ເດັກນ້ອຍ ລັກເຂົ້າຫນົມ 1 ຫໍ່, ຖືກເຈົ້າຂອງຮ້ານ ຈັບມັດຕິດໃສ່ຣົຖຈັກ
2023.03.07

ເມື່ອວັນທີ 06 ມີນາ 2023 ທີ່ຜ່ານມາ ມີີຄລິບວີດີໂອເຜີຍແຜ່ ຜ່ານສື່ສັງຄົມອ໋ອນລາຍນ໌ ມີເຫດການເດັກນ້ອຍຊົນເຜົ່າມົ້ງອາຍຸ 9 ປີ ຮຽນຢູ່ຊັ້ນ ປ.2 ໂຮງຮຽນປະຖົມ ພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ລັກເຂົ້າຫນົມ 1 ຫໍ່ ມູນຄ່າ 2,000 ກີບ ແລ້ວຖືກແມ່ຄ້າ (ເຈົ້າຂອງຮ້ານ) ຈັບໄດ້, ມັດເດັກນ້ອຍຄົນດັ່ງກ່າວ ໃສ່ຣົຖຈັກ ຊຶ່ງພາບດັ່ງກ່າວ ເຮັດໃຫ້ຄົນລາວ ສະເທືອນໃຈ ແລະ ໄດ້ເຂົ້າມາສະແດງຄວາມເຫັນ ເປັນຈຳນວນຫຼາຍ.
ປະຊາຊົນລາວ ແຂວງສາຣະວັນ ຍານາງນຶ່ງກ່າວວ່າ ການທີ່ແມ່ຄ້າຈັບເດັກນ້ອຍ ມັດໃສ່ຣົຖຈັກນັ້ນ ແມ່ນບໍ່ເຫມາະສົມ ເຮັດເກີນກ່ວາເຫດ ເນື່ອງຈາກເດັກນ້ອຍ ລັກເຂົ້າຫນົມ ຍ້ອນວ່າລາວຍັງເປັນເດັກນ້ອຍ ຄວນຕັກເຕືອນ ຫລື ແນະນຳ ຫາກບໍ່ມີເງິນແທ້ໆ ກໍໃຫ້ເອົາສິ່ງຂອງ ຂອງຄອບຄົວມາແລກປ່ຽນ ແທນການໃຊ້ຄວາມຮຸນແຮງ.
ດັ່ງຊາວລາວ ໃນແຂວງສາຣະວັນ ນາງນີ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 07 ມີນາ ນີ້ວ່າ:
“ກໍຄືວ່າມັນບໍ່ເຫມາະສົມ ເດັກນ້ອຍກໍຄືເດັກນ້ອຍເນາະ ມັນຊິຮູ້ຈັກຫຍັງມັນເຮັດໄປ ມັນກໍຢາກຫັ້ນແຫລະເຮົາມີແຕ່ຕັກເຕືອນ ເຂົາເວົ້າສອນຫັ້ນແຫລະ ຖືກລູກໃຜກາບໍ່ດີເນາະ ເອົາຜລິດຕະພັນອື່ນໆ ມາແລກປ່ຽນເປັນໄມ້ເປັນສາລີ ໄປເຮັດບຸນບ່ອນອື່ນຫັ້ນກາບໍ່ຕໍ່າກ່ວາ 1 ແສນກີບແລ້ວ ເຂົ້າຫນົມແຕ່ ສອງພັນພີບແມ່ນແຕ່ເດັກ ກໍໃຫ້ບໍ່ໄດ້ ຄັນເຮົາຄິດເຫັນໃຈກັນຫັ້ນນ່າ ເດັກກໍຄືເດັກເນາະ.”
