ປະຊາຊົນ ຍັງປະເຊີນກັບ ສິນຄ້າແພງຂຶ້ນຕໍ່ເນື່ອງ
2023.03.09
ອີງຕາມຣາຍງານ ຂອງສູນຂໍ້ມູນຂ່າວສານ ທາງດ້ານການຄ້າ ຂອງ ສປປ ລາວ ວ່າ ໃນເດືອນມົກຣາ ປີ 2023 ລາວຍັງສືບຕໍ່ ຂາດດຸນການຄ້າ ປະມານ 13 ລ້ານໂດລ້າຣ໌ ສະຫະຣັຖ, ມູນຄ່າການສົ່ງອອກ ປະມານ 461 ລ້ານໂດລ້າຣ໌ ສະຫະຣັຖ, ແລະມູນຄ່ານໍາເຂົ້າ ປະມານ 474 ລ້ານໂດລ້າຣ໌ ສະຫະຣັຖ, ຊຶ່ງມູນຄ່າ ການນຳເຂົ້າ ຍັງສູງກວ່າ ການສົ່ງອອກ ຍ້ອນ ສປປ ລາວ ບໍ່ສາມາດ ຜລິດສິນຄ້າ ບາງປະເພດໄດ້ ເຊິ່ງຈຳເປັນຕ້ອງນຳເຂົ້າ, ຂະນະທີ່ ທ່ານບຸນເຖິງ ດວງສະຫວັນ ຮອງຣັຖມົນຕຣີ ກະຊວງອຸດສາຫະກັມ ແລະ ການຄ້າ ໄດ້ແຈ້ງການ ໃນກອງປະຊຸມ ຄະນະຊີ້ນຳວຽກງານ ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍຣິການ ໃນວັນທີ່ 7 ມີນາ 2023 ທີ່ຜ່ານມາວ່າ ໃຫ້ພາກສ່ວນ ກ່ຽວຂ້ອງ ເອົາໃຈໃສ່ ລົງຕິດຕາມກວດກາ ຄົ້ນຄວ້າລາຄາສິນຄ້າ ໂຕຈິງ ເພື່ອໃຫ້ສອດຄ່ອງ ກັບຕົ້ນທຶນຕົວຈິງ ໂດຍສະເພາະ ຊີ້ນໝູ ແລະ ເຂົ້າສານ ລວມເຖິງ ລາຄາສິນຄ້າອື່ນໆ ທີ່ຢູ່ໃນຣາຍການ ທີ່ຣັຖກຳນົດຄວບຄຸມ ແລະ ຄ່າບໍຣິການອື່ນໆ ເພື່ອບໍ່ໃຫ້ຜູ້ປະກອບການ ສວຍໂອກາດ ຂຶ້ນລາຄາຕາມໃຈ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນນະຄອນຫລວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ກ່າວໃນວັນທີ່ 9 ມີນາ ນີ້ວ່າ:
“ເວົ້າເຣື່ອງຄຸ້ມຄອງ ລາຄາສິນຄ້ານີ້ ເຂົາມີແຜນຢູ່ເດ້ ກໍຍັງໄດ້ຄົ້ນຄວ້າເບິ່ງໂຕຈິງ ລົງຕິດຕາມກວດກາ ການເໜັງຕີງ ຂອງສິນຄ້າ ຢູ່ນີ້ທ້ອງຕລອດທຸກຢ່າງຫັ້ນແຫລະ ເພາະເຮົາກໍຕ້ອງໄດ້ຍອມຮັບບ່ອນວ່າ ເຄື່ອງສິນຄ້ານີ້ນະ ຄັນບໍ່ສຸມໃສ່ພາຍໃນ ໃຫ້ມັນພໍ ມັນກະຈະເປັນແນວນີ້ໄປ ຢູ່ຫັ້ນແຫລະ.”
