ສະຕຣີລາວ ຮັບຣາງວັນຢູໂຣບ ສຳລັບຜູ້ນຳສະຕຣີ ສາກົນ

ຈຳປາທອງ
2023.03.06
ສະຕຣີລາວ ຮັບຣາງວັນຢູໂຣບ ສຳລັບຜູ້ນຳສະຕຣີ ສາກົນ ດຣ. ບຸນທອນ ຈັນທະລາວົງ-ວີເຊີ (ຄົນທີ່ 4 ນັບຈາກຊ້າຍມື) ໄດ້ຮັບຣາງວັນ ຈາກ ສະພາຢູໂຣບ ສຳລັບຜູ້ນຳ ສະຕຣີສາກົນ, ທີ່ນະຄອນຫຼວງບຣູວ໌ແຊລ ປະເທດແບລຢ້ຽມ, ວັນທີ່ 6 ມີນາ 2023.
ADL

ສະພາຢູໂຣບ ມອບຣາງວັນຢູໂຣບ ສໍາລັບຜູ້ນໍາ ສະຕຣີສາກົນ ໃຫ້ສະຕຣີ 8 ທ່ານຈາກທົ່ວໂລກ ປະຈໍາປີ 2023. ນຶ່ງໃນນັ້ນຄືສະຕຣີລາວ, ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານ ອົງການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ປະເທດເຢັຍຣະມັນ. ພິທິ ມອບ-ຮັບ ຣາງວັນນີ້ ຈັດຂຶ້ນໃນຕອນແລງ ຂອງມື້ວັນຈັນ ທີ 6  ມິນານີ້ ຢູ່ທີ່ຫ້ອງປະຊຸມ ຜູ້ແທນສະພາຢູໂຣບ ທີ່ນະຄອນຫຼວງບຣູວ໌ແຊລ ປະເທດແບລຢ້ຽມ.  

ດຣ. ບຸນທອນ ກ່າວໃນພິທີຮັບຣາງວັນນັ້ນ ມີເນື້ອໃນ ຕອນນຶ່ງວ່າ:

...ສຽງ...

ການໄດ້ຮັບຣາງວັນ ອັນຊົງກຽດນີ້ ດຣ. ມີຄວາມຕື່ນເຕັ້ນ ແລະສະອື້ນໃຈ.

...ສຽງ...

ວິທຍຸ ເອເຊັຍເສຣີ ໄດ້ສໍາພາດ ດຣ. ບຸນທອນ ໃນຂະນະທີ່ງານລ້ຽງ ກໍາລັງດໍາເນີນຢູ່ ພ້ອມກັນນັ້ນຍານາງ ສາຍສະໝອນ ເລຂາອົງການ ພັນທະມິຕ ເພື່ອປະຊາທິປະໄຕ ໃນລາວກ່າວເຖິງ ຄວາມຮູ້ສຶກຂອງຕົນ ທີ່ໄດ້ມາຮ່ວມງານນີ້ວ່າ ດີໃຈຫລາຍທີ່ສຸດ.

...ສຽງ...

ທ່ານ ບຸນໂຮມ ຈັນທາ ທີ່ເຂົ້າຮ່ວມງານນັ້ນກໍກ່າວວ່າ:

...ສຽງ...

ໃນການໄດ້ຮັບຣາງວັນ ອັນຊົງກຽດ ຂອງສະພາຢູໂຣບ ປະຈໍາປີນີ້ ດຣ. ບຸນທອນ ກ່າວວ່າ ມີຄວາມພາກພູມໃຈ ທີ່ສຸດ ຍ້ອນບໍ່ເຄີຍຄິດເຖິງ ເຣື່ອງນີ້ມາກ່ອນ.

...ສຽງ...

ດຣ. ບຸນທອນ ກ່າວວ່າ  ການໄດ້ຮັບຣາງວັນຄັ້ງນີ້ ເປັນການຮັບຮູ້ເຖິງການເຄື່ອນໄຫວ ແລະຜົລງານຂອງອົງການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ຊຶ່ງແມ່ນ ດຣ. ທີ່ເປັນສະຕຣີເປັນຜູ້ນໍາພາ, ມັນມີຜົລດີຕໍ່ຂະບວນການ ເຄື່ອນໄຫວເພື່ອສິດ ທິມະນຸສ ແລະ ປະຊາທິປະໄຕ ຂອງຊຸມຊົນຊາວລາວ ຢູ່ຕ່າງປະເທດ  ແລະຢູ່ພາຍໃນປະເທດລາວ.

...ສຽງ....

