ເຣື້ອງທີ່ເກັບບັນທຶກໄວ້
2024-02-11
ກອງກໍາລັງ ຊົນຊາຕຊົນເຜົ່າ ຢູ່ພະມ້າ ປະກາດວ່າ ໄດ້ຍຶດ 3 ເມືອງໃຫຍ່ ທີ່ເປັນເຂດຍຶດຄອງ ຂອງທະຫານພະມ້າ.
2024-02-09
ແຂວງເຊກອງ ແລະ ແຂວງກວາງຈິ ຂອງວຽດນາມ ປຶກສາຫາລືກັນ ເພື່ອສ້າງເສັ້ນທາງ ອຳນວຍຄວາມສະດວກ ຕໍ່ການຂົນສົ່ງຖ່ານຫິນ ຈາກລາວ ໄປວຽດນາມ ພາຍຫຼັງທີ່ຣັຖບານລາວ ແລະ ວຽດນາມ ໄດ້ເຊັນສັນຍາ ຊື້ຖ່ານຫິນຈາກລາວ ເພີ່ມຂຶ້ນ ເມື່ອປີ 2023.
2024-02-05
ນັກວິຊາການລາວ ແລະໄທຍ ມີຄວາມເຫັນກົງກັນ ກ່ຽວກັບເຣື່ອງທາງການລາວ ຈະບໍ່ຫຍຸ້ງກ່ຽວກັບຂໍ້ຂັດແຍ່ງຢູ່ທະເລຈີນໃຕ້ ເພື່ອຮັກສາການພົວພັນ ອັນດີກັບຈີນ ແລະວຽດນາມ.
2024-02-04
ການກໍ່ຣັຖປະການຢູ່ປະເທດພະມ້າ ຄົບຮອບ 3 ເຮັດໃຫ້ພະມ້າເກີດສົງຄາມກາງເມືອງ ແລະ ອີກເລື່ອງນຶ່ງກໍຄື ກຸ່ມແກ້ງຄໍເຊັນເຕີ້ຊາວ ຈີນກໍຖືກປາບປາມຢ່າງໜັກ.
2024-01-28
ກອງກໍາລັງ ຝ່າຍຕໍ່ຕ້ານ ທະຫານພະມ້າ ທີ່ເປັນກອງກໍາລັງ ຊົນຊາຕຊົນເຜົ່າ ໄດ້ຍຶດຄ້າຍທະຫານພະມ້າ ທີ່ເປັນກອງພັນ ທະຫານຣາບ 123.
2024-01-13
ທ້າວ ວັນນານ້ອຍ ນິຍົມສິນ ເຈົ້າຂອງລາງວັນ ຄູຝຶກດີເດັ່ນ ທາງດ້ານສື່ Digital ໃນລະດັບອາຊ້ຽນ.
2023-12-17
ທະຫານພະມ້າເກືອບ 400 ຄົນ ຍອມຈໍານົນ ຕໍ່ທະຫານຝ່າຍຕໍ່ຕ້ານ ຫຼັງຈາກທີ່ຝ່າຍຕໍ່ຕ້ານ ມີການບຸກໂຈມຕີຄັ້ງໃຫຍ່.
2023-12-08
ກະຊວງການຕ່າງປະເທດຂອງລາວ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ຂອງອົງສະຫະປະຊາຊາຕ ແລະສະຫະພາບຢູໂຣບ ສລອງຄົບຮອບ 75 ປີ ຂອງຖແລງການສາກົລ ວ່າດ້ວຍສິດທິມະນຸສ ຂະນະທີ່ ສປປ ລາວ ຍັງມີການລະເມີດ ສິດທິມະນຸສ ຢ່າງຮ້າຍແຮງ ເປັນຕົ້ນສິດທິ ທາງການເມືອງ.
2023-12-03
ທະຫານພະມ້າ ໄດ້ເສັຽຖານທີ່ໝັ້ນໃຫ້ກຸ່ມກອງກໍາລັງ ຝ່າຍຕໍ່ຕ້ານ ຢູ່ຣັຖສານ ແລະ ຣັຖສິນ, ກອງກໍາລັງ ຝ່າຍຕໍ່ຕ້ານທະຫານພະມ້າ ສາມາດຍຶດໄດ້ສອງເຂດ ເມືອງ ຢູ່ເຂດຣັຖສິນ ພາກຕາເວັນຕົກຂອງພະມ້າ.
2023-10-30
ມີການລົງມະຕິ ທີ່ສຳຄັນ ໃນວັນທີ 27 ຕຸລາ ທີ່ຜ່ານມາ ໂດຍສປ ປລາວ ສນັບສນູນ ມະຕິກອງປະຊຸມ ສະມັດຊາໃຫຍ່ ຂອງອົງການ ສະຫະປະຊາຊາຕ ທີ່ຮຽກຮ້ອງໃຫ້ ມີການຢຸດຍິງ ລະຫວ່າງ ອິສຣາແອລ ແລະ ກຸ່ມຮາມາສ.
2023-10-29
ທະຫານພະມ້າ ໄດ້ສັງຫານແມ່ຍິງໄປແລ້ວ 56 ຄົນ ນັບແຕ່ເດືອນກໍຣະກະດາ ຫາ ເດືອນກັນຍາ.
2023-10-23
ການເຂົ້າຮ່ວມເອຊ້ຽນເກມ ຄັ້ງທີ 19 ຂອງຄະນະນັກກິລາ ແມ່ນເປັນນະໂຍບາຍນຶ່ງ ຂອງຣັຖບານລາວ ທີ່ຖືເອົາຄວາມສາມັກຄີ ມິຕພາບ ລາວ-ຈີນ ເປັນຄວາມສຳຄັນ, ສ່ວນຜົລການແຂ່ງຂັນ ໄດ້ຊໍ່າໃດກໍເອົາຊໍ່ານັ້ນ ອີງຕາມສະພາບຂອງນັກກິລາ.
2023-10-22
ທະຫານພະມ້າ ຝັງລະເບີດໄວ້ດິນ ແລະ ລະເບີດແຕກ ເຮັດໃຫ້ປະຊາຊົນ ເສັຽຊີວິດ 1 ຄົນ ແລະ ບາດເຈັບ 8 ຄົນ.
2023-10-15
ປະຊາຊົນຊາວພະມ້າ ເສັຽຊີວິດ 29 ຄົນ ໃນນັ້ນລວມທີເດັກນອ້ອຍ 11 ຄົນ ຈາກການຖິ້ມລະເບີດ ຂອງທະຫານພະມ້າ ໃນເຂດພາກເໜືອ ຂອງຣັຖກະສິນ ຜູ້ເຄາະຮ້າຍທັງໝົດ ເປັນປະຊາຊົນທີ່ອົບພະຍົບ ໃນພູດອຍ ເຂດຊາຍແດນ ລະຫວ່າງ ຣັຖກະສິນ ແລະ ປະເທດຈີນ.
2023-10-08
ຄຣູ-ອາຈານ ຢູ່ປະເທດພະມ້າ 130,000 ຄົນ ຢຸດການຮຽນການສອນ ເພື່ອເຮັດການປະທ້ວງແບບອະຣິຍະຂັດຂືນ ເນື່ອງໃນວັນທີຄຣູສາກົລ.