ປະຊາຊົນ ແຂວງສະຫວັນນະເຂດ ທ່ານນຶ່ງກາວວ່າ ການກະທຳ ຂອງແມ່ຄ້າ ແມ່ນເກີນກ່ວາເຫດ ແລະ ສຳຄັນໄປກ່ວານັ້ນ ກໍຄືຢູ່ໃນເຫດການ ບໍ່ຄວນຖ່າຍຄລິບວີດີໂອ ເດັກນ້ອຍ ຖືກມັດໃສ່ຣົຖຈັກລົງສື່ສັງຄົມອ໋ອນລາຍນ໌. ເນື່ອງຈາກຄວນເຄົາຣົບສິດທິ ຂອງເດັກນ້ອຍ ຫາກລາວໃຫຍ່ຂຶ້ນມາ ເຫັນພາບຕອນລາວຍັງນ້ອຍ ໃນສື່ສັງຄົມອ໋ອນລາຍນ໌ ລາວຈະມີປົມດ້ອຍ.
ດັ່ງປະຊາຊົນລາວ ແຂວງສວັນນະເຂດ ກ່າວໃນມື້ດຽວກັນນີ້ວ່າ:
“ຢາກວ່າເກີນກ່ວາເຫດ ຢູ່ເດ້ແຕ່ສິ່ງທີ່ບໍ່ຄວນເຮັດ ກໍຄືຖ່າຍລົງໂຊຊຽວເພາະວ່າ ມິຊິເຮັດໃຫ້”ເດັກນ້ອຍ ມັນມີປົມດ້ອຍ ໄປຕລອດເຂົ້າໃຈຢູ່ວ່າເດັກນ້ອຍ ມັນດື້ເນາະ ແຕ່ວ່າເດັກນ້ອຍມັນກໍຄືເດັກນ້ອຍ ຄືເກົ່າທາງທີ່ດີກໍຄືຕັກເຕືອນ ບອກສອນບໍ່ໃຫ້ເຂົາເຮັດແບບນັ້ນ ແຕ່ຄວາມຈິງຖ້າເປັນ ການລັກນັບແຕ່ຂອງນ້ອຍ ຂອງໃຫຍ່ ກໍບໍ່ດີຫັ້ນແຫລະແຕ່ວ່າ ເຈົ້າຂອງຮ້ານ ກໍຕ້ອງເບິ່ງນຳວ່າ ມູນຄ່າການເສັຽຫາຍ ສໍ່າໃດ ມັນເຫມາະສົມບໍ່ ກັບການເຮັດແນວນັ້ນ ກັບເດັກນ້ອຍ.”
ປະຊາຊົນ ໃນແຂວງໄຊຍະບູຣີ ທ່ານນຶ່ງກ່າວວ່າ ຕັ້ງແຕ່ເກີດຈົນຮອດອາຍຸ 40 ປີ ກໍບໍ່ເຄີຍພົບເຫັນເຫດການທີ່ຜູ້ໃຫຍ່ ໃຊ້ຄວາມຮຸນແຮງ ນຳເດັກນ້ອຍແນວນີ້ ແລະເບິ່ງວ່າ ເປັນການກະທຳ ທີ່ເກີນກ່ວາເຫດ ຄວນໃຊ້ວິທີກ່າວຕັກເຕືອນ ເດັກນ້ອຍແທນ ຍ້ອນການກ່າວຕັກເຕືອນ ດ້ວຍຄຳເວົ້າສຸພາບ ມີເຫດຜົນ ເດັກນ້ອຍຈະຄ່ອຍຄິດ ແລະເຕີບໃຫຍ່ ແບບມີຄຸນນະພາບ. ອີກທັງຄວນເບິ່ງເຖິງ ຄວາມທຸກຍາກຂອງເດັກນ້ອຍ ທີ່ບໍ່ມີເງິນຊື້ເຂົ້າຫນົມ.
