ນາຍົກຣັຖມົນຕຣີ ໃຫ້ແກ້ ບັນຫາ ຄອບຄົວທຸກຍາກ
2019.07.10
ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕີ ສປປລາວ ໄດ້ກ່າວຢູ່ໃນກອງປະຊຸມຣັຖບານ ໃນວັນທີ 28 ມິຖຸນາ ຜ່ານມາວ່າ ຂໍໃຫ້ເລັ່ງແກ້ໄຂ ບັນຫາ ຄອບຄົວທຸກຍາກ 64 ພັນປາຍຄອບຄົວ ທົ່ວປະເທດໃຫ້ໄວທີ່ສຸດ ໃນຂນະທີ່ ເຈົ້າໜ້າທີ່ ສະຖາບັນຄົ້ນຄວ້າເສຖກິດ ແຫ່ງຊາດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 9 ກໍຣະກະດາ ນີ້ວ່າ ການແກ້ໄຂບັນຫາ ຄວາມທຸກຍາກ ໃຫ້ໄດ້ຕາມມາຕຖານ ແລະໝັ້ນຄົງແມ່ນມີ ຄວາມຫຍຸ້ງຍາກ ຍ້ອນມັນຕິດພັນກັບເຣຶ່ອງ ໂຄງຮ່າງ ພື້ນຖານ ຂອງປະເທດ ທີ່ຍັງພັທນາບໍ່ທົ່ວເຖິງ, ດັ່ງທີ່ທ່ານກ່າວວ່າ:
"ແຕ່ວ່າວຽກການຫລຸດຜ່ອນຄວາມທຸກຍາກ ພັທນາຊົນນະບົດ ມັນຕິດພັນກັບຫຼາຍຂແນງການ ມັນບໍ່ພຽງແຕ່ວ່າໄປ ສົ່ງເສີມກະສິກັມ ແລະ ກັບສ້າງອາຊີບ ມັນກໍມີເຣຶ່ອງຖນົນຫົນທາງ ເຣຶ່ອງສຶກສາ, ສາທາ ເຣຶ່ອງປະຊາສົງເຄາະ ແມ່ນຫຍັງຕ່າງໆຫັ້ນນະ."
ນາງເວົ້າວ່າ ປັດຈຸບັນມີຄອບຄົວທຸກຍາກ 64 ພັນປາຍຄົນ, ບ້ານທຸກຍາກ 1,500 ບ້ານ, ເມືອງທຸກຍາກ 23 ເມືອງ ຢູ່ຕາມແຂວງຕ່າງໆ ເປັນຕົ້ນແຂວງຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ, ຫົວພັນ, ຊຽງຂວາງ, ເຊກອງ ແລະ ແຂວງອັດຕະປື. ຫລາຍແຂວງພາກເໜືອຂອງລາວ ຍັງຖືວ່າມີຄວາມທຸກຍາກທີ່ສຸດ ແຕ່ທີ່ຜ່ານມາຍັງຊ່ອຍເຫຼືອໄດ້ໜ້ອຍ ຍ້ອນຖນົນຫົນທາງບໍ່ດີ ເຂົ້າໄປຫາຍາກ.
ແລະເຈົ້າໜ້າທີ່ກອງທຶນ ຫຼຸດຜ່ອນຄວາມທຸກຍາກ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ທີ່ຜ່ານມາ ຣັຖບານລາວ ໄດ້ປະເມີນ ຄວາມທຸກຍາກ ໂດຍອີງໃສ່ຣາຍຮັບ ຂອງປະຊາຊົນ ປະມານ 2,5 ໂດລາ ສະຫະຣັຖ ຕໍ່ຄົນຕໍ່ມື້, ແຕ່ປັດຈຸບັນ ບໍ່ພຽງແຕ່ຖືເອົາຣາຍຮັບ ເທົ່ານັ້ນ ແຕ່ຫາກຍັງຖືເອົາ ທັງວ່າບ້ານ, ເຂົ້າເຖິງສາທາຣະນະສຸກ ຫຼືບໍ່, ມີໄຟຟ້າໃຊ້ ຫຼືຍັງ, ແລະ ຕ້ອງມີຖນົນຫົນທາງຕັດຜ່ານ ນຳດ້ວຍ:
"ບັນຫາກໍຄືວ່າ ດຽວນີ້ຫັ້ນພວກເອື້ອຍ ກໍກຳລັງຂຸ້ນຂ້ຽວຢູ່ວ່າ ໄປເຜີຍແພ່ໃຫ້ທາງເມືອງ, ທາງແຂວງ, ແຕ່ຍັງບໍ່ທັນສຳເຣັດເທື່ອ ຂະເຈົ້າຈະໄປ ເນັ້ນໃສ່ ຣາຍຮັບຂອງປະຊາຊົນມາເປັນຕົວຕັ້ງ ໃນການປະເມີນວ່າ ສິທຸກຫລືບໍ່ທຸກ. ດຳຣັຖຕົວໃໝ່ ມັນບໍ່ມີແຕ່ສະເພາະຣາຍຮັບ ເວົ້າເຣຶ່ອງ ການເຖິງສາທາຣະນະສຸກ ກໍຕ້ອງມີມານຳ ຄັນບ້ານເຈົ້າແປວ່າບ້ານເຈົ້າກໍຍັງທຸກ."
ກ່ຽວກັບບັນຫາທີ່ວ່ານີ້ ທ່ານ ຈິດ ທະວີໄສ ຜູ້ອຳນວຍການບໍຣິຫານກອງທຶນ ຫລຸດຜ່ອນຄວາມທຸກຍາກ ເວົ້າວ່າ ເມື່ອປີກາຍ ທາງການລາວ ສາມາດຫລຸດຜ່ອນຄວາມທຸກຍາກໄດ້ 326 ບ້ານ, 27 ພັນປາຍ ຄອບຄົວ -ຕາມຣາຍງານຂ່າວ ABC Laos News ວັນທີ 11 ມິນາ 2019.
ນະໂຍບາຍຫລຸດຜ່ອນຄວາມທຸກຍາກ ໃຫ້ປະຊາຊົນ ຂອງຣັຖບານລາວ ຄືຕ້ອງສ້າງວຽກເຮັດງານທຳ ໃຫ້ປະຊາຊົນມີຣາຍຮັບ ທີ່ໝັ້ນຄົງ ແລະນັບມື້ສູງຂຶ້ນ, ສ້າງການຜລິດ, ມີສິນຄ້າ, ມີຕລາດຈຳໜ່າຍ ທີ່ແນ່ນອນ ແລະເຮັດໃຫ້ຣາຍຮັບ ຂອງຄອບຄົວ, ຂອງບ້ານ ແລະເມືອງ ສູງຂຶ້ນ ຊຶ່ງເປັນເປົ້າໝາຍ ທີ່ຈະເຮັດໃຫ້ສຳເຣັດ ໃນປີ 2021 ນີ້.
ຣັຖບານສປປລາວ ຕັ້ງເປົ້າໝາຍວ່າຈະເຮັດໃຫ້ ຄວາມທຸກຍາກຂອງຄອບຄົວ ລົດລົງຈາກ 27% ໃນປັດຈຸບັນໃຫ້ເຫຼືອ 10% ໃນປີ 2020.