ທ່ານກ່າວຕື່ມວ່າ ສຳລັບບັນຫາດັ່ງກ່າວນີ້ ພາກສ່ວນທີ່ກ່ຽວຂ້ອງ ກໍພະຍາຍາມແກ້ໄຂກັນຢູ່ ແຕ່ກໍຍັງ ເປັນເຣື່ອງທີ່ທ້າທາຍ ແລະ ຫຍຸ້ງຍາກ ເນື່ອງຈາກລາວ ກໍພົບບັນຫາເງິນເຟີ້ ແລະການສົ່ງເສີມ ການຜລິດສິນຄ້າ ໃນລາວ ຍັງມີໜ້ອຍ, ຂະນະທີ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງຫລວງພຣະບາງ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ກໍກ່າວວ່າ ໃນແຂວງຫລວງພຣະບາງ ທາງການ ກໍມີມາຕການຄວບຄຸມສິນຄ້າຢູ່ຕລອດ ເຊິ່ງອີງໃສ່ ອັຕຣາແລກປ່ຽນເງິນຕຣາ ຕ່າງປະເທດ, ອີງໃສ່ລາຄານ້ຳມັນເປັນຫລັກ ເຊິ່ງພາກຣັຖ ກໍບໍ່ໄດ້ຄວບຄຸມສິນຄ້າ ໝົດທຸກຢ່າງ ຈະຄວບຄຸມ ໃນ 23 ຣາຍການ ທີ່ຣັຖບານ ກຳນົດມາ ເຊັ່ນ ນ້ຳມັນເຊື້ອເພີງ, ຊີ້ນໝູ, ຊີ້ນໄກ່, ຊີ້ນງົວ, ເຫລັກ, ຊີມັງ ໂດຍຈະໄລ່ລຽນຕົ້ນທຶນ ໃຫ້ສອດຄ່ອງ ກັບລາຄາໂຕຈິງ ແລ້ວຈຶ່ງກຳນົດລາຄາຂາຍ ໃຫ້ຜູ້ປະກອບການ, ດັ່ງທ່ານ ກ່າວວ່າ:
“ການຄວບຄຸມລາຄານີ້ ພວກເຮົາກໍອີງໃສ່ ເຣື່ອງອັຕຣາແລກປ່ຽນແດ່ ອີງໃສ່ລາຄານ້ຳມັນແດ່ນ່າ ບໍ່ໝາຍຄວາມວ່າ ພວກເຮົາ ຈະຄວບຄຸມໝົດທຸກອັນ ສິນຄ້າທີ່ຣັຖຄວບຄຸມຫັ້ນ ພວກເຮົາ ຈະມີການໄລ່ລຽນ ເຣື່ອງຕົ້ນທຶນ ການນຳເຂົ້າ ຫລື ຕົ້ນທຶນ ການບໍຣິການ ພວກເຮົາ ຈະບວກກຳໄລ ເຂົ້າໄປ ພວກເຮົາ ຈະໃຫ້ຂາຍ ຢູ່ໃນລະດັບທີ່ຣັຖກຳນົດ.”
