ອາຊີບທີ່ນັກຮຽນ ຢາກເປັນຫຼາຍທີ່ສຸດ ຄື ແພດ-ໝໍ

ສຸພັດຕາ
2023.03.06
ອາຊີບທີ່ນັກຮຽນ ຢາກເປັນຫຼາຍທີ່ສຸດ ຄື ແພດ-ໝໍ ນັກຮຽນ ກຳລັງເລີກໂຮງຮຽນ, ທີ່ໂຮງຮຽນ ທັດທະຍົມສຶກສາ ສົມບູນ ວຽງຈັນ, ນະຄອນຫຼວງວຽງຈັນ ວັນທີ່ 28 ກຸມພາ ປີ 2023.
ນັກຂ່າວ ພົລເມືອງ

ບໍຣິສັດ 108 Jobs ເຊິ່ງເປັນເວັບໄຊຕ໌ ແລະແອັບຊອກຫາວຽກໃນລາວ ເຜີຍຜົນສໍາຣວດ ອາຊີບໃນຝັນ ຂອງເດັກນ້ອຍລາວ ປະຈໍາປີ 2022 ພົບວ່າ ອາຊີບແພດ ແລະໝໍ ຄອງອັນດັບອາຊີບ ທີ່ນັກຮຽນຢາກເປັນຫຼາຍທີ່ສຸດ ໂດຍນັກຮຽນທີ່ຖືກສໍາຣວດ ເກືອບ 20% ເລືອກອາຊີບນີ້ ເພາະເປັນອາຊີບທີ່ໄດ້ຊ່ອຍເຫຼືອຄອບຄົວ ແລະຜູ້ອື່ນ ແລະໄດ້ຕາມຮອຍອາຊີບ ຂອງພໍ່ແມ່ ທີ່ເປັນແພດ ແລະໝໍ່ ຢູ່ແລ້ວ.

ອັນດັບ 2 ແມ່ນເປັນເຈົ້າຂອງທຸຣະກິຈ ຍ້ອນໄດ້ເປັນນາຍໂຕເອງ ແລະຫາເງິນໄດ້ຫຼາຍ ສ່ວນອັນດັບ 3 ຍັງບໍ່ຮູ້ເທື່ອວ່າ ຢາກເປັນຫຍັງ ເພາະຕັດສິນໃຈບໍ່ໄດ້ ເປັນເຣື່ອງຂອງອະນາຄົດ.

ອັນດັບ 4 ທະຫານ-ຕໍາຣວດ ເພາະມັກໃນດ້ານນີ້ ແລະໄດ້ຊ່ອຍຮັກສາປະເທດຊາດ ອັນດັບ 5 ຢາກເຮັດອາຊີບ ໃນວົງການບັນເທີງ ເພາະມັກສາຍອາຊີບນີ້ ແລະເປັນອາຊີບ ຢາກເຮັດມາຕັ້ງແຕ່ຍັງນ້ອຍ ສ່ວນອັນດັບ 6 ຫາ ອັນດັບ 10 ແມ່ນອາຊີບດ້ານໄອທີ, ນັກກິລາ, ນັກການທູດ, ພະນັກງານເອກກະຊົນ ແລະພະນັກງານການບິນ ຕາມລໍາດັບ.

ຫາກແບ່ງຕາມເພດ ນັກຮຽນເພດຍິງ ຢາກເປັນໝໍຫຼາຍທີ່ສຸດ ຕາມດ້ວຍເຈົ້າຂອງທຸຣະກິຈ, ເຂົ້າວົງການບັນເທີງ ສ່ວນນັກຮຽນຊາຍ ຢາກເປັນນັກທຸຣະກິຈຫຼາຍທີ່ສຸດ ຮອງລົງມາ ແມ່ນຍັງບໍ່ຮູ້ ແລະອາຊີບນັກກິລາ.

ຜົນສໍາຣວດນີ້ ມາຈາກການສອບຖາມນັກຮຽນ ໃນຊັັ້ນ ມ.4 ແລະ ມ.7 ຮວມຈໍານວນ 1,026 ຄົນ ເປັນເພດຍິງ 650 ຄົນ ຈາກ 6 ໂຮງຮຽນ ຢູ່ນະຄອນຫຼວງວຽງຈັນ ໂດຍມີບໍຣິສັດ Wise ເປັນຜູ້ເຮັດສໍາຣວດ ເມື່ອຕົ້ນປີ 2022.