ດັ່ງ ປະຊາຊົນແຂວງໄຊຍະບູຣີ ທ່ານນີ້ກ່າວ ໃນມື້ດຽວກັນວ່າ:
“ເວົ້າງ່າຍໆ ກໍເຮັດເຮັດເກີນກ່ວາເຫດນ່າ ໂອ້ມັນກໍບອກບໍ່ຖືກເນາະ ເວົ້າງ່າຍໆ ມັນກໍເດັກນ້ອຍເຂົາກໍບໍ່ຮູ້ເຣື່ອງເນາະ ມັນກໍຫົດຫູ້ໃຈວ່າຊັ້ນສະເນາະ ຄົນເຮົາບໍ່ມີວ່າຊັ້ນສາເດັກນ້ອຍ ເຫັນມັນກໍຢາກກິນເຂົ້າຫນົມ ກາດາຍ.”
ເຫດການນີ້ ປະຊາຊົນທັງສາມທ່ານ ກ່າວກົງກັນວ່າ ຢາກໃຫ້ພາກສ່ວນກ່ຽວຂ້ອງ ຂັ້ນເມືອງ ແລະຂັ້ນແຂວງ ໃຫ້ມີການນຳ ແມ່ຄ້າໄປຕັກເຕືອນສຶກສາອົບຮົມ ກ່ຽວກັບແນວຄິດຂອງເຈົ້າຂອງຮ້ານ ໃຫ້ມີີຄວາມເຂົ້າໃຈເດັກນ້ອຍຫລາຍຂຶ້ນ. ສ່ວນພໍ່-ແມ່ ຜູ້ປົກຄອງເດັກນ້ອຍ ຄວນສຶກສາ ອົບຮົມລູກ-ຫລານ ຂອງໂຕເອງນຳດ້ວຍ.
ກ່ຽວກັບເຣື່ອງນີ້ ເຈົ້າຫນ້າທີ່ທີ່ກ່ຽວຂ້ອງ ແຂວງໄຊສົມບູນກ່າວວ່າ ປັດຈຸບັນຮັບຮູ້ເຖິງຂໍ້ມູນ ຈາກຂ່າວ ແລະສື່ສັງຄົມອ໋ອນລານ໌ແລ້ວ. ປັດຈຸບັນໄດ້ໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງໄປກວດກາຕິດຕາມ ຮີບໂຮມຂໍ້ມູນທັງ 2 ຝ່າຍ ຄືຝ່າຍເຈົ້າຂອງຮ້ານຂາຍເຄື່ອງ ແລະ ຝ່າຍຄອບຄົວເດັກນ້ອຍແລ້ວ ແລະ ໂດຍຄວາມຄິດເຫັນສ່ວນໂຕ ກໍຄິດວ່າເຈົ້າຂອງຮ້ານເຮັດເກີນກ່ວາເຫດ.
ດັ່ງເຈົ້າຫນ້າທີ່ ທີ່ກ່ຽວຂ້ອງຂັ້ນແຂວງ ກ່າວໃນມື້ດຽວກັນນີ້ວ່າ:
“ນາຍຄຣູພວກເຮົາສອນເປັນຄົນດີ ຫັ້ນແຫລະ ເປັນພົລເມືອງດີໃນອະນາຄົດ ຫັ້ນແຫລະໃນການປົກປັກຮັກສາ ແລະພັທນາປະເທດຊາດຫັ້ນແຫລະເນາະ ແຕ່ວ່າເດັກນ້ອຍ ຫລັງຈາກເຂົາເລີກຮຽນ ເຂົາກໍໄປຕາມຄືທີ່ສະຫາຍຮູ້ຫັ້ນແຫລະ ເຂົາກໍໄປເຮັດແນວນັ້ນ ສ່ວນເຈົ້າຂອງຮ້ານ ເຮົາກໍຄິດວ່າບໍ່ຫນ້າຈະເຮັດເຖິງຂັ້ນນັ້ນນ່າ ກໍຄ່ອຍເວົ້າຄ່ອຍວ່າກັນ ກໍໄດ້ຫັ້ນນ່າແຕ່ວ່າລະອຽດແທ້ໆ ໄທເຮົາຕ້ອງໄດ້ກວດກາ ເຮົາຂໍ້ມູນທີ່ໄປທີ່ມາ ແລ້ວເຮົາຈັ່ງຈຶ່ງສາມາດປະສານ ກັບພາກສ່ວນກ່ຽວຂ້ອງ ແລ້ວເຮົາກໍສາມາດເຊີນມາສ່ອງຫນ້າ ເວົ້າກັນໄດ້ເດ້ເນາະ”