ທ່ານກ່າວຕື່ມວ່າ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍມີການລົງກວດຕລອດ ເພື່ອບໍ່ໃຫ້ ບັນຫາຊາວຄ້າຂາຍ ສວຍໂອກາດ ຂຶ້ນລາຄາ ຕາມລຳພັງໃຈ ຖ້າພົບ ກໍມີການປັບໃໝ ຕາມລະບຽບທັນທີ. ບັນຫາດັ່ງກ່າວ ຊາວລາວ ຫລາຍຄົນ ເຫັນວ່າ ມາຕການ ທີ່ພາກຣັຖ ຈະຄວບຄຸມສິນຄ້າ ກໍບໍ່ໄດ້ແຕກຕ່າງ ຈາກທີ່ຜ່ານມາ ເພາະເຫັນອອກມາຕການ ຈະແກ້ໄຂມາຕລອດ ກໍບໍ່ເຫັນວ່າ ຈະແກ້ໄຂໄດ້ເທື່ອ ເຊິ່ງລາຄາສິນຄ້າ ກໍແພງຂຶ້ນກວ່າເກົ່າ ໂດຍສະເພາະ ສິນຄ້າ ທີ່ຈຳເປັນ ຕ້ອງໃຊ້ໃນຊີວິດ ປະຈຳວັນ ເຊັ່ນ ເຂົ້າສານ ປັດຈຸບັນນີ້ ເປົ໋າລະ 600,000 ກີບ ຈາກແຕ່ກອນ 300,000 ກີບ ກໍແພງຂຶ້ນເທົ່າໂຕ ເຊິ່ງກໍຢາກໃຫ້ຣັຖຄວບຄຸມ ໃຫ້ໄດ້ ໂດຍສະເພາະ ເຂົ້າສານ, ນ້ຳມັນ ທີ່ທຸກເຮືອນຕ້ອງໃຊ້ ລວມເຖິງ ສິນຄ້າອື່ນໆ ເຊັ່ນ ຊີ້ນໝູ ເພາະບາງເທື່ອ ບັນດາແມ່ຄ້າພໍ່ຄ້າ ບາງຄົນ ກໍສວຍໂອກາດ ຂຶ້ນລາຄາແພງກວ່າ ພາກຣັຖກຳນົດ ກໍຍັງມີ.
ດັ່ງຊາວລາວ ໃນນະຄອນຫລວງວຽງຈັນ ກ່າວວ່າ:
“ແພງຫລາຍ ເຂົ້າສານຕອນນີ້ ແມ່ນອັນກະສອບນຶ່ງ ແມ່ນ 6 ແສນ ແຕ່ກ່ອນນີ້ 3 ແສນ ຢາກໃຫ້ຄຸມສຸດຍອດເລີຍ ເຂົ້ານີ້ ສົມມຸດວ່າ ເງິນເດືອນລ້ານປາຍ ມາຊື້ເຂົ້າ ເປົ໋ານຶ່ງ ກະເກືອບໝົດແລ້ວເດ້ ຊີ້ນໝູກະແພງ ຕອນນີ້ ໂລນຶ່ງ 75 ພັນ, ບາງຕລາດກໍຂາຍ 80 ບາງບ່ອນ ເຂົາຕັ້ງລາຄາເອງນ່າ ຄວບຄຸມບໍ່ໄດ້ ໃຜວ່າໄດ້ ມັນກໍລົງແຕ່ດົນແລ້ວ ເພາະວ່າ ມັນຂຶ້ນມາດົນແລ້ວເດ້.”
ຂະນະທີ່ຊາວລາວ ອີກທ່ານນຶ່ງ ກໍກ່າວວ່າ ສິນຄ້າທີ່ຕ້ອງຊື້ໃຊ້ ຊື້ກິນ ໃນຊີວິດ ປະຈຳວັນ ບໍ່ເຫັນວ່າ ຈະມີແນວໂນ້ມຫລຸດລົງເທື່ອ ເຊັ່ນ ແຟັບ, ຢາສະຫົວ ແພງຂຶ້ນ 2 ເທົ່າ ເຊິ່ງສ່ວນໃຫຍ່ ສິນຄ້ານຳເຂົ້າ ຈາກຕ່າງປະເທດທັງນັ້ນ ທີ່ຂຶ້ນລາຄາ ບາງເທື່ອບັນດາຊາວຄ້າຂາຍ ກໍມີການສວຍໂອກາດຂຶ້ນລາຄາ ກໍມີ ເຊິ່ງກໍຢາກໃຫ້ເຈົ້າໜ້າທີ່ ປະຕິບັດໜ້າທີ່ ຢ່າງຈິງຈັງ ໃນການລົງກວດກາ:
“ເຄື່ອງໃຊ້ປະຈໍາວັນ ຄື ແນວແຟັບຫັ້ນບໍ່ ນ້ຳສະຜົມນີ້ນ່າ ຂຶ້ນແພງ ດຽວນີ້ ເປັນຖົງເນາະ 60 ປາຍແລ້ວ ແຕ່ກ່ອນຫັ້ນ ຊື້ຫັ້ນມີແຕ່ 40 ປາຍ. ແຟັບຫັ້ນເຄີຍຊື້ 20 ພັນ ດຽວນີ້ຫັ້ນຂຶ້ນຢູ່ 45 ເປັນຂອງໄທຍຫັ້ນແຫລະ ກໍຢາກໃຫ້ເຈົ້າໜ້າທີ່ເນາະ ລົງກວດກາ ແຕ່ລະຫ້າງຮ້ານ ບາງຫ້າງຮ້ານ ເຂົາສວຍໂອກາດເດ້.”