ຜົນ ແລະປໂຍດຕໍ່ສັງຄົມ ຈາກການເຮັດຜົນສໍາຣວດອາຊີບ ໃນຝັນ ຂອງເດັກນ້ອຍລາວ ແມ່ນຈະໄດ້ຮູ້ວ່າ ເດັກນ້ອຍຊາວລາວ ຢາກເຮັດອາຊີບຫຍັງ ເປັນການຕຣຽມຄວາມພ້ອມໃຫ້ໂຮງຮຽນ ແລະເປັນແນວທາງໃຫ້ຜູ້ປົກຄອງຂອງນັກຮຽນ.

ດັ່ງໂຕແທນຈາກ ບໍຣິສັດ 108 Jobs ກ່າວໃນງານມະຫະກັມ ວຽກເຮັດງານທໍາ ແບບເປີດກວ້າງ ປີ 2023 ໃນມື້ວັນທີ 5 ມິນາ ນີ້ວ່າ:

“ນຶ່ງ ເຮົາຈະໄດ້ຮູ້ອາຊີບ ທີ່ວ່າເດັກນ້ອຍເຫຼົ່ານັ້ນໄຝ່ຝັນ ຢາກຈະເປັນ ໃນ ສປປລາວ ແມ່ນອາຊີບຫຍັງ ສອງ ເພື່ອໃຫ້ທາງໂຮງຮຽນ ທີ່ວ່າເຮົາໄດ້ມີການເຊີນຊວນເຂົ້າຮ່ວມສໍາຣວດ ກະກຽມຄວາມພ້ອມ ຕໍ່ກັບດ້ານການຕັດສິນໃຈ ຈຸດປະສົງທີ່ 3 ກໍເພື່ອການວາງແຜນ ຫຼືໃຫ້ຄໍາແນະນໍາ ໃຫ້ກັບບັນດາພໍ່ແມ່ ຜູ້ປົກຄອງຕ່າງໆ ໃນການຕັດສິນໃຈ ຫຼືວ່າໃຫ້ປະເມີນເສັ້ນທາງໃຫ້ກັບບັນດາຜູ້ປົກຄອງ.”

ນອກຈາກນັກຮຽນລາວແລ້ວ ນັກຮຽນໄທຍ ແລະນັກຮຽນວຽດນາມ ກໍຢາກເປັນໝໍ ຫຼາຍທີ່ສຸດເຊັ່ນກັນ ຍ້ອນເປັນໝໍ ຈະໄດ້ຊ່ອຍເຫຼືອຄອບຄົວ ແລະຍາດພີ່ນ້ອງໄດ້ ນອກຈາກນີ້ ຍັງສາມາດນໍາຄວາມຮູ້ໄປເປີດຄລີນິກ ເພື່ອສ້າງຣາຍໄດ້ ແລະຍົກສະຖານະທາງສັງຄົມ ແລະເສຖກິຈໃຫ້ໂຕເອງ ແລະຄອບຄົວໄດ້ ການທີ່ນັກຮຽນລາວ ຢາກເປັນແພດ ແລະ ໝໍ ຫຼາຍທີ່ສຸດ ຈຶ່ງບໍ່ເກີນຈິງ.

ດັ່ງຜູ້ເຮັດວຽກ ດ້ານການສຶກສາ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 6 ມິນາ ນີ້ວ່າ:

“ກໍເປັນຄວາມຈິງຢູ່ ວ່າເຂົາຢາກເປັນໝໍຫັັ້ນລະ ຄັນຊິເວົ້າແລ້ວ ແນວຄິດຂອງຄົນບ້ານນອກເນາະ ຄັນໄດ້ເປັນໝໍ ກະໄດ້ຊ່ອຍພີ່ຊ່ອຍນ້ອງ ຊ່ອຍພໍ່ຊ່ອຍແມ່ອັນນັ້ນແຫຼະ ອັນໂຕສໍາຄັນ ສອງມາລະ ໂອກາດໄປຕັ້ງຄລີນິກຈັ່ງຊີ້ ກໍມີຣາຍໄດ້ດີຫັ້ນນ່າ.”

