາກຂາດເຂີນ ບໍ່ຮູ້ຈັກທາງຊິໄປຊິມາ ກະເພິ່ງພາທາງສີື່ກາງ ຂອງເອເຊັຽເສຣີ ນີ້ ເພື່ອປະສານສັມຕໍ່ ທາງກົງສຸນ ຫຼືສະຖານທູດລາວມາເລເຊັຽຫັ້ນ ເພື່ອພົວພັນເອົານ້ອງຊາຍຂອງຂ້າພະເຈົ້າຫັ້ນ ກັບຄືນມາໄດ້ ຄອບຄົວຂອງຂ້າພະເຈົ້າຫັ້ນ ບໍ່ມີທິດທາງແລ້ວ ຊິໄປຊິມາ ເໝິດປັນຍາແລ້ວ ບໍ່ຈັກຊິເຮັດ ໄດ້ແຕ່ຄິດຮອດຈອດເຖິງນ້ອງນຸ່ງ ຢູ່ທາງນັ້ນນ່າ ເປັນຫ່ວງເປັນໃຍຢູ່.”
ໃນມື້ວັນທີ 27-28 ກຸມພາ 2023 ເອເຊັຽເສຣີໄດ້ພຍາຍາມຕິດຕໍ່ໄປຍັງ ສະຖານທູດລາວ ປະຈໍາປະເທດມາເລເຊັຽ ເພື່ອສອບຖາມກ່ຽວກັບເຣື່ອງດັ່ງກ່າວ ແຕ່ບໍ່ສາມາດຕິດຕໍ່ໄດ້.
ແຕ່ ກ່ອນໜ້ານີ້ ຄືໃນວັນທີ 20 ເດືອນກຸມພາ 2023 ເຈົ້າໜ້າທີ່ ສະຖານທູດລາວ ປະຈໍາປະເທດມາເລເຊັຽທ່ານນຶ່ງ ກໍກ່າວຕໍ່ເອເຊັຽເສຣີ ກ່ຽວກັບເຣື່ອງຂອງທ້າວອາລຸນ ວ່າ ຍັງບໍ່ທັນຮູ້ຂ່າວຄາວ ຂອງລາວເທື່ອ:
“ໄປເຈິະທາງ ຕ.ມ ຂະເຈົ້າເນາະ ຂະເຈົ້າກະບອກວ່າ ຢູ່ນີ້ກະບໍ່ມີ ຢູ່ນີ້ກະເບິດແລ້ວ ຄ້າຍຄຸມຂັງຢູ່ ຣັຖ ແປຣັກຫັ້ນ ຢູ່ໃກ້ໆບ່ອນທີ່ວ່າ ເຈົ້າຄາດວ່າຜູ້ອັນນັ້ນຊິຢູ່ຫັ້ນນ່າ ຂະເຈົ້າແຈ້ງມາຕລອດ ເພາະວ່າ ມາເລເຊັຽ ມັນຈະມີຫຼາຍຣັຖເນາະ ປະມານ 16 ຣັຖນ່າ ມັນກະຈະມີຫຼາຍອັນນ່າ ບ່ອນຄຸມຂັງ ຂອງແຕ່ລະຣັຖ ແຕ່ລະຣັຖ ແລ້ວບາດນີ້ອັນຄັນວ່າ ຜູ້ໃດຖືກຈັບ ແລ້ວຂະເຈົ້າກະແຈ້ງມາ ແລ້ວບາງກໍຣະນີ ກະຄັນແມ່ນຂະເຈົ້າ ສິ້ນສຸດແລ້ວ ຂະເຈົ້າກະຈຶ່ງແຈ້ງມາ ລະຄັນຜູ້ໃດ ທີ່ວ່າພາສປອທເສັຽ ຂະເຈົ້າກະຈະແຈ້ງມາ.”
ທ່ານຍັງກ່າວຕື່ມວ່າ ໃນກໍຣະນີນີ້ ທາງສະຖານທູດລາວ ປະຈໍາປະເທດມາເລເຊັຽ ຈະຕິດຕໍ່ຫາຄອບຄົວຂອງຜູ້ກ່ຽວຕື່ມ:
“ຊິໂທຫາເພິ່ນ ລະຊິຂໍຣາຍລະອຽດເພິ່ນຕື່ມ ຄັນແມ່ນເຮົາບີບບ່ອນ ສະຖານທີ່ມັນລົງໃຫ້ແຄບໄດ້ ເຮົາກະຊິຊອກລາວງ່າຍຂຶ້ນ ເພາະວ່າ ຄັນເຮົາບໍ່ມີຂໍ້ມູນພຽງພໍ ລະແບບເຮົາຈະຊອກຫາລາວຍາກ ເຮົາບໍ່ຮູ້ຊໍ້າວ່າ ລາວຕິດຄຸກບໍ ຫຼືຖືກຈັບ ຫຼືຍັງຢູ່ໃນປະເທດຢູ່ ບາງທີ ລາວອາຈກັບອອກໄປໄທຍ ແລ້ວໄປເຮັດວຽກຢູ່ໄທຍກະມີ ຊຶ່ງວ່າ ອັນປັນຫາກະຄືວ່າ ລາວບໍ່ໄດ້ຕິດຕໍ່ຄອບຄົວ ແລະຄອບຄົວລາວກະບໍ່ຮູ້.”
