ການຈົດທະບຽນ ຄອບຄົວ ຍັງຫຼ້າຊ້າ, ເສັຍຄ່າໃຊ້ຈ່າຍສູງ
2023.03.08
ກະຊວງພາຍໃນ ໄດ້ຈັດພິທີເປີດການ ຈົດທະບຽນການເກີດ ດ້ວຍລະບົບຄຸ້ມຄອງ ຂໍ້ມູນພົລເມືອງ ເອເລັກໂຕຣນິກ ຢູ່ຫໍປະຊຸມແຫ່ງຊາຕ ທີ່ນະ ຄອນຫຼວງວຽງຈັນ ໃນວັນທີ 28 ກຸມພາ ທີ່ຜ່ານມາ, ໂດຍການເຂົ້າຮ່ວມຂອງ ທ່ານ ທອງຈັນ ມະນີໄຊ ຣັຖມົນຕຣີກະຊວງພາຍໃນ ແລະທ່ານ ອາເລັກຊານເດີ້ຣ໌ ເຄຣມເມີ້ຣ໌(Alexander Kremer) ຫົວໜ້າຫ້ອງການ ທະນາຄານໂລກ ປະຈຳ ລາວ. ທີ່ຜ່ານມາ ການໃຊ້ລະບົບຈົດທະບຽນນີ້ ຍັງຫຼ້າຊ້າ ແລະເສັຍຄ່າໃຊ້ຈ່າຍຫຼາຍ.
ທ່ານ ທອງຈັນ ກ່າວວ່າ ລະບົບຄຸ້ມຄອງ ພົລເມືອງ ເອເລັກໂຕຣນິກນີ້ ຈະຕອບສນອງ ແລະອຳນວຍຄວາມສະດວກ ໃຫ້ແກ່ການຄຸ້ມຄອງ, ນຳໃຊ້, ປົກປັກຮັກສາ ແລະຄົ້ນຫາຂໍ້ມູນ ຂອງພົລເມືອງສະດວກ-ວ່ອງໄວ, ວິເຄາະ ວິໄຈສະຖີຕິ ເພື່ອວາງແຜນ ພັທນາເສຖກິຈ-ສັງຄົມ ຂອງຣັຖບານ ແລະເປົ້າໝາຍຕົວຊີ້ບອກ ແຜນພັທນາຍືນຍົງ ແລະອື່ນໆ. ກະຊວງພາຍໃນ ໄດ້ຣິເຣີ່ມພັທນາ ລະບົບ ເອເລັກໂຕຣນິກ ມາຕັ້ງແຕ່ປີ 2017 ແລະທົດລອງນຳໃຊ້ ຢູ່ 3 ແຂວງຄື ນະຄອນຫຼວງວຽງຈັນ, ແຂວງຫຼວງພຣະບາງ ແລະແຂວງຈຳປາສັກ ຊຶ່ງທັງໝົດມີ 31 ເມືອງ. ລະບົບດັ່ງກ່າວ ໃຫ້ບໍຣິການຈົດທະບຽນ ຄອບຄົວ ເປັນຕົ້ນ ການເກີດ, ການເສັຽຊິີວິດ, ການແຕ່ງດອງ, ການຢ່າຮ້າງຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍທະບຽນຄອບຄົວ ປີ 2018.
ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຖາມໄປຍັງຊາວບ້ານນາງນຶ່ງ ຜູ້ບໍ່ປະສົງອອກຊື່ ທີ່ມີປະສົບການກ່ຽວກັບການຈົດທະບຽນ ຄອບຄົວ ຍ້ອນໄດ້ເຄີຍຂໍ
ໃບຢັ້ງຢືນການເກີດ ຢູ່ຫ້ອງການພາຍໃນເມືອງແຫ່ງນຶ່ງ, ນາງເວົ້າວ່າ ການຂໍໃບຢັ້ງຢືນການເກີດ ບໍ່ໄດ້ມີຂັ້ນຕອນຫຍຸ້ງຍາກ ພຽງແຕ່ມີເອກສານການເກີດລູກ ແລະໃບອອກໂຮງໝໍກໍພໍ ດັ່ງທີ່ນາງກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ມີນາ ນີ້ວ່າ:
“ກະບໍ່ໄດ້ເປັນຫຍັງ ກະມີແຕ່ເອົາໃບເກີດ ຢູ່ໂຮງໝໍນໍ, ໃບອອກຈາກໂຮງໝໍຫັ້ນນ່າ ມາເຮັດໃບຢັ້ງຢືນການເກີດ ຢູ່ຫ້ອງການພາຍໃນເມືອງ ຊ່ຳນີ້ນ່າ. ກະມີແຕ່ເອົາໂຕນັ້ນແຫຼະ ເຂົ້າມາຂຽນໃບຄຳຮ້ອງ ອີຫຍັງໃຫ້ເຂົາເຈົ້າເຮັດໃຫ້.”
