ເຣື້ອງທີ່ເກັບບັນທຶກໄວ້
2023-03-09
ສປປ ລາວ ຍັງສືບຕໍ່ ຂາດດຸນການຄ້າ 13 ລ້ານໂດລ້າຣ໌ ສະຫະຣັຖ ຂະນະທີ່ ຊາວລາວ ບໍ່ໝັ້ນໃຈວ່າ ຣັຖບານ ຈະຄວບຄຸມ ລາຄາສິນຄ້າໄດ້ ຍ້ອນສິນຄ້າສ່ວນໃຫຍ່ ນຳເຂົ້າ ຈາກຕ່າງປະເທດ, ສ່ວນການກວດກາສິນຄ້າ ບໍ່ສາມາດກຳນົດ ລາຄາສິນຄ້າໄດ້ ເພາະຕົ້ນທຶນ ການນຳເຂົ້າແພງ ຢູ່ແລ້ວ.
2023-03-09
ຊາວລາວຈໍານວນຫຼວງຫຼາຍ ຮວມທັງເຈົ້າໜ້າທີ່ເວົ້າວ່າ ໂຄງການ 1 ແລວ 1 ເສັ້ນທາງຂອງຈີນ ກະທົບໃສ່ສິ່ງແວດລ້ອມ ແລະປະຊາຊົນ, ບໍ່ເປັນໄປຕາມ ຄໍາຖແລງຂອງ ທ່ານ ຈິນ ກັງ ຣັຖມົນຕຣີ ກະຊວງການຕ່າງປະເທດຈີນ.
2023-03-09
ເຈົ້າໜ້າທີ່ ແຂວງບໍ່ແກ້ວ ປະຊຸມກັນ ເພື່ອປືກສາຫາລື ເຣື່ອງຄ່າຊົດເຊີຍ ໃຫ້ປະຊາຊົນ ຢູ່ 26 ບ້ານໃນ 3 ແຂວງ ຄື ອຸດົມໄຊ, ບໍ່ແກ້ວ ແລະໄຊຍະບູຣີ ທີ່ຈະໄດ້ຮັບຜົລກະທົບ ຈາກເຂື່ອນປາກແບງ ແຕ່ຍັງຫາຂໍ້ສລຸບບໍ່ໄດ້ເທື່ອ ສ່ວນຊາວບ້ານ ມີຄວາມກັງວົນໃຈຫຼາຍ ໃນກໍຣະນີຖືກໂຍກຍ້າຍ.
2023-03-08
ການຈົດທະບຽນ ການເກີດດ້ວຍ ລະບົບຄຸ້ມຄອງ ຂໍ້ມູນພົລເມືອງ ເອເລັກໂຕຣນິກ ຢູ່ລາວ ຍັງລ່າຊ້າ ແລະເສັຍຄ່າໃຊ້ຈ່າຍຫຼາຍ, ບາງຫ້ອງການ ອາດໄດ້ເສັຍ 5 ໝື່ນ ເຖິງ 1 ແສນກີບ, ສໍາລັບການແຕ່ງດອງ ກັບຄົນຕ່າງປະເທດ ຕ້ອງໄດ້ເສັຍຄ່າແລ່ນເອກສານ ຫຼາຍກວ່າ 2,000 ໂດລ້າຣ໌ ແລະ ຍັງມີຄວາມຫຍຸ້ງຍາກ ຫຼາຍຢູ່.
2023-03-08
ຊາວບ້ານພຽງຮຸ່ງ ເມືອງໜອງແຮດ ແຂວງຊຽງຂວາງ 100 ປາຍຄອບຄົວ ທີ່ໄດ້ຮັບຜົລກະທົບ ຈາກການສ້າງເຂື່ອນນໍ້າເນີນ 1 ຂອງບໍຣິສັດ ວຽດນາມ ຂນາດ 124 ເມກະວັດ ກັງວົນເຣື່ອງຖືກໂຍກຍ້າຍ ແລະ ຄ່າຊົດເຊີຍ.
2023-03-08
ທາງການລາວ ໄດ້ຈັດສະຫລອງ ວັນແມ່ຍິງສາກົນ ຄົບຮອບ 113 ປີ ຄືກັບທຸກປີທີ່ຜ່ານມາ ກິຈກັມການສລອງ ສ່ວນໃຫຍ່ແມ່ນປະຖະກະຖາ ຄວາມເປັນມາ ຂອງວັນແມ່ຍິງສາກົນ ແລະ ການສລອງມ່ວນຊື່ນທົ່ວໄປ ສ່ວນແມ່ຍິງລາວ ຫຼາຍຄົນເຫັນວ່າ ຄວາມສເມີພາບ ລະຫວ່າງຊາຍ-ຍິງ ດີຂຶ້ນກວ່າອະດີດ.
2023-03-08
ປະເທດສີລັງກາ ກຳລັງຈະສົ່ງພົລເມືອງຂອງຕົນ ທີ່ຖືກຫລອກເຂົ້າໄປເຮັດວຽກ ເປັນສະແກມເມີ້ຣ໌ ຢູ່ເຂດເສຖກິຈ ພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍໄດ້ຖືກຊ່ອຍເຫລືອແລ້ວ ຈຳນວນ 11 ຄົນ ແລະ ຈະສົ່ງກັບຄືນ ປະເທດໃນຫມໍ່ໆນີ້.
