ສູນປາແດກ ຈະຈັດງານ ຣະນຶກເຖິງ ທ.ສົມບັດ
2017.11.27

ຄອບຄົວ ທ່ານ ສົມບັດ ສົມພອນ ແລະ ເຄືອຂ່າຍຂອງສູນອົບຮົມຮ່ວມພັທນາ ຫຼື ສູນປາແດກ ຈະຮ່ວມກັນຈັດງານຣະນຶກເຖິງ ທ່ານ ສົມບັດ ສົມພອນ, ນັກພັທນາອາວຸໂສ ຜູ້ດີເດັ່ນໃນລາວ ແລະ ທັງເປັນຜູ້ກໍ່ຕັ້ງ ສູນອົບຮົມຮ່ວມພັທນາ ພາຍຫຼັງທີ່ທ່ານ ຖືກລັກພາຕົວໄປ ເປັນເວລາຄົບຮອບ 5 ປີເຕັມ.
ຕາງໜ້າຄະນະບໍຣິຫານ ຂອງສູນອົບຮົມຮ່ວມພັທນາ, ໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວເອເຊັຽເສຣີ ໃນວັນທີ 23 ພຶສຈິກາ ນີ້ວ່າ ນອກຈາກຈະເປັນ ການວາງສະແດງຜົລງານຕ່າງໆ ຂອງເຄືອຂ່າຍສູນອົບຮົມຮ່ວມພັທນາແລ້ວ, ກໍຍັງຈະມີພິທີຣະນຶກເຖິງ ທ່ານ ສົມບັດ ສົມພອນ ໃນຖານະ ຜູ້ກໍ່ຕັ້ງສູນປາແດກ ດັ່ງທ່ານໄດ້ກ່າວວ່າ:
“ເຮົາຊິຈັດປາແດກແຟຣ ເຊິ່ງເປັນແຟຣ ທີ່ແຕ່ລະປີເຮົາເຮັດມາຢູ່ແລ້ວ. ຢູ່ໃນແຟຣເຮົາ ກະເອີ້ນວ່າສະແດງຜົລງານ ຂອງຄູ່ຮ່ວມງານ ຂອງ ປາແດກ ຫັ້ນ ທີ່ມີຜົລງານ ຫຼືວ່າເອີ້ນວ່າ ມີຜົລງານໃນການປະກອບສ່ວນ ເຂົ້າໃນການພັທນາສ້າງສາ ຄວາມເຂັ້ມແຂງ ອັນໃດກະແລ້ວແຕ່ ໃຫ້ແກ່ຊຸມຊົນກຸ່ມເປົ້າໝາຍຫັ້ນເນາະ. ຕໍ່ມາ, ແນ່ນອນເນາະ ເຮົາເວົ້າເຣື້ອງຂອງຜູ້ກໍ່ຕັ້ງ ໜ້ອຍນຶ່ງວ່າ ຜົລງານທັງໝົດນີ້, ແມ່ນຄວາມຄິດ ທີ່ເວົ້າເຖິງ ການພັທນາແບບຍືນຍົງນີ້ ກະແມ່ນເຣີ້ມຕົ້ນຈາກທີມງານ ຂອງເພິ່ນ ທີ່ລວມທັງທ່ານ ສົມບັດ ຫັ້ນແຫຼະ."
ທ່ານກ່າວຕື່ມວ່າ ໃນນາມສ່ວນໂຕ ກໍຄືສູນອົບຮົມຮ່ວມພັທນາ ທ່ານຢາກເຊີນຊວນໃຫ້ ຊາວໜຸ່ມ-ຍິງສາວ ແລະ ອະດີດອາສາສມັກ ທີ່ເຄີຍ ຜ່ານການຝຶກອົບຮົມ ຈາກສູນນີ້ ແລະ ທຸກຄົນໆທີ່ເຫັນຄວາມສຳຄັນ ຂອງການພັທນາ ໃຫ້ເຂົ້າມາຮ່ວມງານ ໃນຄັ້ງນີ້.
“ທຸກໆອົງການຈັດຕັ້ງທາງສັງຄົມ ຊິເປັນແມ່ຍິງ, ເປັນຊາວໜຸ່ມ ຫຼືຊິເປັນວັຍໜຸ່ມອີ່ຫຍັງກະແລ້ວແຕ່ ທີ່ໄດ້ຮັບການຝຶກອົບຮົມ ຈາກປາແດກ ໃນໄລຍະ 20-30 ປີຫຼັງພຸ້ນແຫຼະເນາະ ຫຼື 20 ປີຫຼັງພຸ້ນແຫຼະໄປ໋. ສະນັ້ນ, ເຮົາກະເຊີນໃຫ້ທຸກຄົນຫັ້ນແຫຼະ ທຸກຄົນ ທີ່ເວົ້າງ່າຍໆ ເຫັນຄວາມສຳຄັນ ຂອງການພັທນາຫັ້ນ ໃຫ້ເຂົ້າມາຮ່ວມ, ວ່າຊັ້ນເທາະໄປ໋."
ງານຣະນຶກເຖິງ ທ່ານ ສົມບັດ ສົມພອນ ໃນປີນີ້ ຈະຈັດຂຶ້ນໃນວັນສຸກ ທີ 15 ທັນວາ 2017 ທີ່ຈະມາເຖິງນີ້, ເຊິ່ງກົງກັບວັນທີ່ ທ່ານ ສົມບັດ ສົມພອນ ຖືກລັກພາຕົວໄປ ເມື່ອ 5 ປີກ່ອນ ຄືວັນທີ 15 ທັນວາ 2012 ຢູ່ຕໍ່ໜ້າປ້ອມຍາມຕຳຣວດຈາຣະຈອນ ກົງກັນຂ້າມກັບ ວິທຍາລັຍການຊ່າງ ລາວເຢັຽຣະມັນ, ຖນົນທ່າເດື່ອ.
ໃນປີນີ້, ຄາດວ່າຈະມີບັນດາເພື່ອນຮ່ວມງານທັງຄົນລາວ ແລະ ຕ່າງປະເທສ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ຄູ່ຮ່ວມພັທນາສາກົນ, ຜູ້ຕາງໜ້າສະຖານທູຕຕ່າງປະເທສປະຈຳລາວ, ອະດີດພະນັກງານ ແລະ ອະດີດອາສາສມັກຂອງສູນປາແດກ ກໍຈະມາເຂົ້າຮ່ວມງານ.