ຕາມກົດໝາຍແລ້ວ ການຂໍໃບຢັ້ງຢືນການເກີດ ແມ່ນບໍ່ໄດ້ເສັຍຄ່າ, ແຕ່ຜູ້ຮັບແລ່ນເອກສານ ທາງຣັຖການນາງນຶ່ງເວົ້າວ່າ ບາງຫ້ອງການ ຍັງມີການເກັບເງິນນຳຊາວບ້ານຢູ່ ປະມານ 50,000 ຫລື 100,000 ກີບ.
ດັ່ງທີ່ນາງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນດຽວກັນນີ້ວ່າ:
“ແຕ່ວ່າຄັນເດັກນີ້ ຕາມກົດໝາຍແທ້ເຂົາ ເຈົ້າກະບໍ່ໃຫ້ເກັບເງິນແລ້ວຫັ້ນນ່າ ແຕ່ວ່າບາງຫ້ອງການເຂົາເຈົ້າກໍ່ຍັງເກັບຫັ້ນແຫຼະ ຄ່າທຳນົງທຳນຽມ ອີ່ຫຍັງເຂົາເຈົ້າ ກໍ່ຢູ່ປະມານ ຫ້າສິບພັນຫຼືແສນນຶ່ງ ກໍ່ແລ້ວແຕ່ ຄ່ານ້ຳຮ້ອນນໍ.”
ນາງກ່າວຕື່ມວ່າ ພາຍຫຼັງທີ່ຂໍໃບຢັ້ງຢືນ ການເກີດແລ້ວ ກໍ່ຈະຕ້ອງນຳເອກສານນັ້ນ ໄປປະກອບເປັນຫຼັກຖານ ໃຫ້ເຈົ້າໜ້າທີ່ ປກສ ເມືອງ ເອົາຊື່ລູກນັ້ນເຂົ້າໃນສຳມະໂນຄົວ, ບໍ່ຍາກປານໃດ, ແຕ່ຊ້າໜ້ອຍນຶ່ງ: “ຄັນວ່າພໍແລ່ນເຂົ້າ ສຳມະໂນຄົວນໍ ຖ້າແມ່ນເຮົາໄປເຮັດ ໃບຄຳຮ້ອງເອົາສຳມະໂນຄົວ ຊັ້ນລະກະເຮັດໃບຄຳຮ້ອງ ເອົາລູກເຂົ້າສຳມະໂນຄົວ ໂຕນີ້ນ່ະ ໂຕນີ້ກະຈະບໍ່ຍາກປານໃດ ແຕ່ຊ້າໜ້ອຍນຶ່ງ.”
ສຳລັບການຈົດທະບຽນ ຄອບຄົວປະເພດອື່ນ ເປັນຕົ້ນ ການຂໍໃບຢັ້ງຢືນການແຕ່ງດອງ ມີຄວາມຫຍຸ້ງຍາກແດ່ ແລະໃຊ້ເວລາດົນ ເພາະຕ້ອງໄດ້ໃຊ້ເອກສານ ຫຼາຍຢ່າງ ແລະຜ່ານຫລາຍຂັ້ນຕອນ ເປັນຕົ້ນການແຕ່ງດອງ ກັບຄົນຕ່າງປະເທດ ກໍ່ຈະມີເອກສານຫຼາຍຂຶ້ນ ກວ່າກັບຄົນລາວດ້ວຍກັນ.
ດັ່ງທີ່ຜູ້ຮັບແລ່ນເອກສານ ທາງຣັຖການ ອີກທ່ານນຶ່ງເວົ້າວ່າ:
“ເຮົາຈະໃຫ້ໄປເຊັນບ້ານໃຫ້ຊື່ໆ ທີ່ເຫຼືອແມ່ນເຮົາຈະຄົນແປໃຫ້ນໍ ກໍ່ຈະແມ່ນໃຫ້ກໍ່ຄືໄປສານນໍ, ສານແລ້ວກໍ່ໄປຂັ້ນເມືອງ ຫຼັງຈາກຂັ້ນເມືອງແລ້ວ ຈະໄປຂັ້ນແຂວງ ນໍ. ຂັ້ນແຂວງນີ້ກະຊິໃຫ້ຕຳຣວດແຂວງ ເຂົາເຈົ້າຈະນັດທັງສອງຄົນວ່າ ຕ້ອງສຳພາດ ນໍ ວ່າເຮົາຊິແຈ້ງໃຫ້ເຂົ້າສຳພາດ. ຄືຢູ່ນະຄອນຫຼວງນີ້ ຄືໄວສຸດນີ້ກໍ່ລະດັບ 6 ເດືອນ, ເຈົ້າ. ມັນດົນຢູ່ ຢູ່ຂັ້ນກະຊວງມັນຊິດົນ ເອກສານຈະຢູ່ເທິງນັ້ນ ປະມານ 4 ເດືອນ.”
