ພົລເມືອງ ຈາກປະເທດສີລັງກາ ໄດ້ຖືກຫລອກລວງ ມາເຮັດວຽກ ເປັນສະແກມເມີ້ຣ໌ ຈຳນວນຫລາຍຄົນ ຢູ່ເຂດເສຖກິຈ ພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍໄດ້ຖືກຊ່ອຍເຫລືອແລ້ວ ຈຳນວນ 11 ຄົນ ແລະຕຣຽມສົ່ງກັບຄືນ ປະເທດສີລັງກາ ໃນຫມໍ່ໆນີ້. ອີງຕາມການໃຫ້ຂໍ້ມູນ ຂອງ ທ່ານ Damith Aluge ເຈົ້າຫນ້າທີ່ ຈາກສະຖານກົງສຸນ ກິດຕິມະສັກສີລັງກາ ປະຈຳປະເທດລາວ ກ່າວຕໍ່ວິທຍຸ ເອເຊັຽເສີ ໃນວັນທີ 8 ມີນາ 2023.
ທ່ານຍັງໄດ້ໃຫ້ຂໍ້ມູນຕື່ມວ່າ ສະຖານກົງສຸນ ກິດຕິມະສັກສີລັງກາ ປະຈຳປະເທດລາວພາຍໃຕ້ການນຳ ຂອງ ຍານາງ ມະນີໄລ ທິບພະລັງສີ ກົງສຸນ ກິດຕິມະສັກ ສີລັງກາ ປະຈຳປະເທດລາວ ຜູ້ທຳອິດ ໄດ້ເຮັດວຽກກັບຣັຖບາລາວ, ອົງການສະຫະປະຊາຊາດ ປະຈຳລາວ, ອົງການລະຫວ່າງປະເທດເພື່ອການໂຍກຍ້າຍ ຖິ່ນຖານ ປະຈຳລາວ ແລະສີລັງກາ ແລະສະຖານທູດ ສີລັງ ກາປະຈຳປະເທດລາວໄດ້ດຳເນີນການຕໍ່ຜູ້ ຮ້ອງຂໍເພື່ອສົ່ງໂຕກັບ ປະເທດສີລັງກາ. ທ່ານລະບຸຕື່ມວ່າ ພວກເຮົາໄດ້ຊ່ອຍເຫລືອ ພົລເມືອງສີລັງກາ ຈຳນວນ 11 ຄົນ ຈາກເຂດເສຖກິຈພິເສດສາມຫລ່ຽມ ຄຳຊຶ່ງທັງຫມົດຈະເດີນທາງມາຮອດ ນະຄອນຫລວງວຽງຈັນ ໃນຕອນແລງຂອງວັນທີ 10 ມີນານີ້ ແລະພວກເຂົາເຈົ້າ ຈະຖືກນຳໂຕ ສົ່ງກັບປະເທດສີລັງກາ ໃນຫມໍ່ໆນີ້ ທັນທີທີ່ຖ້ຽວບິນ ໄດ້ຮັບການຢືນຢັນແລ້ວ.
ເຈົ້າຫນ້າທີ່ລາວ ນາງນຶ່ງທີ່ຂໍສງວນຊື່ ແລະ ອົງກອນ ທີ່ຮູ້ຂໍ້ມູນກ່ຽວກັບການຊ່ອຍເຫລືອ ພົລເມືອງສີລັງກາ ດັ່ງກ່າວໂດຍພົລເມືອງສີລັງກາ ທີ່ຖືກຫລອກລວງມາເຮັດວຽກ ຢູ່ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳນັ້ນ ສ່ວນໃຫຍ່ເຮັດວຽກເປັນສະແກມເມີ້ຣ໌ ຢູ່ບໍຣິສັດຕ່າງໆ ໃນເຂດດັ່ງກ່າວ ບໍ່ແມ່ນເຮັດວຽກພາຍໃຕ້ຄິງສ໌ໂຣມັນສ໌ ໂດຍຫລາຍພາກສ່ວນ ທີ່ກ່ຽວຂ້ອງຈະສົ່ງພົລເມືອງສີລັງກາ ທັງຫມົດກັບຄືນປະເທດ ຂອງເຂົາເຈົ້າ ໃນອີກບໍ່ດົນນີ້.
ດັ່ງຍານາງກ່າວ ໃນວັນທີ 8 ມີນານີ້ວ່າ:
“ກາບໍ່ແມ່ນກາສິໂນ ຈະເປັນບໍຣິສັດທີ່ຢູ່ໃນພວກເຮົາ ກາໄດ້ປະສານງານ ກັບຫລາຍພາກສ່ວນ ທີ່ຈະຊ່ອຍເຫລືອຄົນສີລັງກາ ຕາມຣາຍຊື່ທີ່ວ່າ ເຂົາເຈົ້າແຈ້ງມາທີ່ຈະກັບໄປ ປະເທດສີລັງກາ ຊິລວມຢູ່ໃນຫລາຍໆ ປະເທດ ທີ່ຖືກຕົວະຍົວະເຂົ້າມາ.”