ພ້ອມດຽວກັນນີ້ ຊາວລາວ ອີກທ່ານນຶ່ງກ່າວວ່າ ປັດຈຸບັນ ລາຄາປານິນ ກໍແພງຂຶ້ນເທົ່າໂຕ ລາຄາ 45,000-48,000 ກີບ ຕໍ່ກິໂລ, ແຕ່ກ່ອນລາຄາ 25,000-30,000 ຕໍ່ກິໂລ, ເຊິ່ງກໍຄິດວ່າ ເຂົາຍັງຊື້ຫົວອາຫານມາແພງ ເພາະສ່ວນໃຫຍ່ ຕ້ອງນຳເຂົ້າ ມາຈາກໄທຍ ຂະນະທີ່ ນ້ຳແຂງເປົ໋ານຶ່ງ ກໍມີການຂຶ້ນລາຄາແລ້ວເຊັ່ນກັນ ຈາກ 12,000 ຕໍ່ເປົ໋າ ປັດຈຸບັນ 15,000 ຕໍ່ເປົ໋າ.
“ເຂົາຂາຍ ຕາມທ້ອງຕລາດ ມັນຢູ່ 45 ຫາ 48 ຂຶ້ນຢູ່ເກືອບວ່າ 50% ພຸ້ນແຫລະ ຫົວອາຫານເຂົາເດ້ ຫົວອາຫານນຳເຂົ້າເດ້ ແຕ່ຂນາດນ້ຳແຂງ ມັນກໍຍັງໄດ້ຂຶ້ນ ສອບລະ 12 ພັນ ບັດນີ້ມາຂຶ້ນຢູ່ 15 ພັນ.”
ໃນປີ 2022 ທີ່ຜ່ານມາ ໃນໄລຍະເດືອນເມສາ ຫາເດືອນທັນວາ ປະເທດລາວ ກໍຂາດດຸນການຄ້າປະມານ 23 ລ້ານໂດລ້າຣ໌ ສະຫະຣັຖ ເຊິ່ງມີການນຳເຂົ້າສິນຄ້າ ປະມານ 556 ລ້ານໂດລ້າຣ໌ ສະຫະຣັຖ ຫລາຍກວ່າ ການສົ່ງອອກສິນຄ້າ ປະມານ 532 ລ້ານໂດລ້າຣ໌ ສະຫະຣັຖ. ເຊິ່ງຖ້າຫາກ ລວມການຂາດດຸນການຄ້າ ຕັ້ງແຕ່ ເດືອນເມສາ ຮອດເດືອນທັນວາ ປີ 2022 ແລະ ລວມເດືອນມົກຣາ ປີ 2023 ປະເທດລາວ ຂາດດຸນການຄ້າທຸກເດືອນ.
ເຖິງຢ່າງໃດ ກໍຕາມ, ມູນຄ່າລວມທັງໝົດ ປີ 2022 ລາວຂາດດຸນການຄ້າ ປະມານ 926 ລ້ານໂດລ້າຣ໌ ສະຫະຣັຖ ເຊິ່ງມີການນຳເຂົ້າສິນຄ້າ ປະມານ 6,787 ລ້ານໂດລ້າຣ໌ ຫລາຍກວ່າ ການສົ່ງອອກສິນຄ້າ ປະມານ 5,861 ລ້ານໂດລ້າຣ໌ ສະຫະຣັຖ.