ທ່ານກ່າວຕື່ມວ່າ ສຳລັບຄ່າໃຊ້ຈ່າຍ ຂອງການແລ່ນເອກສານແຕ່ງດອງ ກັບຄົນຕ່າງປະເທດ ແມ່ນຫຼາຍກວ່າ 2,000 ໂດລ້າຣ໌ ສະຫະຣັຖ. ຖ້າຫາກແລ່ນເອກສານເອງ ອາຈມີຄວາມຫຍຸ້ງຍາກ ຫຼາຍກວ່າ ແລະໃຊ້ເວລາດົນກວ່ານັ້ນ.
ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ ໄປຫາເຈົ້າໜ້າທີ່ ຫ້ອງການ ພາຍໃນທີ່ກ່ຽວຂ້ອງ, ແຕ່ບໍ່ສາມາດຕິດຕໍ່ໄດ້.
ການເປີດຈົດທະບຽນ ການເກີດ ຜ່ານລະບົບຄຸ້ມຄອງ ຂໍ້ມູນພົລເມືອງ ເອເລັກໂຕຣນິກ ຄັ້ງນີ້ ເປັນການບໍຣິການ ປະຊາຊົນແບບທັນສໄມ ຕາມແຜນພັທນາ ເສຖກິຈ-ສັງຄົມ ແຫ່ງຊາຕ, ຮັບປະກັນຄາດໝາຍສູ້ຊົນ ຂອງ ຣັຖບານລາວ ທີ່ໄດ້ກໍານົດໄວ້ ໃຫ້ເຮັດໄດ້ໃນປີ 2024. ສປປ ລາວ ຕັ້ງເປົ້າໝາຍ ເອົາໄວ້ວ່າ ຈະເຮັດໃຫ້ພົລເມືອງ ແລະເດັກນ້ອຍເກີດໃໝ່ ໄດ້ຮັບການຈົດທະບຽນ ແລະມີໃບຢັ້ງຢືນການເກີດ ຢ່າງໜ້ອຍໃຫ້ໄດ້ 70%, ຂອງຈໍານວນທັງໝົດ, ອີງຕາມຣາຍງານ ຂ່າວສານ ກະຊວງພາຍໃນ.
ລະບົບການຄຸ້ມຄອງ ຂໍ້ມູນພົລເມືອງ ເອເລັກໂຕຣນິກ ນີ້ ແມ່ນໃຊ້ພາຍໃນສະເພາະ ພາກສ່ວນທີ່ກ່ຽວຂ້ອງກັບການຈົດທະບຽນ ການເກີດ ຂອງກະຊວງພາຍໃນ, ກະຊວງສາທາຣະນະສຸຂ, ກະຊວງປ້ອງກັນຄວາມສງົບ.
ຄວາມພະຍາຍາມ ຂອງທາງການລາວ ໃນການນຳໃຊ້ລະບົບ ເອເລັກໂຕຣນິກ ທີ່ທັນສໄມເຂົ້າໃນວຽກງານຕ່າງໆ ຂອງຣັຖບານ ຫຼາຍຂຶ້ນ ແຕ່ກໍ່ຍັງບໍ່ສາມາດຕອບສນອງ ຄວາມຕ້ອງການ ຂອງປະຊາຊົນລາວໄດ້ເທົ່າທີ່ຄວນ ຮວມທັງການເປີດ ລະບົບຈອງຄິວອ໋ອນລາຍນ໌ ຂອງກະຊວງ ການຕ່າງປະເທດ ສຳລັບການນັດຍື່ນ ເອກສານ ຄຳຮ້ອງ ເພື່ອເຮັດໜັງສືຜ່ານແດນ ເມື່ອເດືອນກຸມພາ ທີ່ຜ່ານມາ ຊຶ່ງກໍ່ເຮັດໄດ້ພຽງແຕ່ຢູ່ໃນນະຄອນຫຼວງວຽງຈັນ ເທົ່ານັ້ນ.