ຍານາງກ່າວຕື່ມວ່າ ສຳລັບພົລເມືອງຊາວສີລັງກາ ດັ່ງກ່າວທີ່ຖືກຫລອກລວງ ໄປເຮັດວຽກຢູ່ເຂດສາມາຫລ່ຽມຄຳນັ້ນ ໄດ້ເດີນທາງເຂົ້າມາໃນລາວ ໃນຊ່ອງທາງຕ່າງໆ ເປັນຕົ້ນເດີນທາງເຂົ້າມາ ຜ່ານປະເທດໄທຍ. ສ່ວນຣາຍລະອຽດເພີ່ມຕື່ມ ເປັນຕົ້ນພົນລະເມືອງສີລັງກາ ດັ່ງກ່າວ. ໄດ້ຖືກທຳຮ້າຍຮ່າງກາຍ ຫລື ບໍ່ນັ້ນ ແລະຣາຍລະອຽດອື່ນໆ ຍັງບໍ່ສາມາດເປີດເຜີຍ ຂໍ້ມູນຫລາຍໄປກ່ວານີ້ໄດ້ເທື່ອ.
ກ່ອນຫນ້ານີ້ ສຳນັກງານຈັດຫາງານ ຂອງສີລັງກາໄດ້ (The Sri Lanka Bureau of Foreign Employment) ໄດ້ຮັບເຣື່ອງຮ້ອງຮຽນ 15 ເຣື່ອງກ່ຽວກັບພົລເມືອງ ສີລັງກາ ທີ່ຖືກຫລອກລວງ ໄປເຮັດວຽກ ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ ປະເທດລາວ ຊຶ່ງໄດ້ລະບຸວ່າ ນາຍຫນ້າຄ້າມະນຸດ ໄດ້ພາພົລເມືອງ ສີລັງກາຈຳນວນນຶ່ງ ມາທີ່ປະເທດໄທຍ ກ່ອນແລ້ວ ຈຶ່ງພາເດີນທາງໄປເຂດເສຖກິຈພິເສດ ສາມຫລ່ຽມຄຳ ໂດຍນາຍຫນ້າດັ່ງກ່າວໄດ້ຮັບຄ່າຈ້າງ ຜູ້ລະ 5,000 ໂດລ້າຣ໌ ສະຫະຣັຖ ຈາກບໍຣິສັດຈີນທີ່ຢູ່ໃນເຂດດັ່ງກ່າວ ສໍາລັບຄ່າຈ້າງ ໃນການຫລອກລວງພົລເມືອງສີລັງກາ ມາສົ່ງໃຫ້ແກ່ບໍຣິສັດ. ອີງຕາມການຣາຍງານ ຂອງຫນັງສືພີມ Sri Lanka Mirror ໃນວັນທີ 02 ມີນາ ທີ່ຜ່ານມານີ້.
ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ຫາເຈົ້າຫນ້າທີ່ ຢູ່ເຂດເສຖກິຈພິເສດສາມຫລ່ຽມຄຳ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ແຕ່ຍັງບໍ່ມີເຈົ້າຫນ້າທີ່ ຜູ້ໃດທີ່ສາມາດເວົ້າເຖິງເຣື່ອງນີ້ໄດ້ເທື່ອ ມີແຕ່ວ່າຈະກວດກາຣາຍລະອຽດກ່ອນ.
ຊາວລາວ ຈຳນວນນຶ່ງທີ່ເຮັດວຽກ ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ ຢືນຢັນວ່າ ປັດຈຸບັນຍັງເຫັນຄົນງານຈາກຕ່າງປະເທດ ຈຳນວນຫລາຍ ທີ່ເຮັດວຽກພາຍໃນເຂດແຫ່ງນີ້ ແລະ ການເຂົ້າ-ອອກ ຢູ່ເຂດແຫ່ງນີ້ ບໍ່ໄດ້ຫຍຸ້ງຍາກຫລາຍ ຄືແຕ່ກ່ອນແລ້ວ.
ດັ່ງຊາວລາວທ່ານນຶ່ງກ່າວວ່າ:
“ເອີກາເຫັນຫລາຍຢູ່ດຽວນີ້ ກາເຂົ້າປົກກະຕິເຂົາໃຫ້ເຂົ້າປົກກະຕິ ບໍ່ມີບັນຫາຫຍັງຄືກັນຄົນເຂົາກະໄປມາ ຢູ່ຕລອດ ເຂົ້າກາສິໂນ ກະໄດ້ເຂົ້າທາງດ່ານ ມັງກອນກະໄດ້.”