2023-03-07
ນະຄອນຫຼວງວຽງຈັນ ມີແຜນການສ້າງຕັ້ງ ເມືອງໃໝ່ ໃສ່ຊື່ວ່າ “ເມືອງລ້ານຊ້າງ” ພາຍຫຼັງທີ່ໄດ້ກະກຽມມາເປັນເວລາ 2 ປີ, ຊຶ່ງປະຊາຊົນຄິດວ່າ ຄວນຈະມີການລົງ ປະຊາມະຕິ ເຣື່ອງຂອງຊື່ເມືອງ ຖ້າຈະສ້າງແທ້.
2023-03-07
ຄລິບວີດີໂອ ຖືກເຜີຍແຜ່ ຜ່ານສື່ສັງຄົມອ໋ອນລາຍນ໌ ທີ່ເຫດການເດັກນ້ອຍ ຊົນເຜົ່າມົ້ງອາຍຸ 9 ປີ ຮຽນຢູ່ຊັ້ນ ປ.2 ໂຮງຮຽນປະຖົມ ພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ຖືກເຈົ້າຂອງຮ້ານ ລົງໂທດ ດ້ວຍການມັດຕິດໃສ່ຣົຖຈັກ ປະຈານຢູ່ໜ້າຮ້ານ ຫຼັງຈາກພົບວ່າ ເດັກນ້ອຍຄົນນີ້ ໄດ້ລັກເຂົ້າໝົມ 1 ຫໍ່ ໃນລາຄາ 2,000 ກີບ.
2023-03-07
ຣັຖບານລາວ ກໍໄດ້ຮຽກຮ້ອງໃຫ້ອົງການ ສະຫະປະຊາຊາດ ສືບຕໍ່ໃຫ້ການຊ່ອຍເຫລືອ ປະເທດລາວ, ຊອກຫາວິທີທາງແກ້ໄຂ ຄວາມຕ້ອງການອັນຮີບດ່ວນ ແລະ ບັນຫາທ້າທາຍຕ່າງໆ ເພື່ອໃຫ້ປະເທດລາວ ຫລຸດພົ້ນ ຈາກສະຖານະ ປະເທດດ້ອຍພັທນາ ພາຍໃນປີ 2026 ນີ້ ຂະນະທີ່ຊາວບ້ານເຫັນວ່າ ເປັນເຣື່ອງຍາກ ເພາະປະຊາຊົນ ຍັງທຸກຍາກຢູ່.
2023-03-07
ສະຫະຣັຖ ອາເມຣິການ ໄດ້ມອບຍານພາຫະນະ 31 ຄັນ, ເຕັ້ນ 52 ຫຼັງ ແລະ ອຸປະກອນອື່ນໆ ລວມມູນຄ່າ ທັງໝົດ 1.3 ລ້ານໂດລ້າຣ໌ ເຂົ້າໃນວຽກງານ ເກັບກູ້ລະເບີດ ຂະນະທີ່ ງົບປະມານ ແລະ ອຸປະກອນຕ່າງໆ ສ່ວນຫຼາຍມາຈາກ ສະຫະຣັຖ, ນໍເວ ແລະ ອອສເຕຣເລັຽ.
2023-03-07
ອັດຕຣາເງິນເຟີ້ ໃນເດືອນກຸມພາ ທີ່ຜ່ານມາ ຂຶ້ນຮອດ 41% ເຊິ່ງປະຊາຊົນເຫັນວ່າ ມັນເປັນການຍາກທີ່ຣັຖບານ ຈະແກ້ໄຂ ບັນຫາເງິນເຟີ້ ທີ່ເຮັດໃຫ້ສິນຄ້າອຸປະໂພກ ແລະ ບໍລິໂພກ ໃນຊີວິດປະຈຳວັນ ແພງຂຶ້ນ.
2023-03-06
ທາງການເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກວດພົບຮ້ານບັນເທີງ ບາງແຫ່ງ ຢູ່ເຂດເມືອງຕົ້ນເຜິ້ງ ມັກມີຜູ້ໄປທ່ຽວ ໃຊ້ຢາເສບຕິດ ປະເພດຕ່າງໆ ພາຍໃນຮ້ານ ຈົນເຮັດໃຫ້ຜູ້ເສບຈຳນວນນຶ່ງ ເກີດອາການຊ໋ອກ ແລະຖືກນຳສົ່ງໂຮງໝໍ.
2023-03-06
ສະພາຢູໂຣບ ມອບຣາງວັນຢູໂຣບ ສໍາລັບຜູ້ນໍາສະຕຣີສາກົນ ປະຈໍາປີ 2023 ໃຫ້ສະຕຣີ 8 ທ່ານຈາກທົ່ວໂລກ ແລະ ນຶ່ງໃນນັ້ນ ແມ່ນສະຕຣີລາວ ຄື ດຣ. ບຸນທອນ ຈັນທະລາວົງ-ວີເຊີ, ປະທານອົງການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ປະເທດເຢັຍຣະມັນ.
2023-03-06
ຜົນສໍາຣວດ ອາຊີບໃນຝັນ ຂອງເດັກນ້ອຍລາວ ປະຈໍາປີ 2022 ຂອງບໍຣິສັດ 108 Jobs ເຊິ່ງເປັນເວັບໄຊຕ໌ ແລະແອັບຊອກຫາວຽກ ໃນລາວ ພົບວ່າ ອາຊີບແພດ ແລະ ໝໍ ຄອງອັນດັບອາຊີບ ທີ່ນັກຮຽນ ຢາກເປັນຫຼາຍທີ່ສຸດ ເພາະສາມາດຊ່ອຍຄົນໃນຄອບຄົວ ແລະຜູ້ອື່ນໄດ້.