ສະຕຣີ 8 ທ່ານ ທີ່ໄດ້ຮັບຣາງວັນ ຢູໂຣບສໍາລັບຜູ້ນໍາສະຕຣີ ສາກົນ ປະຈໍາປີ 2023 ຍ້ອນຜົລງານອັນດີເດັ່ນໃນການເຄື່ອນໄຫວ ເພື່ອສິດທິມະນຸສ ແລະປະຊາທິປະໄຕ ແມ່ນມາຈາກຫລາຍທະວີບ ໃນໂລກ. ດຣ. ບຸນທອນ ຈັນທະລາວົງ-ວີເຊີ ເກີດຢູ່ເມືອງແປກ ແຂວງຊຽງຂວາງ. ໃນເຍົາໄວ ຍານາງເປັນນັກຮຽນເກັ່ງທີ່ສຸດ ໃນຊັ້ນຮຽນ. ພາຍຫລັງຮຽນຈົບຊັ້ນມັທຍົມປາຍ ມີໂອກາດໄດ້ໄປສຶກສາ ວິຊາການແພດ ທີ່ປະເທດ ເຊັກໂກສະໂລວັກກີ ບ່ອນທີ່ຍາ ນາງໄດ້ຮ່ວມກັບບັນດາ ນັກສຶກລາວ ທີ່ມີອຸດົມການດຽວກັນຢູ່ປະເທດຕ່າງໆໃນຢູໂຣບ ຕາເວັນອອກ ເຄື່ອນໄຫວຄັດຄ້ານລະບອບ ການປົກຄອງຂອງ ສປປ ລາວ ທີ່ປົກຄອງ ປະເທດ ດ້ວຍການຂົ່ມຂູ່, ໜີບຮັດ, ບັງຄັບຕາມລະບອບຜະເດັດການ, ປະຊາຊົນລາວ ຂາດສິດ ເສຣີພາບ ແລະປະຊາທິປະໄຕ, ມີຊີວິດຢູ່ໃນຄວາມຢ້ານກົວ, ລະແວງ ແລະສ່ຽງຕໍ່ການຖືກຈັບ ທໍຣະມານ. ຍານາງໄດ້ຕັດສິນໃຈ ເຄື່ອນໄຫວຄັດຄ້ານລະບອບ ການປົກຄອງດັ່ງກ່າວ ດ້ວຍການປະທ້ວງ ຢ່າງຕໍ່ເນື່ອງ ເພື່ອປະກອບສ່ວນ ເຂົ້າໃນການເຮັດໃຫ້ ສປປ ລາວ ມີການປ່ຽນແປງ ໄປສູ່ປະຊາທິປະໄຕ, ປະຊາຊົນມີສິດ, ເສຣີພາບ ແລະເຮັດໃຫ້ປະເທດ ມີປົກຄອງດ້ວຍຕົນເອງ.

ພາຍຫລັງທີ່ຮູ້ວ່າ ຣັຖບານ ສປປ ລາວ ຂໍຮ້ອງໃຫ້ຣັຖບານ ເຊັກໂກສະໂລວັກກີ ຈັດສົ່ງບັນດານັກສຶກສາລາວ ທີ່ຄັດຄ້ານກັບຄືນ ປະເທດ ເພື່ອທໍຣະມານ ຊຶ່ງມີຊື່ ດຣ. ບຸນທອນ ຮວມຢູ່ດ້ວຍນັ້ນ ດຣ. ກໍໄດ້ຫລົບໜີ ອອກຈາກເຊັກໂກ ສະໂລວັກກີ ໄປຂໍລີ້ໄພ ການເມືອງຢູ່ປະເທດເຢັຍຣະມັນ ບ່ອນທີ່ໄດ້ເຣີ່ມເຮັດວຽກ ເປັນທ່ານໝໍຢູ່ໂຮງ ພະຍາບານ ຊຶ່ງ ດຣ. ໄດ້ຮຽນຈົບວິຊາການແພດ 3 ຂແນງການ. ຄຽງຄູ່ໄປກັບການຊ່ອຍເຫລືອຜູ້ຄົນ ໃຫ້ຫາຍຈາກການເຈັບປ່ວຍ, ດ້ວຍການສນັບສນູນ ຢ່າງເຕັມສ່ວນ ແລະໃຫ້ການຮ່ວມມື ເປັນຢ່າງດີ ຂອງຜູ້ເປັນສາມີຄົນເຢັຍຣະມັນ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ໄດ້ເສັຍສະຣະ ທັງສະຕິປັນຍາ, ເຮື່ອແຮງ ແລະທຶນຮອນ ເຄື່ອນໄຫວຕໍ່ສູ້ຢ່າງບໍ່ຮູ້ອິດ ບໍ່ຮູ້ເໝື່ອຍ ເປັນເວລາຫລາຍປີ ຮ່ວມກັບຂະບວນການ ຂອງຊຸມຊົນລາວ ຢູ່ປະເທດຕ່າງໆໃນໂລກ ແລະຢູ່ພາຍໃນປະເທດລາວ ເພື່ອສິດທິມະນຸສ ແລະປະຊາທິປະໄຕ ໃນລາວ ແລະເພື່ອເຮັດໃຫ້ລາວ ເປັນປະເທດເອກກະຣາດ, ມີການພັທນາແບບຍືນຍົງ ແລະປົກປ້ອງສິ່ງແວດລ້ອມ ທີ່ຖືກທໍາລາຍຫລາຍຢູ່ລາວ. ດຣ. ໄດ້ຖືກເລືອກຕັ້ງເປັນປະທານ ອົງການພັນທະມິຕ ເພື່ອປະຊາທິປະໄຕໃນລາວ ຫລາຍສມັຍ ແລະໄດ້ຕິດຕໍ່ພົວພັນ ແລະຮ່ວມມືກັບຫລາຍອົງການ ຈັດຕັ້ງສາກົນ ແລະອົງການຈັດຕັ້ງ ພາກປະຊາສັງຄົມປະເທດຕ່າງໆ ທີ່ເຄື່ອນໄຫວ ຕໍ່ສູ້ເພື່ອສິດທິມະນຸສ ແລະປະຊາທິປະໄຕໃນໂລກ.