ຊາວລາວອີກທ່ານນຶ່ງ ທີ່ເຂົ້າ-ອອກ ເຂດເສຖກິຈພິເສດ ສາມຫລ່ຽມຄຳ ຢູ່ເລື້ອຍໆ ກ່າວວ່າ ທ່ານເອງກໍບໍ່ຮູ້ຄັກແນ່ວ່າ ຊາວຕ່າງປະເທດ ທີ່ເຂົ້າມາເຮັດວຽກເພີ່ມຕື່ມ ໃນເຂດນີ້ ນອກຈາກຄົນໄທຍ ກັບຄົນຈີນແລ້ວ ຍັງມີປະເທດໃດອີກແດ່ ຮູ້ພຽງແຕ່ວ່າ ເຈົ້າຫນ້າທີ່ຮັກສາຄວາມປອດພັຍ ໃນເຂດມີການກວດຫນັງສືເດີນທາງ ຂອງຄົນຕ່າງປະເທດ ທຸກຄັ້ງທີ່ມີການເດີນທາງ ເຂົ້າ ຫລື ອອກ ນອກເຂດ.
ດັ່ງທ່ານກ່າວວ່າ:
“ອັນນີ້ກາບໍ່ຮູ້ຄືກັນ ແຕ່ວ່າຄົນໄທຍ ກະຫລາຍຢູ່ ຢູ່ຫັ້ນຄົນໄທຍຫລາຍ. ຄົນລາວນີ້ເຂົາບໍ່ກວດຫລາຍ ແຕ່ວ່າຄົນໄທຍ, ຄົນຈີນ ນີ້ ເຂົາຈະກວດຢູ່ແບບປົກກະຕິ ກວດທັມມະດາ ເວົ້າພາສາລາວໄດ້ນີ້ ກໍ່ບໍ່ເປັນຫຍັງເຂົາກະບໍ່ຄ່ອຍກວດ.”
ຊາວລາວອີກທ່ານນຶ່ງ ກ່າວວ່າ ສຳລັບພົລເມືອງຊາວສີລັງກາ ຫລື ອິນເດັຽ ທີ່ເຂົ້າມາເຮັດວຽກ ໃນເຂດແຫ່ງນີ້ ທ່ານເອງບໍ່ຄ່ອຍເຫັນປານໃດ ແຕ່ກໍເປັນໄປໄດ້ວ່າ ອາດຈະເຮັດວຽກ ຢູ່ໃນຕຶກບາງແຫ່ງ ຊຶ່ງສ່ວນໃຫຍ່ແລ້ວ ທ່ານເອັງເຫັນແຕ່ຄົນໄທຍ, ຄົນຈີນ ແລະ ຄົນພະມ້າ ທີ່ເຂົ້າມາເຮັດວຽກ.
ດັ່ງທ່ານກ່າວວ່າ:
“ອິນເດັຽນີ້ບໍ່ເຄີຍເຫັນນ່າ ເຈົ້າແມ່ນຄົນໄທຍ, ຄົນຈີນ, ຄົນລາວຫັ້ນແຫລະ ຄົນພະມ້າ ສ່ວນຫລາຍເພິ່ນບໍ່ເຄັ່ງຂັດ ຄືແຕ່ກ່ອນແລ້ວດຽວນີ້ ກາຖືວ່າຫລາຍແລ້ວ ເຣີ່ມຄຶກຄື້ນດ່ານຈີນ ກະເຂົ້າມາໄດ້.”
ກ່ອນຫນ້ານີ້ ເມື່ອປີ 2022 ພົລເມືອງສັນຊາດອື່ນໆ ກໍເຄີຍຕົກເປັນເຫຍື່ອ ການຄ້າມະນຸດ ໃນຮູບແບບສະແກມເມີ້ຣ໌ ຢູ່ເຂດເສຖກິຈພິເສດ ສາມຫລ່ຽມຄຳ ແລະໄດ້ຮັບການຊ່ອຍເຫລືອ ອອກມາ ເປັນຈຳນວນຫລາຍ ເປັນຕົ້ນພົລເມືອງໄທຍ, ມາເລເຊັຽ, ອິນເດັຽ, ປາກິສຖານ, ເນປາລ ແລະ ຟີລິບປີນສ໌ ໂດຍທາງການ ຂອງຫລາຍປະເທດ ກໍໄດ້ອອກແຈ້ງເຕືອນ ເຖິງພົລເມືອງຕົນເອງ ທີ່ເດີນທາງມາ ທ່ຽວລາວ ໃຫ້ຫລີກລ້ຽງ ການເດີນທາງ ໄປໃນເຂດເສຖກິຈພິເສດ ສາມຫລ່ຽມຄຳນຳດ້ວຍ.