ດ້ານທະນາຍແສງ ຊຶ່ງເປັນທະນາຍ ໃຫ້ຄວາມຮູ້ດ້ານກົດຫມາຽ ຢູ່ໃນປະເທດລາວ ໂພສຕ໌ ຄລິບວີດີໂອ ແລະສະແດງຄວາມຄິດເຫັນວ່າ “ເສຣີີພາບ ຂອງໃຜ ໃຜກໍຮັກ ອີກທັງເສຣີພາບ ຕາມຣັຖທັມມະນູນປະເທດລາວ ປີ 2015 ຫມວດທີ 4 ລະບຸວ່າ ເສຣີພາບ ຂອງບຸກຄົນ ບໍ່ມີບຸກຄົນໃດ ຈະຖືກກັກຂັງ ຫລືກັກໂຕ ໂດຍບໍ່ຖືກຕ້ອງ”.
ສ່ວນເຈົ້າຂອງຮ້ານຂາຍເຄື່ອງ ທີ່ຈັບເດັກນ້ອຍມັດໃສ່ຣົຖຈັກ ຖ້າເບິ່ງຕາມກົດຫມາຽລາວນັ້ນ ເຈົ້າຂອງຮ້ານຂາຍເຄື່ອງ ມີຄວາມຜິດຕາມກົດຫມາຽ ຕ້ານ ແລະ ສະກັດກັ້ນ ການໃຊ້ຄວາມຮຸນແຮງ ຕໍ່ເດັກປີ 2014 ມາດຕຣາ 17 ແລະ ມີຄວາມຜິດຖານຈັບໂຕເດັກນ້ອຍ ແລ້ວມັດໃສ່ຣົຖ ຜິດກົດຫມາຽປະມວນອາຍາປີ 2017 ດັ່ງທະນາຍແສງກ່າວວ່າ:
“ຜິດຢູ່ ປະມວນກົດຫມາຽອາຍາປີ 2017 ມາດຕຣາ 2017, ການກັກໂຕ ໂດຍບໍ່ຖືກຕ້ອງາມກົດຫມາຽ ແລ້ວມີໂທດປັບໃຫມຢູ່ 15 ລ້ານກີບ, ມາສູ່ອີກບັນຫາທີ 2 ຄືເຈົ້າຈະຜິດອີກມາດຕຣານຶ່ງ ກໍຄືມາດຕຣາ 236, ການທາລຸນເດັກ ສະແດງວ່າ ດ້ວຍການມັດເນາະ ມັດຕິດກັບຣົຖຫັ້ນ ຈະມີໂທດ 3 ປີ, ປັບໃຫມ 10 ລ້ານກີບ ອັນນີ້ເປັນຝ່າຍເຈົ້າຂອງຮ້ານ.”
ທ່ານກ່າວຕື່ມວ່າ ສ່ວນຝ່າຍເດັກນ້ອຍ ບໍ່ມີຄວາມຜິດທາງອາຍາ ເຖິງແມ່ນວ່າເດັກນ້ອຍ ອາດຈະລັກເຂົ້າຫນົມຊໍ້າ ຫລື ຫລາຍເທື່ອ ຍ້ອນເປັນຫລັກຊັບ ທີ່ມີມູນຄ່າຕໍ່າ ແລະອາຍຸຂອງເດັກນ້ອຍ ບໍ່ຮອດ 14 ປີ ສະນັ້ນມີພຽງ ໃຫ້ພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍ ມາໄກ່ເກັ່ຽ ແລະທົດແທນຄ່າເຂົ້າຫນົມຄືນ ເທົ່ານັ້ນ.
