ຊາວບ້ານວ່າ ການຄົ້ນຫາ ຄວນສືບຕໍ່
2018.08.22
ນັບແຕ່ມື້ວັນທີ່ 15 ສິງຫາ ຜ່ານມານີ້ ທາງການລາວ ໄດ້ໂຈະການຄົ້ນຫາ ຜູ້ຫາຍສາບສູນ ຢູ່ເມືອງສນາມໄຊ ແຂວງອັຕປື ຍ້ອນນໍ້າຖ້ວມສູງ ແລະບໍ່ມີອຸປກອນ ດ້ານກູ້ພັຍຢ່າງພຽງພໍ ຂນະທີ່ ທາງຄອບຄົວ ຂອງຜູ້ຫາຍສາບສູນ ຢາກໃຫ້ ທາງການລາວ ຊອກຫາ ຜູ້ຫາຍສາບສູນອີກ ຢ່າງສຸດ ຄວາມສາມາດ. ດ່ັງ ນາຍບ້ານ ບ້ານຫິນລາດ ເມືອງສນາມໄຊ ແຂວງອັດຕະປື ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ່ 22 ສິງຫາ ນີ້ວ່າ:
“ເສັຍໃຈ ກໍຢາກໃຫ້ຄົ້ນຫາ ເຫັນຊາກສົບໝົດແລ້ວ ຜູ້ທີ່ຫາຍສາບສູນ ໃນບ້ານທ່າຫິນນີ້ຖືວ່າ ປັຈຈຸບັນນີ້ ເສັຍຊີວິດ ແລ້ວປານນີ້ ບໍ່ຮູ້ຂ່າວວ່າ ຢູ່ຈຸດໃດ, ເຂົາເຈົ້າຢາກໃຫ້ທາງການນີ້ ຊ່ວຍຫາຈົນສຸດຄວາມສາມາດ ເພາະວ່າຄົນບໍ່ເຫັນ ກໍສິຢູ່ໃນສາຍນໍ້າທີ່ ມັນພັດໄປ ໃນຕອນນັ້ນລະ ກໍສິບໍ່ໄປໄກຈາກ ເຂດນໍ້າ ທີ່ມັນພັດ ໄປ ແຕ່ ວ່າມັນສິຢູ່ຈຸດໃດ ພວກເຂົາເຈົ້າກໍບໍ່ຮູ້”
ທ່ານກ່າວຕຶ່ມວ່າ ສະເພາະບ້ານຫີນລາດ ບ້ານດຽວ ທີ່ມີທັງໝົດ 98 ຄອບຄົວ 596 ຄົນ ນັ້ນມີຜູ້ເສັຍຊີວິດ ແລ້ວ 14 ຄົນ ແລະ ຍັງ ຫາຍສາບສູນ ອີກ 17 ຄົນ ແລະວ່ານັບແຕ່ມື້ເຂື່ອນແຕກມາ ກໍຍັງບໍ່ຮູ້ ຊະຕາກັມ ຂອງແຕ່ລະຄອບຄົວ ວ່າກິນນອນຢູ່ໃສ ມີຜູ້ເຈັບເປັນ ຫລືຕາຍ ເພີ້ມຕື່ມຈັກຄົນ ເພາະເສັ້ນທາງ ໄປຫາບ້ານນັ້ນ ຖືກຕັດຂາດໝົດ.
ສ່ວນປະຊາຊົນບ້ານໃໝ່ ເມືອງສນາມໄຊ ຜູ້ນຶ່ງເວົ້າວ່າ ຢູ່ເຮືອນນໍາພໍ່ເຖົ້າແລະແມ່ເຖົ້າ ແຕ່ເພິ່ນຕາຍໝົດ ຍ້ອນເຖົ້າແກ່ ໜີບໍ່ທັນ ດຽວນີ້ ພົບເຫັນແຕ່ສົບຂອງແມ່ເຖົ້າ ແລະກໍໄດ້ ເຮັດພິທີເຜົາໄປແລ້ວ ສ່ວນສົບພໍ່ເຖົ້ານັ້ນ ຍັງຫາບໍ່ພົບເທື່ອ:
“ເຫັນແຕ່ແມ່ເຖົ້າ ພໍ່ເຖົ້າບໍ່ເຫັນ ເຮືອນກໍໄປ ແມ່ນຫຍັງກໍໄປໝົດ ມາມື້ນີ້ເຫັນເສື້ອຕົວດຽວ ເສື້ອຫົ່ມວຽກເມືອໄຮ່ເມືອນາ, ຈຶ່ງວ່າອາສັຍແຕ່ ທາງການ ທາງຂັ້ນເທິງ ເພິ່ນສິໃຫ້ທິດທາງແນວໃດ ເວົ້າເຣື້ອງຕົວເອງ ບໍ່ຈັກສິຢູ່ ບໍ່ຈັກສິອັນນີ້ ມາບ້ານກໍບໍ່ມີບ່ອນນັ່ງ ບ່ອນຢູ່ ເມືອຢູ່ພຸ້ນ ກໍໃຊ້ແນວຄິດ ກິນບໍ່ໄດ້ ນອນບໍ່ໄດ້ ນັ່ງຄິດນັ່ງອ່ານ ແລ້ວກໍບໍ່ຮູ້ອີກວ່າ ເພິ່ນສິເອົາໄປໄວ້ບ່ອນໃດ ຢູ່ໃສ.”
ວິທຍຸເອເຊັຍເສຣີ ໄດ້ໂອ້ລົມກັບຄອບຄົວ ຂອງຜູ້ເສັຍຊີວິດ ແລະ ຜູ້ຫາຍສາບສູນ ຊຶ່ງພວກເຂົາເຈົ້າເວົ້າ ແບບດຽວກັນວ່າ ຮູ້ສຶກຫົດຫູ່ຫຼາຍ ຍ້ອນບໍ່ເຄີຍຄິດວ່າ ຈະໄດ້ປະເຊີນກັບ ເຫດການເຂື່ອນແຕກເຊັ່ນນີ້ ເຂົາເຈົ້າຕ້ອງສູນເສັຍ ຄົນໃນຄອບຄົວ ບາງຄອບຄົວ ກໍຍັງຫາຄົນ ໃນຄອບຄົວບໍ່ພົບ, ຊັບສິນ ເຄື່ອງໃຊ້ຕ່າງໆໃນເຮືອນ ກໍບໍ່ມີຫຍັງເຫລືອ.
ຢ່າງໃດກໍຕາມ ທາງການລາວ ເວົ້າວ່າ ໃນ 6 ບ້ານ ເປັນຕົ້ນ ບ້ານໃໝ່, ບ້ານທ່າຫິນ, ບ້ານທ່າແສງຈັນ ແລະ ບ້ານປິນດົງ ຈາກທັງໝົດ 13 ບ້ານ ຈະໄດ້ຢູ່ເຮືອນພັກຊົ່ວຄາວ ປະມານ 3-4 ປີ ທີ່ທາງການລາວ ຈັດສັນໃຫ້ ຮວມທັງໝົດ 5 ຈຸດ ຈົນກ່ວາທາງການລາວ ຈະຫາ ພື້ນທີ່ ເພື່ອ ສ້າງບ້ານຖາວອນໃຫ້.