ນອກຈາກນີ້ ທ່ານຍັງກ່າວເຖິງ ບັນຫາທີ່ຍາກ ສໍາລັບການຊອກຫາຄົນລາວ ທີ່ຖືກຈັບຢູ່ມາເລເຊັຽວ່າ ຍ້ອນຂະເຈົ້າ ບໍ່ມີພາສປອທ ແລະບອກຊື່ຂອງໂຕເອງບໍ່ຖືກ:
“ຈາກທີ່ໄດ້ລົມກັບຂະເຈົ້າ ທີ່ວ່າໄປສົ່ງຂະເຈົ້າພວກຄົນລາວ ທີ່ວ່າສິ້ນສຸດຄະດີຫັ້ນນ່າ ເວລາຖືກຈັບມາລະ ໂທຣະສັບກະເສັຽ ພາສປອທກະບໍ່ເຫັນ ແລ້ວມັນກະຍາກ ສໍາລັບເຮົາ ທີ່ວ່າຊິຕິດຕໍ່ຫາທາງຄອບຄົວ ບາງຄົນກະໃສ່ຊື່ຫຼີ້ນ ບາງຄົນກະແຈ້ງເຈົ້າໜ້າທີ່ ຕ.ມ ບໍ່ລະອຽດສໍາລັບຣາຍຊື່ ບາງຄົນເນາະ ຂະເຈົ້າກະຈະຂຽນ ຫຼືວ່າສະກົດຊື່ຂະເຈົ້າ ອາຈບໍ່ຖືກ ຫຼືວ່າ ຄັນຂະເຈົ້າບອກທາງເຈົ້າໜ້າທີ່ ຕ.ມ ບາດນີ້ ມັນຄົນລະປະເທດກັນເນາະ ຂະເຈົ້າກະບໍ່ຮູ້ຢູ່ແລ້ວ ວ່າສໍານຽງການອອກສຽງ ຂອງບ້ານເຮົາ ກັບບ້ານຂະເຈົ້າ ມັນຄົນລະຢ່າງກັນ ຄືເວລາຂະເຈົ້າຂຽນມາ ກັບທີ່ເຮົາໄດ້ໂທສັມພາດຂະເຈົ້າ ບາງທີ່ຊື່ຂະເຈົ້າ ມັນບໍ່ໃກ້ຄຽງກັນເລີຍ ກັບທີ່ ຕ.ມ ຂຽນມາ ເພາະວ່າຂະເຈົ້າບໍ່ມີ ພາສປອທ ຢູ່ດີໆ ພາສປອທຂອງເຈົ້າກະເສັຽ ນັ້ນແຫຼະກະເລີຍເປັນປັນຫາ ຂ້ອນຂ້າງໃຫຍ່ແດ່ສໍາລັບເຮົາ.”
ທ້າວ ອາລຸນ ພົມມະລາດ ຫຼືມີຊື່ຫຼິ້ນວ່າ ຈ່ອຍ ອາຍຸ 23 ປີ, ຊາວບ້ານ ບ້ານດອນສູງ ເມືອງສນາມໄຊ ແຂວງອັດຕະປື ໄປເຮັດວຽກເປັນກັມມະກອນ ຢູ່ສວນຢາງພາຣາ ໃນປະເທດມາເລເຊັຽ ໄດ້ປະມານ 4 ປີ ແລ້ວ ແລະນັບຕັ້ງແຕ່ໂຄວິດ-19 ຣະບາດ ທ້າວອາລຸນ ກໍບໍ່ໄດ້ກັບຄືນມາລາວເລີຍ, ແຕ່ລາວ ກໍໄດ້ໂທມາຫາຄອບຄົວເລື້ອຍໆຢູ່ ຈົນກະທັ້ງລາວຖືກຈັບ ໃນວັນທີ 8 ເດືອນມິຖຸນາ ປີ 2021 ກໍຂາດການຕິດຕໍ່ກັບຄອບຄົວ ມາໄດ້ 1 ປີ ປາຍແລ້ວ. ກ່ຽວກັບກໍຣະນີນີ້ ຫາກມີຄວາມຄືບໜ້າແນວໃດ ແລ້ວວິທຍຸເອເຊັຽເສຣີ ຈະມີຣາຍງານຕື່ມ. ສະບາຍດີ