ເຫດການນີ້ ຕາງຫນ້າຄອບຄົວ ຂອງເຈົ້າຂອງຮ້ານ ຂາຍເຄື່ອງ ໄດ້ອັດຄລິບວີດີໂອ ເຜີຍແຜ່ລົງເຟສບຸກຄ໌ໃນວັນທີ 07 ມີນາ 2023 ຫລັງຈາກກະແສສັງຄົມ ບໍ່ເຫັນດີນຳທີ່ເຈົ້າຂອງຮ້ານ ຈຶ່ງໄດ້ກ່າວຂໍໂທດນຳສັງຄົມ, ອົງການຈັດຕັ້ງ ພັກ-ຣັຖ ຄອບຄົວຂອງເດັກນ້ອຍ ຍ້ອນເດັກນ້ອຍ ເຂົ້າມາລັກເຂົ້າຫນົມ ໃນຮ້ານຈຳນວນ 3 ຄັ້ງ ໂດຍຄັ້ງທີ 3 ຫັ້ນຜູ້ເມັຽເຈົ້າຂອງຮ້ານ ຈັບໄດ້ ແລ້ວໄດ້ຖາມຫາພໍ່-ແມ່ ຜູ້ປົກຄອງ, ບ້ານເຮືອນ ຢູ່ໃສ່ ແລ້ວເດັກນ້ອຍ ບໍ່ບອກຍ້ອນເດັກນ້ອຍ ອາດຈະບໍ່ຮູ້ ເຊິ່ງຜູ້ເປັນເມັຽເຈົ້າຂອງຮ້ານ ຈຶ່ງມັດເດັກນ້ອຍ ຕິດໃສ່ຣົຖຈັກ. ເຈົ້າຂອງຮ້ານເອງ ຍອມຮັບວ່າ ຜູ້ເປັນເມັຽ ຂອງລາວ ເຮັດເກີນກ່ວາເຫດ ຈຶ່ງຍອມຮັບຜິດ ກັບທາງຄອບຄົວເດັກນ້ອຍ ໃນເບື້ອງຕົ້ນ ແລ້ວຈະໄດ້ໄປໂອ້ລົມ ໄກ່ເກັ່ຽ ໃຫ້ພໍໃຈທັງສອງຝ່າຍ ໂດຍຈະຈ່າຍເປັນຄ່າທຳນຽມສູ່ຂວັນ ຕາມຮີດຄອງ ພ້ອມຮັບປະກັນ ເຫດການນີ້ ຈະເປັນຄັ້ງສຸດທ້າຍ ແລະຈະສຶກສາອົບຮົມ ໃຫ້ຜູ້ເປັນເມັຽເຂົ້າໃຈ.
ສຳລັບເດັກນ້ອຍ ທີ່ຖືກມັດໃສ່ຣົຖຈັກ ເປັນເດັກທີ່ພໍ່ແມ່ ແຍກທາງກັນ ຄື ພໍ່-ແມ່ ຢ່າຮ້າງກັນແຕ່ນ້ອຍ ແລະຜູ້ເປັນແມ່ ໄປເຮັດວຽກ ຢູ່ຕ່າງເມືອງ, ເຊິ່ງພໍ່-ແມ່ ມີຄອບຄົວໃຫມ່, ສ່ວນເດັກນ້ອຍຜູ້ນີ້ ຢູ່ນຳແມ່ຕູ້ ແລະວັນທີ 06 ມີນາທີ່ຜ່ານມາ ເດັກນ້ອຍຜູ້ນີ້ ຖືກນໍາໂຕໄປກວດສຸຂພາບ ກິນຢາ ແລະປິ່ນປົວ ພ້ອມມີຄົນໃຫ້ການຊ່ອຍເຫລືອແລ້ວ.