ອົງການພັນທະມິຕ ເພື່ອປະຊາທິປະໄຕໃນລາວ ທີ່ມີສູນກາງຢູ່ປະເທດເຢັຍຣະມັນ ມີສາຂາຢູ່ຫລາຍປະເທດ ຮວມທັງສະຫະຣັຖອາເມຣິກາ, ການາດາ, ຝຣັ່ງເສດ, ອອສເຕຣເລັຍ, ນິວຊີແລນດ໌.

ດ້ວຍການຮ່ວມມື ຂອງສາດສະຕຣາຈານ Joshua L. Cooper ອົງການພັນທະມິຕໄດ້ເຄື່ອນໄຫວ ວຽກງານຢູ່ອົງການ ສະຫະປະຊາຊາດ ທີ່ນະຄອນນິວຢ໊ອກ ສະຫະຣັຖອາເມຣິກາ, ສະພາສິດທິມະນຸສຂອງສະຫະປະຊາຊາດ ທີ່ນະຄອນເຈນີວາ ປະເທດສະວິສເຊີແລນດ໌, ຫ້ອງການສິດທິມະນຸສ ຂອງອົງການສະຫະປະຊາຊາດ ທີ່ບາງກອກ ປະເທດໄທຍ. 

ພາຍໃຕ້ການນໍາຂອງ ດຣ. ບຸນທອນ ທີ່ຜ່ານມາ ອົງການພັນທະມິຕ ໄດ້ສໍາເຣັດພາລະກິຈ ຫລາຍຢ່າງ ຊຶ່ງໃນນັ້ນບັນລຸ ໄດ້ການຊັກຊວນໃຫ້ບັນດາ ປະເທດສະມາຊິກ ຂອງອົງການສະຫະປະຊາຊາດ ບໍ່ເລືອກ ສປປ ລາວ ທີ່ຣະເມີດສິດທິມະນຸສ ເຂົ້າໃນຄະນະສະພາສິດທິມະນຸສ ສະຫະປະຊາຊາດ.

ຣາງວັນຢູໂຣບ ສໍາລັບຜູ້ນໍາສະຕຣີ ສາກົນມີຄວາມສໍາຄັນຫລາຍ ສໍາລັບການເຄື່ອນໄຫວ ຢູ່ປະເທດຕ່າງໆ ເພື່ອເຮັດໃຫ້ ມີການປ່ຽນແປງ ຈາກລະບອບຜະເດັດການ ໄປສູ່ປະຊາທິປະໄຕ.

ດັ່ງທີ່ ດຣ. ບຸນທອນ ກ່າວວ່າ:

...ສຽງ...

ດຣ. ບຸນທອນ ຈັນທະລາວົງ-ວີເຊີ ເປັນສະຕຣີລາວ ຄົນທໍາອິດ ທີ່ໄດ້ຮັບຣາງວັນ ຢູໂຣບສໍາລັບຜູ້ນໍາສະຕຣີສາກົນ ຊຶ່ງເປັນຣາງວັນອັນຊົງກຽດນີ້. ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.