ເຖິງແມ່ນວ່າຫຼັກສູດ ການສຶກສາຈະຄືກັນ ແຕ່ຄຸນນະພາບການສຶກສາ ຂອງນັກຮຽນໃນແຕ່ລະແຂວງ ກໍບໍ່ຄືກັນ ຍ້ອນຄຸນນະພາບ ການສອນຂອງຄຣູ ຄວາມພ້ອມຂອງໂຮງຮຽນ ແລະຖານະເສຖກິຈ ແລະສັງຄົມຂອງພໍ່ແມ່ນັກຮຽນ ກໍຕ່າງກັນ ເຮັດໃຫ້ນັກຮຽນທີ່ມີອາຊີບໃນຝັນຄືກັນ ແຕ່ຢູ່ຄົນລະແຂວງ ຄົນລະໂຮງຮຽນ ໂອກາດໃນການໄປເຖິງອາຊີບໃນຝັນ ກໍບໍ່ເທົ່າກັນ.

ດັ່ງເຈົ້າໜ້າທີ່ ຜແນກສຶກສາ ແລະກິລາ ຢູ່ແຂວງສວັນນະເຂດ ທ່ານນຶ່ງ ກ່າວວ່າ:

“(ຄຸນນະພາບ) ຕ່າງກັນເຈົ້າ ເພາະວ່າໃນເມືອງສິສະດວກກວ່າ ແລະກໍມີການແຂ່ງຂັນສູງ ກວ່າແຂວງສວັນນະເຂດເຮົາກໍ ມີແຂ່ງຂັນຢູ່ ແຕ່ວ່າ ບໍ່ໄດ້ຮັບຄວາມນິຍົມ ເທົ່າກັບຢູ່ໃນເມືອງໃຫຍ່ໆ ບໍ່ມີສົ່ງເສີມທາງດ້ານຄອບຄົວ ຄ່າຮຽນເພີ່ມ ຫຼືວ່າ ຄ່າໃຊ້ຈ່າຍຕ່າງໆ ຂອງນັກຮຽນເນາະ ຄອບຄົວຢູ່ໃນເມືອງໃຫຍ່ໆ ເພິ່ນຈະສນັບສນູນຫຼາຍກວ່າ.”

ຜົນສໍາຣວດນີ້ ຍັງເປີດເຜີຍວ່າ ວິຊາທີ່ນັກຮຽນມັກຫຼາຍ ທີ່ສຸດນໍາດ້ວຍ ໂດຍນັກຮຽນຊັ້ນ ມ.4 ມັກວິຊາພາສາອັງກິຈ ຫຼາຍທີ່ສຸດ ຮອງລົງມາ ຄື ວິຊາພະລາສຶກສາ ແລະສິລປະດົນຕຣີ ສ່ວນນັກຮຽນ ຊັ້ນ ມ.7 ມັກວິຊາພາສາອັງກິຈ ຫຼາຍສຸດນໍາ ຮອງລົງມາ ຄື ປວັດສາດ ແລະສຶກສາພົລເມືອງ ໂຕແທນບໍຣິສັດ 108 Jobs ຕັ້ງຂໍ້ສັງເກດວ່າ ວິຊາທີ່ນັກຮຽນມັກ ສ່ວນຫຼາຍເປັນວິຊາທິສດີ ບໍ່ມີວິຊາດ້ານຄະນິດສາດ ແລະວິທະຍາສາດປານໃດ ເຊິ່ງວິຊາເຫຼົ່ານີ້ ຖືວ່າ ເປັນພື້ນຖານອາຊີບ ແພດ ແລະ ໝໍ.

ຂໍ້ມູນຈາກ ສູນສະຖິຕິແຫ່ງຊາຕ ລະບຸວ່າ ໃນປີ 2021 ມີນັກຮຽນຊັ້ນມັທຍົມຕອນປາຍ ທັງໃນໂຮງຮຽນພາກຣັຖ ແລະເອກກະຊົນ ມີຈໍານວນ 192,853 ຄົນ ໃນແຕ່ລະປີ ມີນັກສຶກສາຮຽນຈົບ ມະຫາວິທະຍາລັຍ 10,000 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.